ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອິຣ່ານຈະເຈລະຈາກັບ ຝ່າຍຕາເວັນຕົກ ກ່ຽວກັບ ເລຶ່ອງນິວເຄລຍຂອງຕົນ ໃນອາທິດໜ້າ (ວີດີໂອ)


Optimism Present as Iranian Nuclear Talks Set to Resume
please wait

No media source currently available

0:00 0:03:01 0:00
ລິງໂດຍກົງ

ເບິ່ງວີດີໂອກ່ຽວກັບຂ່າວນີ້.

ຄາດ​ວ່າ ​ອິຣ່ານຈະຍື່ນ​ຂໍ້​ສະ​ເໜີ​ຊຸດໃໝ່
ກ່ຽວ​ກັບ​ໂຄງການນີວ​ເຄຼຍຂອງ​ຕົນ ທີ່​ເປັນ​ຂໍ້​ຂັດ​ແຍ້​ງກັນນັ້ນ
​ເວລາ​ການ​ເຈລະຈາກັນກັບ​ກຸ່ມ​ປະ​ເທດຕາ​ເວັນ​ຕົກ​ທີ່ສໍ​າຄັນ
​ເລີ່​ມຂຶ້ນ​ໃນ​ວັນ​ອັງຄານ​ໜ້າ​ນີ້ ທີ່ນະຄອນ Genena ປະ​ເທດ
Switzerland. ​ມີ​ຄວາມ​ຮູ້ສຶກ​ທີ່​ດີໆ​ແບບ​ລະມັດລະວັງ​ຢູ່ກ່ຽວ
​ກັບ​ເລຶ່ອງນີ້ຍ້ອນວ່າ ​ເທື່ອ​ນີ້​ເປັນ​ການ​ເຈລະຈາ​ກັນ​ຮອບ​ທໍາ​ອິດ
ນັບ​ຕັ້ງ​ແຕ່​ປະທານາທິບໍດີ​ຄົນ​ໃໝ່​ຂອງ​ອິຣ່ານ ​ເຂົ້າຮັບຕໍາ​ແໜ່​ງ.

ອິຣ່ານທໍາການ​ຊ້ອມ​ລົບ​ເປັນ​ປະ​ຈໍາ ຢູ່ໃນ​ເຂດ​ຕາ​ເວັນ​ອອກກາງ ​
ແລະ​ຝຸງເຮືອບິນ​ລົບ​ສະຫະລັດ​ກໍສົ່ງ​ສຽງ​ດັງ​ກ້ອງ​ ບິ​ນຂຶ້ນ​ລົງ​ຢູ່
​ເທິງ​ກໍາ​ປັ່ນ​ບັນທຸກ​ເຮືອບິ​ນ ​ໃນ​ອ່າວ​ເປີ​ເຊຍ ​ໃນ​ການ​ປະຕິບັດ​ການລາດຕະ​ເວນ​ປະ​ຈໍາ​ວັນ​ນັ້ນ.

ການ​ສະ​ແດງແສ​ນຍານຸາພາບທາງ​ກອງທັບຂອງ​ທັງ​ສອງ​ຝ່າຍ​ທີ່​ມີມາເປັນ​ເວລາຫຼາຍປີ​ນັ້ນ ​ເປັນ​ຮ່ອງຮອຍ​ໃຫ້​ເຫັນ​ເຖິງ​ຄວາມ​ສໍາພັນ​ທີ່​ບໍ່ລົງ​ຮອຍ​ກັນ​ລະຫວ່າງ​ອິຣ່ານ ​ແລະ​ກຸ່ມປະ​ເທດ​ຕາ​ເວັນ​ຕົກ.

​ແຕ່​ມາ​ບັດ​ນີ້ ການ​ລົງ​ໂທດບັ້ນ​ຕ່າງໆທີ່​ໄດ້ເຮັດ​ໃຫ້ການ​ເສດຖະກິດ​ຂອງ​ອິຣ່ານ ຕ້ອງ​ເປັນ​ອໍາມະພາດ​ໄປ​ນັ້ນ ​ໄດ້​ເຮັດ​ໃຫ້ການ​ທູດ​ກາຍ​ມາ​ເປັນຈຸດ​ໃຈກາງ ຂອງ​ການ​ພົວພັນ​ກັນ.

ທ່ານ Hassan Rouhani ຜູ້​ທີ່ໄດ້ຖືກ​ເລືອກ​ຕັ້ງເປັນປະທານາທິບໍດີ​ອິຣ່ານ​ເມື່ອ​ບໍ່ດົນ​ມາ​ນີ້ ​ເວົ້າ​ວ່າ ມັນ​ເຖິງ​ເວລາ​ແລ້ວ​ທີ່​ຈະ​ຕ້ອງ​ໃຊ້​ວິທີ​ໃໝ່ ​ແລະ​ເວົ້າ​ຕື່ມ​ວ່າ

“ອິຣ່ານຈະ​ຕຽມຂໍ້​ສະ​ເໜີ ​ແລະຈະ​ນໍາ​ສະ​ເໜີ​ຢູ່​ໃນ​ກອງ​ປະຊຸມ​ທີ່ Geneva. ພວກ​ເຮົາ​ຫວັງ​ວ່າ ​ຈະ​ມີ​ການ​ເອົາ​ບາດກ້າວ​ທີ່ມີ​ປະສິດທິ​ຜົນຍິ່ງ​ຂຶ້ນ​ໄປ​ອີກ ຢູ່ເຈນີວານັ້ນ ​ເພື່ອ​ໃຫ້​ຕົກລົງ​ກັນ​ໄດ້​ ໃນ​ບັນຫາ​ນີວ​ເຄຼຍນີ້.”

​ໄດ້​ມີຄວາມ​ກ້າວໜ້າ​ທີ່​ເປັນ​ສັນຍາ​ລັກ​ອັນ​ໃຫຍ່​ທີ່​ສຸດ ​ເວລາ​ທ່ານ​ໂອ​ບາ​ມາ ປະທານ​າທິບໍດີ​ສະຫະລັດ ​ໄດ້ໂອ້​ລົມທາງ​ໂທລະ​ສັບ ກັບ​ຄູ່ຕໍາ​ແໜ່​ງຈາກ ອິຣ່ານຂອງ​ທ່ານ ​ໃນ​ເດືອນ​ແລ້​ວນີ້ ຊຶ່ງ​ເປັນ​ການແຜ້ວ​ທາງ​ໃຫ້​ແກ່​ຄວາມ​ເປັນ​ໄປ​ໄດ້ ​ໃນ​ການ​ປັບປຸງ​ຄວາມສໍາພັນລະຫວ່າງ​ກັນ ​ໃຫ້​ດີ​ຂຶ້ນ​.

ທ່ານ John Kerry ລັດຖະມົນຕີ​ຕ່າງປະ​ເທດ​ສະຫະລັດ​ເວົ້າວ່າ ​ເວລາ​ນີ້​ບໍ່​ແມ່ນເວລາ​ທີ່​ເວົ້າ​ກັນ​ຊື່ໆ​ນັ້ນ ​ແຕ່​ຕ້ອງ​ລົງ​ມື​ປະຕິບັດ ຊຶ່ງ​ທ່ານ ​ແຄ​ຣີ ​ກ່າວ ຕໍ່​ໄປ​ວ່າ:

“ສະ​ນັ້ນ ສິ່ງ​ທີ່​ເຮົາ​ຕ້ອງການ​ໃນ​ເວລາ​ນີ້ ກໍຄື​ຂໍ້​ສະ​ເໜີ​ຊຸດ​ນຶ່ງ ຈາກ​ອິຣ່ານ ທີ່​ຈະ​ຕ້ອງ​ເປີດ​ເຜີຍ​ຢ່າງ​ເຕັມ​ສ່ວນ ​ເຖິງ​ວິທີ​ການ​ທີ່​ຕົນ​ຈະ​ສະ​ແດງ​ໃຫ້​ໂລກ​ຮູ້ ​ວ່າ ​ໂຄງການ​ນີວ​ເຄຼຍຂອງ​ຕົນ​ນັ້ນ ມີ​ເປົ້າ​ໝາຍ​ໃນ​ທາງ​ສັນ​ຕິເທົ່ານັ້ນ.”

ທ່ານ Javad Zarif ລັດຖະມົນຕີ​ຕ່າງປະ​ເທດ​ອິຣ່ານ ຖືກ​ແຕ່ງ​ຕັ້ງ​ໃຫ້ ​ເປັນ​ຜູ້​ນໍາ​ພາຄະນະ​ເຈລະຈາ​ຂອງ​ປະ​ເທດ​ຂອງ​ທ່ານ. ສື່​ມວນ​ຊົນ​ລັດ​ຂອງ​ອິ ຣ່ານ​ເວົ້າ ລັດຖະບານ​ເຕຫະຣ່ານ ຕ້ອງການ​ໃຫ້​ພວກ​ປະ​ເທດ​ອໍານາດ​ຕາ ​ເວັນ​ຕົກ​ ສົ່ງ​ນັກ​ການ​ທູດ​ລະດັບ​ສູງ​ສຸດ​ເຂົ້າຮ່ວມ​ໃນ​ການ​ເ​ຈລະ​ຈາ​ກັນ​ຄັ້ງ​ນີ້.

ກຸ່ມ P 5+1 ມີຄວາມຫວັງສູງ ກ່ຽວກັບການເຈລະຈາຄັ້ງໃໝ່ ກັບອິຣ່ານ:

P5+1 Has High Hopes for Upcoming Nuclear Talks with Iran
please wait

No media source currently available

0:00 0:02:42 0:00
ລິງໂດຍກົງ
XS
SM
MD
LG