ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ຄວາມຄຽດແຄ້ນ ຍ້ອນການສັງຫານໝູ່ໃນປີ 1976 ເປັນແຮງຊຸກຍູ້ໃຫ້ ເກີດຂະບວນການ ເພື່ອປະຊາທິປະໄຕຂອງໄທ


ພວກນັກເຄື່ອນໄຫວເພື່ອປະຊາທິປະໄຕ ຮ້ອງໂຮຄຳຂວັນ ໃນລະຫວ່າງການປະທ້ວງຢູ່ທີ່ ມະຫາວິທະຍາໄລ ທຳມະສາດ ໃນນະຄອນຫຼວງບາງກອກຂອງໄທ, ວັນທີ 19 ກັນຍາ 2020. Demonstrators are calling for a new election and democratic reforms.
ພວກນັກເຄື່ອນໄຫວເພື່ອປະຊາທິປະໄຕ ຮ້ອງໂຮຄຳຂວັນ ໃນລະຫວ່າງການປະທ້ວງຢູ່ທີ່ ມະຫາວິທະຍາໄລ ທຳມະສາດ ໃນນະຄອນຫຼວງບາງກອກຂອງໄທ, ວັນທີ 19 ກັນຍາ 2020. Demonstrators are calling for a new election and democratic reforms.

ການກັບຄືນໄປມະຫາວິທະຍາໄລທັມມະສາດ 44 ປີຫຼັງຈາກໄດ້ມີການສັງຫານໝູ່ ຍານາງພົດຈະນີ ທິລ (Pojanee Theil) ກ່າວວ່າ ປະເທດໄທຍັງຕິດຄ້າງຢູ່ໃນວົງຈອນ.

ບໍ່ເທົ່າໃດຮ້ອຍແມັດຫ່າງຈາກພະຣາຊະວັງຫຼວງ ວິທະຍາເຂດຂອງພວກນັກສຶກສາຫົວຮຸນແຮງ ໃນຄັ້ງນຶ່ງນັ້ນ ເຄີຍເປັນຈຸດສູນກາງ ຮອງຮັບການປະທ້ວງເພື່ອປະຊາທິປະໄຕ ໂດຍຮຽກຮ້ອງໃຫ້ມີການປະຕິຮູບສັງຄົມ ແລະ ການເມືອງຂອງໄທ.

ແຕ່ດັ່ງດຽວກັນກັບໃນຄັ້ງທີ່ຜ່ານໆມາ ທາງກອງທັບໄດ້ປະຕິເສດຕໍ່ຍອມຖອນຕົວຈາກອຳນາດແລະການຂົ່ມຂູ່ຈາກການຈັດຕັ້ງຂອງພວກນິຍົມກະສັດຍັງມີຢູ່ຕໍ່ມາ.

ຍານາງພົດຈະນີ ອາຍຸ 64 ທີ່ໄດ້ຮູ້ເຫັນເປັນພະຍານ ກ່ຽວກັບເຫດການທີ່ເກີດຂຶ້ນໃນວັນທີ 6 ຕຸລາປີ 1976 ຊຶ່ງເປັນເຫດການທີ່ຝຸງຊົນນິຍົມກະສັດແລະກຳລັງຮັກສາຄວາມສະຫງົບໄດ້ສັງຫານພວກນັກສຶກສາທີ່ທຳການປະທ້ວງຈຳນວນນຶ່ງໃນລະຫວ່າງການເດີນທາງກັບຄືນປະເທດຂອງນາຍພົນທີ່ປະຊາຊົນມີຄວາມຄຽດຊັງນັ້ນ ກ່າວວ່າ “ພວກເຂົາເຈົ້າເຮັດແບບນີ້ໄດ້ຈັງໃດຕໍ່ມະນຸດດ້ວຍກັນ? ຂ້າພະເຈົ້າໄດ້ກັບຄືນມາ ບ່ອນທີ່ຂ້າພະເຈົ້າເຄີຍຍັງເປັນເດັກ... ແລະປະເທດນີ້ ກໍບໍ່ໄດ້ໄປໃສເລີຍຕັ້ງແຕ່ນັ້ນມາ.”

ໃນປີ 1976 ພວກປະທ້ວງຝ່າຍຊ້າຍ ຮຽກຮ້ອງໃຫ້ນຳໃຊ້ລັດຖະທຳມະນູນສະບັບໃໝ່ ແລະຂັບໄລ່ຈອມພົນຖະໜອມ ກິດຕິຂະຈອນ ນາຍທະຫານທີ່ຕໍ່ຕ້ານຄອມມູນິສຢ່າງຮຸນແຮງ ຊຶ່ງໄດ້ເດີນທາງກັບຄືນປະເທດ.

ເທື່ອນີ້ ພວກນັກສຶກສາ ທີ່ມະຫາວິທະຍາໄລທັມມະສາດ ແມ່ນໄດ້ພາກັນຮຽກຮ້ອງຫຼາຍຂຶ້ນກວ່າເກົ່າ.

ພວກເຂົາເຈົ້າຕ້ອງການຢາກໃຫ້ມີການປ່ຽນລັດຖະບານ ນຳໃຊ້ລັດຖະທຳມະນູນສະບັບໃໝ່ ແລະປະຕິຮູບສະຖາບັນກະສັດແບບທີ່ບໍ່ເຄີຍມີມາກ່ອນ ຊຶ່ງເປັນສະຖາບັນທີ່ຢູ່ສູງເກີນກວ່າປະຊາຊົນຈະຕ້ອງຕິໄດ້ທັງໆທີ່ປະເທດໄທໄດ້ເກີດຄວາມວຸ້ນວາຍມາເປັນເວລາຫຼາຍໆທົດສະວັດແລ້ວກໍຕາມ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG