ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະບານສະຫະລັດ ກ່າວວ່າ ຢາວັກຊີນເຂັມດຽວ ກໍສາມາດປ້ອງກັນໂຄວິດ-19


ຮູບພາບເມື່ອວັນທີ 17 ເດືອນພະຈິກ 2020 ສະແດງໃຫ້ເຫັນ ຢາວັກຊີນປ້ອງກັນໂຄວິດ-19 ຂອງບໍລິສັດເພຊັດຊະກຳ ຈອນສັນ ແລະຈອນສັນ.
ຮູບພາບເມື່ອວັນທີ 17 ເດືອນພະຈິກ 2020 ສະແດງໃຫ້ເຫັນ ຢາວັກຊີນປ້ອງກັນໂຄວິດ-19 ຂອງບໍລິສັດເພຊັດຊະກຳ ຈອນສັນ ແລະຈອນສັນ.

ລັດຖະບານສະຫະລັດ ໄດ້ພິຈາລະນາວ່າ ຢາວັກຊິນສັກເຂັມດຽວ ທີ່ພັດທະນາໂດຍບໍ
ລິສັດຈອນສັນ ແລະຈອນສັນ ແມ່ນປອດໄພ ແລະໃຫ້ການປົກປ້ອງເປັນ ບາງສ່ວນ ໃນ
ການປ້ອງກັນພະຍາດ.

ຢູ່ໃນການວິເຄາະທີ່ນຳອອກເຜີຍແຜ່ໃນວັນພຸດວານນີ້ ອົງການອາຫານແລະຢາ ຂອງສະຫະລັດ ຫຼື FDA ກ່າວວ່າ ຢາວັກຊີນນີ້ໄດ້ຜົນປະມານ 66 ເປີເຊັນໃນ ການທົດລອງຢູ່
ທົ່ວໂລກເພື່ອປ້ອງກັນກໍລະນີໂຄວິດ-19 ໃນລະດັບແຕ່ປານກາງ ຫາຮ້າຍແຮງ ຊຶ່ງເປັນພະ
ຍາດທີ່ເກີດມາຈາກໄວຣັສໂຄໂຣນາ.

ບໍລິສັດອາເມຣິກັນ ກ່າວໃນເດືອນແລ້ວນີ້ວ່າ ເກືອບ 44,000 ຄົນ ເຂົ້າຮ່ວມໃນ ການທົດ
ລອງ. ປະສິດທິຜົນຂອງມັນ ແມ່ນລະຫວ່າງ 66 ເປີເຊັນ ຫາ 72 ເປີ ເຊັນ ຢູ່ໃນສະຫະລັດ
57 ເປີເຊັນຢູ່ໃນລາຕິນອາເມຣິກາແລະອາຟຣິກາໃຕ້ບ່ອນ ທີ່ໄວຣັສສາຍພັນໃໝ່ໄດ້ແຜ່
ລະບາດຢູ່ນັ້ນ.

ເຖິງແມ່ນວ່າປະສິດທິຜົນຂອງການສັກຢາວັກຊີນນີ້ ປາກົດວ່າ ມີຄວາມແຮງໜ້ອຍ ກວ່າຢາ
ວັກຊີນ ຂອງ ໂມເດີນາ ແລະຟາຍເຊີ ແຕ່ປະສິດທິຜົນດັ່ງກ່າວໄດ້ແຜ້ວທາງໃຫ້ມີການອະ
ນຸມັດຂັ້ນສຸດທ້າຍຂອງລັດຖະບານ ເພື່ອນຳໃຊ້ສຸກເສີນ ຂອງ ຢາວັກຊີນຊະນິດທີສາມ ທີ່
ມີການຄຸ້ມຄອງໄດ້ງ່າຍກວ່າ.

ການວິເຄາະຂອງອົງການ FDA ຍັງກ່າວວ່າ ຢາວັກຊີນຈອນສັນແລະຈອນສັນ ອາດສາ
ມາດຊ່ວຍໃນການເລັ່ງລັດການສັກຢາວັກຊີນ ເພາະວ່າ ບໍ່ຄືກັບຢາວັກ ຊີນຂອງໂມເດີນາ ແລະ ຟາຍເຊີ ການສັກສອງເຂັມ ບໍ່ມີຄວາມຈຳເປັນ.

ບັນດາຄະນະກຳມະການຜູ້ຊ່ຽວຊານອິດສະຫຼະຂອງອົງການ FDA ພົບປະກັນ ໃນວັນສຸກ
ມື້ນີ້ ເພື່ອຕັດສິນໃຈວ່າ ຈະອະນຸມັດຢາວັກຊີນນີ້ຫຼືບໍ່. ອົງການ FDA ຫຼັງຈາກນັ້ນຈະຊັ່ງຊາ
ກ່ຽວກັບການອະນຸມັດ ດັ່ງທີ່ໄດ້ເຮັດມາກ່ອນໃນການອະ ນຸມັດຢາວັກຊີນຂອງຟາຍເຊີ
ແລະໂມເດີນາ. ການຕັດສິນໃຈຂັ້ນສຸດທ້າຍຄາດ ວ່າຈະຮູ້ພາຍໃນບໍ່ເທົ່າໃດມື້ຂ້າງໜ້ານີ້.

ການເພີ້ມຢາວັກຊີນຊະນິດທີສາມເພື່ອຕໍ່ສູ້ກັບການລະບາດຂອງໄວຣັສໂຄໂຣນາ ອາດ
ສະໜອງການສະໜັບສະໜຸນ ໃນການສັກຢາວັກຊີນອອກໄປທົ່ວສະຫະລັດ ທີ່ໄດ້ມີການ
ຊັກຊ້າຍ້ອນສະພາບດິນຟ້າອາກາດແລະບັນຫາໃນການຂົນສົ່ງຕ່າງໆ ໃນຂະນະທີ່ຈຳ
ນວນການຕາຍຍ້ອນໂຄວິດ-19 ໄດ້ເພີ້ມຂຶ້ນເຖິງ 500,000 ຄົນ ໃນອາທິດນີ້.

ເຖິງແມ່ນວ່າອົງການ FDA ໄດ້ໃຫ້ການອະນຸມັດຂັ້ນສຸດທ້າຍ ແກ່ຜະລິດຕະພັນ ຂອງບໍລິ
ສັດຈອນສັນແລະຈອນສັນ ການສະໜອງຢາວັກຊີນດັ່ງກ່າວຂອງສະຫະລັດ ກໍບໍ່ຄາດວ່າ
ຈະມີເພີ້ມຂຶ້ນຢ່າງສຳຄັນ ໃນອານາຄົດອັນໃກ້ໆນີ້. ມີພຽງແຕ່ບໍ່ ເທົ່າໃດລ້ານໂດສ ທີ່ຄາດ
ວ່າມີຄວາມພ້ອມໃນການສົ່ງໃຫ້ໃນຕົ້ນອາທິດ ຫຼັງຈາກ ທີ່ໄດ້ມີການອະນຸມັດ.

ບໍລິສັດໄດ້ກ່າວຕໍ່ສະພາ ໃນຕົ້ນອາທິດນີ້ວ່າ ຕົນຫວັງວ່າຈະສະໜອງ 20 ລ້ານ ໂດສ ໃນ
ທ້າຍເດືອນໜ້ານີ້ ແລະ 100 ລ້ານ ພາຍໃນລະດູຮ້ອນ.

The U.S. government has determined that a one-shot COVID-19 vaccine developed by Johnson & Johnson is safe and offers partial protection against the disease.

In an analysis released Wednesday, the U.S. Food and Drug Administration said the vaccine was about 66% effective during global trials in preventing moderate to severe cases of COVID-19, the disease caused by the coronavirus.

The American company said last month that nearly 44,000 people participated in the trial. Its effectiveness was between 66% and 72% in the United States, 57% in Latin America and in South Africa, where a new variant of the virus has spread.

Although the vaccine’s effectiveness appears less robust than Moderna’s and Pfizer’s, the results pave the way for final government approval for emergency use of a third vaccine that is easier to administer.

The FDA analysis also said the Johnson & Johnson vaccine could help accelerate vaccinations because, unlike the Moderna and Pfizer vaccines, two doses are not required.

An FDA panel of independent experts meet on Friday to decide whether to approve the vaccine. The FDA then weighs whether to authorize it, as it did before approving the Pfizer and Moderna vaccines. A final decision is expected within days.

The addition of a third vaccine to combat the coronavirus pandemic could provide a boost to vaccination drives throughout the U.S. that have been slowed by inclement weather and other logistical issues, as the COVID-19 death toll topped 500,000 earlier this week.

Even if the FDA grants final approval for the Johnson & Johnson product, U.S. vaccine supplies are not expected to increase significantly in the immediate future. Only a few million doses are expected to be ready for shipping in the first week after approval.

The company told Congress earlier this week it hopes to provide 20 million doses by the end of next month and 100 million by summer.

XS
SM
MD
LG