ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລາຍງານພົບວ່າ ສະມາຊິກສະພາ ພັກຝ່າຍຄ້ານ ໃນທົ່ວໂລກ ຖືກລ່ວງລະເມີດ ດ້ານສິດທິມະນຸດ ເຊື່ອມໂຍງກັບການເລືອກຕັ້ງ


ນັກເຄື່ອນໄຫວທ່ານນາງ ໂຈແອນນາ ມາມອມເບ ນອນຢູ່ໂຮງໝໍໃນນະຄອນຫຼວງ ຮາຣາເຣ, ປະເທດ ຊິມບັບເວ, ຫຼັງຈາກຖືກລັກພາຕົວ ແລະ ຖືກຕີ. 15 ພຶດສະພາ, 2020
ນັກເຄື່ອນໄຫວທ່ານນາງ ໂຈແອນນາ ມາມອມເບ ນອນຢູ່ໂຮງໝໍໃນນະຄອນຫຼວງ ຮາຣາເຣ, ປະເທດ ຊິມບັບເວ, ຫຼັງຈາກຖືກລັກພາຕົວ ແລະ ຖືກຕີ. 15 ພຶດສະພາ, 2020

ການສຳຫຼວດສະມາຊິກສະພາແຫ່ງຊາດປະມານ 300 ຄົນໃນ 19 ປະເທດສະບັບນຶ່ງ ໄດ້ຄົ້ນພົບກໍ ລະນີ ກ່ຽວກັບ ການລະເມີດສິດທິມະນຸດຢ່າງຫຼວງຫຼາຍ ເຊິ່ງລວມມີການທຳຮ້າຍຮ່າງກາຍ, ຄວາມຮຸນແຮງທາງເພດ, ການທໍລະມານ ແລະ ການຈັບກຸມໂດຍພະລະການສະມາຊິກສະພາຝ່າຍຄ້ານ ທີ່ກຳລັງເພີ້ມຂຶ້ນ. ລີຊາ ສໄລນ໌ (Lisa Schlein) ມີລາຍງານສຳລັບວີໂອເອຈາກນະຄອນ ເຈນີວາ, ເຊິ່ງ ພຸດທະສອນ ຈະນຳລາຍລະອຽດ ມາສະເໜີທ່ານໃນອັນດັບຕໍ່ໄປ.

ໃນລາຍງານໃໝ່ສະບັບນຶ່ງ, ສະຫະພັນສະພາແຫ່ງຊາດລະຫວ່າງປະເທດໃນນະຄອນ ເຈນີວາ, ປະເທດ ສວິດເຊີແລນ ໄດ້ສະແດງຄວາມເປັນຫ່ວງ ກ່ຽວກັບ ການກ່າວຫາ ໃນການລະເມີດສິດທິມະນຸດ ຕໍ່ບັນດາສະມາຊິກສະພາໃນປະເທດຕ່າງໆທີ່ໄດ້ເຂົ້າຮ່ວມໃນການເລືອກຕັ້ງທີ່ຖືກຈັດຂຶ້ນເມື່ອບໍ່ດົນມານີ້ ແລະ ໃນຂ້າງໜ້າ.

ເຂົາເຈົ້າເວົ້າວ່າ ຫຼາຍສິບຄົນຂອງສະມາຊິກສະພາຝ່າຍຄ້ານ ໄດ້ຖືກກຳຈັດເສລີພາບໃນການສະ ແດງຄວາມຄິດເຫັນ, ການໂຮມຊຸມນຸມ ແລະ ການເຄື່ອນໄຫວຢ່າງຮ້າຍແຮງ.

ລາຍງານດັ່ງກ່າວ ເວົ້າວ່າ ການຈັບກຸມຕາມອຳເພີໃຈ, ການປ່ອຍ ແລະ ການຈັບຄືນສະມາຊິກສະ ພາຝ່າຍຄ້ານ ໄດ້ກາຍເປັນກົນລະຍຸດ ຂອງການຂົ່ມຂູ່ທີ່ມັກ ໃຊ້ໂດຍພວກເຈົ້າໜ້າທີ່ລັດ. ຕົວຢ່າງ, ຕຳຫຼວດ ອູການດາ ໄດ້ຈັບ ແລະ ປ່ອຍສະມາຊິກຝ່າຍຄ້ານທ່ານໂບບີ ໄວນ໌ ຫຼາຍຄັ້ງ, ແລະ ຫຼ້າສຸດນີ້ແມ່ນວັນອັງຄານທີ່ຜ່ານມາ, ເວລາທີ່ຕຳຫຼວດຖືກກ່າວຫາວ່າ ໄດ້ແກວ່ງແກັສນໍ້າຕາເຂົ້າໄປໃນລົດຂອງລາວ. ທ່ານໄດ້ປະຕິເສດການວາງແຜນຈັດການຊຸມນຸມທີ່ອາດທຳລາຍຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ.

ສະຫະພັນສະພາແຫ່ງຊາດລະຫວ່າງຊາດ ໄດ້ທົບທວນກໍລະນີຕ່າງໆຂອງສະມາຊິກຝ່າຍຄ້ານຂອງປະເທດ ໄອວໍຣີ ໂຄສ໌ ຜູ້ທີ່ຖືກຈຳກຸມໂດຍບໍ່ມີຄວາມຜິດ ແລະ ຖືກຄວບຄຸມຕົວໃນຂໍ້ກ່າວຫາ ກ່ຽວ ກັບ ການສ້າງຄວາມວຸ້ນວາຍໃນສັງຄົມ ແລະ ແຜ່ກະຈາຍຂ່າວປອມ. ເຂົາເຈົ້າເວົ້າວ່າມັນບໍ່ມີຫຼັກ ຖານເພື່ອພິສູດຄວາມຜິດຂອງລາວ ແລະ ວ່າຂໍ້ກ່າວຫາຕ່າງໆປາກົດວ່າຈະເປັນການຖືກກະຕຸ້ນທາງ ການເມືອງກ່ອນເຖິງການເລືອກຕັ້ງທີ່ໄດ້ຖືກຈັດຂຶ້ນໃນວັນທີ 31 ຕຸລາທີ່ຜ່ານມາ.

ສະຫະພັນສະພາແຫ່ງຊາດລະຫວ່າງຊາດ ໄດ້ຕິດຕາມສະຖານະການ ໃນປະເທດ ເວເນຊູເອລາ ເປັນເວລາຫຼາຍປີ. ໂຄສົກຂອງສະຫະພັນສະພາແຫ່ງຊາດ ລະຫວ່າງຊາດ ທ່ານ ທອມມັສ ຟິສໄຊມອນ ໄດ້ກ່າວຕໍ່ວີໂອເອວ່າ ລະດັບຂອງການຂົ່ມຂູ່ ແລະ ໄພຂົ່ມຂູ່ຕໍ່ສະມາຊິກສະພາຝ່າຍຄ້ານຄົນໃດຫາກຫຼວງຫຼາຍມັນຈະມີຄວາມເປັນໄປໄດ້ວ່າ ການເລືອກຕັ້ງສະພາແຫ່ງຊາດໃນວັນທີ 6 ທັນ ວານີ້ ຈະບໍ່ເປັນອິດສະຫຼະ ແລະ ຍຸຕິທຳ.

ທ່ານ ຟິດສໄຊມອນສ໌ ກ່າວວ່າ “ສະມາຊິກສະພາ 134 ຄົນທີ່ວ່ານັ້ນແມ່ນເຄີຍຖືກໂຈມຕີ, ຮາວີລົບກວນ ຫຼືບໍ່ກໍຖືກຂົ່ມຂູ່. ດັ່ງທີ່ຂ້າພະເຈົ້າໄດ້ກ່າວນັ້ນມັນອາດເປັນການລະເມີດທາງສື່ສັງຄົມເຖິງການໃຊ້ຄວາມຮຸນແຮງຕໍ່ຮ່າງກາຍທີ່ແທ້ຈິງ. ສະນັ້ນ, ມັນມີຂອບເຂດທີ່ແຕກຕ່າງກັນໃນລະດັບທີ່ຕ່າງກັນ ກ່ຽວກັບ ຂອບເຂດຂອງການຂົ່ມຂູ່. ຂ້າພະເຈົ້າຈະເວົ້າວ່າ ເຂົາເຈົ້າໝົດທຸກຄົນຖືກຂົ່ມຂູ່ ໃນວິທີນຶ່ງ ຫຼື ບໍ່ກໍອີກວິທີນຶ່ງ.“

ທ່ານ ຟິດສໄຊມອນສ໌ ກ່າວວ່າ ກໍລະນີຄວາມເປັນຫ່ວງທີ່ໃຫຍ່ຫຼວງຄັ້ງໃໝ່ກໍແມ່ນວ່າ ທ່ານນາງ ໂຈແອນນາ ມາມອມເບ, ສະມາຊິກສະພາຝ່າຍຄ້ານ ໃນ ປະເທດ ຊິມບັບເວ. ທ່ານເວົ້າວ່າ ທ່ານນາງ ໂຈແອນນາ ໄດ້ຖືກກັກຂັງ ໃນ ເດືອນພຶດສະພາ ຫຼັງຈາກໄດ້ເຂົ້າຮ່ວມໃນການປະທ້ວງຂອງສາທາ ລະນະ ເພື່ອສະໜັບສະໜູນການປົກປ້ອງພວກຄົນທຸກຍາກໃນລະຫວ່າງ ໂຣກລະບາດໄວຣັສ ໂຄໂຣນາ.

ທ່ານ ຟິດສໄຊມອນ ໄດ້ກ່າວວ່າ “ແຕ່ວ່າປະເທດດັ່ງ ແມ່ນໄດ້ຢູ່ໃນການກັກບໍລິເວນ, ສະນັ້ນລາວຈຶ່ງຖືກຈັບໃນຂໍ້ອ້າງນັ້ນ. ແລະຢູ່ໃນຄຸກ, ລາຍງານຕ່າງໆທີ່ພວກເຮົາໄດ້ຍິນກໍແມ່ນວ່າ ລາວຖືກທໍລະ ມານ, ດ້ວຍຄວາມຮຸນແຮງທາງເພດ ເຊັ່ນກັນ. ສະນັ້ນ, ພວກເຮົາຈຶ່ງເປັນຫ່ວງຫຼາຍ ກ່ຽວກັບລາຍ ງານນັ້ນ.“

ໂຄສົກສະຫະພັນສະພາແຫ່ງຊາດລະຫວ່າງປະເທດ ທ່ານ ຟິດສໄຊມອນ ໄດ້ ກ່າວວ່າ ທ່ານນາງ ມາມອມເບ ຕັ້ງແຕ່ນັ້ນມາແມ່ນໄດ້ຖືກປ່ອຍ ດ້ວຍການປະ ກັນຕົວ ແລະ ມີລາຍງານວ່າຖືກຈັບອີກ. ທ່ານເວົ້າວ່າ ການຂຸ່ມຂູ່ຈັບກຸມຢ່າງຕໍ່ເນື່ອງ, ການປ່ອຍ ແລະ ຈັບຄືນນັ້ນແມ່ນແຜນການທີ່ມັກຖືກໃຊ້ໂດຍເຈົ້າໜ້າທີ່ລັດຫຼາຍຄົນ ເພື່ອເຮັດໃຫ້ຝ່າຍຄ້ານອ່ອນແອລົງ ແລະ ຄົງຢູ່ໃນອຳນາດ. ມັນບໍ່ມີປະຕິກິລິຍາຕອບໂຕ້ໃດໆຈາກປະເທດທີ່ໄດ້ກ່າວມານັ້ນ.

ອ່ານລາຍງານນີ້ເປັນພາສາອັງກິດ

XS
SM
MD
LG