ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະເທດໄທ ມີປະລິມານ ພະລັງງານໄຟຟ້າ ສຳຮອງ ເຖິງ 39 ເປີເຊັນ ຈຶ່ງບໍ່ຈຳເປັນຕ້ອງຊື້ ຫຼື ນຳເຂົ້າ ອີກຕໍ່ໄປ


ລັດວິສາຫະກິດໄຟຟ້າລາວ ຈະສົ່ງກະແສໄຟຟ້າໃນປະລິມານ 100 ເມກາວັດ ໃຫ້ ມາເລເຊຍ ຜ່ານໂຄງຂ່າຍສາຍສົ່ງ ໃນໄທ ນັບຈາກວັນທີ 1 ສິງຫາ 2018 ເປັນຕົ້ນໄປ.
ລັດວິສາຫະກິດໄຟຟ້າລາວ ຈະສົ່ງກະແສໄຟຟ້າໃນປະລິມານ 100 ເມກາວັດ ໃຫ້ ມາເລເຊຍ ຜ່ານໂຄງຂ່າຍສາຍສົ່ງ ໃນໄທ ນັບຈາກວັນທີ 1 ສິງຫາ 2018 ເປັນຕົ້ນໄປ.

ປະເທດໄທ ມີປະລິມານພະລັງງານໄຟຟ້າສຳຮອງ ໃນລະດັບທີ່ເກີນກວ່າຄວາມຕ້ອງ
ການຊົມໃຊ້ພາຍໃນ ເຖິງ 39 ເປີເຊັນ ຊຶ່ງເຮັດໃຫ້ບໍ່ຈຳເປັນຕ້ອງນຳເຂົ້າ ພະລັງງານ
ໄຟຟ້າ ຈາກຕ່າງປະເທດ ແລະລາວ ອີກຈົນເຖິງປີ 2026.

ທ່ານສິຣິ ຈິຣະພົງພັນ ລັດຖະະມົນຕີວ່າການ ກະຊວງພະລັງງານຂອງໄຟ ຖະແຫລງ
ຢືນຢັນວ່າ ການທີ່ໄທ ມີປະລິມານພະລັງງານໄຟຟ້າສຳຮອງ ໃນລະດັບທີ່ເກີນກວ່າ
ຄວາມຕ້ອງການຊົມໃຊ້ໄຟຟ້າພາຍໃນປະເທດ ທີ່ເປັນຈິງໃນອັດຕາສະເລ່ຍທີ່ສູງເຖິງ
39 ເປີເຊັນ ໃນປັດຈຸບັນນີ້ ຊຶ່ງເມື່ອພິຈາລະນາ ປະກອບກັບການຊົມໃຊ້ໄຟຟ້າພາຍໃນ
ທີ່ເພີ່ມຂຶ້ນໃນອັດຕາສະເລ່ຍ 3 ເປີເຊັນຕໍ່ປີ ຈຶ່ງເຮັດໃຫ້ສາມາດຄາດການໄດ້ວ່າ ນັບ
ຈາກປັດຈຸບັນ ໄປຈົນເຖິງປີ 2026 ປະເທດໄທ ບໍ່ມີຄວາມຈຳເປັນທີ່ຈະຕ້ອງຊື້ ຫຼືນຳ
ເຂົ້າພະລັງງານໄຟຟ້າຈາກຕ່າງປະເທດ ເພີ່ມຂຶ້ນອີກແຕ່ຢ່າງໃດ.

ຍິ່ງໄປກວ່ານັ້ນ ລັດຖະບານໄທ ຍັງໄດ້ກຳນົດແຜນ ການພັດທະນາແຫລ່ງພະລັງງານ
ທາງເລືອກທີ່ແນໃສ່ການເສີມສ້າງຄວາມໝັ້ນຄົງດ້ານພະລັງງານ ໃນລະຍະຍາວ
ໄວ້ເປັນທີ່ຮຽບຮ້ອຍແລ້ວອີກດ້ວຍ ໝາຍຄວາມວ່າປະເທດໄທ ຈະລົດການນຳເຂົ້າ
ພະລັງງານໄຟຟ້າຈາກຕ່າງປະເທດລົງ ຢ່າງຕໍ່ເນື່ອງ ແລະຈະສົ່ງເສີມການຜະລິດ
ພະລັງງານທາງເລືອກພາຍໃນປະເທດ ໃຫ້ຫຼາຍຂຶ້ນນັບມື້ ດັ່ງທີ່ທ່ານສິຣິ ໃຫ້ການ
ຢືນຢັນວ່າ:

“ເຮົາສາມາດທີ່ຈະນຳນະວັດຕະກຳໃໝ່ໆ ບໍ່ວ່າຈະເລື້ອງຂອງພະລັງ
ໂຊລາຣ (ແສງຕາເວັນ) ເລື້ອງຂອງເຊື້ອໄຟຊີວະພາກໃນການປັ່ນໄຟຟ້າ
ໃນການຜະລິດໄຟຟ້າຕ່າງໆ ເຊັ່ນນີ້ ເຮັດແລ້ວສາມາດສ້າງຄວາມໝັ້ນຄົງ
ໃຫ້ກັບລະບົບພະລັງງານຂອງປະເທດ ໂດຍມີປະສິດທິພາບ ແລະທີ່ສຳຄັນ
ທີ່ສຸດ ກໍຖືໃນກອບທີ່ລາຄາພະລັງງານ ບໍ່ແພງຂຶ້ນ ເຮົາມີທິດທາງທີ່ຈະເພີ່ມ
ປະລິມານພະລັງງານທາງເລືອກທີ່ເຮົາຜະລິດເອງ ສ້າງເອງ.”

ພິທີເຊັນສັນຍາ ຊື້-ຂາຍ ພະລັງໄຟຟ້າ ລະຫວ່າງ ໄທ ແລະລາວ ໂດຍມີນາຍົກລັດຖະມົນຕີ ຂອງໄທ ແລະລາວ ເຂົ້າຮ່ວມເປັນສັກຂີພະຍານ ຊຶ່ງລັດຖະບານໄທ ໄດ້ຕົກລົງຮັບຊື້ກະແສໄຟຟ້າຈາກລາວ 9,000 ເມກາວັດ ເປັນເວລາ 25 ປີ ນັບຈາກປີ 2019-2044.
ພິທີເຊັນສັນຍາ ຊື້-ຂາຍ ພະລັງໄຟຟ້າ ລະຫວ່າງ ໄທ ແລະລາວ ໂດຍມີນາຍົກລັດຖະມົນຕີ ຂອງໄທ ແລະລາວ ເຂົ້າຮ່ວມເປັນສັກຂີພະຍານ ຊຶ່ງລັດຖະບານໄທ ໄດ້ຕົກລົງຮັບຊື້ກະແສໄຟຟ້າຈາກລາວ 9,000 ເມກາວັດ ເປັນເວລາ 25 ປີ ນັບຈາກປີ 2019-2044.

ທັງນີ້ ໂດຍໃນປັດຈຸບັນ ລັດຖະບານໄທ ໄດ້ຕົກລົງຮັບຊື້ກະແສໄຟຟ້າຈາກລາວ
9,000 ເມກາວັດ ເປັນເວລາ 25 ປີ ນັບຈາກປີ 2019-2044 ຫາກແຕ່ວ່າພາຍໃນປີ
2021 ລາວ ກໍຈະມີແຫລ່ງຜະລິດພະລັງງານໄຟຟ້າເຖິງ 100 ໂຄງການ ທີ່ມີກຳລັງ
ຕິດຕັ້ງລວມ 13,000 ເມກາວັດ ທັງຍັງຄາດວ່າ ການຊົມໃຊ້ພະລັງງານໄຟຟ້າໃນ
ລາວ ຈະເພີ່ມຂຶ້ນເປັນ 2,862 ເມກາວັດ ໃນປີ 2021 ໝາຍຄວາມວ່າ ລາວ ຈະມີ
ພະລັງງານໄຟຟ້າເຫຼືອ ໃນປະລິມານ 1,138 ເມກາວັດ ທີ່ຈະຕ້ອງສົ່ງໄປຂາຍໃຫ້
ປະເທດອື່ນ ທີ່ບໍ່ແມ່ນປະເທດໄທນັ້ນເອງ.

ກ່ອນໜ້ານີ້ ໄດ້ມີການລົງນາມໃນຂໍ້ຕົກລົງ 3 ຝ່າຍ ວ່າດ້ວຍການຊື້-ຂາຍ ແລະ
ການສົ່ງກະແສໄຟຟ້າ ລະຫວ່າງລາວ ໄທ ແລະ ມາເລເຊຍໃນທ້າຍປີ 2017 ໂດຍ
ລັດວິສາຫະກິດໄຟຟ້າລາວ ຈະສົ່ງກະແສໄຟຟ້າໃນປະລິມານ 100 ເມກາວັດ ໃຫ້
ມາເລເຊຍ ຜ່ານໂຄງຂ່າຍສາຍສົ່ງໃນໄທ ນັບຈາກວັນທີ 1 ສິງຫາ 2018 ເປັນຕົ້ນ
ໄປ ສ່ວນການສົ່ງກະແສໄຟຟ້າຂາຍໃຫ້ຫວຽດນາມ ກຳປູເຈຍ ແລະມຽນມາ ກໍຍັງ
ບໍ່ສາມາດທີ່ຈະດຳເນີນການໄດ້ຢ່າງເຕັມສ່ວນ ເພາະຍັງມີໂຄງຂ່າຍສາຍສົ່ງຢ່າງ
ຈຳກັດ.

ນອກຈາກນັ້ນ ແຜນການເຊື່ອມຕໍ່ລະບົບສາຍສົ່ງກະແສໄຟຟ້າ ຈາກລາວຜ່ານໄທ-
ມາເລເຊຍ ເພື່ອໄປໃຫ້ເຖິງ ສິງກະໂປ ກໍຍັງບໍ່ສາມາດຈັດການລົງນາມໄດ້ ເນື່ອງ
ຈາກ ລັດຖະບານ ມາເລເຊຍຕ້ອງການສຶກສາສຳຫຼວດ ກ່ຽວກັບຜົນກະທົບ ຈາກ
ການເຊື່ອມຕໍ່ລະບົບສາຍສົ່ງກະແສໄຟຟ້າ ລະຫວ່າງ ມາເລເຊຍ ກັບ ສິງກະໂປ
ທີ່ໄດ້ມາດຕະຖານສາກົນເສຍກ່ອນ ຊຶ່ງໃນປັດຈຸບັນ ການສຶກສາສຳຫຼວດດັ່ງກ່າວ
ກໍຍັງບໍ່ແລ້ວເສັດ ຈຶ່ງເຮັດໃຫ້ການສົ່ງພະລັງງານໄຟຟ້າຈາກລາວ ໄປຂາຍໃຫ້
ສິງກະໂປ ນັ້ນ ບໍ່ສາມາດເກີດຂຶ້ນໄດ້ຢ່າງເປັນຮູບປະທຳ.

ທັງນີ້ ໂດຍທາງການລາວ ທັງຂັ້ນສູນກາງ ແລະທ້ອງຖິ່ນໄດ້ລົງນາມ ໃນບັນທຶກ
ຄວາມເຂົ້າໃຈ (MOU) ຮ່ວມກັບບໍລິສັດເອກກະຊົນລາວ ແລະ ຕ່າງປະເທດ
ກ່ຽວກັບ ການພັດທະນາແຫລ່ງພະລັງງານໄຟຟ້າແລ້ວ 357 ໂຄງການ ມີກຳລັງ
ຕິດຕັ້ງລວມ 26,147 ເມກາວັດ ທີ່ຜະລິດກະແສໄຟຟ້າໄດ້ລວມກັນເຖິງ 115,118
ລ້ານ ກິໂລວັດ/ໂມງ ພາຍໃຕ້ເປົ້າໝາຍ ເພື່ອພັດທະນາລາວ ໃຫ້ເປັນຜູ້ສົ່ງອອກ
ພະລັງງານໄຟຟ້າລາຍໃຫຍ່ ໃນກຸ່ມອາຊຽນ ກໍຄືການເປັນໝໍ້ໄຟຂອງອາຊຽນ
(Battery of ASEAN) ໃຫ້ໄດ້ຫາກແຕ່ວ່າດ້ວຍຜົນ ຈາກການປັບປ່ຽນແຜນ
ການພັດທະນາທາງດ້ານພະລັງງານຂອງໄທຄັ້ງນີ້ ກໍຍ່ອມຈະສົ່ງຜົນກະທົບຕໍ່
ແຜນການ ແລະເປົ້າໝາຍດັ່ງກ່າວຂອງລັດຖະບານລາວ ຢ່າງຫລີກລ່ຽງບໍ່ໄດ້.

ສ່ວນການຊົມໃຊ້ພະລັງງານໄຟຟ້າໃນລາວ ຄາດໝາຍວ່າ ຈະເພີ່ມຂຶ້ນເປັນ 2,862
ເມກາວັດ ກັບ 7,093 ເມກາວັດ ໃນປີ 2021 ແລະປີ 2030 ຕາມລຳດັບ.

XS
SM
MD
LG