ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໑໑ ພະຈິກ ໒໐໒໔

ຜ່ານໄປນຶ່ງປີແລ້ວ, ບັນດາແພດໝໍໃນເຂດ ກາຊາ ຕ້ອງສູ້ຊົນເພື່ອຄວາມຢູ່ລອດ


ຜ່ານໄປນຶ່ງປີແລ້ວ, ບັນດາແພດໝໍໃນເຂດ ກາຊາ ຕ້ອງສູ້ຊົນເພື່ອຄວາມຢູ່ລອດ

ເນື່ອງຈາກພື້ນຖານໂຄງລ່າງດ້ານການແພດ ຂອງເຂດກາຊາ ໄດ້ຖືກທຳລາຍໄປຫຼາຍ ແລະການສະໜອງອຸປະກອນການແພດທີ່ຈຳກັດ, ບັນດາໂຮງໝໍ ຈຶ່ງປະເຊີນກັບຄວາມຫຍຸ້ງຍາກໃນການໃຫ້ຄວາມຊ່ວຍເຫຼືອຂັ້ນພື້ນຖານ, ນຶ່ງປີຫຼັງຈາກສົງຄາມລະຫວ່າງ ອິສຣາແອລ ແລະ ກຸ່ມ ຮາມາສ ໄດ້ເລີ່ມຕົ້ນຂຶ້ນ. ໃນບັນດາໂຮງໝໍທັງຫຼາຍ ທີ່ກຳລັງພົບກັບຄວາມຫຍຸ້ງຍາກ, ອາລ ອັກຊາ (al Aqsa) ກໍແມ່ນໂຮງຫມໍນຶ່ງໃນນັ້ນ, ເຊິ່ງຄາດວ່າຈະຮ້ອງຮັບປະຊາຊົນໄດ້ນຶ່ງລ້ານຄົນ. ດໍຣຽນ (Dorian) ລາຍງານຈາກ ນະຄອນ ອິສຕັນບູລ (Istanbul) ຮ່ວມກັບ ເນດາລ ແຮມດູນາ (Nedal Hamdouna), ອາມເຈັດ ທານເທັຊ (Amjed Tantesh), ແລະ ອີນາສ ທານເທັຊ (Enas Tantesh) ຢູ່ໃນ ເຂດ ກາຊາ, ເຊິ່ງອາດນະສັກ ມີລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.

ໂຮງຫມໍ ອັລ ອັກຊາ ມາເທີສ໌ (al Aqsa Martyrs) ໃນເມືອງ ເດຍ ອາລ-ບາລາ (Deir al-Balah) ແມ່ນນຶ່ງໃນໂຮງໝໍ (ສິ່ງອຳນວຍຄວາມສະດວກທາງດ້ານການແພດ) ທີ່ຍັງເຫຼືອຢູ່ບໍ່ເທົ່າໃດແຫ່ງ ທີ່ໃຫ້ບໍລິການປະຊາຊົນເກືອບເຄິ່ງນຶ່ງຂອງປະຊາກອນ ສອງລ້ານຄົນ ໃນເຂດ ກາຊາ.

ສໍາລັບທ່ານໝໍ ອີບຣາຮີມ ອາບູຊາເກີ (Ibrahim Abusaqer), ເຊິ່ງເປັນຊາວອົບພະຍົບທີ່ມາຈາກພາກເໜືອ ຂອງເຂດ ກາຊາ, ທຸກໆມື້ ຈະມີຜູ້ໄດ້ຮັບບາດເຈັບ ຫຼື ເສຍຊີວິດຫຼາຍຂຶ້ນ ຈາກການສູ້ລົບ ລະຫວ່າງ ອິສຣາແອລ ແລະ ກຸ່ມ ຮາມາສ, ໂດຍທ່ານ ໄດ້ກ່າວເປັນພາສາ ອາຣັບ ວ່າ:

"ມັນແມ່ນຊ່ວງຂອງສົງຄາມ. ເປັນທີ່ຄາດໝາຍວ່າ ຜູ້ທີ່ໄດ້ຮັບບາດເຈັບ ຈະມາຮອດທຸກໆເມື່ອ, ອັນໃດກໍຖືກຄາດການໄວ້, ເຊັ່ນ ບັນຫາ ແລະຄວາມທ້າທາຍຕ່າງໆ, ໂດຍສະເພາະໃນຫ້ອງຜ່າຕັດ. ພວກເຮົາ ຄິດຢູ່ສະເໝີວ່າ ຈະຈັດການກັບສະຖານະການນີ້ ແນວໃດ, ທີ່ມີຜູ້ໄດ້ຮັບບາດເຈັບຈຳນວນຫຼາຍ ທີ່ອາດຈະມາທີ່ນີ້ ທຸກໆຊົ່ວໂມງ ແລ້ວເຮັດຈັ່ງໃດ, ແລະຈະຫາສະຖານທີ່ຢູ່ໃສ່ສຳລັບພວກເຂົາ ແລະປິ່ນປົວພວກເຂົາ."

ຄຽງຄູ່ກັບວຽກງານເພື່ອຊອກຫາຕຽງນອນ ສໍາລັບຄົນເຈັບໃໝ່ທີ່ເຂົ້າມາຮັກສາ, ທ່ານໝໍ ອາບູຊາເກີ (Abusaqer) ຍັງເປັນຫົວຫນ້າພະແນກຜ່າຕັດທົ່ວໄປຂອງໂຮງຫມໍ ນຳອີກດ້ວຍ.

ທ່ານ ເລີ່ມຕົ້ນວຽກມື້ໃໝ່ຂອງທ່ານ ດ້ວຍການໄປຢ້ຽມຢາມຄົນເຈັບຂອງທ່ານ, ເຊິ່ງນຶ່ງໃນຄົນເຈັບເຫຼົ່ານັ້ນ ແມ່ນ ນາງ ເອມານ ອາລ-ຣາອີ (Eman Al-Raei).

ນາງ ຣີດາ ອາລ-ຣາອີ (Reda Al-Raei) ເຊິ່ງເປັນແມ່ຂອງນາງ ເອມານ ເວົ້າວ່າ ລູກສາວຂອງນາງ ໄດ້ສູນເສຍຂາຂ້າງນຶ່ງ ຈາກການໂຈມຕີດ້ວຍລູກສອນໄຟຂອງ ອິສຣາແອລ ຢູ່ທີ່ບ້ານຂອງພວກເຂົາເຈົ້າ ແລະອາດຈະຕ້ອງເຂົ້າຮັບການຜ່າຕັດອີກຄັ້ງນຶ່ງ ເພື່ອຮັກສາຂາອີກຂ້າງນຶ່ງໄວ້.

ນາງ ຣີດາ (Reda) ກ່າວວ່າ ການຂາດຢາຮັກສາ ເຮັດໃຫ້ລູກສາວຂອງນາງ ຕ້ອງທົນທຸກທໍລະມານຫຼາຍຂື້ນ, ໂດຍນາງ ໄດ້ກ່າວເປັນພາສາອາຣັບວ່າ:

"ບາງຄັ້ງ, ສຽງຮ້ອງຂອງນາງດັ່ງໄປທົ່ວຫ້ອງ. ນາງເກືອບຕາຍຍ້ອນຄວາມເຈັບປວດ, ເລື້ອງນີ້ເກີດຂື້ນກັບຄົນອື່ນໆເຊັ່ນກັນ. ຄືນນີ້, ລູກສາວຂອງຂ້ອຍບໍ່ໄດ້ນອນ, ນາງຕ້ອງການຢາແກ້ປວດ, ຢາ, ແລະການປິ່ນປົວ. ແຕ່ ບໍ່ມີພຽງພໍ, ຂອບໃຈພະເຈົ້າ ສໍາລັບໂຮງຫມໍແຫ່ງນີ້ ຍ້ອນວ່າມັນໃຫ້ບໍລິການຫຼາຍເກີນກວ່າທີ່ມັນຈະສາມາດຮັບໄດ້."

ທ່ານໝໍ ອາບູຊາເກີ (Abusaqer) ໃຊ້ເວລາສ່ວນໃຫຍ່ໃນແຕ່ລະມື້ຂອງທ່ານ ໃນການຜ່າຕັດ. ແຕ່ທ່ານ ກ່າວວ່າ ທ່ານຄິດຢູ່ສະເໜີວ່າ ຈະຈັດການກັບບັນຫາການຂາດແຄນ ແລະການຊອກຫາທາງເລືອກອື່ນໆ ໃນຊ່ວງເວລາທີ່ຄວາມຮຽກຮ້ອງຕ້ອງການຕໍ່ໂຮງໝໍ ເພີ້ມຫຼາຍຂຶ້ນ ແລະຊັບພະຍາກອນຫຼຸດລົງເລື້ອຍໆ, ໄດ້ແນວໃດ ໂດຍທ່ານ ໄດ້ກ່າວເປັນພາສາອາຣັບວ່າ:

"ການຂາດອຸປະກອນທາງການແພດ ກຳລັງຄອບງໍາຄວາມອາດສາມາດຂອງໂຮງໝໍ. ເຄື່ອງມືຜ່າຕັດສ່ວນໃຫຍ່ແມ່ນເກືອບຈະບໍ່ມີເລີຍ. ເມື່ອຖາມຫາສິ່ງໃດກໍຕາມ, ຄໍາຕອບແມ່ນ "ພວກເຮົາບໍ່ມີ, ບໍ່ມີເຫຼືອເລີຍ" ຢູ່ສະເໝີ. ສະພາບຢູ່ໃນໂຮງຫມໍ ແມ່ນບໍ່ສາມາດອະທິບາຍໄດ້ເລີຍ. ນັບຕັ້ງແຕ່ການຂາດອຸປະກອນທາງການແພດ ແລະເຄື່ອງມືຜ່າຕັດໄປຈົນເຖິງຂີດຄວາມສາມາດທາງດ້ານການປິ່ນປົວ."

ຫຼັງຈາກດຳເນີນການຜ່າຕັດມາໝົດມື້, ເຊິ່ງສ່ວນໃຫຍ່ແມ່ນກ່ຽວກັບຜູ້ໄດ້ຮັບບາດເຈັບຈາກສົງຄາມ, ທ່ານໝໍ ອາບູຊາເກີ (Abusaqer) ກໍດຳເນີນການຜ່າຕັດອີກຮອບນຶ່ງ. ໃນແຕ່ລະເດືອນ, ຈະມີຄົນເຈັບຫລາຍພັນຄົນເຂົ້າມາຮັກສາ, ແລະທ່ານໝໍ ອາບູຊາເກີ (Abusaqer) ກໍເປັນຫ່ວງວ່າ ທ່ານແລະພະນັກງານຄົນອື່ນໆ ຈະສາມາດປະຕິບັດງານຕໍ່ໄປໄດ້ດົນປານໃດ, ໂດຍທ່ານ ໄດ້ກ່າວເປັນພາສາອາຣັບວ່າ:

"ຂ້າພະເຈົ້ບໍ່ຮູ້ວ່າ ສົງຄາມ ເລີ່ມຕົ້ນຂຶ້ນໄດ້ແນວໃດ ແລະສົງຄາມ ຈະສິ້ນສຸດລົງແນວໃດ, ແຕ່ການບາດເຈັບນັ້ນ ແມ່ນເກີນຄວາມສາມາດຂອງພວກເຮົາ. ເລື້ອງນີ້ ແມ່ນເກີນຄວາມສາມາດຂອງມະນຸດ, ແພດຫມໍ, ໂຮງຫມໍ, ຫຼືໃຜກໍຕາມ. ຂ້າພະເຈົ້າ​ບໍ່​ຮູ້​ວ່າ​ ພວກເຮົາ​ທົນ​ກັບ​ຄວາມ​ເຈັບ​ປວດ ​ແລະ​ຄວາມ​ອິດເມື່ອຍ ​ໄດ້​ແນວ​ໃດ, ແຕ່​ພວກ​ເຮົາ​ຍັງ​ຄົງ​ຍຶດ​ໝັ້ນ​ຢູ່​ຕໍ່​ໄປ, ຂ້າ​ພະ​ເຈົ້າອະທິຖານໃຫ້​ສົງ​ຄາມ​ນີ້​ຍຸຕິລົງ​ໂດຍ​ໄວ.

ເນື່ອງຈາກຄວາມພະຍາຍາມທາງດ້ານການທູດທີ່ລົ້ມແຫລວ ແລະສົງຄາມທະວີຂຶ້ນ, ເຮັດໃຫ້ເກືອບບໍ່ມີຄວາມຫວັງເລີຍວ່າ ຄໍາອະທິຖານຂອງທ່ານ ຈະໄດ້ຮັບການຕອບສະໜອງ, ຫຼືການບັນເທົາທຸກນັ້ນ ຈະມາຮອດຄົນເຈັບເຫຼົ່ານີ້ ໃນໄວໆນີ້.

ອ່ານລາຍງານເປັນພາສາອັງກິດລຸ່ມນີ້:

With much of Gaza's medical infrastructure destroyed and limited medical supplies, hospitals are struggling to provide even basic assistance, one year after the Israel-Hamas war began. Among the facilities struggling is the al Aqsa hospital, which is supposed to serve one million people. Dorian reports from Istanbul with Nedal Hamdouna, Amjed Tantesh, and Enas Tantesh in the Gaza Strip.

Al-Aqsa Martyrs Hospital in Deir al-Balah is one of the few remaining medical facilities serving about ahalf of the Gaza Strip's nearly two million people.

For doctor Ibrahim Abusaqer, a refugee from the north of Gaza, every day brings more casualties from the fighting between Israel and Hamas.

Ibrahim Abusaqer, Doctor - male in Arabic:

"It's wartime. The wounded are expected to come at any moment. Anything is expected, problems and challenges, especially in the operating room. (We) are always thinking of how we could manage the situation, with the larger numbers of injuries that could come every single hour, how and where to find a place for them and to treat them."

Along with working to find beds for newly arrived patients, Abusaqer is the hospital's head of general surgery.

He starts his day visiting his patients, among them Eman Al-Raei.

Her mother, Reda Al-Raei, says her daughter lost her leg in an Israeli missile attack on their home and may need another surgery to save her other leg.

Reda says a lack of medicine compounds her daughter's agony.

Reda Al-Raei, Patient's Mother - Female in Arabic:

"Sometimes, her screams fill the place. She almost dies from the pain. This happens to everyone else as well. Tonight, my daughter didn't sleep. She needs painkillers, medicine, and treatment. There is not enough. Thank God, though, for this hospital as it provides more services than it can handle."

Dr. Abusaqer spends much of his day in surgery. But he says he is always thinking about how to deal with shortages and searching for alternatives at a time when demands on the hospital are growing and resources are dwindling.

Ibrahim Abusaqer, Doctor - male in Arabic:

"Lack of medical equipment is overwhelming the capacity of the hospital. Most surgical tools are almost nonexistent. Asking for anything, the answer is always, "we don't have it, there's none left." The condition in the hospital is indescribable. Starting from the lack of medical supplies and surgical tools to the clinical capacity."

After a day of performing surgeries, largely on the war wounded, doctor Abusaqer makes another round. Thousands come in each month, and Dr. Abusaqer worries about how long he and the other staff can keep going.

Ibrahim Abusaqer, Doctor - male in Arabic:

"I don't know how it (the war) started and how it (the war) will end. But the injuries are beyond our capacity. This is beyond the power of any human being, doctor, hospital, or anyone. I don't know. How we endured the pain and fatigue, but we are still holding on. I pray that this war will end soon."

With diplomatic efforts failing and the war escalating, there's little hope that his prayers will be answered, or that relief will come for these patients, any time soon.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG