ປະທານປະເທດຈີນ ທ່ານສີ ຈິ້ນຜິງ ໄດ້ທຳການຂົ່ມຂູ່ຄືນໃໝ່ ກ່ຽວກັບການທີ່ຈະເຂົ້າຢຶດເອົາເກາະໄຕ້ຫວັນທີ່ປົກຄອງແບບປະຊາທິປະໄຕ, ໃນຂະນະທີ່ປະທານາທິບໍດີໄຕ້ຫວັນ ທ່ານນາງໄຊ ອິ້ງ-ເຫວິນ ໄດ້ຮຽກຮ້ອງໃຫ້ມີການຢູ່ຮ່ວມກັນແບບສັນຕິກັບປັກກິ່ງ. ການໃຫ້ຄຳເຫັນໃນວັນປີໃໝ່ ມີຂຶ້ນກ່ອນການເລືອກຕັ້ງປະທານາທິບໍດີຂອງໄຕ້ຫວັນທີ່ອາດຈະສົ່ງຜົນກະທົບໃຫຍ່ຫຼວງຕໍ່ສາຍສໍາພັນ ຈີນ-ໄຕ້ຫວັນ. ບີລ ກາໂລ, ນັກຂ່າວ VOA ມີລາຍງານເພີ້ມເຕີມຈາກນະຄອນຫຼວງໄທເປ, ເກາະໄຕ້ຫວັນ. ທິບສຸດາ ມີລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.
ການສະເຫຼີມສະຫຼອງ ຕ້ອນຮັບປີໃໝ່ຢູ່ໃນໄຕ້ຫວັນ, ເປັນອາລົມຂອງງານບຸນແຫ່ງຄວາມມ່ວນຊື່ນ, ແຕ່ມີຫຼາຍອັນຍັງບໍ່ແນ່ນອນ ກ່ອນການເລືອກຕັ້ງ ທີ່ຈະກຳນົດອະນາຄົດ ຂອງເກາະປະຊາທິປະໄຕແຫ່ງນີ້.
ໃນຄຳປາໄສຂອງມື້ປີໃໝ່, ປະທານາທິບໍດີ ທ່ານນາງໄຊ ອິ້ງ-ເຫວິນ ໄດ້ຮຽກ ຮ້ອງໃຫ້ ໄຕ້ຫວັນ ຈົ່ງປົກປັກຮັກສາສັນຕິພາບ ແລະ ປະຊາທິປະໄຕຂອງຕົນ.
ທ່ານນາງກ່າວເປັນພາສາຈີນກາງວ່າ:
"ພວກເຮົາຍັງຄົງຫວັງວ່າ ທັງສອງຝ່າຍຈະຮ່ວມກັນສະແຫວງຫາການຢູ່ຮ່ວມກັນແບບສັນຕິ ທີ່ຍືນຍົງແລະ ແລະ ມີສະຖຽນລະພາບ ພາຍໃຕ້ສັນຕິພາບ, ຄວາມສະເໝີພາບ, ປະຊາທິປະໄຕ ແລະການສົນທະນາຫາລືກັນ."
ສໍາລັບປັກກິ່ງ, ຊໍ້າພັດມີວິໄສທັດທີ່ແຕກຕ່າງກັນ. ປະທານປະເທດຈີນ ທ່ານສີ ຈິ້ນຜິງ ໄດ້ທຳການຂົ່ມຂູ່ຂອງຈີນຄືນອີກ ທີ່ຈະເຂົ້າຍຶດເອົາໄຕ້ຫວັນ.
ທ່ານ ສີ ກ່າວເປັນພາສາຈີນກາງວ່າ:
"ແນ່ນອນວ່າ ຈີນ ຈະລວມໂຕກັນອີກຄັ້ງ, ແລະປະຊາຊົນຈີນທັງໝົດຢູ່ສອງຝັ່ງຊ່ອງແຄບໄຕ້ຫວັນ ຄວນຈະຜູກພັນກັນດ້ວຍຈິດໃຈທີ່ມີຄວາມສໍານຶກ, ແລະມີສ່ວນຮ່ວມ ກ່ຽວກັບການຟື້ນຟູປະເທດຈີນຄືນໃໝ່ ເພື່ອຄວາມຈະເລີນຮັ່ງມີ."
ຢູ່ຕາມຖະໜົນຂອງນະຄອນຫຼວງໄທເປ ໄດ້ເຮັດໃຫ້ປະຊາຊົນບໍ່ມີຄວາມກະຕືລືລົ້ນແທ້ໆໃນສິ່ງທີ່ ທ່ານສີ ກໍາລັງນໍາສະເໜີຢູ່.
ທ້າວຫວູ ກວນ (Wu Kuan), ປະຊາຊົນທີ່ອາໄສໃນນະຄອນຫຼວງໄທເປ ກ່າວເປັນພາສາອັງກິດວ່າ:
“ຂ້ອຍບໍ່ຢາກເປັນສ່ວນນຶ່ງຂອງຈີນ. ຂ້ອຍຄິດວ່າ ຕົນເອງເປັນຄົນໄຕ້ຫວັນ, ຂ້ອຍບໍ່ແມ່ນຄົນຈີນ."
ທ້າວຊີນ ເຊັງ (Sean Chen), ປະຊາຊົນທີ່ອາໄສໃນນະຄອນຫຼວງໄທເປ ກ່າວເປັນພາສາອັງກິດວ່າ:
“ສຳລັບຂ້ອຍແລ້ວ, ໄຕ້ຫວັນ ຄື ໄຕ້ຫວັນ, ຈີນ ຄື ຈີນ. ມັນແຕກຕ່າງກັນຫຼາຍ.”
ທ້າວວີລເບີ ຊູ (Wilbur Su), ປະຊາຊົນທີ່ອາໄສໃນນະຄອນຫຼວງໄທເປ ກ່າວເປັນພາສາອັງກິດວ່າ:
"ຂ້ອຍຄິດວ່າ ຈີນ ແມ່ນ ຈີນ, ແລະ ໄຕ້ຫວັນ ແມ່ນ ໄຕ້ຫວັນ, ຂ້ອຍຮູ້ສຶກວ່າປັດຈຸບັນນີ້ມັນດີແລ້ວ. ພວກເຮົາບໍ່ຈຳເປັນຕ້ອງມີການປ່ຽນແປງໃດໆ.”
ໃນອາທິດໜ້າ, ໄຕ້ຫວັນ ຈະຈັດການເລືອກຕັ້ງທົ່ວໄປ. ຜູ້ສະໝັກເລືອກຕັ້ງຂອງພັກທີ່ກຳອຳນາດຢູ່ ມີຄະແນນນຳໜ້າຕໍ່ຄູ່ແຂ່ງຝ່າຍຄ້ານຂອງຕົນພຽງເລັກນ້ອຍ, ເຊິ່ງຝ່າຍຄ້ານ ສະໜັບສະໜຸນແນວຄິດດັ້ງເດີມ ໃນການສ້າງສາຍພົວພັນທີ່ໃກ້ຊິດກັບປັກກິ່ງ.
ແຕ່ທ່າທີດັ່ງກ່າວ ພົບກັບຄວາມຫຍຸ້ງຍາກຫຼາຍຂຶ້ນທີ່ຈະຮັກສາ ເນື່ອງຈາກ ຈີນ ເພີ້ມທະວີການຂົ່ມຂູ່ທາງທະຫານຕໍ່ໄຕ້ຫວັນ.
ໃນບໍ່ເທົ່າໃດເດືອນຜ່ານມາ, ເຮືອບິນກອງທັບ ແລະກຳປັ່ນທະຫານຂອງຈີນ ໄດ້ບິນແລະແລ່ນເຂົ້າໄປໃກ້ ໄຕ້ຫວັນ ຫຼາຍກວ່າທີ່ເຄີຍມີມາ ເຊິ່ງເປັນການເຕືອນ ເຖິງໄພອັນຕະລາຍທີ່ພວມມອງເຫັນຢູ່ໃນອະນາຄົດຂ້າງໜ້າ.
Chinese President Xi Jinping has renewed his threat to take over the democratic island of Taiwan, while, while Taiwanese President Tsai Ing-wen called for peaceful coexistence with Beijing. The new year comments come just ahead of the Taiwan presidential election that could have a big impact on China-Taiwan relations. More from VOA’s Bill Gallo in Taipei, Taiwan…
Ringing in the new year in Taiwan. A festive mood. But plenty of uncertainty ahead of an election that will shape the future of this democratic island.
In a new year speech, President Tsai Ing-wen called for Taiwan to safeguard peace and democracy.
Tsai Ing-wen, Taiwan President)) ((In Mandarin, female.
“We also hope the two sides will jointly seek a long-term and stable way of peaceful coexistence under peace, parity, democracy and dialogue."
In Beijing, a different vision. President Xi Jinping renewed China’s threat to take over Taiwan.
Xi Jinping, China President, In Mandarin, male.
“China will surely be reunified, and all Chinese on both sides of the Taiwan Strait should be bound by a common sense of purpose and share in the glory of the rejuvenation of the Chinese nation."
On the streets of Taipei, there’s virtually no appetite for what Xi is proposing.
Wu Kuan, Taipei Resident, English, male.
“I don’t want to be a part of China. I think of myself as Taiwanese. I’m not Chinese.”
Sean Chen, Taipei Resident, English, male.
“For me, Taiwan is Taiwan, China is China. It’s too different.”
Wilbur Su, Taipei Resident, English, male.
“I think China is China, and Taiwan is Taiwan // I feel right now it is good. We don’t need to do any change.”
Next week, Taiwan holds a general election. The ruling party candidate holds a slight lead over his opposition rival. The opposition has traditionally supported closer ties with Beijing.
But that position has gotten much harder to maintain, as China increases its military threats against Taiwan.
In recent months, Chinese military aircraft and ships have come closer than ever to Taiwan – a reminder of danger on the horizon.
ຟໍຣັມສະແດງຄວາມຄິດເຫັນ