ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

​ສະ​ພາບ​ການ ທີ່ຕຶງ​ຄຽດ ຈາກ​ຄວາມ​ຮຸນ​ແຮງ ໃນ​ຮົງ​ກົງ ບໍ່​ສາ​ມາດ​ຢຸດຢັ້ງ ການ​ເລືອກ​ຕັ້ງຂັ້ນ​ທ້ອງ​ຖິ່ນ


ພວກ​ປ່ອນ​ບັດ​ເລືອກ​ຕັ້ງ ພາ​ກັນ​ລຽນ​ແຖວ​ເພື່ອ​​ລົງ​ຄະ​ແນນ​ສຽງ​ຢູ່​ທີ່​ໜ່ວຍ​ເລືອກ​ຕັ້ງ ​ໃນ​ລະ​ຫວ່າງ​ການ​ເລືອກ​ເອົາ​​ສະ​ມາ​ຊິກ​ສະ​ພາ​ຂັ້ນ​ທ້ອງ​ຖິ່ນ ໃນ​ເກາະ​ຮົງ​ກົງ ​ຂອງ​ຈີນ, ວັນ​ທີ 24 ພະ​ຈິກ 2019. REUTERS/Athit Perawongmetha
ພວກ​ປ່ອນ​ບັດ​ເລືອກ​ຕັ້ງ ພາ​ກັນ​ລຽນ​ແຖວ​ເພື່ອ​​ລົງ​ຄະ​ແນນ​ສຽງ​ຢູ່​ທີ່​ໜ່ວຍ​ເລືອກ​ຕັ້ງ ​ໃນ​ລະ​ຫວ່າງ​ການ​ເລືອກ​ເອົາ​​ສະ​ມາ​ຊິກ​ສະ​ພາ​ຂັ້ນ​ທ້ອງ​ຖິ່ນ ໃນ​ເກາະ​ຮົງ​ກົງ ​ຂອງ​ຈີນ, ວັນ​ທີ 24 ພະ​ຈິກ 2019. REUTERS/Athit Perawongmetha

ຊາວ​ຮົງ​ກົງ​ພາ​ກັນ​ຕັ້ງ​ແຖວ​ຍາວ​ຢຽດ ​ຢູ່​ດ້ານນອກ​ຂອງ​ໜ່ວຍ​ເລືອກ​ຕັ້ງຫຼາຍ​ແຫ່ງ​ ​ທົ່ວ​ເຂດແດນຂອງ​ຕົນ​ໃນ​ວັນ​ອາ​ທິດມື້ນີ້ ໃນ​ຂະ​ນະ​ທີ່​ຜູ້​ມີ​ສິດ​ປ່ອນ​ບັດ​ທັງຫຼາຍ ເຂົ້າ​ຮ່ວມ​ໃນສິ່ງ​ທີ່​ເປັນ​ການ ມອງ​ເຫັນ​ໂດຍ​ທົ່ວ​ໄປ​ວ່າ ເປັນ​ການລົງ​ປະ​ຊາ​ມະ​ຕິ ກ່ຽວ​ກັບ​ການ​ປະ​ທ້ວງ​ເພື່ອ​ປະ​ຊາ​ທິ​ປະ​ໄຕ ຕາມ​ສະ​ພາບ​ຄວາມ​ເປັນ​ຈິງ​ນັ້ນ.

ການ​ເລືອກ​ຕັ້ງ​ຄະ​ນະ​ສະ​ພາ​ເຂດ​ເມືອງ ເປັນ​ໂອ​ກາດ​ທຳ​ອິດ​ຂອງ​ຊາວ​ຮົງ​ກົງ ທີ່​ຈະໄດ້​ລົງ​ຄະ​ແນນ​ສຽງ ນັບ​ຕັ້ງ​ແຕ່​ການ​ປະ​ທ້ວງ​ຕໍ່​ຕ້ານ​ລັດ​ຖະ​ບານ ໄດ້​ລະ​ເບີດ​ຂຶ້ນ ເມື່ອ​ເດືອນ​ມິ​ຖຸ​ນາ​ ເປັນ​ຕົ້ນ​ມາ. ຜົນ​ຂອງ​ການ​ປະ​ທະ​ກັນ​ລະ​ຫວ່າງ ຕຳຫຼວດ ແລະ​ພວກ​ປະ​ທ້ວງ ໄດ້​ເຮັດ​ໃຫ້​ສັງ​ຄົມ​ ຮົງ​ກົງ ​ເກີດ​ຄວາມ​ແຕກ​ແຍກກັນ.

ຢູ່ນອກ​ໜ່ວຍ​ເລືອກ​ຕັ້ງ​ບາງ​ແຫ່ງ ໃນ​ຕອນ​ເຊົ້າ​ຂອງວັນ​ອາ​ທິດມື້ນີ້ ຜູ້ໄປ​ໃຊ້​ສິດ​ອອກ​ສຽງ ໄດ້​ພາ​ກັນ​ເຂົ້າ​ແຖວ​ເປັນ​ສາຍ​ຄົດ​ລ້ຽວ​ໄປ​ຕາມ​ທາງອ້ອມຄຸ້ມ​ ຕຶກ​ໃຫຍ່ຂອງ​ເມືອງ. ​ເມື່ອການ​ລົງ​ຄະ​ແນນ​ສຽງ​ເຂົ້າ​ສູ່​ສາມ​ຊົ່ວ​ໂມງ​ ຫຼາຍກວ່າ 17 ເປີ​ເຊັນ​ຂອງ​ຜູ້​ມີ​ສິດ​ອອກ​ສຽງ​ກໍ​ໄດ້​ປ່ອນ​ບັດ​ໄປ​ແລ້ວ ອີງ​ຕາມ​ຂໍ້​ມູນ​ຂອງ​ລັດ​ຖະ​ບານ ໂດຍ​ເຫັນໄດ້​ວ່າ ​ຜູ້​ມາ​ປ່ອນ​ບັດ​ແມ່ນ​ມີຫຼາຍກວ່າເກົ່າ ເມື່ອ​ທຽບ​ໃສ່​ໃນລະ​ຫວ່າງ​ຊ່ວງ​ເວ​ລາ​ດຽວ​ກັນ​ຂອງ​ການ​ເລືອກ​ຕັ້ງ​ຂັ້ນ​ພື້ນ​ຖ​ານ​ກ່ອນໜ້ານີ້ ເມື່ອປີ 2015.

ນາງ ວອກ ຜູ້​ປ່ອນ​ບັດ​ຄົນ​ນຶ່ງ​ຢູ່​ໃນ​ເຂດ​ເລືອກ​ຕັ້ງ ເຊົ້າ ໂຮ​ໄຣ​ຊັນ​ສ໌ ແວັ​ສ (South Horizons West) ໄດ້​ກ່າວ​ວ່າ “​ຄະ​ນະສະ​ພາ​ເຂດ​ເມືອງ ແມ່ນ​ກຳ​ອຳ​ນາດໂດຍບັນ​ດາ​ຜູ້​ສະ​ໜັບ​ໜຸນ​ກຸ່ມ​ປົກ​ຄອງ ​ມາ​ໄດ້ຫຼາຍ​ປີ. ພວກ​ເຮົາ​ຢາກ​ຈະ​ໃຫ້​ມີຜູ້​ທີ່​ຖືກ​ເລືອກເຂົ້າ​ເປັນ​ສະ​ມາ​ຊິກ​ສະ​ພາຂອງ​ເມືອງ​ເປັນ​ຈາກ​ພັກ​ເດ​ໂມ​ແຄ​ຣັດ ຫຼາຍຂຶ້ນ​ກວ່າ​ເກົ່າ.”

ສ່ວນ ທ້າວ ​ມ່າ ຜູ້​ປ່ອນ​ບັດ​ອີກ​ຄົນ​ນຶ່ງ ກ່າວ​ວ່າ “ການ​ເລືອກ​ຕັ້ງ​ນີ້ ເປັນພາກ​ສ່ວນ​ນຶ່ງຂອງ​ຂະ​ບວນ​ການ​ປະ​ທ້ວງ.” ລາວເວົ້າອີກວ່າ “ມັນ​ເປັນ​ວິ​ທີ​ທາງ​ນຶ່ງ ທີ່​ສະ​ແດງໃຫ້​ເຫັນ​ວ່າ ປະ​ຊາ​ຊົນ​ຊາວ​ຮົງ​ກົງ ​ຈະ​ສະ​ໜັບ​ສະ​ໜຸນບັນ​ດາຜູ້​ສະ​ໝັກ ​ຈາກພັກປະ​ຊາ​ທິ​ປະ​ໄຕ ຫຼື ​ພັກອະ​ນຸ​ລັກຂອງ​ກຸ່ມ​ປົກ​ຄອງ ​ໃຫ້ເຂົ້າ​ເປັນ​ສະ​ມາ​ຊິກ​ຄະ​ນະ​ສະ​ພາ​ຂອງ​ເມືອງ ຫຼືບໍ່. ຫຼາຍ​ຄົນ ກໍ​ຢາກ​ຈະ​ໃຫ້​ມີ​ການ​ປ່ຽນ​ແປງ. ສະ​ນັ້ນ ການ​ເລືອກ​ຕັ້ງ​ນີ້ ແມ່ນ​ສຳ​ຄັນ​ຢ່າງ​ຍິ່ງ.”

ເຂດ​ແດນ​ດັ່ງ​ກ່າວ ພວມ​ຢູ່​ໃນ​ພາ​ວະ​ທີ່​ຕຶງ​ຄຽດ ຫຼັງ​ຈາກ​ໄດ້​ມີ​ການ​ປະ​ທະ​ກັນ​ຢ່າງ​ຮຸນ​ແຮງ​ມາ​ໄດ້ຫຼາຍ​ວັນ ລະ​ຫວ່າງ​ຕຳຫຼວດ ແລະ​ກຸ່ມ​ພວກ​ປະ​ທ້ວງ​ ໂດຍ​ສ່ວນ​ໃຫຍ່​ແມ່ນ​ນັກ​ສຶກ​ສາ ເຖິງ​ຢ່າງນັ້ນ​ກໍ​ຕາມ ຄວາມ​ຮຸນ​ແຮງ​ກໍ​ໄດ້​ຜ່ອນ​ຄາຍ​ລົງ​ໃນ​ສອງ​ສາມມື້​ຜ່ານ​ມານີ້.

ຕຳຫຼວດ​ໄດ້​ໃຫ້​ຄຳ​ໝັ້ນ​ສັນ​ຍາ ຈະ​ໃຫ້​ມີ​ການ​ຮັກ​ສາ​ຄວາມ​ປອດ​ໄພ​ຢ່າງ​ໜາ​ແໜ້ນ ຢູ່​ສະ​ຖານ​ທີ່​ການ​ເລືອກ​ຕັ້ງ​ຕ່າງໆ ແຕ່​ຫາກ​ເຫັນໄດ້​ວ່າ ​ບໍ່ມີ​ຕຳຫຼວດ​ມາ​ປະ​ຈຳ​ການ​ຢູ່ດ້ານນອກ​ໜ່ວຍ​ເລືອກ​ຕັ້ງຫຼາຍ​ແຫ່ງ​ເລີຍ.

ຊາວ​ຮົງ​ກົງ ກຳ​ລັງ​ເລືອກ​ເອົາ​ສະ​ມາ​ຊິກ​ຄະ​ນະ​ສະ​ພາ​ຂອງ​ເມືອງ ຫຼາຍກວ່າ 400 ຄົນ ສຳ​ລັບ 18 ​ຕົວເມືອງ​ທີ່​ກະ​ແຈກ​ກະຈາຍ​ໄປ​ທົ່ວ​ເຂດ​ແດນ​ຂະ​ໜາດ​ແຫ່ງ​ນີ້. ສະ​ພາ​ເຂດ​ເມືອງ ໂດຍຫຼັກ​ການແລ້ວ ຈະ​ເປັນ​ຄະ​ນະ​ຈັດ​ຕັ້ງ​ທີ່​ໃຫ້​ຄຳ​ປຶກ​ສາ ແກ່​ການ​ຕັດ​ສິນ​ໃຈຕ່າງໆຂອງ​ທ້ອງ​ຖິ່ນ​ນັ້ນໆ ເຊັ່ນ​ວ່າ ການກໍ່​ສ້າງ​ທາງ ຫຼື ໂຮງ​ຮຽນ ເປັນ​ຕົ້ນ.

ອ່ານ​ຂ່າວນີ້​ຕື່ມ ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG