ຄວາມຄາດໝາຍທີ່ສຳຄັນ ຈາກກອງປະຊຸມສອງອາທິດ ກ່ຽວ
ກັບການປ່ຽນແປງດິນຟ້າອາກາດ ຂອງສະຫະປຊາຊາດ ທີ່ໃກ້
ຈະເລີ້ມຂື້ນຢູ່ນະຄອນຫລວງປາຣີ ກໍແມ່ນວ່າ ຜົນອອກມານັ້ນ
ຄວນຈະຕ້ອງໃຫ້ເປັນແຜນການອັນໜັກແໜ້ນ ທີ່ມີເປົ້າໝາຍ
ສາມາດບັນລຸໄດ້ໂດຍທຸກໆປະເທດທີ່ເຂົ້າຮ່ວມ ຊຶ່ງມີຄວາມ
ໝາຍວ່າ ພາຍໃນປີ 2025 ການປ່ອຍທາດ carbon ຈະຢູ່ອັນ
ດັບຕໍ່າກວ່າທີ່ມີຢູ່ໃນທຸກວັນນີ້. ແຕ່ວ່າເວລາໃດ ການຕົກລົງ
ໄດ້ບັນລຸກັນແລ້ວ ການຈັດຕັ້ງປະຕິບັດໂຕຈິງຈະເປັນແບບ ໃດ
ນັ້ນ?ນັກຂ່າວວີໂອເອ Jane Bojadzievski ມີລາຍງານກ່ຽວ
ກັບ ເລື້ອງນີ້ ຊຶ່ງ ກິ່ງສະຫວັນ ຈະນຳມາສະເໜີທ່ານ ໃນອັນດັບ
ຕໍ່ໄປ.
ມີຄວາມຫວັງກັນຢູ່ ໃນການຮັບມືກັບຜົນກະທົບທີ່ພາໃຫ້ໂລກ
ມະນຸດຂອງ ເຮົາຮ້ອນເອົ້າຂຶ້ນຢ່າງວ່ອງໄວ ອີງຕາມ ສະມາຊິກ
ສະພາຕ່ຳ ສະຫະລັດ ທ່ານ Don Byer ຊຶ່ງເປັນສະມາຊິກຢູ່ໃນ
ຄະນະກຳມະການເສດຖະກິດຮ່ວມ ແລະຄະນະກຳມະການ
ຊັບພະຍາກອນທຳມະຊາດຂອງສະພາຕ່ຳ.
ທ່ານ Don Beyer ກ່າວວ່າ “ສະຫະລັດໄດ້ເຮັດຫລາຍກວ່າປະເທດອຶ່ນໆໃນ ໄລຍະ 7
ປີທີ່ຜ່ານມາ ເພື່ອຫລຸດຜ່ອນການປ່ອຍທາດ carbon. ຫລາຍໆປະເທດຢູ່ໃນໂລກ ກຳ
ລັງພາກັນເຮັດວຽກໜັກ. ຂ້າພະເຈົ້າມີຄວາມຫວັງໄປໃນແງ່ດີກ່ຽວກັບການເຈລະຈາຢູ່
ນະຄອນປາຣີທີ່ຈະມີຂື້ນໃນບໍ່ເທົ່າໃດອາທິດນີ້. ແມ່ນແຕ່ຜູ້ປ່ອຍມົນລະພິດລາຍໃຫຍ່
ຄືດັ່ງຈີນ ແລະອິນເດຍ ຕ່າງກໍພາກັນເຕັມໃຈທີ່ຈະສະເໜີແຜນການຕ່າງໆ.”
ເຖິງຢ່າງໃດກໍດີ ໜຶ່ງໃນບັນຫາຍາກທີ່ສຸດ ແມ່ນເລື້ອງການເງິນຂອງບັນດາປະເທດທີ່ກຳ
ລັງພັດທະນາ ເພື່ອຊ່ວຍເຂົາເຈົ້າຊອກຫາແຫລ່ງພະລັງງານທີ່ຍືນຍົງ. ສາດສະດາຈານ
ທີ່ມະຫາວິທະຍາໄລ George Mason ທ່ານນາງ Mona Sarfaty ໄດ້ສະເໜີການແກ້
ໄຂທີ່ເປັນໄປໄດ້ດັ່ງນີ້:
ສາດສະດາຈານ Sarfaty ກ່າວວ່າ “ການເພີ້ມແຜ່ນເກັບພະລັງແສງຕາເວັນ ແມ່ນມີ
ຂຶ້ນຢ່າງຫລວງຫລາຍໃນທົດສະວັດທີ່ຜ່ານມາ ແລະເກີດຂື້ນໄວກວ່າທີ່ຜູ້ໃດຜູ້ໜຶ່ງຄາດ
ຄິດໄດ້ວ່າ ມັນເປັນໄປໄດ້. ບັດນີ້ ມັນມີລາຄາຖືກທີ່ຈະຜະລິດ ພະລັງງານແສງຕາເວັນ
ກວ່າພະລັງງານອຶ່ນໆຢູ່ໃນບາງບ່ອນ. ເພາະສະນັ້ນສິ່ງທີ່ພວກເຮົາຕ້ອງການເຮັດກໍຄື
ແຜ່ຂະຫຍາຍພະລັງງານແສງຕາເວັນທີ່ບໍ່ແພງ ເພື່ອໃຫ້ຫລາຍໆຂົງເຂດທີ່ຕ້ອງການ
ນັ້ນ ສາມາດເອົາໄປຊົມໃຊ້ບໍ່ວ່າຈະເປັນພະ ລັງງານແສງຕາເວັນ ຫລືລົມ ຊຶ່ງເປັນພະ
ລັງງານສາມາດຊົມໃຊ້ຄືນໃໝ່ໄດ້ ທີ່ມີ ຢູ່ໃນປັດຈຸບັນນີ້."
ໃນຂະນະດຽວກັນ ການຊ່ວຍເຫລືອດ້ານການເງິນແກ່ບັນດາປະເທດທຸກຈົນເພື່ອ ໃຫ້ເຂົາ
ເຈົ້າຕັດການປ່ອຍແກັສເຮືອນແກ້ວ ແລະຮັບມືກັບບັນຫາຄວາມຮ້ອນເອົ້າຂອງໂລກ ຊຶ່ງ
ຍັງສືບຕໍ່ເປັນອຸບປະສັກທີ່ໃຫຍ່ທີ່ສຸດທີ່ຍັງຄ້າງຄາຢູ່ ເຖິງແມ່ນວ່າຊ່ອງຫວ່າງກຳລັງຫລຸດ
ນ້ອຍລົງແລ້ວກໍຕາມ.
ທ່ານນາງ Aliya Hag ຈາກສະພາປ້ອງກັນຊັບພະຍາກອນທຳມະຊາດ ຮັບຮູ້ວ່າ ຍັງບໍ່ມີ
ການປົວແປງທີ່ວ່ອງໄວໃດໆເທື່ອ.
ທ່ານ Ariya Hag ກ່າວວ່າ “ບັນດາປະເທດທີ່ກຳລັງພັດທະນາ ເປັນປະເທດທີ່ ຫລໍ່
ແຫຼມທີ່ສຸດຕໍ່ຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດແລະເຂົາເຈົ້າຕ້ອງ
ການໆຊ່ວຍເຫລືອຈາກ ບັນດາປະເທດທີ່ຈະເລີນທາງດ້ານອຸດສາຫະກຳ ຊຶ່ງເປັນຜູ້
ຮັບຜິດຊອບກ່ຽວກັບ ສ່ວນໃຫຍ່ຂອງມົນລະພິດ ທີ່ເຮັດໃຫ້ເກີດຄວາມອົບເອົ້າ ໃນ
ປັດຈຸບັນ ນັ້ນບໍ່ໄດ້ກ່າວເຖິງວ່າ ບັນດາປະເທດກຳລັງພັດທະນາບໍ່ຕ້ອງການທີ່ຈະ
ເລີ້ມຫລຸດຜ່ອນການປ່ອຍແກັສດັ່ງກ່າວຂອງເຂົາເຈົ້າໂດຍທັນທີ ແຕ່ພວກເຮົາຕ້ອງການຊອກຫາທາງ ລະດົມເງິນທຶນໃຫ້ພຽງພໍ ເພື່ອໃຫ້ເປັນທີ່ແນ່ໃຈວ່າເຂົາເຈົ້າສາ
ມາດສ້າງແລະກະກຽມຮັບມືກັບຜົນກະທົບຈາກການປ່ຽນແປງຂອງ ດິນຟ້າອາກາດ
ທີ່ໄດ້ເກີດຂຶ້ນແລ້ວນັ້ນ.
ແຕ່ແນວໃດກໍຕາມ ໂອກາດໃນທີ່ຈະບັນລຸຂໍ້ຕົກລົງຮອບດ້ານຢູ່ທີ່ປະເທດຝຣັ່ງນັ້ນ ແມ່ນ
ຍັງບໍ່ມີຄວາມແນ່ນອນເທື່ອ.