ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະຊາຊົນໃນເຂດກາຊາ ກ່າວວ່າ: 'ຄວາມຝັນຂອງພວກເຮົາແຕກສະຫຼາຍໄປໝົດແລ້ວ'


ລາຍງານ: ຄວາມສິ້ນຫວັງຂອງບັນດາແຮງງານຊາຍ ໃນອິສຣາແອລ.

ເມື່ອສົງຄາມ ອິສຣາແອລ ແລະ ຮາມາສ ໄດ້ເລີ່ມຂຶ້ນຫຼາຍກວ່ານຶ່ງອາທິດຜ່ານມາ, ທາງເຂົ້າສູ່ແຫຼມກາຊາ ພຽງແຫ່ງດຽວໄດ້ຖືກທຳລາຍ, ແລະບັນດາຄົນງານຊາວປາແລັສໄຕນ໌ ໃນອິສຣາແອລ ບໍ່ສາມາດກັບບ້ານໄດ້. ປະຈຸບັນ, ຜູ້ຊາຍຫຼາຍພັນຄົນຍັງຕົກຄ້າງຢູ່ຂ້າງນອກ, ໃນຂະນະທີ່ພໍ່ແມ່, ອ້າຍເອື້ອຍນ້ອງ, ພັນລະຍາ ແລະລູກໆຂອງພວກເຂົາເຈົ້າ ພະຍາຍາມເອົາຊີວິດລອດຈາກການຖິ້ມລະເບີດໃນແຫຼມກາຊາ. ນັກຂ່າວ​ VOA ຮີດເຕີ້ ເມີດັອກ (Heather Murdock) ມີ​ລາຍ​ງານ​ຈາກເມືອງຣາມາລລະ (Ramallah) ​ໃນ​ຂົງເຂດ West Bank, ທິບສຸດາ ມີລາຍລະອຽດ.

ໃນຕຶກອາຄານຂອງເມືອງໃນບໍລິເວນ ຣາມາລລະ ນີ້, ເຊິ່ງເປັນເມືອງນຶ່ງ ຢູ່ໃນເຂດຢຶດຄອງຂອງເຂດຝັ່ງຕາເວັນຕົກຂອງແມ່ນ້ຳຈໍແດນ ຫຼືທີ່ເອີ້ນວ່າ West Bank, ຜູ້ຊາຍຫຼາຍຮ້ອຍຄົນໃຊ້ເວລາຫຼາຍມື້ຂອງພວກເຂົາເຈົ້າຢ່າງຫມົດຫວັງ, ໃນຂະນະທີ່ສົງຄາມລະຫວ່າງ ອິສຣາແອລ ແລະ ກຸ່ມຮາມາສ ເຮັດໃຫ້ການສູນເສຍຂອງພົນລະເຮືອນ ໃນແຫຼມກາຊາ ເພີ້ມຂຶ້ນ.

ຫຼາຍໆ​ຄົນ​ກ່າວວ່າ ພວກ​ເຂົາ​ເຈົ້າ​ເລືອກທີ່ຈະສ່ຽງກັບ​ຄວາມ​ຕາຍ ​ແລ້ວ​ກັບ​ເມືອເຮືອນ ​ຫຼາຍ​ກວ່າ​ທີ່ຈະໄດ້​ຍິນ​ກ່ຽວ​ກັບ​ຄວາມ​ທຸກ​ທໍ​ລະ​ມານ​ຂອງ​ຄອບ​ຄົວ​ພວກ​ເຂົາ​ເຈົ້າ ​ຢູ່​ໃນ​ໂທລະ​ສັບ ​ຫຼື ຜ່ານ​ການສົ່ງ​ຂໍ້​ຄວາມຫາກັນ.

ຜູ້ຊາຍຫຼາຍຄົນກ່າວວ່າ ພວກເຂົາບໍ່ຕ້ອງການທີ່ຈະຖືກລະບຸຕົວໃນກ້ອງຖ່າຍຮູບ ເພື່ອເຫດຜົນດ້ານຄວາມປອດໄພ.

ທ່ານຊາເລ ຮາສຊານ (Saleh Hassan) ມີພັນລະຍາ ແລະລູກສາວໄວລຸ້ນສາມຄົນ, ທັງຫມົດຍັງຄົງຕິດຄ້າງຢູ່ໃນແຫຼມກາຊາ.

ທ່ານຊາເລ ຮາສຊານ, ປະຊາຊົນທີ່ອາໄສຢູ່ໃນແຫຼມກາຊາ ກ່າວເປັນພາສາອາຣັບວ່າ:

“ພວກ​ເຮົາ​ເປັນ​ປະ​ຊາ​ຊົນຄົນ​ທໍາມະດາ ທີ່ດໍາ​ລົງ​ໃນຊີ​ວິດ​ຂອງ​ພວກ​ເຮົາເອງ. ພວກເຮົາບໍ່ມີຫຍັງກ່ຽວຂ້ອງກັບສິ່ງທີ່ກໍາລັງເກີດຂຶ້ນຢູ່ນີ້. ພວກເຮົາພຽງແຕ່ພະຍາຍາມທີ່ຈະສ້າງຊີວິດຂອງພວກເຮົາ ແລະສ້າງຄອບຄົວຂອງພວກເຮົາ. ລູກສາວຂອງຂ້ອຍຮຽນຢູ່ມະຫາວິທະຍາໄລປີທີ 2 ແລະກຳລັງຮຽນພາສາອັງກິດ. ນາງຕ້ອງການຮຽນໃຫ້ຈົບ. ແຕ່ດຽວນີ້ ຄວາມຝັນຂອງພວກເຮົາຖືກທໍາລາຍ. ທຸກຢ່າງຖືກທຳລາຍໄປໝົດແລ້ວ.”

ແຫຼມກາຊາ ເປັນບ່ອນຢູ່ອາໄສຂອງປະຊາຊົນ 2 ລ້ານຄົນ ແລະເປັນດ່ານຂ້າມຊາຍແດນພຽງແຫ່ງດຽວທີ່ຖືກເປີດ ກ່ອນສົງຄາມທຳລາຍໃນມື້ທຳອິດຂອງການຕໍ່ສູ້ ເມື່ອກຸ່ມຮາມາສໄດ້ທຳການໂຈມຕີຄັ້ງໃຫຍ່ແບບບໍ່ຄາດກິດເລີຍ.

ນັບ​ຕັ້ງແຕ່​ນັ້ນ​ມາ, ອິສຣາ​ແອລ ​ໄດ້​ດຳ​ເນີນ​ການ​ໂຈມ​ຕີ​ຖິ້ມລະເບີດໃສ່ແຫຼມກາຊາ ເກືອບວ່າຢ່າງຕໍ່ເນື່ອງຕະຫຼອດເວລາ.

ຫຼາຍຄອບຄົວໃນບາງຂົງເຂດຂອງແຫຼມກາຊາ ໄດ້​ຖືກ​ບອກ​ໃຫ້ພາກັນ​ອົບ​ພະຍົບ​ອອກໄປຈາກຂົງເຂດນີ້, ເຊິ່ງ​ມີ​ຄວາມ​ຍາວ​ປະມານ 40 ກິ​ໂລ​ແມັດ, ກວ້າງ 10 ກິ​ໂລ​ແມັດ, ​ແຕ່​ບໍ່​ມີ​ທາງ​ທີ່​ຈະ​ຫລົບ​ໜີ​ໄດ້.

ແຕ່ ທ່ານຮາສຊານ ກ່າວວ່າ ຄອບຄົວຂອງລາວຈະບໍ່ໄປໃສ, ເຖິງແມ່ນພວກເຂົາສາມາດລົບໜີໄດ້ກໍຕາມ.

ທ່ານຊາເລ ຮາສຊານ, ກ່າວເປັນພາສາອາຣັບວ່າ:

"ພວກເຂົາເຈົ້າເວົ້າວ່າ 'ພວກເຮົາຢາກຢູ່ໃນເຮືອນຂອງພວກເຮົາ ຈົນກ່ວາພວກເຂົາຈະຍິງຖະຫຼົ່ມພວກເຮົາ."

ພັນລະຍາຂອງລາວ ທ່ານກ່າວວ່າ ບອກລາວວ່າ ພວກເຂົາຢາກຢູ່ ໃນເຮືອນຂອງພວກເຂົາ ຈົນພວກເຂົາຖືກໂຈມຕີໂດຍລະເບີດແລະເສຍຊີວິດ.

ບັນດາພະນັກ​ງານ​ໃຫ້ຄວາມຊ່ວຍ​ເຫລືອ​ກ່າວ​ວ່າ ພວກ​ເຂົາ​ເຈົ້າ​ໄດ້​ສະໜອງ​ອາຫານ ​ແລະ​ທີ່​ຢູ່​ອາ​ໄສ​ໃຫ້​ແກ່​ພວກ​ຜູ້​ຊາຍເຫຼົ່ານັ້ນ, ຜູ້ເຊິ່ງ​ລວມຢູ່ໃນພວກຄົນ​ງານ​ຫລາຍ​ພັນ​ຄົນ​ຈາກ​ແຫຼມກາຊາ ທີ່​ໃບ​ອະນຸຍາດ​ເຮັດ​ວຽກ​ໃນ​ອິສຣາ​ແອ​ລ ​ໄດ້​ຖືກ​ຍົກເລີກລຸນ​ຫລັງ​ສົງຄາມ​ເລີ້ມຕົ້ນ​ຂຶ້ນ.

ນາງອິສຣາ ການນາມ (Israa Ghannam), ເປັນພະນັກງານອາສາສະໝັກ ກ່າວເປັນພາສາອາຣັບວ່າ:

“ໃນຄືນກ່ອນ ມີ 800 ຄົນຢູ່ທີ່ນີ້. ພວກເຮົາສະໜອງອາຫານໃຫ້ແກ່ພວກເຂົາເຈົ້າ ແລະພະຍາຍາມເຮັດໃຫ້ພວກເຂົາສະຫງົບ ເພາະວ່າພວກເຂົາເຈົ້າໄດ້ຮັບຄວາມທຸກທໍລະມານໂດຍຂ່າວຄາວຈາກຄອບຄົວຂອງພວກເຂົາເຈົ້າ ໃນແຫຼມກາຊາ.”

ນາງກ່າວວ່າ ພວກຜູ້ຊາຍຫຼາຍເຖິງ 800 ຄົນ ອາໄສຢູ່ໃນຕຶກນັ້ນ ແລະພວກເຮົາພະຍາຍາມທີ່ຈະສະໜອງການຊ່ວຍເຫຼືອ ໃນຂະນະທີ່ພວກຜູ້ຊາຍ ໄດ້ຍິນເລື້ອງລາວຕ່າງໆຂອງການເສຍຊີວິດ ແລະຄວາມເສຍຫາຍຈາກຄອບຄົວຂອງພວກເຂົາເຈົ້າທາງໂທລະສັບ.

ນາງກ່າວວ່າ, ແຕ່ການສະໜອງທັງຫຼາຍເຫຼົ່ານັ້ນ ເລີ້ມຫຼຸດລົງແລ້ວ, ແລະການສະໜັບສະໜູນທີ່ກໍາລັງເຂົ້າມາ ກໍຖືກຈໍາກັດ.

ອິສຣາ​ແອ​ລ​ໄດ້​ປະຕິຍານ​ວ່າ​ ຈະ​ເຮັດໃຫ້​ກຸ່ມຮາມາສຜ່າຍແພ້ສົງຄາມໃນ​ຄັ້ງ​ນີ້ ຢ່າງສົມບູນ, ​ແລະ​ ກຸ່ມຮາມາສ ​ໄດ້​ປະກາດ​ວ່າ ຕົນ​ມີ​ແຜນ​ປ້ອງ​ກັນ​ຕົນ​ເອງເຊັ່ນກັນ.

ຜູ້ຊາຍຫຼາຍໆຄົນຢູ່ທີ່ນີ້ ກ່າວວ່າ ພວກເຂົາເຈົ້າຍົກເລີກຕໍ່ຄວາມຫວັງ ທີ່ຈະໄດ້ຜົນຮັບທີ່ມີຄວາມສຸກ ແລະເຊື່ອວ່າ ພວກເຂົາເຈົ້າ ອາດຈະບໍ່ໄດ້ເຫັນຄອບຄົວຂອງເຂົາເຈົ້າອີກຕໍ່ໄປ.

When the Israel-Hamas war began more than a week ago, the only entrance to Gaza was destroyed, and Palestinian workers in Israel couldn’t get home. Now thousands of men are trapped on the outside, while their parents, siblings, wives and children try to survive the bombings in Gaza. VOA’s Heather Murdock reports from Ramallah in the West Bank.

In this municipal building in Ramallah, a city in the occupied West Bank, hundreds of men spend their days despairing, as the war between Israel and Hamas takes an increasing toll on civilians in Gaza.

Many say they would rather risk death and go home than hear about their families’ suffering on the phone or by text message.

The men say they don’t want to be identified on camera for security reasons.

Saleh Hassan has a wife and three teenage daughters, all trapped inside Gaza.

Saleh Hassan, Gaza Resident, Male, in Arabic

“We were simple people living our lives. We have nothing to do with what is happening. We were just trying to build our lives and build families. My daughter is in her second year of university and was learning English. She wanted to graduate. But now our dreams are shattered. Everything is destroyed.”

Gaza is home to two million people and the only border crossing that was open before the war was destroyed on the first day of fighting, when Hamas conducted a massive surprise attack.

Since then, Israel has conducted a near-constant bombing campaign on Gaza.

Families have been told to evacuate some areas of Gaza, which is roughly 40 kilometers long, and 10 kilometers wide, but there is no way to escape.

But, Hassan says, his family wouldn’t go, even if they could.

Saleh Hassan, Male, in Arabic

“They say ‘we want to stay in our house until they shell us.’”

Aid workers say they are providing food and housing for the men, who are among thousands of workers from Gaza whose Israeli work permits were revoked after the start of the war.

Israa Ghannam, Volunteer, Female in Arabic

“Last night there were 800 here. We are giving them food and trying to calm them because they are devastated by news from their families in Gaza.”

But supplies are already running low, she says, and there is limited support coming in.

Israel has vowed to utterly defeat Hamas in this war, and Hamas has declared it has a plan to defend itself.

Many men here say they have given up hope for a happy outcome and believe that they may never see their families again.

XS
SM
MD
LG