ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຊາວມົ້ງຕ້ອນຮັບສຸນິສາ ລີ ກັບບ້ານ ດ້ວຍຄວາມພູມໃຈທີ່ນາງໄດ້ຮັບຫລຽນຄໍາ ໃນການແຂ່ງຂັນກິລາໂອລິມປິກໂຕກຽວ


ຊາວມົ້ງ-ອາເມຣິກັນໃນເມືອງ ແຊັນທ໌ພອລ, ລັດເມນີໂຊຕາ ພູມໃຈຕ້ອນຮັບນາງສຸນິສາ ລີ ກັບບ້ານ ພ້ອມກັບຫລຽນຄໍາ, ຫລຽນເງິນ ແລະ ຫລຽນທອງແດງຂອງ ກິລາໂອລິມປິກໂຕກຽວ

ຫລຽນຄໍາຂອງສຸນິສາ ລີ ທີ່ໄດ້ຮັບຈາກການແຂ່ງຂັນກິລາໂອລິມປິກໄດ້ເຮັດ ໃຫ້ປະຊາຄົມມົ້ງໃນສະຫະລັດຊຶ່ງເປັນຊາວອົບພະຍົບກຸ່ມນຶ່ງມາຈາກຂົງເຂດເອເຊຍຕາເວັນອອກສຽງໃຕ້ ທີ່ມັກຖືກມອງຂ້າມນັ້ນ ໂດດເດັ່ນຂຶ້ນ, ດັ່ງບົວສະຫວັນ ສິມມາລາ ແລະມັກສມຸດ ມາສຄາເດ ລາຍງານມາຈາກງານແຫ່ຂະບວນຮັບຕ້ອນນາງກັບບ້ານຢູ່ທີ່ເມືອງແຊນທ໌ ພອລ, ລັດມີເນໂຊຕາ, ນາງລີ ແມ່ນພູມໃຈໃນຄວາມເປັນມົ້ງຫລາຍ.

ຄວາມພູມໃຈແມ່ນເຫັນໄດ້ຢ່າງຊັດເຈນເລີຍ ໃນປະຊາຄົມມົ້ງທີ່ເປັນປະຊາ ຄົມນ້ອຍໆ ຢູ່ໃນພາກຕາເວັນອອກຂອງເມືອງເຊັນພອລຕໍ່ຄົນຜູ້ນຶ່ງໃນປະ ຊາຄົມຕົນເອງ: ຊຶ່ງກໍຄື ສຸນິສາ ລີ້ ອາຍຸ 18 ປີ ທີ່ຊະນະໃນການແຂ່ງຂັນກິລາ ກາຍະກໍາທຸກທ່າ ໃນໂຕກຽວ.

ນາງສາວໃສ່ຊຸດມົ້ງຄົນນຶ່ງທີ່ເຂົ້າຮ່ວມງານແຫ່ຂະບວນຕ້ອນຮັບສຸນິສາກັບບ້ານ ກ່າວຕໍ່ວີໂອເອດ້ວຍຄວາມຕື່ນເຕັ້ນວ່າ:
“ນາງເປັນມົ້ງ ມູນລານ ຂອງພວກເຮົາ. ນາງໄດ້ນຳກຽດຕິຍົດມາໃຫ້ພວກເຮົາທຸກຄົນ. ພວກເຮົາມີຄວາມພູມໃຈກັບນາງຫຼາຍທີ່ສຸດ.”

ພະນັກງານຄົນນຶ່ງຢູ່ທີ່ສູນອອກກຳລັງກາຍ Midwest ໃນເຂດ Little Canada ຂອງລັດເມນີໂຊຕາ ບ່ອນທີ່ນາງລີ ໄປຝຶກຊ້ອມກາຍະກໍານີ້ ຄາດຄະເນວ່າ ມັນຕ້ອງໄດ້ເສຍເງິນຢ່າງຕໍ່ານຶ່ງແສນໂດລາ ເພື່ອຈະລ້ຽງຄົນໃຫ້ ກາຍເປັນນັກກິລາໂອລິມປິກໄດ້. ການສິດສອນ ແລະການເດີນທາງໃນສະຫະລັດ ແລະ ໄປແຂ່ງຂັນຢູ່ຕ່າງປະເທດ, ທັງຫມົດນີ້ມາລວມເຂົ້າກັນ.

ຜົນຕອບແທນຂອງມັນກໍຄື ທຶນການສຶກສາໄປຮຽນຕໍ່ທີ່ມະຫາວິທະຍາໄລ ອໍເບີນ (Auburn)ໃນລັດອາລາບາມາ.

ເມື່ອຖາມເຖິງເຄັດລັບໃນການລ້ຽງດູສຸນິສາໃຫ້ກາຍເປັນນັກກິລາໂອລິມປິກໄດ້, ທ່ານຈອນລີ, ພໍ່ຂອງນາງບອກວ່າ:
ສິ່ງທີ່ເປັນເລື້ອງໃຫຍ່ທີ່ສຸດໃນການລ້ຽງບາງຄົນໃຫ້ສໍາເລັດເຖິງລະດັບນີ້ໄດ້ ແມ່ນເຈົ້າຕ້ອງໄດ້ໃຊ້ເວລາຫຼາຍ, ໃຊ້ເງິນຫຼາຍ, ເພາະວ່າມັນແພງຫຼາຍ.”

ນາງ ແຢງ ທ້າວ ແມ່ຂອງສຸນິສາກໍເວົ້າຕື່ມວ່າ:​“ແມ່ນ, ຕ້ອງໄດ້ເສຍສະຫລະຫຼາຍ.”

ທ່ານ ຈອນ ລີເວົ້າຕໍ່ໄປອີກວ່າ:​ “ບໍ່ມີໃຜຄາດຄິດດອກວ່າ ລາວຈະໄປແຂ່ງຂັນໂອລິມປິກໄດ້. ແຕ່ຂ້ອຍຄິດວ່າ ຄົນບໍ່ພຽງແຕ່ເຫັນທ່າແຮງບົ່ມຊ້ອນຂອງລາວເທົ່ານັ້ນ, ຂ້ອຍຄິດວ່າ ຍ້ອນຂ້ອຍເຊື່ອໃນໂຕຂອງລາວ, ເມຍຂອງຂ້ອຍເຊື່ອໃນໂຕຂອງລາວ, ແລະໝູ່ຂອງພວກເຮົາ, ເຂົາເຈົ້າເຊື່ອໃນໂຕຂອງພວກເຮົາ. ເຂົາເຈົ້າທຸກຄົນເວົ້າວ່າ, ໂອເຄ, ຖ້າຈອນຊຸກຍູ້ລາວ ແລະລາວຕ້ອງການຄວາມຊ່ວຍເຫຼືອ, ພວກເຮົາຕ້ອງຊ່ວຍລາວ.”

ເຜົ່າມົ້ງມີຖິ່ນກໍາເໜີດມາຈາກເຂດພູດອຍຂອງຫວຽດນາມ, ລາວ, ແລະໄທ. ພວກທີ່ໄດ້ມາຕັ້ງຖິ່ນຖານຢູ່ໃນສະຫະລັດຫຼັງຈາກສົງຄາມຫວຽດນາມ ແມ່ນມາຈາກລາວ ແລະເຂົາເຈົ້າມາຮອດໜີ້ໂດຍທີ່ບໍ່ມີຫຍັງພໍປານໃດ. ແຕ່ເຂົາເຈົ້າມີປະເພນີທາງດ້ານວັດທະນະທໍາໃນການຊ່ວຍເຫຼືອເຊິ່ງກັນ ແລະກັນ.

ດຣ. ຢັງ ດາວ, ອາຈານສອນເລື້ອງວັດທະນະທໍາມົ້ງ ແລະລາວໃນມະຫາວິທະຍາ ໄລລັດເມນີໂຊຕາອະທິບາຍກ່ຽວກັບເລື້ອງນີ້ວ່າ:
ເພາະສະນັ້ນແຫລະ, ຕົວຢ່າງວ່າ, ເມື່ອ ຈອນ (ຮົວ) ລີ (John (Houa) Lee) ແລະເມຍຂອງລາວ ຕ້ອງການຄວາມຊ່ວຍເຫຼືອດ້ານການເງິນ, ຊຸມຊົນຊາວມົ້ງກໍຊ່ວຍເຂົາເຈົ້າ. ເພາະສະນັ້ນພວກເຮົາຈຶ່ງສາມາດຢູ່ຮ່ວມກັນໄດ້, ພວກເຮົາສາມາດສົ່ງເສີມຄວາມກ້າວໜ້າໃນສັງຄົມຂອງພວກເຮົາໄດ້.”

ຂະນະທີ່ມີການກໍ່ອາຊະຍາກຳຍ້ອນຄວາມກຽດຊັງດ້ານເຊື້ອຊາດຜິວພັນເພີ່ມສູງຂຶ້ນໃນໄລຍະທີ່ມີການແຜ່ລະບາດຂອງພະຍາດໂຄວິດຢູ່ນີ້, ຊາວອາເມຣິກາເຊື້ອສາຍເອເຊຍຫຼາຍຄົນ ໄດ້ຕັ້ງຄຳຖາມກ່ຽວກັບຄວາມຄິດຂອງການຢູ່ຮ່ວມກັນກັບຄົນມາຈາກເຊື້ອຊາດອື່ນ.

ດຣ. ຢັງ ດາວ ແລະ ຕູດົວ ຄື້ (Toudoua Keu), ນັກທຸລະກິດຊາວມົ້ງທີ່ມີຊື່ສຽງຜູ້ນຶ່ງກ່າວວ່າ ພວກເພິ່ນເຊື່ອວ່າຫຼຽນຄໍາ, ຫຼຽນເງິນ ແລະຫຼຽນທອງແດງຂອງນາງລີ ທີ່ໄດ້ຮັບຢູ່ໃນການແຂ່ງກິລາໂອລິມປິກຈະຊ່ວຍແກ້ໄຂຄວາມກຽດຊັງທັງຢູ່ພາຍໃນ ແລະພາຍນອກປະຊາຄົມຊາວອາເມຣິກັນເຊື້ອສາຍເອເຊຍໄດ້.

ທ່ານ ຕູດົວ ຄື້ ກ່າວດັ່ງນີ້:​ “ອັນນີ້ຈະເຮັດໃຫ້ພວກເຮົາມີໂອກາດ ຜ່ານຜ່າບັນຫານີ້ໄປນໍາກັນໄດ້, ເຮັດວຽກຮ່ວມກັນເພື່ອເອົາຊະນະມັນໄດ້.”

ດຣ. ຢັງ ດາວ ກ່າວຕໍ່ໄປວ່າ: “ແລະເມື່ອນາງໄດ້ຮັບຫຼຽນຄໍາ, ຫຼຽນເງິນ ແລະຫຼຽນທອງແດງ, ໂລກກໍເລີ່ມເຄົາລົບນັບຖື, ບໍ່ພຽງແຕ່ຊາວເຜົ່າມົ້ງເທົ່ານັ້ນ, ມັນຍັງລວມທັງຄົນເຊື້ອສາຍເອເຊຍທັງໝົດອີກດ້ວຍ.”

ນາງ ມີວາງ ທີ່ເຂົ້າໄປຮ່ວມໃນງານສະຫລອງໄຊຊະນະຂອງນັກກິລາມົ້ງ-ອາເມຣິກັນເວົ້າດ້ວຍຄວາມຕື້ນຕັນໃຈຕໍ່ວີໂອເອວ່າ:
ໄຊຊະນະຂອງສຸນິສາ ລີ ແມ່ນໄຊຊະນະຂອງຊາວອເມຣິກັນທຸກຄົນຢູ່ໃນສະຫະລັດ. ມັນເປັນໄຊຊະນະຂອງລັດເມນີໂຊຕາ. ໄຊຊະນະຂອງເຂດຕາເວັນອອກໃນເມືອງ St.Paul. ເປັນໄຊຊະນະຂອງຊຸມຊົນເຜົ່າມົ້ງ. ມັນເໜືອກວ່າຄໍາບັນລະຍາຍ. ຂ້ອຍມີແຕ່ຕື່ນເຕັ້ນຫຼາຍແທ້ໆ, ພູມໃຈກັບນາງຫຼາຍ. ບໍ່ມີຄໍາໃດ ທີ່ຈະພັນລະນາໄດ້ເລີຍ.”

ເບິ່ງວີດິໂອການສໍາພາດກັບ ດຣ. ຢັງ ດາວ ກ່ຽວກັບຄອບຄົວຂອງສຸນິສສາ ລີ

ເບິ່ງລາຍງານນີ້ເປັນພາສາອັງກິດຢູ່ລຸ່ມນີ້

Sunisa Lee’s Olympic gold in gymnastics highlighted the Hmong community in the U.S, an often-overlooked refugee group from southeast Asia. Lee embodies Hmong pride as VOA’s Buasawan Simmala and Maxamud Mascadde report from her homecoming parade in St. Paul, Minnesota.

The pride is palpable in St. Paul’s small community of Eastside Hmong for one of their own: 18-year-old Sunisa Lee – who triumphed in Tokyo in the all-around gymnastics' competition.
“She’s our Hmong Mulan. She brought honor to us all. We are extremely, extremely proud of her, said” a young Hmong lady to VOA.

A staffer at the Midwest Gymnastics Center in Little Canada, Minnesota where Lee trained estimated it cost around one hundred thousand dollars to raise an Olympian.

Instruction and travel to U.S. and international competitions, all add up.
The pay-off is a full gymnastics scholarship to Auburn University in Alabama.Jonh Lee, Sunisa’s father said: “The biggest thing about raising somebody to this level is you’ve got to spend a lot of time, a lot of money, because it's expensive.”

Yeng Thao, Sunisa’s mother said: “Yeah, a lot of sacrifice.”

Jonh Lee said:
“Nobody expected her to go to the Olympics. But I think that people not only that they see her potential, but I think because I believe in her, my wife believes in her, and our friends, they believe in us. They all say that, ‘OK, if John is pushing her and he needs help, we help him.’”

The Hmong originated in mountainous regions of Vietnam, Laos, and Thailand. Those who resettled in the U.S. after the Vietnam War came from Laos and they arrived with few possessions.

But they had a cultural tradition of helping each other.
Dr. Yang Dao, Former Professor & Hmong Community Leader:
“Because of that, when, for example, John Houa Lee and his wife needed some financial assistance, the Hmong community helped them. That’s why we can live together, we can promote progress in our society.”

With racially motivated hate crimes on the rise during the pandemic, many Asian Americans have questioned the notion of living together with other races.

But Dao and Hmong businessman Toudoua Keu ((pronounced TU-DUA-KEUI)) say Lee’s Olympic gold, silver and bronze medals will help overcome the hate inside and outside the Asian American community.

Toudoua Keu, Businessman in Minneapolis, MN said: “This will give us an opportunity to overcome this issue together, work together to overcome.”

Dr. Yang Dao, Former Professor & Hmong Community Leader said:
"And when she received a gold medal, the silver medal and the bronze medal, the world started to respect, not only the Hmong, but all the Asians.”
Mee Vang, Parade Spectator said:
“Sunisa Lee’s win is a win to all America in the United States. It’s a win to Minnesota. It’s a win to the East Side of St. Paul. It’s a win to the Hmong community. It means a lot beyond what words can describe. I’m just so thrilled, so proud of her.”
Buasawan Simmala and Maxamud Mascadde, Nopparat Chaichalearmmongkol narrates in English and Buasawan Simmala narrates in Lao for VOA News

ເບິ່ງວີດິໂອນີ້ເປັນພາສາອັງກິດ

XS
SM
MD
LG