ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຂ້າທາດ ສະໄໝໃໝ່ ກຳລັງເພີ້ມຂຶ້ນ ແລະ ຈຳເປັນ ຕ້ອງໄດ້ເອົາບາດກ້າວ


ຊາວປະມົງທີ່ຖືກໃຊ້ເປັນຂ້າທາດ ຮວມທັງ ອິນໂດເນຍເຊຍ ແລະ ໄທຫ້າຄົ ນທີ່ຖືກຈັບໃນຂໍ້ຫາຄ້າມະນຸດ ທີ່ພົວພັນກັບການໃຊ້ແຮງງານແບບຂ້າທາດ ໃນອຸດສາຫະກຳຫາປາທາງທະເລ.
ຊາວປະມົງທີ່ຖືກໃຊ້ເປັນຂ້າທາດ ຮວມທັງ ອິນໂດເນຍເຊຍ ແລະ ໄທຫ້າຄົ ນທີ່ຖືກຈັບໃນຂໍ້ຫາຄ້າມະນຸດ ທີ່ພົວພັນກັບການໃຊ້ແຮງງານແບບຂ້າທາດ ໃນອຸດສາຫະກຳຫາປາທາງທະເລ.

ອົງການ​ນຶ່ງ​ຂອງອອສ​ເຕຣ​ເລຍ ທີ່​ໄດ້​ຕິດ​ຕາມເບິ່ງຂ້າ​ທາດ​ສະ​ໄໝ​ໃໝ່ ກ່າວ​ວ່າ ບັນດາ​ປະ​ ເທດຕ່າງໆແມ່ນ​ດຳ​ເນີນ​ການ​ບໍ່​ພຽງພໍໃນ​ການ​ຕໍ່ສູ້​ກັບການ​ກະທຳທີ່ເປັນ​ຜົນ​ກະທົບ​ຕໍ່ 45 ລ້ານ​ຄົນ​ຢູ່​ໃນ​ທົ່ວ​ໂລກ ຊື່​ງ​ເລື້ອຍໆ​ມັກ​ຈະ​ເປັນ​ການ​ສົມຮູ້​ຮ່ວມ​ຄິດ​ຂອງ​ລັດຖະບານ ພ້ອມ ​ທັງ​ການຂັດແຍ້​ງຢູ່​ໃນ​ລະດັບ​ສູງແລະ​ຄວາມ​ບໍ່​ທຸນ​ທ່ຽງທາງ​ດ້ານ​ການ​ເມືອງ.

ດັດຊະນີຂ້າທາດຢູ່ທົ່ວໂລກ
ດັດຊະນີຂ້າທາດຢູ່ທົ່ວໂລກ

ຮວມ​ຢູ່​ໃນ​ບັນດາ​ປະ​ເທດ​ທີ່​ຖືກ​ລະບຸ​ຊື່ວ່າ​ດຳ​ເນີນ​ການ​ບໍ່​ພຽງພໍ​ເພື່ອ​ປາບ​ປາມ​ການ​ມີ​ຂ້າ​ ທາດແມ່ນ​ປະກອບ​ດ້ວຍ ​ເກົາຫລີ​ເໜືອ ອີຣ່ານ ​ເອຣິ​ເທຣຍ ສາທາລະນະ​ອາ​ຟຣິກາ​ກາງ ສາທາລະນະ​ລັດ​ຄອງ​ໂກແລະ​ຊູ​ດານ​ໃຕ້. ສະພາບຂອງ​ຂ້າ​ທາດແມ່ນ​ຮວມ​ທັງ​ການ​ບັງ​ຄັບ ໃຊ້​ແຮງ​ງານ ການ​ບັງຄັບ​ໃຊ້​ແຮງ​ງານ​ຢູ່​ໃນ​ຄຸກ ການ​ປະ​ເວ​ນີ ​ແລະການ​ບັງຄັບ​ໃຫ້​ພວກ ​ແມ່ຍິງແຕ່ງງານ.

Report: Nearly 46 Million People Live in Slavery
please wait

No media source currently available

0:00 0:02:14 0:00

ມູນ​ນິທິ Walk Free Foundation ທີ່ຢູ່​ເບື້ອງ​ຫລັງ​ການ​ຄົ້ນຄວ້າ ກ່າວ​ວ່າ ​ເກົາຫລີ​ເໜືອ ມີ​ເປີ​ເຊັນ​ສູງ​ທີ່​ສຸດ​ທີ່​ໃຊ້​ພົນລະ​ເມືອງເປັນ​ຂ້າ​ທາດ ສີ່​ຈຸດ 37 ​ເປີ​ເຊັນ ​ຫລື​ເກືອບ​ນຶ່ງ​ໃນທຸກໆ 20 ຄົນ​ໃດ ແມ່ນ​ເປັນຂ້າ​ທາດ​ຮັບ​ໃຊ້. ອິນ​ເດຍມີໂຕ​ເລກ​ສູງ​ທີ່​ສຸດ​ ທີ່​ຜູ້​ຄົນດຳລົງ​ຊີວິດຢູ່​ໃນ​ສະພາບເປັນຂ້າ​ທາດ ​ໃນ​ຈຳນວນ 18 ລ້ານ 3 ​ແສນ 5 ໝື່ນ​ຄົນ ຕິດຕາມ​ມາ​ດ້ວຍ​ຈີນ 3 ລ້ານ 3 ​ແສນ 9 ໝື່ນ​ຄົນ ​ແລະ​ປາ​ກິສຖານ 2 ລ້ານ 1 ​ແສນ 3 ໝື່ນ​ຄົນ.

ບັນດາອົງການແນວໂຮມ ແລະບໍລິສັດຕ່າງໆປະທ້ວງຕ້ານການບັ'ຄັບໃຊ້ແຮງງານເດັກນ້ອຍທີ່ສວນຝ້າຍຂອງ Uzbekistan.
ບັນດາອົງການແນວໂຮມ ແລະບໍລິສັດຕ່າງໆປະທ້ວງຕ້ານການບັ'ຄັບໃຊ້ແຮງງານເດັກນ້ອຍທີ່ສວນຝ້າຍຂອງ Uzbekistan.

ຈຳນວນດັ່ງກ່າວ​ເພີ້​ມຂື້ນ 10 ລ້ານ ນັບ​ແຕ່​ການ​ສຳ​ຫລວດ​ຂອງ​ກຸ່​ມ​ເທື່ອ​ທຳ​ອິດ ໃນ​ປີ 2014.

ຫົວໜ້າມູນ​ນິທິ Walk Free ທ່ານນາງ Fiona David ກ່າວ​ວ່າ ຫລາຍໆ​ຄົນ ຂອງ​ພວກ​ທີ່ຂ້າ​ທາດ​ເຫລົ່າ​ນັ້ນ ​ແມ່ນ​ເຮັດ​ວຽກ​ພາຍ​ໃຕ້​ສະພາບການ​ບັງຄັບ​ອອກ​ແຮງ​ງາ​ນ ​ເພື່ອ​ເຮັດ​ເຄື່ອງນຸ່ງ ທີ່​ສົ່ງ​ອອກໃນທົ່ວ​ໂລກ ​ແລະ​ບັນດາ​ຜູ້ບໍລິ​ໂພ​ກທີ່​ຊື້​ພ​ະລິດ​ຕະພັນ​ດັ່ງກ່າວ ອາດ​ຈະຊ່ວຍ​ເຮັດໃຫ້​ເກີດ​ບັນຫາ​ດັ່ງກ່າວ. ​

ອ່ານຂ່າວນີເພີ້ມເປັນພາສາອັງກິດ

XS
SM
MD
LG