ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໐໓ ພຶດສະພາ ໒໐໒໔

ແຮງງານລາວ ກວ່າ 64,000 ຄົນວ່າງງານ ໃນປັດຈຸບັນ ໃນຂະນະທີ່ ໂຮງງານຕັດຫຍິບ ຂາດແຄນແຮງງານ ກວ່າ 9 ພັນຄົນ


ພະນັກງານໂຮງງານຕັດຫຍິບແຫ່ງນຶ່ງ ໃນນະຄອນວຽງຈັນ, ສປປ ລາວ
ພະນັກງານໂຮງງານຕັດຫຍິບແຫ່ງນຶ່ງ ໃນນະຄອນວຽງຈັນ, ສປປ ລາວ

ແຮງງານລາວ ຈຳນວນຫຼາຍກວ່າ 64,000 ຄົນ ຍັງມີຖານະເປັນຜູ້ວ່າງງານໃນປັດຈຸບັນ ໃນຂະນະທີ່ໂຮງງານອຸດສາຫະກຳຜະລິດເສື້ອຜ້າສຳເລັດຮູບໃນລາວ ຍັງຂາດແຄນແຮງງານຫຼາຍກວ່າ 9,000 ຄົນ ຊຶ່ງ ຊົງຣິດ ໂພນເງິນ ມີລາຍງານ ຈາກບາງກອກ.

ນັກທຸລະກິດໃນສະມາຄົມຕັດຫຍິບແຫ່ງຊາດລາວ ເປີດເຜີຍວ່າ ການສົ່ງອອກເຄື່ອງນຸ່ງຫົ່ມຂອງລາວ ມີທ່າອຽງເພີ້ມຂຶ້ນໃນປີ 2023 ນີ້ ຊຶ່ງເຮັດໃຫ້ໂຮງງານຕັດຫຍິບທັງ 85 ແຫ່ງໃນລາວ ໄດ້ກັບຄືນມາເລັ່ງການຜະລິດເພື່ອໃຫ້ທັນກັບການສົ່ງຊື້ຈາກຕ່າງປະເທດທີ່ເພີ້ມຂຶ້ນ ແຕ່ວ່າ ບັນຫາທີ່ບັນດາຜູ້ປະກອບການກຳລັງປະເຊີນຢູ່ໃນປັດຈຸບັນ ກຊຄືການຂາດແຄນແຮງງານຫຼາຍກວ່າ 9,000 ຄົນ ທັງນີ້ ໂດຍເຊື່ອວ່າ ມີສາເຫດມາຈາກອັດຕາຄ່າຈ້າງຂັ້ນຕ່ຳ ຂອງຜູ້ອອກ ແຮງງານລາວ ໃນປັດຈຸບັນ ຢູ່ທີ່ລະດັບພຽງ 1.3 ລ້ານກີບຕໍ່ເດືອນເທົ່ານັ້ນ ຊຶ່ງບໍ່ພຽງພໍກັບຄ່າຄອງຊີບທີ່ປັບຕົວສູງຂຶ້ນ ໃນຂະນະທີ່ຄ່າເງິນກີບ ກໍຕົກຕ່ຳລົງຢ່າງຕໍ່ເນື່ອງນັ້ນ ຈຶ່ງເຮັດໃຫ້ສະມາຄົມຕັດຫຍິບແຫ່ງຊາດລາວ ໄດ້ແກ້ໄຂບັນຫາດັ່ງກ່າວ ດ້ວຍການປັບຂຶ້ນອັດຕາຄ່າຈ້າງໃຫ້ສອດຄ້ອງກັບສະພາບການແລ້ວ ໃນເວລານີ້ ດັ່ງທີ່ນັກທຸລະກິດລາວ ຢືນຢັນວ່າ:

“ຄ່າແຮງງານບ້ານເຮົາ ກະຍັງຖືວ່າ ຄ່າແຮງງານຍັງຕໍ່າຢູ່ ຕອນນີ້ແຮງຕໍ່າຫຼາຍ ແຕ່ວ່າມັນກະເປັນຜົນສະທ້ອນອັນນຶ່ງກັບຄືນມາອີກເນາະ ຄວາມໝາຍຖ້າຫາກປຽບທຽບວ່າ ໃນເມື່ອກ່ອນ ເງິນເດືອນຕໍ່າສຸດ ຄັນຖ້າວ່າ ທຽບໃສ່ເງິນຕາຕ່າງ ປະເທດກະສິແມ່ນ 120 ກວ່າຫຼຽນເນາະ ແຕ່ມາປັດຈຸບັນນີ້ ຄັນວ່າ ຄ່າແຮງງານຂັ້ນຕໍ່າແມ່ນ 1,200,000 ຄັນທຽບໃສ່ປັດຈຸບັນນີ້ ກມີແຕ່ 80 ຫຼຽນເນາະ ກະຖືວ່າ ກຳລັງເຈລະຈາກັນໃຫ້ຍົກລະດັບເງິນເດືອນນີ້ຂຶ້ນຕື່ມອີກເນາະ ແຕ່ເງິນປົກກະຕິທີ່ພວກເຮົາຈ່າຍມັນກໍກາຍ ຫັ້ນຢູ່ແລ້ວ ຢ່າງໜ້ອຍກໍຕ້ອງແມ່ນ 2,500,000 ຂຶ້ນໄປ ອັນນີ້ແມ່ນເງິນທີ່ວ່າ ພະນັກງານໄດ້ຮັບ ບໍ່ເວົ້າເຖິງສະຫວັດດີການອື່ນໆ.”

ທາງດ້ານສະຫະພັນກຳມະບານລາວ ລາຍງານວ່າ ໃນປັດຈຸບັນແຮງການລາວ ທີ່ວ່າງງານມີຈຳນວນ 64,000 ກວ່າຄົນ ຈາກກຳລັງແຮງງານທີ່ຢູ່ໃນພາກການຜະລິດຕ່າງໆຈຳນວນທັງໝົດ 2.4 ລ້ານກວ່າຄົນ ໃນທົ່ວປະເທດ ດັ່ງທີ່ ທ່ານນາງອາລີ ວົງໜໍ່ບຸນທຳ ປະທານສະຫະພັນກຳມະບານລາວ ຢືນຢັນວ່າ:

“ຈຸດພິເສດຂອງຜູ້ອອກແຮງງານລາວ ໃນເກນ 25-64 ປີ ກວມເອົາ 68.7 ເປີເຊັນຜູ້ທີ່ມີວຽກເຮັດງານທຳທັງໝົດ 2.4 ລ້ານກວ່າຄົນ ກວມເອົາ 97.6 ເປີເຊັນຂອງກຳລັງແຮງງານທັງໝົດ ມີຜູ້ວ່າງງານທັງໝົດ 64,000 ກວ່າຄົນ ໃນນີ້ມີແມ່ຍິງ 21,000 ກວ່າຄົນ ກວມເອົາ 34.4 ເປີເຊັນຂອງຜູ້ວ່າງງານ.”

ທ່ານນາງອາລີ ໃຫ້ການຢືນຢັນດ້ວຍວ່າ ໃນຕົ້ນປີ 2023 ມີແຮງງານລາວ 38,000 ກວ່າຄົນທີ່ເດີນທາງໄປເຮັດວຽກຢ່າງຖືກຕ້ອງຕາມກົດໝາຍໃນຕ່າງ ປະເທດ ໃນນີ້ເປັນແຮງງານເພດຍິງ 21,000 ກວ່າຄົນ ໂດຍໄທ ກໍຄືປະເທດທີ່ແຮງງານລາວ ເດີນທາງໄປທຳງານຫຼາຍທີ່ສຸດ.

ສ່ວນເຈົ້າໜ້າທີ່ກະຊວງແຮງງານແລະສະຫວັດດີການສັງຄົມ ເປີດເຜີຍວ່າ ອັດ ຕາຄ່າຈ້າງແຮງງານລາວ ໃນປັດຈຸບັນນີ້ ຖືເປັນອັດຕາຄ່າຈ້າງທີ່ຕ່ຳທີ່ສຸດ ໃນອາຊຽນດ້ວຍກັນ ໂດຍສິງກະໂປ ເປັນປະເທດທີ່ມີອັດຕາຄ່າຈ້າງສູງສຸດ ຕາມດ້ວຍ ບຣູນາຍ ມາເລເຊຍ ອິນໂດເນເຊຍ ໄທ ຟີລິບປິນ ຫວຽດນາມ ກຳປູເຈຍ ແລະມຽນມາ ໂດຍເມື່ອພິຈາລະນາປະກອບກັບຄ່າຄອງຊີບດ້ວຍນັນ ກໍຍັງປາກົດວ່າ ແຮງງານລາວ ຕ້ອງແບກຮັບພາລະຄ່າຄອງຊີບສູງທີ່ສຸດດ້ວຍ ໂດຍເຫັນໄດ້ຈາກອັດຕາເງິນເຟີ້ທີ່ສູງກວ່າ 40 ເປີເຊັນ ແລະດັດຊະນີລາຄາການຊົມໃຊ້ທີ່ສູງກວ່າ 170 ເປີເຊັນໃນ 5 ເດືອນຕົ້ນປີ 2023 ທຽບໃສ່ໄລຍະດຽວກັນໃນປີ 2022 ອັນຖືເປັນສະພາວະການຄອງຊີບທີ່ຫຍຸ້ງຍາກ ແລະລຳບາກຢ່າງຍິ່ງສຳລັບຜູ້ອອກແຮງງານໃນລາວ ຈຶ່ງໄດ້ພາກັນເດີນທາງໄປເຮັດວຽງໃນໄທ ເພີ້ມຂຶ້ນນັບມື້ ເພາະມີອັດຕາຄ່າຈ້າງສູງກວ່າໃນລາວນັ້ນເອງ.

ໂດຍກະຊວງແຮງງານໄທ ລາຍງານວ່າ ແຮງງານລາວ ໄດ້ຮັບອະນຸຍາດໃຫ້ເຮັດວຽກຢ່າງຖືກຕ້ອງຕາມກົດໝາຍໃນໄທ ຈຳນວນທັງໝົດ 200,296 ຄົນ ໃນປັດຈຸບັນ ຫາກແຕ່ນາຍຈ້າງໃນໄທ ຍັງຕ້ອງການແຮງງານເພີ້ມອີກຫຼາຍກວ່າ 8 ແສນຄົນໃນປີ 2023 ນີ້ ໂດຍລັດຖະບານໄທ ອະນຸຍາດໃຫ້ນຳເຂົ້າແຮງງານໂດຍຜ່ານບໍລິສັດທີ່ລັດຖະບານລາວ ກຳປູເຈຍ ຫວຽດນາມ ແລະມຽນມາ ໃຫ້ ການຮັບຮອງເທົ່ານັ້ນ ຫາກແຕ່ດ້ວຍຄ່າທຳນຽມການຈັດຫາງານທີ່ສູງກວ່າ 1,300 ໂດລາ ສຳລັບແຮງງານລາວ ແຕ່ລະຄົນທີ່ຕ້ອງການຈະເດີນທາງໄປທຳງານໃນໄທ ນັ້ນ ເຄືອຂ່າຍຄຸ້ມຄອງແຮງງານອົບພະຍົບໃນອາຊຽນ ຈຶ່ງໄດ້ປະເມີນວ່າ ຈະມີແຮງງານລັກລອບເຮັດວຽກໂດຍຜິດກົດໝາຍໃນໄທ ເພີ້ມຂຶ້ນອີກ ລວມເຖິງແຮງງານລາວ ດ້ວຍນັ້ນເອງ.

XS
SM
MD
LG