ນັບແຕ່ກອງປະຊຸມສຸດຍອດ ກ່ຽວກັບດິນຟ້າອາກາດ ຂອງອົງການສະຫະປະຊາຊາດ ຫຼື COP 28 ທີ່ສິ້ນສຸດລົງໃນກາງເດືອນທັນວາ ທີ່ດູໄບ ສະຫະລັດອາຣັບເອເມີເຣັສ ບັນດາປະເທດໝູ່ເກາະໝູ່ດອນ ຢູ່ມະຫາສະໝຸດປາຊີຟິກກໍເລີ້ມດຳເນີນງານ ເພື່ອຈັດຕັ້ງປະຕິບັດກອງທຶນປ້ອງກັນດິນຟ້າອາກາດມູນຄ່າ 500 ລ້ານໂດລາ. Jessica Stone ນັກຂ່າວວີໂອເອ ມີລາຍງານກ່ຽວກັບເລື້ອງນີ້ ຊຶ່ງໄພສານມີລາຍລະອຽດ ມາສະເໜີທ່ານ ໃນອັນດັບຕໍ່ໄປ.
ພວກນັກວິທະຍາສາດກ່າວວ່າ ຊາຍຝັ່ງເຫຼົ່ານີ້ແມ່ນສ່ວນນຶ່ງຂອງບັນດາຊາຍຝັ່ງທີ່ເປັນອັນຕະລາຍທີ່ສຸດຢູ່ໃນໂລກຂອງເຮົາ…ຄືໝູ່ເກາະໝູ່ດອນຂອງບັນ ດາປະເທດໃນເຂດມະຫາສະໝຸດປາຊີຟິກ ນີເວ (Niue).
ໝູ່ເກາະມາໂຊ.
ໄມໂຄຣເນເຊຍ.
ມາລດີບ.
ພາລາວ.
ຮວມກັນແລ້ວ ໝູ່ເກາະໝູ່ດອນເຫຼົ່ານີ້ ແມ່ນຕັ້ງຢູ່ໃນເຂດແນວໜ້າ ຂອງການສູ້ລົບຕ້ານການປ່ຽນແປງຂອງດິນຟ້າອາກາດ.
ປະທານາທິບໍດີຂອງປະເທດໝູ່ເກາະພາລາວ ທ່ານຊູຣັງແຈລ ວິບສ໌ ກ່າວເປັນພາສາອັງກິດວ່າ:
“ໃນຖານະບັນດາລັດທີ່ຕັ້ງຢູ່ໃນມະຫາສະໝຸດ ພວກເຮົາກ່າວວ່າ ການປົກປ້ອງມະຫາສະໝຸດແມ່ນອົງປະກອບທີ່ສຳຄັນ ຍ້ອນວ່າມັນເປັນຖັງ ທີ່ດູດເອົາຄາບອນທີ່ໃຫຍ່ທີ່ສຸດ. ໃນທຸກໆວິນາທີ່ທ່ານຫັນໃຈເອົາແມ່ນມາຈາກມະຫາສະໝຸດ.”
ປະທານາທິບໍດີພາລາວ ທ່ານຊູຣັງແຈລ ວິບສ໌ ກ່າວວ່າ ການອະນຸລັກມະຫາສະໝຸດແມ່ນເປັນແນວທາງຊີວິດມາໄດ້ດົນນານແລ້ວ ສຳລັບຜູ້ຄົນທີ່ອາໄສຢູ່ໃນໝູ່ເກາະໝູ່ດອນປາຊີຟິກ.
ລັດຖະມົນຕີປົກປ້ອງສິ່ງແວດລ້ອມຂອງພາລາວ ທ່ານສຕີເວັນ ວິກເຕີ ໄດ້ໃຫ້ໂຕຢ່າງແຕ່ຊຸມປີ 1990.
ທ່ານສຕີເວັນ ວິກເຕີ ແມ່ນລັດຖະມົນຕີກະຊວງກະສິກຳ ການປະມົງ ແລະສິ່ງແວດລ້ອມ ກ່າວຜ່ານຊູມວ່າ:
“ພວກຊາວປະມົງ ແລະຫົວໜ້າຊົນເຜົ່າຢູ່ໃນທ້ອງຖິ່ນ ໄດ້ປະຊຸມກັນ ແລະຫຼັງຈາກນັ້ນກໍຕັດສິນໃຈວ່າ ສິ່ງເຫຼົ່ານີ້ແມ່ນຂົງເຂດທີ່ຈຳເປັນຕ້ອງໄດ້ຢຸດເຊົາການປະມົງ ເພື່ອໃຫ້ປູປາເຫຼົ່ານັ້ນຟື້ນໂຕຄືນ.”
ຢູ່ທີ່ກອງປະຊຸມສຸດຍອດວ່າດ້ວຍການປ່ຽນແປງດິນຟ້າອາກາດຂອງອົງການສະຫະປະຊາຊາດ ຫຼື COP 28 ໃນປີກາຍນີ້ ບັນດາປະເທດໝູ່ເກາະໝູ່ດອນປາ ຊີຟິກ ໄດ້ປະກາດກ່ຽວກັບຂໍ້ລິເລີ້ມປາຊີຟິກທີ່ອຸດົມຮັ່ງມີສີຟ້າແລະໄດ້ເງິນ 228 ລ້ານໂດລາ ເພື່ອສົມທົບກອງທຶນ 500 ລ້ານໂດລາ ສຳລັບອະນຸລັກແລະປົກປັກຮັກສາ 30 ເປີເຊັນຂອງມະຫາສະໝຸດ.
ໂຄງການປົກປ້ອງທະເລຂັ້ນເລີ້ມຕົ້ນຫຼືພຣິສຕີນຊີສ໌ຂອງວາລະສານ National Geographic ທີ່ໄດ້ໃຫ້ການຊ່ວຍເຫຼືອ ແກ່ພາລາວຢູ່ແລ້ວ ໂດຍໄດ້ສ້າງຕັ້ງເຂດຄຸ້ມຄອງທາງທະເລ ແລະພ້ອມແລ້ວທີ່ຈະໃຫ້ການປຶກສາຫາລື ປະເທດໝູ່ເກາະໝູ່ດອນປາຊີຟິກອື່ນເຊັ່ນດຽວກັນ ທ່ານເອັນຣິກ ຊາລາ ຜູ້ກໍ່ຕັ້ງກອງທຶນກ່າວວ່າ:
“ພວກເຮົາຢູ່ທີ່ນັ້ນ ໃນໄລຍະຍາວ ເພື່ອໃຫ້ເປັນທີ່ແນ່ໃຈວ່າ ເຂດທີ່ໄດ້ຮັບການປົກປ້ອງມີການອອກແບບທີ່ເໝາະສົມ ຕັ້ງຢູ່ໃນບ່ອນທີ່ຖືກຕ້ອງ ເພື່ອໃຫ້ໄດ້ຮັບຜົນປະໂຫຍດຫຼາຍທີ່ສຸດ ຕໍ່ພວກສັດນ້ຳ ຕໍ່ປະຊາຊົນໃນທ້ອງຖິ່ນ ແລະຕໍ່ໂລກຂອງເຮົາ.”
ທ່ານວິກເຕີກ່າວວ່າ ທ່ານຫວັງວ່າ ການຄົ້ນຄວ້າຂອງພຣີສຕີນຊີສ໌ ສາມາດສ່ອງແສງໃຫ້ເຫັນແຫຼ່ງຊັບພະຍາກອນທີ່ເລິກລົງໄປໃນພື້ນມະຫາສະໝຸດຂອງພາລາວ ບ່ອນທີ່ຄວາມຮູ້ຂອງປະຊາຊົນໃນທ້ອງຖິ່ນຍັງບໍ່ທັນກວ້າງໄກພໍ.
ທ່ານສຕີເວັນ ວິກເຕີ ລັດຖະມົນຕີກະຊວງກະສິກຳແລະການປະມົງຂອງພາລາວ ກ່າວເປັນພາສາອັງກິດວ່າ:
“ນັ້ນໄດ້ຊ່ວຍໃຫ້ພວກເຮົາເຂົ້າໃຈວ່າ ເປັນຫຍັງປາ ໂດຍສະເພາະແລ້ວແມ່ນໄກອອກໄປຈາກໂງ່ນຫີນ ໄດ້ນຳໃຊ້ບາງເຂດຂອງມະຫາສະໝຸດເພື່ອເຕົ້າໂຮມກັນ.”
ທ່ານຊາລາ ກ່າວວ່າ ການຈັດຕັ້ງພື້ນທີ່ສຳລັບການຫາປາທີ່ສຳຄັນ ແມ່ນໄດ້ພິສູດໃຫ້ເຫັນຊ່ອງທາງສຳລັບໃຫ້ປາມີຈຳນວນເພີ້ມຂຶ້ນເທົ່າເດີມໄດ້ພາຍໃນ 5 ຫາ 10 ປີ ແຕ່ທ່ານກ່າວວ່າ ຖ້າມີຈຸດປະສົງໃນໄລຍະຍາວຫຼາຍຂຶ້ນເທົ່າໃດມັນຈະເຮັດໃຫ້ມີປະລິມານຫຼຸດລົງຍ້ອນໂລກຮ້ອນ.”
ທ່ານເອັນຣິກ ຊາລາ ຜູ້ກໍ່ຕັ້ງໂຄງການພຣິສຕີນຊີສ໌ ກ່າວວ່າ:
“ສິ່ງທີ່ມີຊີວິດຂະໜາດນ້ອຍ ໃນມະຫາສະໝຸດ ແມ່ນສາຣ່າຍທີ່ນ້ອຍໆແລະເຊື້ອແບກທີເຣຍ ທີ່ອາໄສຢູ່ນອກແຄມຝັ່ງ. ພວກເຂົາໄດ້ດູດເອົານຶ່ງສ່ວນສີ່ຂອງການ ປ່ອຍຄາບອນໄດອອກໄຊ ທີ່ພວກເຮົາຜະລິດຂຶ້ນໃນແຕ່ລະປີ.”
ແລະປະທານາທິບໍດີຂອງພາລາວ ທ່ານຊູແຮນແຈລ ວິບສ໌ ກ່າວວ່າ ມັນເປັນເປົ້າໝາຍທີ່ຕາງໜ້າໃຫ້ການລົງທຶນ ບໍ່ແມ່ນພຽງແຕ່ສຳລັບຂົງເຂດນີ້ ແຕ່ສຳລັບໂລກທັງມວນ. ທ່ານຊູແລນແຈລ ວິບສ໌ ກ່າວວ່າ:
“ເປົ້າໝາຍອັນທຳອິດຂອງພວກເຮົາກໍແມ່ນໃຫ້ໄດ້ຮັບ 500 ລ້ານ. ທ່ານຮູ້ດີ ຂ້າພະເຈົ້າຢາກເຫັນກອງທຶນນີ້ເພີ້ມຂຶ້ນເປັນ 2 ຕື້ໂດລາ ມັນມີ 15 ປະເທດ."
15 ປະເທດແມ່ນຕ້ອງການເປັນທີ່ສຸດ ຢາກປົກປ້ອງຊັບພະຍາກອນອັນລ້ຳຄ່າຂອງພວກເຂົາເຈົ້າ.
Since the United Nations Climate Change Summit, or COP 28, concluded mid-December in Dubai, United Arab Emirates, Pacific Island states have been working to implement a brand-new $500 million-dollar climate protection fund. VOA’s Jessica Stone reports.
Scientists say these are among some of the most endangered shorelines on the planet… The Pacific Island nations – Niue. ((end courtesy))
The Marshall Islands.
Micronesia.
The Maldives.
Palau.
Together, they are on the front line of the battle against climate change.
Surangel Whipps Jr., President of Palau:
“As ocean states, we say protection of the oceans is an important component because it's the largest carbon sink. Every second breath you take comes from the ocean.”
Palau President Surangel Whipps Jr. says ocean conservation has long been a way of life for those who live in the Pacific Islands.
Palauan environment minister Steven Victor provides this example from the 1990s.
Steven Victor, Palau Minister of Agriculture, Fisheries and Environment:
“The fishermen and their local chiefs got together and then decided that these were areas that needed a rest from fishing to allow them to recover.”
At last year's United Nations Climate Change Summit, or COP 28, Pacific Island nations announced the Blue Pacific Prosperity Initiative and raised $228 million toward a $500 million fund to conserve 30 percent of the ocean.
National Geographic’s Pristine Seas program is already helping Palau.
set up a marine protected area and stands ready to advise other Pacific nations as well, says founder Enric Sala.
Enric Sala; Pristine Seas Founder:
“We are there for the long haul to make sure that the protected areas are designed properly, located in the right places, so they can maximize the benefits to marine life to local people and to the planet.”
Victor says he hopes Pristine Seas research can illuminate Palau’s deep ocean resources, where Indigenous knowledge isn’t as extensive.
Steven Victor, Palau Minister of Agriculture, Fisheries and Environment:
“That helps us understand why fish - especially beyond the reef – utilize a certain area in the ocean to aggregate."
Sala says walling off critical fishing grounds is a proven way to replenish them within 5 to 10 years, but, he says, the longer-term objective is to put a dent in global warming.
Enric Sala, Pristine Seas Founder:
"The plankton in the ocean is microscopic algae and bacteria that live offshore. They capture a quarter of the CO2 emission that we produce every year."
And, Palau President Whipps says, it’s a goal that represents an investment, not only for the region, but for the world.
Surangel Whipps Jr. President of Palau:
“Our first goal is to get to 500 million. You know, I'd like to see it the fund get up to 2 billion — it’s 15 countries."
Fifteen countries desperate to protect their precious resources.
ຟໍຣັມສະແດງຄວາມຄິດເຫັນ