ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເຈົ້າໜ້າທີ່ສືບລັບ ແລະທະຫານ ເຕືອນວ່າ ຜູ້ນຳກຸ່ມຈີຮາດ ເຮັດວຽກ ໃຫ້ຫຼາຍຝ່າຍ


ນາຍຍາມຢືນຮັກສາຫໍພິພິດທະພັນບາກໂດ ໃນຕຸນິສ ຫູັງຈາກ ພວກມືປືນຖະຫຼົ່ມ ໃນເດືອນມີນາ 2015.
ນາຍຍາມຢືນຮັກສາຫໍພິພິດທະພັນບາກໂດ ໃນຕຸນິສ ຫູັງຈາກ ພວກມືປືນຖະຫຼົ່ມ ໃນເດືອນມີນາ 2015.

ການດຳເນີນຄວາມ​ພະຍາຍາມ ​ເພື່ອປາບປາມ​ພວກ​ກໍ່​ການ​ຮ້າຍທີ່​ຕັ້ງ​ຢູ່​ໃນ​ທະວີບອາ
​ຟຣິກາ ກຳລັງປະເຊີນໜ້າກັບບັນຫາ​ຕ່າງໆຈຳນວນນຶ່ງ ບາ​ງທີ​ອາດ​ຈະບໍ່​ມີບັນຫາໃດ
ເປັນ​ທີ່​ລົບ​ກວນ ຫຼື​ ເປັນ​ອັນຕະລາຍຮ້າຍແຮງ ​ໄປກວ່າ​ການປ່ຽນພັນ ທະມິດຢູ່​ສະ​ເໝີ ​
ແລະ​ເປັນພວກ​ນັກ​ລົບ​ກໍ່​ການ​ຮ້າຍໂດຍເຂົາ​ເຈົ້າ​ເອງ.

ພວກປະຕິບັດງານກໍ່ການຮ້າຍເຫຼົ່ານີ້ ບໍ່​ໄດ້ເປັນ​ໜີ້​ບຸນຄຸນ​ຕໍ່​ກຸ່ມ​ໃດ​ກຸ່ມ​ນຶ່ງ ຫລື​ຕໍ່ແນວ​ຄິດໃດແນວຄິດນຶ່ງ ຫຼື​ແມ່ນ​ແຕ່​ຜູ້ທີ່ຈ່າຍເງິນ ຫຼາຍທີ່ສຸດໃຫ້ແກ່ພວກເຂົາເຈົ້າ ມັນຈຶ່ງ
ເຮັດໃຫ້ເສັ້ນ ທີ່​ແບ່ງແຍກ​ກຸ່ມ​ນຶ່ງໄປ​ຫາອີກ​ກຸ່ມ​ນຶ່ງນັ້ນ ບໍ່ຕາຍໂຕ.

ຜົນ​ກໍຄື ອີງ​ຕາມເຈົ້າໜ້າທີ່ ປ້ອງກັນ​ປະ​ເທດ​ ແລະເຈົ້າໜ້າທີ່ສືບລັບ ຂອງປະເທດຕາ​
ເວັນ​ຕົກ​ແລະອາຟຣິກາແລ້ວ ເປັນ​ການ​ປະຕິບັດ​ງານ​ກໍ່​ການ​ຮ້າ​ຍ​ແບບໃໝ່​ທີ່​ມີລະດັບ​
ສູງ​ກວ່າ ​ເຕັ​ມ​ໃຈ​ທີ່​ຈະ​ປະຕິບັດ​ງາ​ນເພື່ອ​ແຂ່ງຂັນໃຫ້​ແກ່​ກຸ່ມ​ກໍ່​ການ​ຮ້າຍທີ່ມີຊື່ສຽງເຊັ່ນ
​ອາລ​ກາອີ​ດາ ​ແລະ​ລັດ​ອິສລາມ ບາ​ງ​ເທື່ອກໍພ້ອມໆກັນ.

ສະຖານທູດເຊີເບຍ ໃນນະຄອນທຣິບໂປລີ ປະເທດລີເບຍ ທີ 21 ກຸມພາ 2016.
ສະຖານທູດເຊີເບຍ ໃນນະຄອນທຣິບໂປລີ ປະເທດລີເບຍ ທີ 21 ກຸມພາ 2016.

ທ່ານ​ຄຣິສ​ໂຕ​ເຟີ ​ເມ​ເອີ ຜູ້ອຳນວຍການ ໜ່ວຍ​ປະຕິບັດ​ງານເພື່ອ​ເອົາ​ຊະນະ ກຸ່ມລັດອິສ
ລາມ ກ່າວ​ຕໍ່ ວີ​ໂອ​ເອ ວ່າ “ທ່ານ​ຕ້ອງການທີ່ຈະຖອດລະຫັດແລະ​ທ່ານຕ້ອງ​ສືບຕໍ່ດຳ
ເນີນການ​ໃຫ້​ທັນເພື່ອ​ຈະ​ຮູ້​ວ່າ​ ກຸ່ມພວກ​ນັກ​ລົບນີ້ ປັດ​ຈຸບັນ​“ເປັນພັນທະມິດກັບກຸ່ມໃດ.”

ພວກຖະຫານຝຣັ່ງກຳລັງອອກຈາກ ບ່ອນພັກເຊົາ ທີ່ຖານທັບອາກາດທະຫານມາລຽນ ທີ່ເມືອງບາມາໂກ ວັນທີ 14 ມັງກອນ 2013.
ພວກຖະຫານຝຣັ່ງກຳລັງອອກຈາກ ບ່ອນພັກເຊົາ ທີ່ຖານທັບອາກາດທະຫານມາລຽນ ທີ່ເມືອງບາມາໂກ ວັນທີ 14 ມັງກອນ 2013.

ທ່ານ​ກ່າວ​ວ່າ “​ເຂົາ​ເຈົ້າ​ຮວມເຂົ້າ​ກັນ ​ແລະ​ທ້ອນ​ໂຮມກັນ​ຕາມ​ພື້ນຖານ​ປົກກະຕິ. ສ່ວນ
​ໃຫຍ່​ຂອງ​ຄວາມ​ສາມາດ​ໃນ​ກໍລະນີ​ການ​ເຄື່ອນ​ໄຫວຂອງ​ພວກ​ນັກ​ລົບແລະ​ ພວກ​ຜູ້ນຳ
​ໃນ​ຂະນະ​ທີ່​ຮັບ​ໃຊ້​ຜົນ​ປະໂຫຍ​ດໃນທ້ອງຖິ່ນ​ຂອງເຂົາ​ເຈົ້າ​.

ກອງກຽດຕິຍົດ ກຳລັງຫາມຫີບສົບທະຫານສະຫະລັດ ສິບເອກ ລາ ເດວິດ ຈອນສັນ ທີ່ຢູ່ໃນຈຳນວນ ທະຫານສະຫະລັດສີ່ຄົນຖືກສັງຫານຢູ່ໃນ ໄນເຈີ ທີ 21 ຕຸລາ 2017.
ກອງກຽດຕິຍົດ ກຳລັງຫາມຫີບສົບທະຫານສະຫະລັດ ສິບເອກ ລາ ເດວິດ ຈອນສັນ ທີ່ຢູ່ໃນຈຳນວນ ທະຫານສະຫະລັດສີ່ຄົນຖືກສັງຫານຢູ່ໃນ ໄນເຈີ ທີ 21 ຕຸລາ 2017.

ຜົນ​ຮັບ​ກໍ​ຄື ການ​ໂຈມ​ຕີ​ກໍ່​ການ​ຮ້າຍ​ອາດ​ຈະ​ຍາກ​ກວ່າເກົ່າ ທີ່ຈະໄດ້ຮັບ​ຄວາມ​ສຳ​ເລັດ​
ໃນ​ເວລາ​ທີ່​ເປັນ​ໄປ​ໄດ້ ຕໍ່​ຜົນ​ຂອງ​ການ​ຊ່ວຍ​ເຫຼືອ ຫຼື​ວາງ​ແຜນ​ຫຼາຍ​ກວ່າ ​ນຶ່ງ​ກຸ່່ມ ​ແມ່ນ
ກະທັງຈາກ​ກຸ່ມອາລກາອີດາ ​ແລະກຸ່ມລັດອິສລາມ.

ສາ​ເຫດ​ດັ່ງກ່າວ​ແມ່ນ​ແຕ່​ໄດ້​ກາຍ​ມາ​ເປັນ​ແຫຼ່ງຂອງ​ການ​ບໍ່​ເຫັນ​ພ້ອມ​ລະຫວ່າງ ບັນດາ​ອົງການຕໍ່ຕ້າ​ນການ​ກໍ່​ການ​ຮ້າຍຂອງສະຫະລັດ ​ແລະ​ພວກ​ເຈົ້າ​ໜ້າ​ທີ່.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG