ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

​​ການ​ແຂ່ງ​ຂັນກິ​ລາ​ໂອ​ລິມ​ປິກ​ປັກ​ກິ່ງ​ ​​ທີ່​ຖືກ​ຈຳ​ກັດ​ໃຫ້ດຳ​ເນີນ​ໄປ​​ຢູ່​ໃນ​ 'ວົງ​ປິດ' ນັ້ນ​ ໄດ້​ສິ້ນ​ສຸດ​ລົງ​ແລ້ວ


ທຸງ​ຂອງ​ປະ​ເທດ​ທີ່​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​ຖືກວາງ​ສ​ະ​ແດງຢູ່​ໃນ​ພິ​ທີ​ປິດ​ງານກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ 2022 ທີ່າ​ໜາມ​ກິ​ລາແຫ່ງ​ຊາດ, ວັນ​ທີ 20 ກຸມ​ພາ, 2022
ທຸງ​ຂອງ​ປະ​ເທດ​ທີ່​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​ຖືກວາງ​ສ​ະ​ແດງຢູ່​ໃນ​ພິ​ທີ​ປິດ​ງານກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ 2022 ທີ່າ​ໜາມ​ກິ​ລາແຫ່ງ​ຊາດ, ວັນ​ທີ 20 ກຸມ​ພາ, 2022

ປັກກິ່ງໄດ້ດັບມອດໄຟໂອລິມປິກໃນຄືນວັນອາທິດວານນີ້, ຊຶ່ງ​ເປັນ​ການປິດງານແຂ່ງ​ຂັນກິ​ລາ ທີ່ຈະໄດ້ຖືກ​ຈາ​ລຶກເຖິງຄວາມເຄັ່ງ​ຄັດ​ສຸດ​ຂີດຂອງການ​ໃຊ້ມາດ ຕະການຕ້ານໂຄວິດ-19 ແລະຄວາມໂກດແຄ້ນຕໍ່ຂ່າວນອງ​ນັນກ່ຽວ​ກັບ​ການ​ໃຊ້​ຢາ​ຊູ​ກຳ​ລັງ ຫລື​ຢາ​ໂດບທີ່ປົກ​ຄຸມຄວາມຮູ້ສຶກໃນ​ເວ​ລາ​ຫລິ້ນສະ​ເກັດຂອງນັກ ກິລາສະເກັດຊາວຣັດເຊຍອາຍຸ 15 ປີ, ນາງ​ຄາ​ມີ​ລາ ວ​າ​ລຽບ​ວາ (Kamila Valieva).

ທ່ານ​ສີ​ຈິ້ນ​ຜິງ, ປະ​ທານ​ປະ​ເທດ​ຈີນ​ໄດ້​ເດີນ​ທາງ​ໄປ​ໃນ​ພິ​ທີ​ ທີ່​ຈັດຂຶ້ນ​ໃນຮູບ​ແບບ​ທີ່​ເຕັມ​ໄປ​ດ້ວຍຝົນ​ຫິມະຕົກ​ລົງ​ມາ​ຢູ່​ສະ​ໜາມ​ກິລາຮູບ​ຮັງ​ນົກ, ບ່ອນ​ທີ່​ປະ​ທານ​ຄະ​ນະ​ກຳ​ມະ​ການ​ໂອ​ລິມ​ປິກ​ສາ​ກົນ​, ທ່ານໂທ​ມັ​ສ ແບັກ (Thomas Bach) ​ໄດ້​ພັນ​ລະ​ນາ​ເຖິງງານ​ກິ​ລາ​ປັກ​ກິ່ງ​ວ່າ "ພິ​ເສດ​ແທ້ໆ" ກ່ອນ​ຈະ​ປະ​ກາດການ​ປິດງານ​ແຂ່ງຂັນ​ນັ້ນ​ລົງ.

ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ທີ່​ຈັດຢູ່​ໃນ "ວົງ​ປິດ" ເປັນ​ງານ​ກິລາ​ໂອ​ລິ​ມປິກ​ຄັ້ງ​ທີ 2 ​ໃນ​ຮອບ 6 ​ເດືອນ​ທີ່​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ການ​ລະບາດ​ຂອງ​ພະຍາດ​ໂຄ​ວິດ-19.

ພວກເຂົາເຈົ້າຍັງຖືກຈ້ອງມອງຕິດຕາມທາງດ້ານການເມືອງອີກໂດຍທີ່ມີຫຼາຍ ປະເທດໄດ້ສະ​ແດງ​ການ​ຂວ້ຳ​ບາດ​ທາງການທູດຕໍ່ປະ​ຫວັດ​ດ້ານ​ສິດທິມະນຸດ ຂອງຈີນ ແລະການຮຸກຮານຂອງຢູເຄຣນໂດຍຣັດເຊຍ, ໂດຍທີ່ປະທານາທິບໍດີ ວ​ລາ​ດິ​ເມຍ ປູ​ຕິນ ໄດ້ເຂົ້າຮ່ວມພິທີເປີດງານ ເພື່ອສະແດງຄວາມສາມັກຄີກັນ ກັບ​ທ່ານ​ສີ ໃນ​ການຕໍ່ຕ້ານຝ່າຍຕາເວັນຕົກ.

ແຕ່ຢ່າງໃດກໍຕາມ, ຈີນກໍໄດ້ລະ​ງັບ​ບໍ່​ໃຫ້​ມີການປະທ້ວງທີ່ໜ້າອັບອາຍໂດຍຄູ່ ແຂ່ງກ່ຽວກັບການປະຕິບັດຕໍ່ຊົນເຜົ່າມຸສລິມວີ​ເກີ ຫລືສິ່ງອື່ນໆ, ແລະນັກຂ່າວ ຕ່າງປະເທດຫລາຍພັນຄົນ ທີ່​ປະ​ຕິ​ບັດ​ງານຢູ່​ທີ່ນັ້ນກໍໃຫ້​ຖືກຈຳ​ກັດຢູ່ໃນວົງປິດ ໂດຍ ບໍ່ສາມາດເຮັດ​ການລາຍງານຂ່າວ​ຢ່າງກວ້າງຂວາງກວ່ານັ້ນໄດ້.

ທ່ານ Thomas Bach, ປະ​ທານ​ຄະ​ນະ​ກຳ​ມະ​ການໂອ​ລິມປິກ​ສາ​ກົນກ່າວ​ຄຳ​ປາ​ໄສ​ໃນ​ພິ​ທີປິດງານກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ ປັກ​ກິ່ງ 2022 ທີ່​ສະ​ໜາມ​ກິ​ລາ​ແຫ່ງ​ຊາດ, 20 ກຸມ​ພາ, 2022
ທ່ານ Thomas Bach, ປະ​ທານ​ຄະ​ນະ​ກຳ​ມະ​ການໂອ​ລິມປິກ​ສາ​ກົນກ່າວ​ຄຳ​ປາ​ໄສ​ໃນ​ພິ​ທີປິດງານກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ ປັກ​ກິ່ງ 2022 ທີ່​ສະ​ໜາມ​ກິ​ລາ​ແຫ່ງ​ຊາດ, 20 ກຸມ​ພາ, 2022

ພິທີ​ໃນ​ຕອນ​ກາງ​ຄືນ​ວັນ​ອາທິດ​ໄດ້​ປິດ​ລົງ​ດ້ວຍ​ການ​ຈູດ​ບັ້ງ​ໄຟ​ດອກ ເປັນ​ເວລາ 90 ວິນາທີທີ່​ສະ​ແດງ​ໃຫ້​ເຫັນ​ວ່າ "ໂລກໜ່ວຍ​ດຽວ, ຄອບຄົວ​ດຽວ", ຕິດຕາມ​ດ້ວຍ​ການ​ຮ້ອງ​ເພງ “ໂອ​ແລັງ​ຊາຍ​ນ໌” ("Auld Lang Syne").

​ໃນ​ພິທີນັ້ນ, ທ່ານແບັກ​ໄດ້​ຍ້ອງຍໍ​ຜູ້​ຈັດ​ງານ​ຂອງ​ປັກ​ກິ່ງ ​ແລະ ຮຽກຮ້ອງ​ໃຫ້​ມີ​ຄວາມ​ສາມັກຄີ​ກັນ ຕ​ະ​ຫລອດ​ທັງ​ໃຫ້​ທົ່ວ​ໂລກ​ສາ​ມາດເຂົ້າ​ເຖິງ​ຢາວັກ​ຊັນ​ຕ້ານ​ໂຄ​ວິດ-19 ໄດ້.

ທ່ານ​ກ່າວ​ວ່າ “ທ່ານ​ໄດ້​ໂອບ​ກອດ​ເຊິ່ງ​ກັນ​ແລະ​ກັນ, ເຖິງ​ແມ່ນ​ວ່າ ​ປະ​ເທດ​ຂອງ​ທ່ານຈະ​ຖືກ​ແບ່ງ​ແຍກ ​ຍ້ອນຄວາມ​ຂັດ​ແຍ່ງ​ກັນ​ກໍ​ຕາມ.” "ພະລັງແຫ່ງ​ຄວາມສາ ມັກຄີຂອງກິລາໂອລິມປິກ ແມ່ນເຂັ້ມແຂງຂຶ້ນກວ່າກໍາລັງທີ່ຢາກແບ່ງແຍກພວກ ເຮົາອອກ​ຈາ​ກ​ກັນ: ທ່ານໃຫ້ໂອກາດແກ່ສັນຕິພາບ."

​ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG