ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຫົວໜ່ວຍ ທຸລະກິດທັງໝົດໃນ ລາວ ທີ່ມີໂອກາດ ໄດ້ຮັບ ເງິນກູ້ຢືມ ຈາກຕ່າງປະເທດ 1.8 ເປີເຊັນ


ກຳມະກອນ ກຳລັງກະກຽມ ເຂົ້າສາລີ ເຂົ້າໃສ່
ໃນກະປ໋ອງທີ່ໂຮງງານແຫ່ງໜຶ່ງໃນ ລາວ
ກຳມະກອນ ກຳລັງກະກຽມ ເຂົ້າສາລີ ເຂົ້າໃສ່ ໃນກະປ໋ອງທີ່ໂຮງງານແຫ່ງໜຶ່ງໃນ ລາວ

ທາງການ ລາວ ສຳຫຼວດພົບວ່າມີພຽງ 1.8 ເປີເຊັນເທົ່ານັ້ນໃນບັນ ດາຫົວໜ່ວຍ ທຸລະກິດທັງໝົດໃນ ລາວ ທີ່ມີໂອກາດໄດ້ຮັບການ ສະໜັບສະໜູນເງິນທຶນກູ້ຢືມ ຈາກສະຖາບັນການເງິນຂອງຕ່າງ ປະເທດ.

ສູນສະຖິຕິແຫ່ງຊາດ ລາວ ກະຊວງແຜນການ ແລະ ການລົງທຶນລາຍງານວ່າການສຳຫຼວດ ເສດຖະກິດທົ່ວປະເທດຄັ້ງທີ 2 ທີ່ໄດ້ດຳເນີນການສຳຫຼວດໃນຊ່ວງ ປີ 2013-2015 ພົບວ່າມີ ຫົວໜ່ວຍທຸລະກິດຂອງພາກເອກະຊົນ ຈຳນວນທັງໝົດ ຫຼາຍກວ່າ 125,000 ຫົວໜ່ວຍໂດຍ ໃນນີ້ມີເຖິງ 76,750 ຫົວໜ່ວຍຄິດເປັນ 61 ເປີເຊັນມີພື້ນຖານ ແລະ ທ່າອຽງໃນການດຳເນີນ ທຸລະກິດທີ່ດີຂຶ້ນ ໃນຂະນະທີ່ 33,860 ກວ່າຫົວໜ່ວຍຄິດເປັນ 27 ເປີເຊັນ ມີສະພາບການດຳ ເນີນທຸລະກິດທີ່ ຄົງຕົວ ແລະ ຫຼາຍກວ່າ 13,000 ຫົວໜ່ວຍຄິດເປັນ 10 ເປີເຊັນທີ່ສະພາບ ການ ດຳເນີນທຸລະກິດມີທ່າອຽງຫຼຸດລົງ ສ່ວນອີກ 400 ກວ່າຫົວໜ່ວຍບໍ່ມີຄຳຕອບດັ່ງ ກ່າວນີ້.

ພ້ອມກັນນີ້ ການສຳຫຼວດຍັງພົບວ່າ ຫຼາຍກວ່າ 107,500 ຫົວໜ່ວຍຄິດເປັນ 86 ເປີເຊັນຂອງ ຫົວໜ່ວຍທຸລະກິດທັງໝົດແມ່ນໄດ້ດຳເນີນທຸລະກິດດ້ວຍເງິນທຶນຂອງ ຕົນເອງ ແລະ 15,000 ກວ່າຫົວໜ່ວຍຄິດເປັນ 12 ເປີເຊັນກວ່າທີ່ກູ້ຢືມເງິນທຶນ ໃນປະເທດ ສະນັ້ນຈຶ່ງມີພຽງ 2,265 ຫົວໜ້ວຍຄິດເປັນ 1.8 ເປີເຊັນເທົ່ານັ້ນທີ່ມີ ໂອກາດໄດ້ຮັບການສະໜັບສະໜູນກູ້ຢືມຈາກສະ ຖາບັນການເງິນຂອງຕ່າງ ປະເທດ ຈຶ່ງສົ່ງຜົນເຮັດໃຫ້ການຜະລິດສິນຄ້າໃນ ລາວ ບໍ່ມີຄວາມ ຫຼາກຫຼາຍ ແລະ ຍັງບໍ່ສາມາດແຂ່ງຂັນໃນຕ່າງປະເທດໄດ້.

ຊຶ່ງຈະເຫັນໄດ້ຈາກໂຄງການໜຶ່ງເມືອງໜຶ່ງຜະລິດຈະພັນຫຼື (ODOP) ທີ່ໄດ້ຮັບການສະໜັບ ສະໜູນຈາກອົງການຮ່ວມມືສາກົນແຫ່ງຍີ່ປຸ່ນ (JICA) ນັບຕັ້ງແຕ່ປີ 2008 ເປັນຕົ້ນມາຈົນເຖິງ ປະຈຸບັນສາມາດພັດທະນາຜະລິດຕະພັນເປັນສິນຄ້າໄດ້ພຽງ 165 ລາຍການທີ່ສ່ວນຫຼາຍເປັນ ຜະລິດຕະພັນແປຮູບໃນພາກກະສິກຳ ເຊັ່ນເຂົ້າກ່ຳ, ນ້ຳເຜິ້ງລ້ຽງ, ນ້ຳເຜິ້ງທຳມະຊາດ, ເກືອບູ ຮານ, ຊີ້ນສະຫວັນ, ນ້ຳຫວ້ານຫາງແຂ້, ນ້ຳໝາກຍໍ,​ຜະລິດຕະພັນຈາກຫວາຍ, ຜະລິດຕະພັນ ຈາກໃຍກ້ວຍ, ນ້ຳໝາກໄມ້ປອດສານພິດ, ເຄື່ອງປັ້ນດິນເຜົາ ແລະ ທູບຫອມເປັນຕົ້ນ.

ຜະລິດຕະພັນໄມ້ແກະສະຫຼັກ ເປັນສິນຄ້າອີກປະເພດໜຶ່ງທີ່ມີຄຸນນະພາບ ສູງ ແລະ ໄດ້ຮັບຄວາມນິຍົມຊົມຊອບໃນ ລາວ ແລະ ຕ່າງປະເທດ.
ຜະລິດຕະພັນໄມ້ແກະສະຫຼັກ ເປັນສິນຄ້າອີກປະເພດໜຶ່ງທີ່ມີຄຸນນະພາບ ສູງ ແລະ ໄດ້ຮັບຄວາມນິຍົມຊົມຊອບໃນ ລາວ ແລະ ຕ່າງປະເທດ.

ຍິ່ງໄປກວ່ານັ້ນ ການພັດທະນາຜະລິຕະພັນດັ່ງກ່າວນີ້ ກໍຍັງຖືວ່າ ໄດ້ມີການຂະຫຍາຍຕົວຢ່າງຊັກຊ້າຫຼາຍ ເນື່ອງຈາກວ່າຜະລິດຕະ ພັນທັງ 165 ລາຍການນີ້ເປັນຜົນຜະລິດຂອງ 45 ຫົວໜ່ວຍການ ຜະລິດທີ່ນອນຢູ່ໃນ 45 ບ້ານຂອງ 29 ເມືອງໃນເຂດ 12 ແຂວງ ໂດຍຫົວໜ່ວຍການຜະລິດສ່ວນໃຫຍ່ກໍນອນຢູ່ໃນ 4 ແຂວງເປົ້າ ໝາຍເທົ່ານັ້ນອີກດ້ວຍ ກໍຄືແຂວງສະຫວັນນະເຂດ,​ ຈຳປາສັກ, ວຽງຈັນ ແລະ ຄຳມ່ວນ.

ທັງນີ້ໂດຍມີສາເຫດມາຈາກການທີ່ບັນດາວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງໃນ ລາວ ຍັງມີການຜະລິດສິນຄ້າທີ່ມລະດັບຄຸນນະພາບຕ່ຳ ເນື່ອງຈາກວ່າຜູ້ຜະລິດສິນຄ້າສ່ວນ ໃຫຍ່ຍັງຂາດຄວາມຮູ້ຄວາມເຂົ້າໃຈ ແລະ ບໍ່ມີທັກສະໃນການຜະລິດສິນຄ້າທີ່ເປັນທີ່ຕ້ອງການ ຂອງຕະຫຼາດ ທັງຍັງຂາດວິິຊາການທີ່ກ່ຽວກັບການຜະລິດສິນຄ້າທີ່ໄດ້ມາດຕະຖານອີກດ້ວຍ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງຂອງ ລາວ ໄດ້ໃຫ້ການຊີ້ແຈງວ່າ

"ຄວາມເຂົ້າໃຈລະດັບຝີມືການອອກແຮງງານຂອງປະຊາຊົນເນາະ ຍັງຈຳນວນໜຶ່ງບໍ່ທັນຮູ້ ຜະລິດສິນຄ້າ, ປູກກໍປູກໄປນຳໝູ່ຈັ່ງຊັ້ນລະຈັກໃສ່ຝຸ່ນຫຍັງ ປູກອັນໃດເປັນສິນຄ້າບໍ່ເປັນ ປູກຜັກ ກະບາງເທື່ອປູກພໍກຸ້ມກິນ ຈັ່ງຊັ້ນມາຮອດນີ້ນິ ສິ່ງທີ່ຍັງຄ້າງຄາກໍຄືມີຈຳນວນໜຶ່ງບໍ່ ທັນເຂົ້າໃຈ ວິທີຜະລິດ,​ ສອງມາລະແມ່ນວິຊາການພວກເຮົາໄປບໍ່ທັນທົ່ວບໍ່ທັນເຖິງຫັ້ນ ແຫຼະ."

ໂດຍພາຍໃຕ້ສະພາບການດັ່ງກ່າວນີ້ ຈຶ່ງເຮັດໃຫ້ທະນາຄານໂລກ ໄດ້ຕົກລົງຈັດສັນເງິນທຶນ ໃນມູນຄ່າລວມ 96 ຕື້ກີບ ຫຼື ປະມານ 12 ລ້ານໂດລາເພື່ອຊ່ວຍເຫຼືອລັດຖະບານ ລາວ ໃນ ການຕອບສະໜອງເງິນທຶນກູ້ຢືມໃຫ້ແກ່ບັນດາວິສາຫະກິດຂະໜາດນ້ອຍ ແລະ ຂະໜາດ ກາງທົ່ວປະເທດໃນປີ 2014-2015 ທີ່ຜ່ານມາ.

ແຕ່ຢ່າງໃດກໍຕາມ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ລາຍງານການສຳ ຫຼວດ ກ່ຽວກັບ ຄວາມພ້ອມໃນການແຂ່ງຂັນຂອງບັນດາວິສາຫະກິດ ຂະໜາດ ນ້ອຍ ແລະ ຂະໜາດກາງຂອງ ລາວ ວ່າມີຫຼາຍກວ່າ 37,000 ແຫ່ງທີ່ບໍ່ມີຄວາມ ພ້ອມຈະແຂ່ງຂັນທາງດ້ານການຕະຫຼາດພາຍ ຫຼັງຈາກ 10 ປະເທດສະມາຊິກ ຂອງອາຊຽນ ໄດ້ເຊື່ອມຕໍ່ເສດຖະກິດເຂົ້າດ້ວຍກັນນັບແຕ່ວັນທີ 31 ທັນວາ 2015 ເປັນຕົ້ນໄປ.

XS
SM
MD
LG