ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໔ ເມສາ ໒໐໒໔

ໄວຣັສສາຍພັນໂອໄມຄຣອນ ອາດຈະຕໍ່ຕ້ານ ຢາຕ້ານເຊື້ອໂຄວິດ ຊັ້ນນໍາ 2 ຊະ​ນິດ


ປ້າຍຕິດໄວ້ຢູ່ເທິງປະຕູຂອງໂຮງລະຄອນ ກໍານົດໃຫ້ລູກຄ້າຕ້ອງຮັບການສັກຢາວັກຊີນປ້ອງກັນໂຄວິດ-19, ປາກົດໃຫ້ເຫັນຢູ່ ໄທມ໌ສະແຄວຣ໌, ໃນນະຄອນນິວຢອກ, ວັນທີ 16 ທັນວາ 2021.
ປ້າຍຕິດໄວ້ຢູ່ເທິງປະຕູຂອງໂຮງລະຄອນ ກໍານົດໃຫ້ລູກຄ້າຕ້ອງຮັບການສັກຢາວັກຊີນປ້ອງກັນໂຄວິດ-19, ປາກົດໃຫ້ເຫັນຢູ່ ໄທມ໌ສະແຄວຣ໌, ໃນນະຄອນນິວຢອກ, ວັນທີ 16 ທັນວາ 2021.

ໃນຂະນະທີ່ໂຮງໝໍໃນທົ່ວສະຫະລັດມີການກະກຽມຄວາມພ້ອມຮັບມືກັບຈໍານວນຜູ້ປ່ວຍລາຍໃໝ່ຈາກໂຄວິດ-19 ສາຍພັນໂອໄມຄຣອນທີ່ມີການແຜ່ລະບາດຢ່າງວ່ອງໄວນັ້ນ, ທ່ານໝໍ ມີການເຕືອນກ່ຽວກັບຄວາມທ້າທາຍອື່ນໆເຊັ່ນ: ມາດຕະ ຖານຂອງຢາທັງສອງຊະນິດທີ່ພວກເຂົາເຈົ້າໃຊ້ເພື່ອຕໍ່ສູ້ກັບການຕິດເຊື້ອ ເບິ່ງຄືວ່າໃຊ້ບໍ່ໄດ້ຜົນປານ​ໃດໃນການຕໍ່ຕ້ານກັບໄວຮັສສາຍພັນໃໝ່. ອີງຕາມລາຍງານຂອງອົງການຂ່າວ AP.

ເປັນເວລາຫຼາຍກວ່ານຶ່ງປີທີຢາຕ້ານເຊື້ອ ຣີເຈີເນີຣອນ (Regeneron) ແລະ ອີລີ ລິລລີ (Eli Lilly) ໄດ້ເປັນຢາຮັກສາ ໃນຊ່ວງເລີ້ມໂຄວິດ-19 ເປັນຕົ້ນມາ, ​ຍ້ອນຢາເຫຼົ່ານີ້ສາມາດກໍາຈັດພະຍາດທີ່ຮ້າຍແຮງ ແລະຊ່ວຍໃຫ້ຜູ້ປ່ວຍໄດ້ອອກຈາກໂຮງໝໍ.

ແຕ່ຜູ້ຜະລິດຢາທັງສອງຊະນິດດັ່ງກ່າວໄດ້ເຕືອນວ່າ ການທົດສອບຢູ່ໃນຫ້ອງທົດທົດລອງນັ້ນລະບຸວ່າ ການບໍາບັດຮັກສາຂອງພວກເຂົາເຈົ້າ ຈະມີປະສິດທິພາບ ໜ້ອຍກວ່າໃນການຕໍ່ຕ້ານສາຍພັນໂອໄມຄຣອນ, ເຊິ່ງມີການກາຍພັນໄປຫຼາຍສິບຄັ້ງ ອັນໄດ້ເຮັດໃຫ້ຍາກ ໃນການຕ້ານເຊື້ອໄວຣັສຍາກຂຶ້ນອີກ. ແລະໃນລະ ຫວ່າງທີ່ບໍລິສັດຕ່າງໆກ່າວວ່າ ພວກເຂົາເຈົ້າສາມາດພັດທະນາຢາຕ້ານເຊື້ອສໍາລັບໄວຣັສສາຍພັນໂອໄມຄຣອນໄດ້ຢ່າງໄວວານັ້ນ, ແຕ່ຢາດັ່ງກ່າວ ກໍບໍ່ໄດ້ຄາດໝາຍວ່າຈະນໍາອອກມາໃຊ້ໄດ້ຢ່າງໜ້ອຍເປັນເວລາຫຼາຍເດືອນ.

ຢາຕ້ານເຊື້ອໂຕທີສາມ ຈາກບໍລິສັດຜູ້ຜະລິດຂອງປະເທດອັງກິດ ກລາໂຊສມິທ
ຄລາຍນ໌ (GlaxoSmithKline) ເບິ່ງຄືວ່າຈະເຮັດວຽກໄດ້ດີໃນການຕໍ່ສູ້ກັບສາຍພັນໂອໄມຄຣອນ. ແຕ່ຢາກລາໂຊນັ້ນ ເບິ່ງຄືວ່າບໍ່ມີຈໍາໜ່າຍຢ່າງແຜ່ຫຼາຍຢູ່ໃນສະຫະລັດ, ໂດຍຄິດເປັນຈໍານວນສັດສ່ວນປະລິມານພຽງເລັກນ້ອຍ ຈາກປະລິ ມານໂດສທີ່ຊື້ແລະແຈກຢາຍໂດຍລັດຖະບານກາງ. ບັນດາເຈົ້າໜ້າທີ່ທາງການແພດຂອງສະຫະລັດ ກໍາລັງແບ່ງປັນຢາທີ່ມີພຽງເລັກນ້ອຍດັ່ງກ່າວນີ້ໃຫ້ກັບລັດຕ່າງໆ.

“ຂ້າພະເຈົ້າຄິດວ່າ ມັນຈະມີບັນຫາທີ່ຢາບໍ່ພຽງພໍ,” ທ່ານໝໍ ໂຈນາທານ ລີ (Jonathan Li) ຜູ້ອໍານວຍການຫ້ອງທົດລອງພິເສດທາງດ້ານໄວຣັສແຫ່ງ ຮາເວີດ/ບລິກແຮມ ກ່າວ. “ພວກເຮົາມີພຽງຢາຕ້ານເຊື້ອ ໂມໂນໂຄລນອລ (Monoclonal) ທີ່ໄດ້ຮັບການອະນຸມັດຈາກອົງການອາຫານ ແລະຢາພຽງອັນດຽວ” ກັບສາຍພັນໂອໄມຄຣອນ ເພາະວ່າປະສິດທິພາບຂອງຢາ ຣີເຈີເນີຣອນ ແລະຢາ ລິລລີ ໄດ້ຫຼຸດລົງ.

ສາຍພັນເດລຕ້າຍັງຄົງມີສັດສ່ວນກວມເອົາຫຼາຍກວ່າ 95 ເປີເຊັນຂອງຜູ້ປ່ວຍໃນສະຫະລັດ, ອີງຕາມລາຍງານຂອງສູນຄວບຄຸມ ແລະປ້ອງກັນພະຍາດ ຫຼື CDC. ແຕ່ ຫົວໜ້າໜ່ວຍງານກ່າວວ່າ ໄວຣັສສາຍພັນໂອໄມຄຣອນແຜ່ລາມໄວກວ່າສາຍພັນອື່ນໆ ແລະຈະກາຍເປັນສາຍພັນທີ່ປົກຄຸມໄປທົ່ວປະເທດພາຍໃນບໍ່ເທົ່າໃດອາທິດ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG