ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນັກສຶກສາລາວ ທີ່ຈົບ ການສຶກສາຊັ້ນສູງ ໃນປີ 2014 ມີພຽງ 15 ເປີເຊັນເທົ່ານັ້ນ ທີ່ໄດ້ມາດຕະຖານ


ບັນດານັກສຶກສາຮັບ ປະກາດສະນີຍະບັດ ຮຽນຈົບການສຶກສາ ຈາກ​ສູນ​ພັດທະນາ​ຝີ​ມື​ແຮງ​ງານ​ ທີ່ນະຄອນຫລວງວຽງຈັນ.
ບັນດານັກສຶກສາຮັບ ປະກາດສະນີຍະບັດ ຮຽນຈົບການສຶກສາ ຈາກ​ສູນ​ພັດທະນາ​ຝີ​ມື​ແຮງ​ງານ​ ທີ່ນະຄອນຫລວງວຽງຈັນ.

ນັກສຶກສາລາວທີ່ຈົບການສຶກສາຊັ້ນສູງຫຼາຍກວ່າ 115,000 ຄົນ
ໃນປີ 2014 ມີພຽງ 15 ເປີເຊັນ ເທົ່ານັ້ນ ທີ່ມີລະດັບຄວາມຮູ້
ຄວາມສາມາດ ທີ່ໄດ້ມາດຕະຖານຕາມຄວາມຕ້ອງການ ຂອງ
ບໍລິສັດຕ່າງຊາດໃນລາວ.

ເຈົ້າໜ້າທີ່ຂັ້ນສູງໃນກົມພັດທະນາຝີມືແຮງງານ ແລະຈັດຫາງານ
ຂອງລາວ ຍອມຮັບວ່າ ນັກສຶກສາ ທີ່ຈົບການສຶກສາ ແຕ່ລະດັບ
ວິຊາຊີບຊັ້ນສູງ ເຖິງປະລິນຍາຕີ ເມື່ອປີ 2014 ຈຳນວນທັງໝົດ 115,523 ຄົນ ມີໂອກາດ
ຕ່ຳຫລາຍ ທີ່ຈະໄດ້ຮັບການວ່າຈ້າງ ຈາກ ບັນດາບໍລິສັດຕ່າງຊາດ ທີ່ລົງທຶນ​ໃນ​ລາວ ​ເພາະ​ຈາກ​ການ​ເກັບ​ກຳ​ຂໍ້​ມູນ​ກ່ຽວກັບ​ລະດັບ​ຄວາມ​ເພິ່ງ​ພໍ​ໃຈ​ຂອງບັນດາ​ບໍລິສັດ​ຕ່າງ​ຊາດ ທີ່​ມີ​ຕໍ່​ຄຸນ​ນະພາ​ບຂອງ​ນັກ​ສຶກສາລາ​ວ ພົບ​ວ່າ​ ມີພຽງ​ແຕ່ 17,300 ກວ່າ​ຄົນ ຫຼືຄິດ​ເປັນ 15 ​ເປີ​ເຊັນເທົ່າ​ນັ້ນ ຈາກຈຳນວນ​ທັງໝົດ​ທີ່​ມີ​ລະດັບ​ຄວາມ​ຮູ້​ຄວາມ​ສາມາດ​ ໄດ້​ມາດຕະຖານ​ຕາມ​ຄວາມ​ຕ້ອງການ​ຂອງ​ບໍລິສັດຕ່າງ​ຊາດ.

ທັງ​ນີ້​ໂດຍ​ມີ​ສາ​ເຫດ​ມາ​ຈາກ​ຄ່າ​ນິຍົມ​ ດ້ານ​ການ​ສຶກສາ​ໃນ​ລາວ ທີ່​ບໍ່​ສອດ​ຄ້ອງ​ກັບສະພາບ
ຕົວ​ຈິງ ກໍ​ຄື​ໃນ​ຂະນະ​ທີ່​ບັນດາ​ບໍລິສັດ​ຕ່າງ​ຊາດ ​ຕ້ອງການ​ວ່າ​ຈ້າງ​ແຮງ​ງານ ທີ່​ມີ​ຄວາມ​ຮູ້
ຄວາມ​ສາມາດ​ດ້ານ​ວິຊາ​ຊີບ ​ແລະ​ຊ່າ​ງ​ເທັກ​ນິກ ຫາກແຕ່​ນັກ​ສຶກສາ​ສ່ວນ​ໃຫຍ່​ໃນ​ລາວ​ກັບ​ນິຍົມ​ສຶກສາ ​ແລະ ຈົບ​ດ້ານ​ບໍລິຫານ​ທຸລະ​ກິດ ສ່ວນ​ທີ່​ຈົບ​ວິຊາ​ຊີບ​ຊັ້ນສູງ​ສ່ວນ​ໃຫຍ່​ກໍ​ບໍ່​ມີ
ຄຸນນະພາ​ບ ດັ່ງ​ທີ່​ເຈົ້າໜ້າ​ທີ່​ຂັ້ນສູງ ​ໄດ້​ໃຫ້ການ​ຢືນຢັນ​ວ່າ:

“​ໃນ​ສາຍ​ອາຊີວະ​ສຶກສາ ​ແລະ ການ​ສຶກສາ​ຊັ້ນສູງ ຫຼືມະຫາວິທະຍາ​ໄລ​ນັ້ນ ນັກຮຽນ
ແລະ​ນັກ​ສຶກສາມາ​ຮຽນ​ບໍ່​ໄດ້​ຕາມ​ຄາດໝາຍ ການ​ສ້າງ​ຝີ​ມື​ແຮງ​ງານ​ກະ​ຍັງ​ບໍ່​ສາມາດ​ຕອບ​ສະໜອງ​ໄດ້​ຕາມ​ຄວາມ​ຕ້ອງການ​ ຂອງ​ຕະຫລາດ​ແຮງ​ງານ ​ແລະ​ ຜູ້​ທີ່​ຮຽນ​ຈົບ
​ອາ​ຊີວະ​ສຶກສາລະ​ດັບ​ຊັ້ນສູງ ຈຳນວນ​ບໍ່​ນ້ອຍ​ ຊອກ​ວຽກ​ເຮັດ​ງານ​ທຳ​ບໍ່​ໄດ້.”

ບັນດານັກສຶກສາລາວ ທີ່ຈົບການສຶກສາຊັ້ນສູງໃນປີ 2014 ກຳລັງສະໝັກຫາວຽກເຮັດງານທຳ.
ບັນດານັກສຶກສາລາວ ທີ່ຈົບການສຶກສາຊັ້ນສູງໃນປີ 2014 ກຳລັງສະໝັກຫາວຽກເຮັດງານທຳ.

ພາຍ​ໃຕ້​ສະພາບ​ການ​ດັ່ງກ່າວ​ນີ້ ບໍ່ພຽງ​ແຕ່​ຈະ​ເຮັດ​ໃຫ້​ອັດຕາ​ການ
​ວ່າງ​ງານ ໃນ​ລາວ​ເພີ້​ມຂຶ້ນ​ເຖິງ 7 ​ເປີ​ເຊັນ​ແລ້ວ​ໃນ​ເວລາ​ນີ້ ຫາກ
ແຕ່ຍັງ​ເຮັດ​ໃຫ້​ກະຊວງ​ແຮງ​ງານ ​ແລະ​ສະຫວັດດີ​ການ​ສັງຄົມ ຕ້ອງ
​ຍອມ​ໃຫ້​ບັນດາ​ບໍລິສັດ​ຕ່າງ​ຊາດ​ ສາມາດ​ນຳ​ແຮງ​ງານ​ຈາກ​ຕ່າງ
ປະ​ເທດ​ເຂົ້າມາ​ໃນ​ລາວ​ໄດ້ ​ເພີ້​ມຂຶ້ນນັບ​ມື້​ອີກ​ດ້ວຍ.

ທັງ​ນີ້​ໂດຍ​ທາງ​ການ​ລາວ​ຄາດໝາຍ​ວ່າ ​ໃນ​ຊ່ວງ​ປີ 2011-2015
ບັນດາ​ບໍລິສັດຕ່າງ​ຊາດ​ທີ່​ລົງທຶນ​ໃນ​ລາວ​ ຕ້ອງການ​ແຮງ​ງານ​ມີ​ຝີ​ມື
​ຈຳນວນ 9 ໝື່ນ​ຄົນ ຊຶ່ງ​ໃນລະຍະ 4 ປີ​ທີ່​ຜ່ານ​ມາ​ ກໍ​ໄດ້​ມີ​ການ​ນຳ​
ເຂົ້າ​ແຮງ​ງາ​ນມີຝີ​ມື​ຈາກ​ຕ່າງປະ​ເທດ​ແລ້ວ 2 ໝື່ນ​ກວ່າ​ຄົນ ຈຶ່ງ​ຍັງ​
ເຫຼືອອີກ 7 ໝື່ນ​ກວ່າ​ຄົນ ທີ່​ຈະ​ຕ້ອງນຳ​ເຂົ້າມາເພີ້​ມຂຶ້ນອີກ ນັບ​ຈາກ​ປັດຈຸບັນ ​ໄປ​ຈົນ​ເຖິງ​ປີ
2015 ດັ່ງ​ທີ່​ທ່ານ​ອ່ອນ​ຈັນ ທຳ​ມະ​ວົງ ລັດຖະມົນຕີ​ວ່າການ​ ກະຊວງ​ແຮງ​ງານ ​ແລະ​ສະຫວັດ
ດີກາ​ນສັງຄົມ ​ໄດ້​ຖະ​ແຫລ​ງຢືນຢັນ​ວ່າ:

“​ແຕ່​ປີ 2011 ຫາ 2015 ນີ້ ​ແຮງ​ງານລາວ​ເຮົາ​ຈະ​ຂາດ​ທາງ​ດ້ານ​ຈຳນວນ​ນີ້ ​ແມ່ນ
9 ໝື່ນ​ເອີ້ນ​ວ່າ ​ເກົ້າ​ສິບ​ພັນ​ຄົນ ສະນັ້ນ ຜ່ານ​ມາ​ລັດຖະບານ​ກໍ​ຄື​ຂະແໜງ​ແຮງ​ງານ​ນີ້ ​
ໄດ້​ພ້ອມ​ກັນ​ປະຕິບັດ​ແລ້ວ ​ເອີ້ນ​ວ່າ​ປີຜ່ານມາ​ພວກ​ເຮົາ​ໄດ້​ດູດ​ເຂົ້າ ນຳ​ເຂົ້າ​ແຮງ​ງານ
ຕ່າງປະ​ເທດ​ນີ້ ​ເອີ້ນ​ວ່າ​ຊາວ​ປາ​ຍພັນ​ຄົນ ສຳ​ຫລັບ​ປີ​ຕໍ່ໜ້າ​ນີ້ ກະ​ຄາດ​ຄະ​ເນ​ວ່າ​ ພວກ
ເຮົາ​ຈະ​ຕ້ອງ​ດູດ​ແຮງ​ງານ​ຕ່າງປະ​ເທດຫັ້ນ ນຳ​ເຂົ້າ​ແຮງ​ງານ​ຕ່າງປະ​ເທດ​ນີ້​ອີກ ​ປະ
ມານ​ເຈັດ​ໝື່ນ​ຄົນ.”

ທັງ​ນີ້ເຖິງ​ແມ່ນ​ວ່າ ​ໃນ​ສົກຮຽນ 2013-2014 ທີ່​ຜ່ານ​ມາ ຈະ​ມີ​ນັກ​ສຶກສາ​ທີ່​ຈົບ​ຊັ້ນປ​ະລິນ​
ຍາ​ຕີ​ຈາກ​ມະຫາວິທະຍາ​ໄລ​ແຫ່ງ​ຊາດ​ລາວ ຈຳນວນ​ທັງ​ໝົດ​ເຖິງ 8,550 ຄົນ ​ແລະໃນ​ນີ້
ກໍ​ມີ​ນັກ​ສຶກສາ​ທີ່​ຈົບ​ຈາກ​ຄະນະ​ວິສະວະກຳ​ສາດ ວິທະຍາສາດ ກະສິກຳ​ ​ເສດຖະສາດ
ແລະພາສາຕ່າງ​ປະ​ເທດ ​ລວມກັນຫຼາຍກວ່າ 4,500 ຄົນ​ກໍ​ຕາມ ​ແຕ່​ສ່ວນ​ໃຫຍ່​ກໍ​ຍັງ​ບໍ່​ໄດ້​ມາດຕະຖານ​ຕາມ​ຄວາມ​ຕ້ອງການ​ຂອງ​ບໍ​ລິ​ສັດ​ຕ່າງຊາດ.

​ແຕ່​ຢ່າງ​ໃດ​ກໍ​ຕາມ ລັດຖະບານ​ລາວ​ກໍ​ໄດ້​ວາງ​ເປົ້າໝາຍ​ ທີ່​ຈະ​ພັດທະນາ​ເພື່ອ​ຍົກ​ລະດັບ
ຝີ​ມື​ແຮງ​ງານ​ຂອງ​ລາວ ​ໃຫ້​ໄດ້​ເຖິງ 240,000 ຄົນ​ພາຍ​ໃນ​ປີ 2020 ​ເພື່ອຕອບ​ສະໜອງ
​ແຮງ​ງານ​ມີ​ຝີ​ມື​ ໃຫ້​ກັບ​ບັນດາ​ບໍລິສັດ​ຕ່າງ​ຊາດ​ທີ່​ລົ​ງທຶນ​ຢູ່​ໃນ​ລາວ​ໃຫ້​ໄດ້​ຢ່າງ​ພຽງພໍ ທັງ​ນີ້
ດ້ວຍ​ການ​ປັບ​ປຸງກົດໝາຍ​ແຮງ​ງານ​ໃຫ້​ມີ​ຄວາມ​ສອດ​ຄ້ອງ​ກັບ​ການ​ພັດທະນາ​ເສດຖະກິດ-
ສັງຄົມ ​ແລະ​ເຮັດ​ໃຫ້​ແຮງ​ງານ​ລາວ​ມີ​ຄຸນ​ນະພາ​ບ ທີ່​ສາມາດ​ເຊື່ອມ​ໂຍງ​ເສດຖະກິດ​ອາ​ຊ່ຽນ
ໃຫ້​ໄດ້​ຢ່າງ​ແທ້​ຈິງ ຫາກ​ແຕ່​ວ່າ​ບັນຫາ ກໍ​ຄື​ການ​ທີ່​ມີ​ສູນ​ພັດທະນາ​ຝີ​ມື​ແຮງ​ງານ​ຢູ່​ຢ່າງ​ຈຳກັດ
​ແລະ​ຄ່າ​ຈ້າງ​ແຮງ​ງານ​ຕ່ຳ​ກວ່າ​ ລະດັບ​ຄ່າ​ຄອງ​ຊີບ​ທີ່​ເປັນ​ຈິງ.

XS
SM
MD
LG