ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ພິພາກສາ ລັດໂອກລາໂຮມາ ຕັດສິນປັບໃໝ ບໍລິສັດ ຈອນຊັນແອນຈອນຊັນ 572 ລ້ານໂດລາ


ສັນຍາລັກ ຂອງບໍລິສັດ Johnson & Johnson ທີ່ຖ່າຍທອດອອກຈໍພາບ ຢູ່ທີ່ ຕະຫຼາດຮຸ້ນ New York Stock Exchange (NYSE)ໃນນະຄອນນິວຢອກ, ວັນທີ 29 ພຶດສະພາ 2019.
ສັນຍາລັກ ຂອງບໍລິສັດ Johnson & Johnson ທີ່ຖ່າຍທອດອອກຈໍພາບ ຢູ່ທີ່ ຕະຫຼາດຮຸ້ນ New York Stock Exchange (NYSE)ໃນນະຄອນນິວຢອກ, ວັນທີ 29 ພຶດສະພາ 2019.

ຜູ້ພິພາກສາຂອງລັດໂອກຣາໂຮມາ ໄດ້ສັ່ງໃຫ້ບໍລິສັດຜະລິດຢາ Johnson & Johnson
ຂອງສະຫະລັດ ຈ່າຍຄ່າເສຍຫາຍ ໃຫ້ແກ່ລັດ ມູນຄ່າ 572 ລ້ານໂດລາ ສຳລັບການກໍ່ໃຫ້
ເກີດວິກິດການຕິດຢາແກ້ປວດ ຫຼື ໂອປີໂອຍ.

ການຕິດຢາ ແລະການກິນຢາເກີນກຳນົດ ດ້ວຍຢາແກ້ປວດສັງເຄາະ ໄດ້ສັງຫານພົນລະ
ເມືອງ ໂອກຣາໂຮມາ ຫຼາຍກວ່າ 10,000 ຄົນ ນັບຕັ້ງແຕ່ ປີ 2000 ເປັນຕົ້ນມາ ອີງຕາມ
ການໂຕ້ແຍ້ງຂອງບັນດາທະນາຍຄວາມ ທີ່ຮ້ອງຂໍຄ່າເສຍຫາຍ ອັນເປັນປະຫວັດການ
ມູນຄ່າ 17 ພັນລ້ານໂດລາ.

ຜູ້ພິພາກສາ ທ່ານ ແທດ ບາລແມັນ ໄດ້ກ່າວກ່ອນໜ້າການປະກາດຄຳຕັດສິນຂອງທ່ານ
ວ່າ “ວິກິດການດ້ານຢາໂອປີໂອຍ ໄດ້ສ້າງຄວາມເສຍຫາຍຢ່າງໜັກຕໍ່ລັດໂອກຣາໂຮມາ.
ມັນຕ້ອງໄດ້ຮັບການບັນເທົາໃນທັນທີ.”

ບໍລິສັດ Johnson & Johnson ເປັນບໍລິສັດທຳອິດ ທີ່ຖືກດຳເນີນຄະດີ ສະລັບສິ່ງທີ່ລັດ
ດັ່ງກ່າວ ໄດ້ກ່າວວ່າ ເປັນ “ຄວາມໂຫດຮ້າຍ ການຫຼອກລວງທີ່ມີມູນຄ່າຫຼາຍພັນລ້ານ
ໂດລາ ດ້ວຍການໂຄສະນາລ້າງສະໝອງ.” ລັດນີ້ ໄດ້ກ່າວອີກວ່າ ບໍລິສັດ Johnson &
Johnson ໄດ້ໂຄສະນາວ່າ ຢາໂອປີໂອຍ ເປັນ “ຢາວິເສດ” ໃຫ້ແກ່ພວກທ່ານໝໍ ພວກ
ດູແລເບິ່ງແຍງຄົນປ່ວຍ ແລະພວກແພດໝໍອື່ນໆ ທີ່ວາງຢາໃຫ້ແກ່ຄົນປ່ວຍ.

ພວກທະນາຍຄວາມ ໄດ້ອ້າງເຖິງກົດໝາຍຂອງລັດໂອກຣາໂຮມາ ວ່າດ້ວຍ “ການສ້າງ
ຄວາມລຳຄານໃຈໃຫ້ແກ່ສາທາລະນະ” ຊຶ່ງມີຈຸດປະສົງເພື່ອປົກປ້ອງມະຫາຊົນ ຈາກ
ພວກຄົນ ແລະບໍລິສັດທັງຫຼາຍ ທີ່ຫາທາງຈະກໍ່ຄວາມເສຍຫາຍຕໍ່ບຸກຄົນອື່ນ.

ສ່ວນທະນາຍຄວາມຂອງບໍລິສັດ Johnson & Johnson ກໍໄດ້ໂຕ້ຖຽງວ່າ ການກ່າວ
ອ້າງຂອງບໍລິສັດ ກ່ຽວກັບ ຢາແກ້ປວດຕ່າງໆຂອງຕົນນັ້ນ ແມ່ນສະໜັບສະໜຸນໂດຍ
ວິທະຍາສາດ. ພວກເຂົາເຈົ້າ ໄດ້ບົ່ງຊີ້ວ່າ ຜະລິດຕະພັນຂອງບໍລິສັດ Johnson &
Johnson ເປັນສ່ວນສ້ຽວນ້ອຍຂອງຢາໂອປີໂອຍ ທີ່ໝໍໄດ້ສັ່ງໃຫ້ແກ່ຄົນປ່ວຍ ໃນລັດ
ໂອກຣາໂຮມາ ແລະຕ່ຳກວ່າ 1 ເປີເຊັນ ຂອງພວກຄົນທັງຫຼາຍທີ່ໃຊ້ຢາໃນທົ່ວປະເທດ.

ບໍລິສັດ Johnson & Johnson ໄດ້ກ່າວວ່າ ຕົນຈະຂໍອຸທອນ ຕໍ່ການຕັດສິນດັ່ງກ່າວ.
ບໍລິສັດນີ້ ໄດ້ກ່າວວ່າ ພວກທະນາຍຄວາມຂອງລັດໂອກຣາໂຮມາ ໄດ້ໃຊ້ການຕີຄວາມ
ໝາຍຂອງກົດໝາຍວ່າດ້ວຍ ການສ້າງຄວາມລຳຄານໃຈໃຫ້ແກ່ສາທາລະນະ ວ່າ “ເປັນ
ຕາຢາກຫົວ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

An Oklahoma state judge has ordered U.S. drug manufacturer Johnson & Johnson to pay $572 million in damages to the state for fueling its opioid crisis.

Addiction and overdoses of the synthetic painkillers have killed more than 10,000 Oklahoma residents since 2000, lawyers argued, asking for a record $17 billion in damages.

"The opioid crisis has ravaged the state of Oklahoma. It must be abated immediately," Judge Thad Balkman said before announcing his verdict.

Johnson & Johnson is the first company to be put on trial for what the state said was a "cynical, deceitful multibillion-dollar brainwashing campaign." The state said J&J marketed opioids as a "magic drug" to doctors, caregivers and other prescribers.

Attorneys cited Oklahoma's "public nuisance" law, which is intended to protect the public from people and companies looking to harm others.

J&J's lawyers argued the company's claims about its painkillers are backed by science. They pointed out that J&J's products make up a tiny fraction of opioids prescribed in Oklahoma and less than 1% of all those used across the country.

J&J said it will appeal the ruling. The company said Oklahoma's state attorneys used a "radical" interpretation of the public nuisance law.

XS
SM
MD
LG