ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຮູບ​ເງົາ 1917 ແລະ Once Upon a Time ...in Hollywood ໄດ້​ຊະ​ນະ​ລາງວັນ Golden Globes


ທ່ານ ແຊມ ເມັນ​ເດັ​ສ ຖ່າຍ​ຮູບ​ກັບ ລາງວັນ​ຜູ້​ກຳ​ກັບ​ດີ​ເລີດ ສຳ​ລັບ​ຮູບ​ເງົາ 1917 ທີ່​ງານມອ​ບ​ລາງວັນ Golden Globe ປະ​ຈຳ​ປີຄັ້ງ​ທີ 77, ເມືອງ ເບ​ເວີ​ລີ ຮິ​ລ, ລັດຄາ​ລິ​ຟໍ​ເນຍ. 5 ມັງ​ກອນ, 2020.
ທ່ານ ແຊມ ເມັນ​ເດັ​ສ ຖ່າຍ​ຮູບ​ກັບ ລາງວັນ​ຜູ້​ກຳ​ກັບ​ດີ​ເລີດ ສຳ​ລັບ​ຮູບ​ເງົາ 1917 ທີ່​ງານມອ​ບ​ລາງວັນ Golden Globe ປະ​ຈຳ​ປີຄັ້ງ​ທີ 77, ເມືອງ ເບ​ເວີ​ລີ ຮິ​ລ, ລັດຄາ​ລິ​ຟໍ​ເນຍ. 5 ມັງ​ກອນ, 2020.

ຮູບ​ເງົາ “1917” ແລະ “Once Upon a Time…in Hollywood” ໄດ້​ຮັບ​ລາງ​ວັນກຽດ​ສູງ​ສຸດ ໃນ​ງານ​ລ້ຽງ​ມອບ​ລາງວັນ ໂກ​ລ​ເດັນ ໂກ​ລບ “Golden Globe” ຄັ້ງ​ທີ 77 ໃນ​ນະ​ຄອນ​ ລອ​ສ ແອນ​ເຈີ​ລິ​ສ, ລັດ​ຄາ​ລິ​ຟໍ​ເນຍ ​ເມື່ອ​ວັນ​ອາ​ທິດ​ວານນີ້, ເປັນ​ການ​ເພີ່ມ​ຄວາມ​ຄາດ​ຫວັງ​ຂອງ​ເຂົາ​ເຈົ້າ ສຳ​ລັບ​ລາງວັນ ອອ​ສ​ກ້າ ທີ່​ຈະ​ຈັດ​ຂຶ້ນ​ໃນ​ເດືອນ​ໜ້າ.

ຮູບ​ເງົາ ສົງ​ຄາມ​ໂລກ​ຄັ້ງ​ທີ 1 ຊື່​ວ່າ “1917” ຂອງຜູ້​ກຳ​ກັບ​ຊາວ ອັງ​ກິດ ທ່ານ ແຊມ ເມັນ​ເດັ​ສ ຈາກ​ຄ້າຍ Universal Pictures ໄດ້​ຊະ​ນະ​ລາງວັນ​ພາບ​ດີ​ເລີດ ໃນ​ປະ​ເພດ​ລະ​ຄອນ ແລະ ຮູບ​ເງົາ Once Upon a Time…in Hollywood ຂອງ​ທ່ານ ຄູ​ເວັນ​ທິນ ຄາ​ຣານ​ຕີ​ໂນ ໄດ້​ຊະ​ນະ​ລາງວັນ​ຮູບ​ເງົາ​ດີ​ເລີດ​ໃນ​ປະເພດ​ຕະຫຼົກ ຫຼື ເພງ.

ຮູບ​ເງົາ​ທີ່​ຖືກ​ສັນ​ນິ​ຖານ​ວ່າ​ມີ​ຄະ​ແນນ​ນຳ​ໜ້າ ຄື​ຮູບ​ເງົາ The Iraishman ຂອງ​ທ່ານ ມາ​ຕິນ ສ​ກໍ​ຊີ​ສ ແລະ ຮູບ​ເງົາ Marriage Story ຂອງ​ທ່ານ ໂນ​ອາ ໂບມ​ແບ​ຈ໌, ເຊິ່ງ​ທັງ​ສອງ​ຮູບ​ເງົາ​ນັ້ນ​ມາ​ຈາກ​ບໍ​ລິ​ສັດ Netflix ນັ້ນ​ໄດ້​ຮັບ​ພຽງ​ລາງວັນ​ດຽວ​ຮ່ວມ​ກັນ. ມັນ​ແມ່ນ​ບົດ​ນັກ​ສະ​ແດງ​ຕົວ​ປະ​ກອບ​ເປັນ​ໄອ​ຍະ​ການ​ຢ່າ​ຮ້າງຂອງ​ນາງ ລໍ​ຣາ ເດີນ​ສ໌, ​ທີ່​ໄດ້​ເອົາ​ຊະ​ນະ​ຜູ້​ທີ່​ຖືກ​ສັນ​ນິ​ຖານ​ວ່າ​ຈະ​ເປັນ​ຜູ້​ຊະ​ນະຄື​ນາງ ເຈັນ​ນີ​ເຟີ ໂລ​ເປ​ສ ທີ່​ສະ​ແດງ​ເປັນ​ນັກ​ເຕັ້ນຮູດເສົາ​ທີ່​ຄຶກ​ຄະ​ນອງ​ໃນ​ຮູບ​ເງົາ “Hustlers.”

ຮູບ​ເງົາ 1917 ທີ່​ໄດ້​ອອກ​ສາຍ​ທົ່ວ​ປະ​ເທດ​ໃນ​ວັນ​ສຸກ​ທີ່​ຜ່ານ​ມາ​ນັ້ນ, ກໍ​ຍັງ​ໄດ້​ຊະ​ນະ​ລາງວັນ​ຜູ້​ກຳ​ກັບ​ດີ​ເດັ່ນ​ສຳ​ລັບ​ທ່ານ ເມັນ​ເດັ​ສ. ຮູບ​ເງົາ​ດັ່ງ​ກ່າວ​ເລົ່າ​ເລື່ອງ​ຂອງ​ທະ​ຫານ ອັງ​ກິດ ສອງ​ຄົນ ຜ່ານ​ຜ່າ​ສະ​ໜາມ​ຕ່າງໆ​ໃນ​ສົງ​ຄາມ​ໂລ​ກ​ຄັ້ງ​ທີ​ນຶ່ງ ແລະ ຖືກ​ຖ່າຍເພື່ອ​ໃຫ້​ຄວາມ​ປະ​ທັບ​ໃຈ​ ກ່ຽວ​ກັບ ​ການ​ຖ່າຍ​ພາບຢ່າງ​ຕໍ່​ເນື່ອງ​ດົນ​ສອງ​ຊົ່ວ​ໂມງ.

ທ່ານ​ ເມັນ​ເດັ​ສ ໄດ້​ກ່າວ​ວ່າ “ຂ້າ​ພະ​ເຈົ້າ​ຫວັງ​ວ່າ ມັນ​ຈະ​ໝາຍ​ຄວາມ​ວ່າ​ຄົນ​ຈະ​ອອກ​ມາ ແລະ ເບິ່ງ​ມັນ​ຢູ່​ໃນ​ຈໍ​ໃຫຍ່, ຕາມ​ຈຸດ​ປະ​ສົງ​ຂອງ​ມັນ.”

ຮູບ​ເງົາ One Upon a Time… ເປັນ​ເລື່ອງ​ທີ່​ໄດ້​ເກີດ​ຂຶ້ນ​ໃນ​ທ້າຍ​ອາ​ທິດ​ຂອງ​ເດືອນ​ກຸມ​ພາ​ປີ 1969 ມີ​ຈຸດ​ປະ​ສົງ​ທີ່​ຈະ​ພັນ​ລະ​ນາ ກ່ຽວ​ກັບ ຄວາມ​ຄິ​ບ​ທີ່​ສ້າງ​ສັນຂອງ​ອຸດ​ສາ​ຫະ​ກຳ​ຮູບ​ເງົາ ແລະ ຊີ​ວິດ​ໃນ ຮອ​ລ​ລີ​ວູດ, ເຊິ່ງ​ໄດ້​ຮັບ​ລາງວັນ​ຮູບ​ເງົາ​ດີ​ເດັ່ນ​ສຳ​ລັບ​ທ່ານ ທາ​ຣານ​ຕີ​ໂນ ເຊັ່ນ​ກັນ. ທ້າວ ແບ​ຣດ ພິດ ໄດ້​ຊ​ະ​ນະ​ນັກ​ສະ​ແດງ​ປະ​ກອບ​ດີ​ເດັ່ນ ສຳ​ລັບ​ບົດ​ບາດ​ຂອງ​ລາວ​ເປັນ​ນັກ​ສະ​ແດງ​ແທນ​ໃນ​ສາກ​ສ່ຽງ​ອັນ​ຕະ​ລາຍທີ່​ຈົງ​ຮັກ​ພັກ​ດີ​ຕໍ່​ຕົວ​ລະ​ຄອນ​ຂອງ​ທ້າວ ລີ​ໂອ​ນາ​ໂດ ດີ​ແຄັບ​ປ​ຣີ​ໂອ.

ທ້າວ ຮ​ວາ​ຄວິນ ຟີ​ນິກ​ສ໌, ຜູ້​ສະ​ແດງ​ເປັນນັກ​ຕະຫຼົກ ທີ່​ເປັນ​ຕາ​ຢ້ານ ຫຼື Joker ໃນ​ຮູບ​ເງົາ​ທີ່​ມີ​ຊື່​ດຽວ​ກັນ​ນັ້ນ, ແລະ ນາງ ຣີ​ເນ ແຊ​ລ​ເວ​ເກີ, ຜູ້​ທີ່​ສະ​ແດງ​ເປັນ​ນາງ ຈູ​ດີ ກາ​ແລນ ໃນ​ຮູບ​ເງົາ “Judy” ກໍ​ໄດ້​ຮັບ​ລາງວັນ​ນັກ​ສະ​ແດງ​ດີ​ເດັ່ນ ໃນ​ຮູບ​ເງົາ​ດ​ຣາ​ມາ ນັ້ນ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG