ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການບັນທຸກເກີນອັດຕາຂອງພວກລົດຂົນສົ່ງແຮ່ທາດຈາກລາວ ໄປຈີນ ສົ່ງຜົນກະທົບ ເຮັດໃຫ້ເສັ້ນທາງຄົມມະນາຄົມໃນລາວ ເກີດການເປ່ເພຢ່າງໜັກ


ພວກລົດຂົນສົ່ງແຮ່ທາດສິບລໍ້ຫຼາຍຄັນ ຢູ່ບໍ່ແຮ່ໃນ ສປປ ລາວ ກຳລັງຖືກບັນຈຸດ້ວຍແຮ່ທາດ ເພື່ອຂົນສົ່ງໄປຈີນ
ພວກລົດຂົນສົ່ງແຮ່ທາດສິບລໍ້ຫຼາຍຄັນ ຢູ່ບໍ່ແຮ່ໃນ ສປປ ລາວ ກຳລັງຖືກບັນຈຸດ້ວຍແຮ່ທາດ ເພື່ອຂົນສົ່ງໄປຈີນ

ການບັນທຸກເກີນອັດຕາຂອງບັນດາລົດຂົນສົ່ງແຮ່ທາດຈາກລາວ ໄປຈີນ ໄດ້ສົ່ງຜົນກະທົບເຮັດໃຫ້ເສັ້ນທາງຄົມມະນາຄົມໃນລາວ ເກີດການເປ່ເພຢ່າງໜັກ ຄິດເປັນໄລຍະທາງຫຼາຍພັນກິໂລແມັດໃນທົ່ວປະເທດ ຊຶ່ງ ຊົງຣິດ ໂພນເງິນ ມີລາຍງານ ຈາກບາງກອກ.

ຜູ້ປະສານງານເຄືອຂ່າຍອະນຸລັກສິ່ງແວດລ້ອມທຳມະຊາດໃນລຸ່ມແມ່ນ້ຳຂອງ ເປີດເຜີຍວ່າ ກະຊວງກະສິກຳແລະປ່າໄມ້ຂອງລາວ ໄດ້ສຳເລັດການຈັດສັນທີ່ດິນຕະຫຼອດແລວທາງລົດໄຟລາວ-ຈີນ ໃນລາວ ເພື່ອຈະສົ່ງມອບໃຫ້ແກ່ບັນດາບໍລິສັດຈີນ ທີ່ໄດ້ຮັບສຳປະທານການຜະລິດສິນຄ້າກະສິກຳເພື່ອສົ່ງອອກໄປຕ່າງປະເທດ ແລະການລົງທຶນໃນໂຄງການພັດທະນາຕ່າງໆຢ່າງຮອບດ້ານໃນຕະຫຼອດເສັ້ນທາງລົດໄຟລາວ-ຈີນ ໃນລາວນັ້ນ ຫາກແຕ່ກໍຍັງບໍ່ຊັດເຈນວ່າ ບັນດາບໍລິສັດຈີນ ຈະນຳໃຊ້ທີ່ດິນເພື່ອປູກພືດຊະນິດໃດເປັນຫລັກ ສ່ວນການລົງທຶນໃນໂຄງການພັດທະນາຢ່າງຮອບດ້ານນັນ ຈະລວມເຖິງການຂຸດຄົ້ນແຮ່ທາດດ້ວຍຫຼືບໍ່ ຈຶ່ງໄດ້ແຕ່ຫວັງວ່າ ບັນດາບໍລິສັດຈີນ ຈະໃຫ້ຄວາມສຳຄັນກັບໂຄງການພັດທະນາທີ່ເປັນມິດກັບສິ່ງແວດລ້ອມ ແລະນຳໃຊ້ປະໂຫຍດຈາກຊັບພະຍາກອນທຳມະຊາດຢ່າງຍືນຍົງ ເພາະວ່າ ການຂຸດຄົ້ນແລະການຂົນສົ່ງແຮ່ທາດຈາກລາວ ໄປຈີນ ໄນໄລຍະທີ່ຜ່ານມານັ້ນ ຍັງໄດ້ສົ່ງຜົນກະທົບເຮັດໃຫ້ຖະໜົນໃນລາວ ມີການເປ່ເພຢ່າງໜັກໃນທົ່ວປະເທດດ້ວຍ ຍ້ອນການບັນທຸກເກີນອັດຕາທີ່ກຳນົດ ດັ່ງທີ່ຜູ້ປະສານງານໄດ້ຢືນຢັນວ່າ:

“ສັງເກດເຫັນວ່າ ການຄຸ້ມຄອງການຂຸດຄົ້ນແຮ່ທາດນີ້ ບໍ່ທັນດີ ສ້າງຄວາມຫຍຸ້ງຍາກໃນການຄຸ້ມຄອງ-ຕິດຕາມ ການກວດກາບໍ່ມີພະນັກງານຂອງລັດ ມີແຕ່ຝ່າຍບໍລິສັດເອງ ຊິງຊັ່ງນ້ຳໜັກແລະຜູ້ຄວບຄຸມບໍ່ເປັນຂອງລັດ ແມ່ນຂອງບໍລິສັດ ອັນນີ້ກະມີບັນຫາໃຫ້ນ້ຳໜັກເກີນ ຕາມການຕິດຕາມກວດກາປະຕິບັດຕາມຂໍ້ກຳນົດຂອງກະຊວງໂຍທາ ສຳລັບລົດສິບລໍ້ນີ້ ໃຫ້ບັນທຸກນ້ຳໜັ​ກກໍ່ໃຫ້ເກີນ 23.2 ໂຕນ ແຕ່ຜ່ານການຕິດຕາມກວດກາ ເຫັນວ່າ ບັນທຸກຮອດ 56.7 ໂຕນ ອັນນີ້ ເປັນບັນຫາທີ່ເຮັດໃຫ້ເປ່ເພຫັ້ນແລ້ວທາງ.”

ໂດຍຈາກການກວດກາເບື້ອງຕົ້ນພົບວ່າ ການບັນທຸກເກີນອັດຕາຂອງບັນດາລົດຂົນສົ່ງແຮ່ທາດຈາກລາວໄປຈີນ ໄດ້ເຮັດໃຫ້ຖະໜົນໃນແຂວງພາກເໜືອຂອງລາວເກີດການເປ່ເພຢ່າງໜັກຄິດເປັນໄລຍະທາງຍາວຫຼາຍພັນກິໂລແມັດ ທັງຍັງເຮັດໃຫ້ຂົວຫັກຫຼາຍກວ່າ 80 ແຫ່ງອີກດ້ວຍ ດັ່ງທີ່ເຈົ້າໜ້າທີ່​ຂັ້ນສູງໃນກະຊວງໂຍທາທິການແລະຂົນສົ່ງ ໄດ້ໃຫ້ການຢືນຢັນວ່າ:

“ການຂົນສົ່ງນີ້ ບັນທຸກນໍ້າໜັກເກີນຈາກບັນດາໂຄງການຂະໜາດໃຫຍ່ ໂດຍສະເພາະໂຄງການຂຸດຄົ້ນບໍ່ແຮ່ ຊຶ່ງກໍເປັນບັນຫາຜົນກະທົບຢ່າງໃຫຍ່ຫຼວງ ໂດຍສະເພາະບັນດາແຂວງທີ່ມີຊາຍແດນຕິດຈອດປະເທດເພື່ອນບ້ານເຮົານີ້ ຖືວ່າ ເປັນສາເຫດເຮັດໃຫ້ຕາໜ່າງເສັ້ນທາງຫຼວງຂອງເຮົາໃນຂອບເຂດທົ່ວປະເທດກະຖືວ່າ ມີການເປ່ເພເນາະ ຊຶ່ງໂດຍລວມແລ້ວ ໃນໄລຍະ 2-3 ປີຜ່ານມານີ້ ກໍຖືວ່າ ກວມເອົາຫຼາຍພັນກິໂລແມັດ ຈຳນວນຂົວຫັກກະຖືວ່າ ມີຫຼາຍເນາະ ປະມານ 80 ແຫ່ງໃນຂອບເຂດທົ່ວປະເທດ.”

ທັງນີ້ໂດຍທາງການລາວ ໄດ້ຈັດສັນທີ່ດິນໃນຕະຫຼອດແລວທາງລົດໄຟລາວ-ຈີນ ໃນລາວທັງ 2 ເບື້ອງຂອງເສັ້ນທາງ ເພື່ອຮອງຮັບການລົງທຶນຂອງບັນດາບໍລິສັດຈີນ ຄິດເປັນພື້ນທີ່ລວມ 537,000 ກວ່າເຮັກຕາ ໃນເຂດແຂວງຫຼວງນ້ຳທາ ອຸດົມໄຊ ຫຼວງພະບາງ ແລະວຽງຈັນ ພ້ອມກັນນີ້ ກໍຍັງໄດ້ຈັດສັນທີ່ດິນເກືອບ 2 ລ້ານເຮັກຕາ ເພື່ອຮອງຮັບການລົງທຶນຕາມແລວທາງເສດຖະກິດຕາເວັນຕົກ-ຕາເວັນອອກໃນພື້ນທີ່ 13 ແຂວງ ນອກຈາກນັ້ນ ການພັດທະນາພື້ນຖານໂຄງລ່າງຕ່າງໆໃນລາວ ກໍນັບເປັນພາກສ່ວນທີ່ຈະຕ້ອງຈັດສັນທີ່ດິນໄວ້ເພື່ອຮອງຮັບຢ່າງກວ້າງຂວາງດ້ວຍເຊັ່ນກັນ ໃນນີ້ກໍລວມເຖິງທີ່ດິນທີ່ສະຫງວນທາງຫຼວງທີ່ມີໄລຍະທາງຍາວປະມານ 49,115 ກິໂລແມັດ ຊຶ່ງກຳນົດຂອງເຂດທາງຫຼວງເບື້ອງລະ 5-25 ແມັດຂອງແຕ່ລະປະເພດທາງຫຼວງນັ້ນ ກໍຄິດເປັນເນື້ອທີ່ທັງໝົດປະມານ 105,000 ເຮັກຕາ ຊຶ່ງໃນນີ້ຍັງບໍ່ລວມເຂດສະຫງວນທາງໃນຕົວເມືອງແຕ່ຢ່າງໃດ.

ສ່ວນຜູ້ປະສານງານກຸ່ມປະຕິບັດການທາງດ້ານຂໍ້ມູນທີ່ດິນໃນລຸ່ມແມ່ນ້ຳຂອງ (Land Information Working Group) ເປີດເຜີຍວ່າ ກະຊວງຊັບພະຍາກອນແລະສິ່ງແວດລ້ອມ ສາມາດອອກໃບຕາດິນໃຫ້ກັບປະຊາຊົນລາວ ໄດ້ພຽງ 36,000 ກວ່າຕອນ ຊຶ່ງຄິດເປັນພຽງ 12 ເປີເຊັນເທົ່ານັ້ນ ຂອງແຜນການປີ 2023 ນີ້.

XS
SM
MD
LG