ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາຍງານ: ທຳນຽບຂາວ ພະຍາຍາມ ຫາທາງ ທຳການເຈລະຈາໂດຍກົງ ກັບພວກຕາລີບານ


ທ່ານນາງ ອາລິສ ແວລສ໌,ຮອງຜູ້ຊ່ວຍລັດຖະມົນຕີການຕ່າງ
ປະເທດ ສະຫະລັດ, ພົບປະກັບ ຫົວໜ້າກອງທັບບົກ ປາ
ກິສຖານ, ນາຍພົນ ກາມາ ຈາເວັດ ບາຈ໌ວາ (Qamar Javed Bajwa) ເພື່ອຫາລື ກ່ຽວກັບ ວິທີຮັບປະກັນສັນຕິພາບໃນປະ
ເທດ ອັຟການິສຖານ. ລຸນຫຼັງການຢຸດຍິງເມື່ອບໍ່ດົນມານີ້ ລະຫວ່າງ ພວກຕາລີບານ ກັບ ລັດຖະບານ ກາບູລ. ເມືອງ ຣາວາລປິນດີ, ປະເທດ ປາກິສຖານ. 3 ກໍລະກົດ, 2018.
ທ່ານນາງ ອາລິສ ແວລສ໌,ຮອງຜູ້ຊ່ວຍລັດຖະມົນຕີການຕ່າງ ປະເທດ ສະຫະລັດ, ພົບປະກັບ ຫົວໜ້າກອງທັບບົກ ປາ ກິສຖານ, ນາຍພົນ ກາມາ ຈາເວັດ ບາຈ໌ວາ (Qamar Javed Bajwa) ເພື່ອຫາລື ກ່ຽວກັບ ວິທີຮັບປະກັນສັນຕິພາບໃນປະ ເທດ ອັຟການິສຖານ. ລຸນຫຼັງການຢຸດຍິງເມື່ອບໍ່ດົນມານີ້ ລະຫວ່າງ ພວກຕາລີບານ ກັບ ລັດຖະບານ ກາບູລ. ເມືອງ ຣາວາລປິນດີ, ປະເທດ ປາກິສຖານ. 3 ກໍລະກົດ, 2018.

ລາຍງານໃນໜັງສືພິມແນວໜ້າຂອງ ສະຫະລັດ ແຫ່ງນຶ່ງເວົ້າວ່າ ປະທານາທິບໍດີ ດໍໂນລ
ທຣຳ ໄດ້ຊີ້ນຳໃຫ້ “ນັກການທູດລະດັບສູງ” ດຳເນີນການເຈລະຈາໂດຍກົງ ກັບພວກ
ຕາລີບານ ໃນຄວາມພະຍາ ຍາມທີ່ຈະ “ຟື້ນຟູ” ການເຈລະຈາກັບກຸ່ມຫົວຮຸນແຮງອີກຄັ້ງ
ນຶ່ງ ດ້ວຍຄວາມຫວັງວ່າ ຈະເຮັດໃຫ້ສົງຄາມທີ່ແກ່ຍາວມາ 17 ປີ ໃນອັຟການິສຖານ
ນັ້ນສິ້ນສຸດລົງ.

ໜັງສືພິມ New York Times ໄດ້ກ່າວ ໃນວັນອາທິດວານນີ້ວ່າ ການເຄື່ອນໄຫວດັ່ງ
ກ່າວ ເປັນຕົວຢ່າງ “ຂອງການປ່ຽນແປງທີ່ສຳຄັນສຳລັບນະໂຍບາຍ ອາເມຣິກັນ ໃນ
ອັຟການິສຖານ.”

ການເຄື່ອນໄຫວທີ່ວ່ານັ້ນ ໄດ້ຮັບການຢືນຢັນໂດຍ “ບັນດາເຈົ້າໜ້າທີ່ອາວຸໂສ ອາເມຣິ
ກັນ ແລະ ອັຟການິສຖານ ຫຼາຍຄົນ,” ອີງຕາມການກ່າວຂອງໜັງສືພິມນັ້ນ.

ເຈົ້າໜ້າທີ່ອາວຸໂສ ສະຫະລັດ ຫຼາຍຄົນ ໄດ້ເດີນທາງໄປປະເທດ ອັຟການິສຖານ ເມື່ອ
ບໍ່ດົນມານີ້, ໜັງສືພິມເວົ້າວ່າ ເຂົາເຈົ້າ “ໄດ້ຈັດການເຈລະຈາກັບຜູ້ທີ່ມີບົດບາດສຳຄັນ
ຫຼາຍຄົນ” ໃນສອງປະເທດ ເພື່ອກະກຽມສຳລັບການເຈລະຈາໂດຍກົງ.

ລາຍງານໄດ້ເວົ້າວ່າ ມັນມີ “ການເຫັນດີກັນ ຢ່າງເປັນເອກະສັນໃນລະຫວ່າງບັນດາ
ເຈົ້າໜ້າທີ່ ອາເມຣິກັນ ກັບ ອັຟການິສຖານ ວ່າ ວິທີດຽວ ທີ່ຈະ “ເລີ່ມຂະບວນການສັນ
ຕິພາບ” ແລະ ມີຂໍ້ຕົກລົງ ກ່ຽວກັບ ແຜນຍຸດທະສາດ ສຳລັບການອອກຈາກສົງຄາມ
ນັ້ນ” ແມ່ນໃຫ້ ສະຫະລັດ ມີບົດບາດໂດຍກົງ ໃນການເຈລະຈາຫຼາຍຂຶ້ນ.”

ກຸ່ມ ຕາລີບານ ຍັງຢືນຢັດວ່າ ພວກເຂົາມີແຕ່ຈະເຈລະຈາກັບ ສະຫະ ລັດ ແລະ ພັນ
ທະມິດອົງການ ເນໂຕ ຂອງເຂົາເຈົ້າ ກ່ຽວກັບ ການສິ້ນສຸດການຕໍ່ສູ້ເທົ່ານັ້ນ, ແລະ
ເອີ້ນລັດຖະບານ ອັຟການິສຖານ ວ່າ ເປັນຫຸ່ນເຊີດຂອງປະເທດຕາເວັນຕົກ.

ໜັງສືພິມ Times ກ່າວວ່າ ວັນເວລາສຳລັບການເຈລະຈາແມ່ນບໍ່ທັນໄດ້ມີການກຳ
ນົດຂຶ້ນເທື່ອ ແລະ ຂະບວນການສັນຕິພາບກໍຍັງອາດບໍ່ເປັນໄປຕາມຄາດເອົາໄວ້,
ແຕ່ການປ່ຽນແປງແຜນຍຸດທະສາດຂອງ ສະຫະລັດ ໄດ້ສະແດງໃຫ້ເຫັນ “ຄວາມຮູ້
ສຶກອັນຮີບດ່ວນ” ທີ່ລັດຖະບານທ່ານ ທຣຳ ມີຂຶ້ນ “ເພື່ອສິ້ນສຸດຄວາມລົ້ມແຫຼວໃນ
ການແກ້ໄຂຄວາມຂັດແຍ້ງໃນ ອັຟການິສຖານ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG