ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໕ ພຶດສະພາ ໒໐໒໔

ປາກິສຖານ ຍຶດໄດ້ ສານເຄມີ ເຮັດລະເບີດ ໜັກ 100 ໂຕນ (ວີດີໂອ)


ແຜນທີ່ ປາກິສຖານ
ແຜນທີ່ ປາກິສຖານ
ບັນດາ​ເຈົ້າ​ໜ້າ​ທີ່​ຮັກສາ​ຄວາມ​ປອດ​ໄພປາ​ກິ​ສຖານ ​ໄດ້​ຍຶດສານ
​ເຄມີ​ເຮັດລະ​ເບີດ​ໜັກ 100 ​ໂຕນ ຈາກ​ລົດ​ບັນທຸກ​ຄັນ​ນຶ່ງ ​ແລະ
​ເຄື່ອງປະກອບ ຈາກ​ເມືອງ Quetta ຊຶ່ງ​ເປັນ​ເມືອງ​ນຶ່ງ ​ໃນ​ບັນດາ
​ຫົວ​ເມືອງທີ່​ເກີດ​ຄວາ​ມຮຸນ​ແຮງ​ສຸດ ຢູ່​ໃນປະ​ເທດດັ່ງກ່າວ.

​ວັດ​ຖູ​ທີ່​ຍຶດ​ໄດ້​ນັ້ນເປັນ​ຊະ​ນິດ​ດຽວ​ກັນ​ ກັບທີ່​ໃຊ້​ໃນ​ການວາງ​ລ​ະ
​ເບີດ​ສອງ​ຄັ້ງ ​ໃນ​ຕົ້ນ​ປີ​ນີ້ ທີ່​ໄດ້​ສັງຫານປະມານ 200 ຄົນ.

ການ​ບຸກ​ເຂົ້າ​ໄປ​ກວດຄົ້ນ ​ໄດ້​ມີ​ຂື້ນ​ນຶ່ງມື້ຫລັງ​ຈາກຜູ້​ຊາຍ​ສອງ​ຄົນ​ທີ່​ຂັບ​ລົດ​ບັນ ທຸກໄດ້​ຖືກ​ຈັບ ທີ່ບັນທຸກທາດ​ໂປ​ຕາສຊຽມຄລໍ​ເຣຕ ໜັກ 15 ​ໂຕນ ຊຸກເຊື່ອງ​ໄວ້​ຢູ່ໃຕ້ກ້ອງ​ກັບ​ມັນດ້າງປ່ຽງ.

ຂໍ້​ມູນ​ກ່ຽວ​ກັບ​ຜູ້​ຊາຍ​ທັງ​ສອງ ​ໄດ້​ນໍາພາ​ເຈົ້າ​ໜ້າ​ທີ່​ໄປ​ຫາສາງ​ເກັບເຄື່ອງ​ທີ່ມີ ທາດ potassium chlorate, ສາຍ​ໄຟ, ມາດ, ຝຸ່ນອາ​ລູມີ​ນຽມ, ນໍ້າ​ກົດ, ​ເຄື່ອງບີບຄະ​ນວນ​ລະ​ເບີດ, ປືນ​ສັ້ນ ​ແລະ​ລູກ​ກະ​ສຸນ.

ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ 80 ​ຖັງ​ຂອງ​ວັດຖຸດັ່ງກ່າວ ​ໄດ້​ຖືກຕຽມພ້ອມ​ແລ້ວ. ພັນ​ເອກ
Maqbool Shah ຂອງກຳລັງ​ຮັກສາ​ຊາຍ​ແດນ Frontier Corp ກ່າວ​ວ່າ:

“ທ່ານ​ສາມາດ​ວາດ​ພາບ​ໄດ້​ວ່າ ຄວາມພິນາດ​ໃຫຍ່​ສໍາ​ໃດ​ທີ່​ຈະ​ເກີດ​ຂື້ນ. ຂ້າພະ​ເຈົ້າຂໍ​ຂອບ​ໃຈ​ຕໍ່​ພະ​ເຈົ້າ ທີ່​ມື້​ນີ້ ​ເຮົາ​ໄດ້​ຊ່ວຍ​ປົກ​ປ້ອງ ເມືອງ Quetta ​ໄວ້​ໄດ້ ​
ໂດຍ​ສະ​ເພາະ​ແຂວງ Baluchistan ​ຈາກ​ເຫດ​ຮ້າຍ​ທີ່​ໃຫຍ່​ທີ່​ສຸດ.​”


​ຍັງບໍ່​ເປັນ​ທີ່​ຈະ​ແຈ້ງ​ເທື່ອວ່າ ກຸ່​ມໃດທີ່ເປັນ​ເຈົ້າ​ຂອງສານ​ເຄມີ​ແລະ​ອຸ​ປະກອນ​ເຮັດ​ລະ​ເບີດ​ເຫຼົ່ານີ້.

Pakistan
please wait
Embed

No media source currently available

0:00 0:00:39 0:00

Pakistani security officials have seized 100 tons of bomb-making chemicals from a truck and a compound in from Quetta, one of the country's most violent cities.

The material was the same type used in two bombings earlier this year that killed around 200 people.

The raid came a day after two men were arrested driving a truck with 15 tons of potassium chlorate hidden under boxes of potato chips.

Information from the men led officers to a warehouse stocked with more potassium chlorate, circuit wire, sulfur, aluminum powder, acid, detonating equipment, guns and ammunition.

Security officials said 80 drums of material had been prepared.

COLONEL MAQBOOL SHAH, FRONTIER CORPS:

"You can imagine how a big disaster could have taken place. I'm very thankful to God that today we saved Quetta, especially Baluchistan, generally from a big accident."

[[ANCHOR BACK ON CAMERA]]

It was unclear which group owned the cache of bomb-making equipment.

ກ່ຽວຂ້ອງກັນ

XS
SM
MD
LG