ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜູ້ປົກຄອງຂອງນັກຮຽນ ທ່ານນຶ່ງ ໃຫ້ທັດສະນະ ກ່ຽວກັບການເປີດສົກຮຽນໃໝ່ ໃນລັດເວີຈີເນຍ


ນາງເລອາ ຄອລລິນ (Laiah Collins) ອາຍຸ 4 ປີ, ກາງ, ກຳລັງແຕ້ມຮູບ ຢູ່ໃນຮ້ອງຮຽນ ຢູ່ທີ່ໂຮງຮຽນປະຖົມ ໃນນະຄອນຊິກຄາໂກ. (AP Photo/Nam Y. Huh)
ນາງເລອາ ຄອລລິນ (Laiah Collins) ອາຍຸ 4 ປີ, ກາງ, ກຳລັງແຕ້ມຮູບ ຢູ່ໃນຮ້ອງຮຽນ ຢູ່ທີ່ໂຮງຮຽນປະຖົມ ໃນນະຄອນຊິກຄາໂກ. (AP Photo/Nam Y. Huh)

ໂຮງຮຽນໃນເຂດເມືອງໃຫຍ່ໆ ຂອງລັດເວີຈີເນຍ ໄດ້ເປີດສົກຮຽນປີ 2022-2023 ໃນວັນຈັນ​ຜ່ານ​ມານີ້ ​ຊຶ່ງຂໍ້ຈໍາກັດຕ່າງໆດ້ານໄວຣັສໂຄວິດ 19 ກໍໄດ້ຖືກຜ່ອນຜັນ ດັ່ງທີ່ທ່ານເຄນ ຫຼ່ຽມໄມຕຣີ ຜູ້ທີ່ມີລູກໃນຊັ້ນປະຖົມແລະມັດທະຍົມກ່າວເຖິງເລື້ອງນີ້ສູ່ວີໂອເອຟັງວ່າ:

“ສໍາລັບນັກຮຽນຄືລູກສາວໄດ້ສັກຢາວັກຊີນແລ້ວ ກໍບໍ່ມີບັນຫາປານໃດ ເພາະເຂົາສັກວັກຊີນແລ້ວເດະ 12 ປີຂຶ້ນໄປເຂົ້າຕ້ອງໄດ້ສັກຢາວັກຊີນ ປົກກະຕິ ຄືເດັກນ້ອຍນີ້ ເຂົາກະໃສ່ແມັສທີ່ຜ່ານມາ ເພາະລູກຊາຍສາມຄົນນີ້ ບໍ່ໃຫ້ເຂົາໄປສັກຢາວັກຊີນຫັ້ນນະ ກະເລີຍໄດ້ໃສ່ແມັສ ມາປີນີ້ ແມ່ນ parent choice ວ່າແລ້ວແຕ່ເຮົາ ວ່າເຮົາຢາກໃຫ້ໃສ່ຫຼືບໍ່ໃສ່ ສຳລັບ ແອເລີເມັນແທຣີ ສກູລ (ໂຮງຮຽນປະຖົມ)”

ຢູ່ໂຮງຮຽນໃນເມືອງແຟແຟັກສ໌ ຄາວຕີ ນີ້ ໄດ້ຍິນຂ່າວວ່າໂຮງຮຽນບໍ່ໃຫ້ນັກຮຽນ ເອົາໂທລະສັບເຂົ້າໄປໃນຫ້ອງຮຽນ ສຳລັບເມືອງພຣິນສ໌ວີລລ້ຽມ ຄາວຕີ ມີປະກາດຫຍັງບໍ່?

ທ່ານເຄນ ຕອບວ່າ “ຍັງ ຢູ່ພຣິນສ໌ວີລລ້ຽມຍັງບໍ່ມີປະກາດ ຍັງບໍ່ມີແຈ້ງການຫຍັງ ກ່ຽວກັບໂຟນ ກະຍັງປົກກະຕິທຸກຄົນ ສະຕູເດັນ (ນັກຮຽນ) ກະເອົາໄປ ເອົາໄປໄດ້”

ທາງການແຟແຟັກຄາວຕີ ເຂົາຫ້າມບໍ່ໃຫ້ເອົາໂທລະສັບເຂົ້າໄປໃນຫ້ອງຮຽນເຈົ້າຄຶດວ່າແນວໃດ?

ທ່ານເຄນ ຕອບວ່າ “ໂດຍສ່ວນຕົວກະຄຶດວ່າ ມັນກະດີແນວນຶ່ງ ຄັນວ່າ ທຸກໆເມືອງເຮັດໄດ້ ເລື້ອງບໍ່ເອົາ ບໍ່ໃຫ້ເອົາໂຟນເຂົ້າໄປໃນ ໃນເວລາເຂົ້າຮຽນ ມັນກະດີອັນນຶ່ງເພາະບໍ່ເປັນການລົບກວນຫັ້ນນະ ສ່ວນຫຼາຍນີ້ ຄັນນັກຮຽນເຂົາເອົາໄປແລ້ວເນາະ ເຂົາກະໄປແບບ ເອົາໄປຖ່າຍແບບວ່າຕິກຕ໊ອກ ບໍ່ ເອົາໄປເຮັດແນວໄປຖ່າຍເອົາວີດີໂອ ແນວທີ່ບໍ່ດີ.”

ນອກນັ້ນທ່ານຍັງກ່າວອີກວ່າ ເຂົາເອົາໂທລະສັບໄປນຳ ກໍເພື່ອຄວາມປອດໄພ ຂອງເຂົາເຈົ້າ ເພື່ອໃຊ້ໃນການໂທຫາພໍ່ແມ່ຜູ້ປົກຄອງຍາມສຸກເສີນ.

XS
SM
MD
LG