ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທະຫານ ມຽນມາ ຕັ້ງຂໍ້ກ່າວຫາທີສອງ ຕໍ່ທ່ານນາງ ອອງ ຊານ ຊູ ຈີ


ຜູ້ປະທ້ວງຄົນນຶ່ງຖືປ້າຍ ແລະ ທຽນ ໃນລະຫວ່າງການປະທ້ວງຕໍ່ຕ້ານການກໍ່ລັດຖະປະຫານໃນນະຄອນ ຢ່າງກຸ້ງ, ມຽນມາ. 16 ກຸມພາ, 2021.
ຜູ້ປະທ້ວງຄົນນຶ່ງຖືປ້າຍ ແລະ ທຽນ ໃນລະຫວ່າງການປະທ້ວງຕໍ່ຕ້ານການກໍ່ລັດຖະປະຫານໃນນະຄອນ ຢ່າງກຸ້ງ, ມຽນມາ. 16 ກຸມພາ, 2021.

ບັນດາເຈົ້າໜ້າທີ່ ມຽນມາ ໄດ້ຕັ້ງຂໍ້ກ່າວຫາທີສອງ ຕໍ່ຜູ້ນຳທີ່ຖືກປົດອອກຈາກຕຳແໜ່ງ ທ່ານນາງ ອອງ ຊານ ຊູ ຈີ ໃນວັນອັງຄານວານນີ້, ໃນການເຄື່ອນໄຫວທາງກົດໝາຍທີ່ປາກົດວ່າຈະສາມາດກັກຂັງທ່ານນາງຢ່າງບໍ່ມີກຳນົດ.

ທະນາຍຄວາມຂອງທ່ານນາງ ຊູ ຈີ ໄດ້ກ່າວຕໍ່ບັນດານັກຂ່າວໃນນະຄອນຫຼວງ ເນປີດໍ ຫຼັງຈາກການປະຊຸມກັບຜູ້ພິພາກສາຄົນນຶ່ງວ່າ ທ່ານນາງໄດ້ຖືກຕັ້ງຂໍ້ກ່າວຫາ ກ່ຽວກັບ ການລະເມີດມາດຕະການຫ້າມເພື່ອຄວບຄຸມ COVID-19 ຂອງປະເທດ.

ທ່ານນາງ ຊູ ຈີ, ທີ່ຖືກກັກຂັງໃນທີ່ພັກທາງການຂອງທ່ານນາງໃນນະຄອນຫຼວງ ເນປີດໍ ນັບຕັ້ງແຕ່ການກໍ່ລັດຖະປະຫານໃນເດືອນນີ້ໄດ້ເກີດຂຶ້ນນັ້ນ, ໄດ້ຖືກຕັ້ງຂໍ້ກ່າວຫາກ່ອນໜ້ານີ້ ກ່ຽວກັບ ການນຳເຂົ້າເຄື່ອງສົ່ງຮັບວິທະຍຸຢ່າງຜິດກົດໝາຍໂດຍປາສະຈາກລາຍເຊັນ. ເປັນການລະເມີດກົດ ໝາຍທີ່ສາມາດລົງໂທດໄດ້ ດ້ວຍການຂັງຄຸກດົນສຸດ 3 ປີ.

ປະທານາທິບໍດີ ຢູ ວິນ ມິນ ກໍຖືກກັກຂັງໃນທີ່ພັກເຊັ່ນກັນ.

ໃນການສຳພາດ ກັບວີໂອເອພະແນກພາສາ ມຽນມາ ນັ້ນ, ທະນາຍຄວາມຂອງບັນດາຜູ້ນຳທີ່ຖືກຂັບໄລ່ອອກຈາກຕຳແໜ່ງ, ທ່ານ ຢູ ຄິນ ໂມງ ຊໍ, ໄດ້ກ່າວວ່າ ລັດຖະທຳມະນູນປີ 2008 ຂອງປະ ເທດຫ້າມປະທານາທິບໍດີບໍ່ໃຫ້ຖືກຕັ້ງຂໍ້ກ່າວຫາຄວາມຜິດທາງອາຍາ, ການສະແດງຂໍ້ກ່າວຫາຕໍ່ລາວແມ່ນຜິດກົດໝາຍ ແລະ ບໍ່ຖືກຕ້ອງ.

ທ່ານ ໂມງ ຊໍ ຍັງໄດ້ກ່າວວ່າການຕັ້ງຂໍ້ກ່າວຫາຫຼ້າສຸດຕໍ່ທ່ານນາງ ຊູ ຈີ ແມ່ນມີຈຸດປະສົງທາງການເມືອງ ແລະ ໄດ້ແນເປົ້າໃສ່ການກັກບໍລິເວນທ່ານນາງໃຫ້ຢູ່ໃນບ້ານ.

ຂໍ້ກ່າວຫາໃໝ່ຕໍ່ທ່ານນາງ ຊູ ຈີ ໄດ້ມີຂຶ້ນໃນຂະນະທີ່ທະຫານໄດ້ຂະຫຍາຍການປາບປາມຂອງເຂົາເຈົ້າ ຫຼັງຈາກໄດ້ໂຄ່ນລົ້ມລັດຖະບານພົນລະເຮືອນທີ່ຖືກເລືອກເອົາໃນວັນທີ 1 ກຸມພາ.

ການປະທ້ວງທົ່ວປະເທດ ໄດ້ດຳເນີນຕໍ່ໄປໃນວັນອັງຄານວານນີ້ ເຖິງແມ່ນສັນຍານອິນເຕີແນັດຈະຖືກປິດເປັນຄືນທີສອງລຽນຕິດກໍຕາມ.

ພວກປະທ້ວງໄດ້ປິດຖະໜົນຢູ່ຕໍ່ໜ້າທະນາຄານກາງຂອງປະເທດໃນນະຄອນ ຢ່າງກຸ້ງ, ເຖິງແມ່ນຈະມີລົດທະຫານຢູ່ຖະໜົນຫຼາຍກວ່າເກົ່າໃນວັນກ່ອນໜ້ານັ້ນກໍຕາມ. ອົງການຂ່າວ ຣອຍເຕີ ເວົ້າວ່າ ພວກປະທ້ວງຍັງໄດ້ກີດກັ້ນການບໍລິການລົດໄຟລະຫວ່າງ ຢ່າງກຸ້ງ ກັບເມືອງ ມໍລາແມັງ ຢູ່ພາກໃຕ້ຂອງປະເທດ. ຄູບາຫຼາຍຮ້ອຍອົງກໍໄດ້ເຂົ້າຮ່ວມໃນການເດີນຂະບວນປະທ້ວງໃນນະຄອນ ຢ່າງກຸ້ງ ເມື່ອວັນອັງຄານວານນີ້ເຊັ່ນກັນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG