ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໒ ເມສາ ໒໐໒໓

ສານປາກິສຖານ ຢັ້ງຢືນ ຄຳຕັດສິນ ລົງໂທດ ປະຫານຊີວິດ ນາງ Bibi


ນາງ Asia Bibi ຊາວປາກິສຖານ ທີ່ນັບຖືສາສະໜາ ຄຣິສຕຽນ ຖືກສານຕັດສິນ ລົງໂທດປະຫານຊີວິດ ໃນຂໍ້ຫາໝິ່ນປະໝາດ.

ສານແຫ່ງ​ນຶ່ງ​ຂອງປາ​ກິ​ສຖານ​ ​ໄດ້​ຢືນຢັນ​ຄຳຕັດສິນ​ລົງ​ໂທດ
ປະຫານ​ຊີວິດ ຂອງ​ຜູ້ຍິງນັບ​ຖື​ສາ​ສາ​ໜາຄຣິສ​ຕຽນຄົນ​ໜຶ່ງ ຜູ້
​ທີ່​ຖືກ​ສານ​ຕັດສິນ​ເມື່ອ​ປີ 2010 ​ວ່າມີ​ຄວາມ​ຜິດ ​ໃນ​ຂໍ້​ຫາ​ໝິ່ນ
ປະໝາດ ອັນ​ພາ​ໃຫ້​ເກີດ​ການ​ລອບ​ສັງຫານນັກການ​ເມືອງ 2
ຄົນ ທີ່​ສະໜັບ​ສະ​ໜຸນ​ນາງ​ນັ້ນ.

ນາງ Asia Bibi ມີ​ລູກທັງໝົດ 4 ​ຄົນ ​ໄດ້​ຖືກ​ກັກ​ຂັງມາ​ນັບ​ຕັ້ງ
​ແຕ່​ສານ​ພິຈາລະນາ​ວ່າມີ​ຄວາມ​ຜິດ ​ໃນ​ຖານ​ໃຊ້​ຄຳ​ເວົ້າ​ທີ່​ເປັນ
ຄວາມ​ເສຍ​ຫາຍ ກ່ຽວ​ກັບ ພະ​ເຈົ້າ Mohamad ຂອງ​ສາສະໜາ​
ອິສລາມ ​ໃນ​ລະຫວ່າງ​ການໂຕ້​ຖຽງ​ກັນກັບ​ຜູ້ຍິງນັບ​ຖືສາສະໜາ
​ມຸສລິ​ມຄົນ​ໜຶ່ງ.

ທະນາຍຄວາມ​ຂອງນາງ Bibi ກ່າວ​ວ່າ ທ່ານ ຈະ​ອຸທອນ​ຄຳ​ຕັດສິນເມື່ອ​ວັນ​ພະ​ຫັດ​ວານ​ນີ້ ​ຕໍ່ສານ​ສູງ​ສຸດ​ຂອງ​ປາ​ກິ​ສຖານ.

ຮອງ​ອຳ​ນວຍການອົງການ​ນິລະ​ໂທດ​ກຳພາກ​ພື້ນ​ເອ​ເຊຍ​ປາຊີ​ຟິກ ທ່ານ David Griffiths
ບັນ​ລະ​ຍາຍເຖິງຄວາມ​ຈິງ​ທີ່​ວ່າ​ນາງ Bibi ອາດ​ເສຍ​ຊີວິດຍ້ອນການ​ໂຕ້​ຖຽງອັນ ​ເຫັນ​ວ່າ
“ໜ້າ​ລັງ​ກຽດ” ​ແລະ “​ເປັນຄວາມ​ບໍ່​ຍຸດຕິ​ທຳ​ທີ່​ສຸດ” ນັ້ນ.

​ໃນປີ 2011 ລັດຖະມົນຕີ​ປາ​ກິ​ສຖານ​ຂອງບັນດາ​ຊົນເຜົ່າກຸ່ມ​ນ້ອຍ ທ່ານ Shabaz
Bhatti ​ແລະ ຜູ້​ວ່າການ​ເມືອງ Punjab ຢູ່​ທາງ​ພາກ​ຕາ​ເວັນ​ອອກ​ຂອງ​ປະ​ເທດ ທ່ານ
Salman Taseer ​ໄດ້​ຖືກ​ຂ້າ​ຕາຍ​ເພາະ​ທັງ​ສອງ​ທ່ານ​ໄດ້​ສະໜັບສະໜຸນ ນາງ Bibi
​ແລະ ຂັດ​ຄ້ານ​ກົດໝາຍ​ໝິ່ນປະໝາດຕ່າງໆ.

ກຸ່ມ​ສິດທິ​ມະນຸດ​ທັງຫຼາຍ ກ່າວ​ວ່າ​ ກົດໝາຍ​ໝິ່ນປະໝາດ ​ແມ່ນ​ເຮັດ​ໃຫ້​ມີ​ການ​ສວຍໃຊ້​
ກົດໝາຍ​ນີ້ ​ ເພື່ອ​ຜົນ​ປະ​ໂຫຍ​ດໂດຍ​ພວກຫົວ​ຮຸນ​ແຮງ​ດ້ານສາສະໜາ ຫຼາຍ​ຂຶ້ນ ລວມທັງ
ການ​ແກ້​ໄຂ​ບັນຫາ​ສ່ວນ​ຕົວ​ຂອງຊາວ​ປາ​ກິ​ສຖານ​ທົ່ວ​ໄປນຳ.

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG