ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໐໔ ຕຸລາ ໒໐໒໔

ນຶ່ງໃນໂຄງການຟາມລົມທີ່ໃຫຍ່ທີ່ສຸດຂອງເຂດເອເຊຍ ຮອງຈາກຟາມລົມໃນຈີນ ກໍາລັງສ້າງຂຶ້ນຢູ່ລາວ


ຕາເວັນກຳລັງຂຶ້ນຢູ່ດ້ານຫຼັງຂອງກັງຫັນລົມ ເມືອງ ປູເອໂບຼ, ລັດ ໂຄໂລຣາໂດ.
ຕາເວັນກຳລັງຂຶ້ນຢູ່ດ້ານຫຼັງຂອງກັງຫັນລົມ ເມືອງ ປູເອໂບຼ, ລັດ ໂຄໂລຣາໂດ.

ຟາມລົມທີ່ໃຫຍ່ທີ່ສຸດໃນຂົງເຂດເອເຊຍ ຮອງລົງມາຈາກຟາມລົມຢູ່ໃນຈີນ ກໍາລັງຈະສ້າງຂຶ້ນຢູ່ແຂວງສະຫວັນນະເຂດ ຊຶ່ງຈະຊ່ວຍຂະຫຍາຍຄວາມຫຼາກຫຼາຍຂອງແຫລ່ງພະລັງງານທົດແທນຂອງລາວ ໃຫ້ຫຼາຍຂຶ້ນເພື່ອສົ່ງໄຟຟ້າອອກໄປຫວຽດນາມ ແລະຊົມໃຊ້ຢູ່ພາຍໃນປະເທດ. ແຕ່ເມື່ອທຽບກັບການສ້າງເຂື່ອນແລ້ວໂຄງການພະລັງງານຈາກລົມ ກໍຍັງໄດ້ຮັບການອະນຸມັດ ຊັກຊ້າຫຼາຍ, ອີງຕາມນັກຊ່ຽວຊານກ່າວ.

ລາວມີທ່າແຮງສູງໃນການຜະລິດພະລັງງານທົດແທນ ເຊັ່ນ ພະລັງລົມ ແລະ ແສງຕາເວັນທີ່ສາມາດຜະລິດ ໄດ້ຫຼາຍທີ່ສຸດໃນລະດູແລ້ງ ຊຶ່ງມັນຈະໄປທົດແທນໃຫ້ແກ່ການຜະລິດໄຟຟ້າຈາກເຂື່ອນທີ່ຫລຸດລົງຍ້ອນບໍ່ມີນໍ້າພຽງພໍ, ອີງຕາມສະຖາບັນ Global Green Growth ຊຶ່ງເປັນອົງການລັດຖະບານຂອງ 48 ປະເທດ.

ເມື່ອມໍ່ໆມານີ້ ລັດຖະບານລາວ ກໍໄດ້ເຊັນສັນຍາພັດທະນາໂຄງການກັບບໍລິສັດພະລັງງານທົດແທນ ສະຫວັນ ວາຢູ ຫລື Savan Vayu Renewable Energy ທີ່ເປັນບໍລິສັດລາວ ເພື່ອສ້າງຟາມລົມຜະລິດໄຟຟ້າທີ່ມີມູນຄ່າ 2 ຕື້ໂດລາ ແລະມີກໍາລັງຕິດຕັ້ງ 1,200 ເມກາວັດ (MW) ຢູ່ເມືອງເຊໂປນ, ແຂວງສະຫວັນນະເຂດ ທີ່ໃກ້ກັບຊາຍແດນຫວຽດນາມ. ໂຄງການນີ້ຄາດວ່າ ຈະເລີ້ມທໍາການຜະລິດໃນປີ 2026 ນີ້ ເພື່ອສົ່ງໄຟຟ້າໄປຂາຍໃຫ້ຫວຽດນາມ ແລະຊົມໃຊ້ຢູ່ພາຍໃນປະເທດ, ອີງຕາມໜັງສືພິມຂ່າວສານປະເທດລາວ.

ໂຄງການນີ້ບໍ່ພຽງແຕ່ເປັນຟາມລົມຜະລິດໄຟຟ້າທີ່ໃຫຍ່ທີ່ສຸດໃນລາວເທົ່ານັ້ນ, ມັນຍັງເປັນນຶ່ງໃນໂຄງການຟາມ ລົມທີ່ໃຫຍ່ທີ່ສຸດໃນຂົງເຂດເອເຊຍທີ່ຮອງລົງມາຈາກຟາມລົມໃນຈີນ. ເມື່ອສ້າງສໍາເລັດແລ້ວມັນຈະປະກອບສ່ວນເຮັດໃຫ້ລາວບັນລຸເປົ້າໝາຍຂອງຕົນ ໃນປີ 2030 ໃນການເຮັດໃຫ້ແຫລ່ງຜະລິດໄຟຟ້າໃຫ້ມີຄວາມຫຼາກຫຼາຍຂຶ້ນ.

ສ່ວນ ດຣ. ອຽນ ແບດ ນັ້ນ ເຫັນພ້ອມນໍາສະຖາບັນ Global Green Growth ວ່າລາວມີທ່າແຮງສູງ ໃນການຜະລິດໄຟຟ້າຈາກພະລັງລົມ ແລະແສງຕາເວັນ ແລະໄຟຟ້າຜະລິດຈາກແຫລ່ງພະລັງງານແບບນີ້ ແມ່ນມີຜົນກະທົບຕໍ່ສິ່ງແວດລ້ອມຕໍ່າກວ່າການສ້າງເຂື່ອນ ຫລື ພະລັງງານຈາກຖ່ານຫີນຫຼາຍ ຊຶ່ງທ່ານເວົ້າວ່າ ລັດຖະບານລາວຄວນສົ່ງເສີມ. ແຕ່ທ່ານກໍຍົກໃຫ້ເຫັນຜົນກະທົບ ຕໍ່ຊີວິດການເປັນຢູ່ຂອງປະຊາຊົນທີ່ອາໄສຢູ່ໃນເຂດກໍ່ສ້າງ ທີ່ຕ້ອງໄດ້ຍົກຍ້າຍອອກຈາກຖິ່ນຖານ ແລະ ແຫລ່ງທໍາມາຫາກິນຂອງເຂົາເຈົ້າ ຊຶ່ງບໍ່ຕ່າງຫຍັງກັບການສ້າງເຂື່ອນ ເຖິງແມ່ນວ່າ ເຂົາເຈົ້າຈະໄດ້ຮັບເງິນທົດແທນຄ່າເສຍຫາຍໂດຍຈ່າຍບາດດຽວເປັນກ້ອນກໍຕາມ. ທ່ານໃຫ້ຂໍ້ສັງເກດດັ່ງນີ້: (need to transcribe in Lao)

ສະນັ້ນທ່ານຈຶ່ງໃຫ້ຂໍ້ຄິດເຫັນວ່າ ນອກຈາກເງິນຊົດເຊີຍຄ່າເສຍຫາຍທີ່ຈ່າຍໃນເທື່ອດຽວແລ້ວ ລັດຖະບານລາວ ແລະຜູ້ລົງທຶນສ້າງໂຄງການຜະລິດໄຟຟ້າ ບໍ່ວ່າຈະເປັນປະເພດໃດກໍຕາມ ຄວນຈະໄດ້ສ່ວນແບ່ງປັນຜົນກໍາໄລ ໃນອັດຕາສ່ວນໜ້ອຍນຶ່ງ ອາດຈະເປັນ 1 ເປີເຊັນ ຫລືເທົ່າໃດກໍໄດ້ ຕາມຄວາມເໝາະສົມໃຫ້ແແກ່ປະຊາຊົນ ທີ່ຖືກຍົກຍ້າຍໄປຕັ້ງຖິ່ນຖານໃໝ່ ເປັນແບບໃນແຕ່ລະປີໄປ.

ພ້ອມກັນນັ້ນ, ການພັດທະນາໂຄງການຜະລິດໄຟຟ້າທົດແທນທີ່ບໍ່ແມ່ນມາຈາກເຂື່ອນ ເຊັ່ນພະລັງງານລົມ ແລະແສງຕາເວັນນີ້ ຍັງມີອຸປະສັກຢູ່ຫລາຍດ້ານ. ອັນທີນຶ່ງກໍຄື ຂັ້ນຕອນການອະນຸມັດໂຄງການປະເພດນີ້ ຍັງຊັກຊ້າຫຼາຍ ເມື່ອທຽບໃສ່ໂຄງການສ້າງເຂື່ອນ, ອີງຕາມທ່ານນາງຄອດນີ ແວເທີບີ, ຮອງຫົວໜ້າໂຄງ ການເອເຊຍຕາເວັນອອກສຽງໃຕ້ ໃນສູນກາງສຕິມຊັນທີ່ຕິດຕາມການພັດທະນາພະລັງງານຢູ່ໃນຂົງເຂດແມ່ນໍ້າຂອງ. ເມື່ອທຽບກັບປະເທດອື່ນຢູ່ໃນ ຂົງເຂດເອເຊຍຕາເວັນອອກສຽງໃຕ້ແລ້ວ ທ່ານນາງເວົ້າວ່າ:

“ລາວມີໂຄງການ [ແບບນີ້] ທີ່ໄດ້ສ້າງແລ້ວໆ ໜ້ອຍລົງ. ເຂົາເຈົ້າຂ້ອນຂ້າງວ່ານໍາຫຼັງໝູ່. ເຂົາເຈົ້າຮັບຮອງເອົາຂໍ້ສະເໜີຕ່າງໆຊ້າກວ່າຫຼາຍ. ຂ້າພະເຈົ້າຄິດວ່າຫລາຍສິ່ງຫລາຍຢ່າງກຳລັງເປັນໄປຕາມຂັ້ນຕອນ ທີ່ຊ້າໆ. ມັນເຫັນໄດ້ຢ່າງຈະແຈ້ງແລ້ວວ່າ ມີນັກລົງທຶນສະແດງຄວາມສົນໃຈ ໃນທ່າແຮງດ້ານພະລັງງານໄຟຟ້າຈາກແສງຕາເວັນ ແລະລົມຢູ່, ແຕ່ວ່າ ລາວຍັງບໍ່ນຳທັນເທື່ອທີ່ຈະເຮັດ ໃນແງ່ຂອງການອະນຸມັດໂຄງການເຫຼົ່ານັ້ນ ແລະເຮັດໃຫ້ມັນເຄື່ອນໄປ.”

ດ້ານທີສອງ ກໍຄືການສົ່ງອອກໄຟຟ້າທີ່ຜະລິດຈາກຟາມລົມຂອງລາວໄປຫວຽດນາມ ຊຶ່ງ ຕ້ອງໄດ້ຜ່ານສາຍສົ່ງຢູ່ແຂວງກວາງຈິ ທາງພາກກາງຫວຽດນາມນັ້ນ ຍັງບໍ່ສາມາດຕອບສະໜອງຕາມຄວາມຕ້ອງການສົ່ງອອກໄຟຟ້າ ໃນປະລິມານ 4,150 ເມກາວັດຂອງນັກລົງທຶນໃນລາວ ທັງຫລາຍນັ້ນ. ສະນັ້ນປະລິມານຂອງໄຟຟ້າທີ່ສົ່ງອອກສ່ວນໃຫຍ່ ແມ່ນຂຶ້ນກັບຄວາມສາມາດຮອງຮັບຂອງພື້ນຖານໂຄງຫລ່າງຢູ່ໃນຂົງເຂດນັ້ນ. ເນື່ອງຈາກວ່າ ສາຍໄຟແຮງສູງ 200 ກິໂລໂວນ ແລະ 110 ກິໂລໂວນຢູ່ໃນທ້ອງຖິ່ນນັ້ນ ຕາມປົກກະຕິແລ້ວ ໃນລະດູແລ້ງ ກໍຄືແຕ່ເດືອນພຶດສະພາຫາເດືອນກໍລະກົດ ສາມາດຮອງຮັບໄຟຟ້າສູງສຸດ ກໍໄດ້ ແຕ່ພຽງ 300 ເມກາວັດເທົ່ານັ້ນ, ອີງຕາມລາຍງານເມື່ອມໍ່ໆມານີ້ຂອງໜັງສືພິມ ຫວຽດນາມ ຫລື Viet Nam News.

ສະຫລຸບແລ້ວ ໂຄງການຟາມລົມຢູ່ໃນລາວ ກໍຍັງດຳເນີນການກໍ່ສ້າງຢູ່ຕໍ່ໄປ ແລະຄາດວ່າ ບັນຫາການສົ່ງກະແສໄຟຟ້າອອກໄປຂາຍໃຫ້ຫວຽດນາມນັ້ນ ຄົງຈະຖືກແກ້ໄຂໄດ້ ເມື່ອໂຄງການກໍ່ສ້າງສຳເລັດຕາມກຳນົດເວລາ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG