ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຈົ້າໜ້າທີ່ ອັງກິດ ຫວັງວ່າ ການຢ້ຽມຢາມ ຂອງ ທ. ທຣຳ ຈະປາດສະຈາກ ການຜິດຖຽງກັນ


ນາຍົກອັງກິດ ທ່ານນາງ ເທີຣີຊາ ເມ ແລະປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ຍ່າງໄປນຳກັນ ເພື່ອເຂົ້າຮ່ວມກອງປະຊຸມຖະແຫລງຂ່າວຢູ່ Chequers, ເປັນບ້ານພັກຂອງທາງການ ສຳລັບ ນາຍົກລັດຖະມົນຕີ ເມ, ຕັ້ງຢູ່ໃກ້ໆ ເມືອງໄອເລັສເບີຣີ ຂອງອັງກິດ, ວັນທີ 13 ກໍລະກົດ 2018.
ນາຍົກອັງກິດ ທ່ານນາງ ເທີຣີຊາ ເມ ແລະປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ຍ່າງໄປນຳກັນ ເພື່ອເຂົ້າຮ່ວມກອງປະຊຸມຖະແຫລງຂ່າວຢູ່ Chequers, ເປັນບ້ານພັກຂອງທາງການ ສຳລັບ ນາຍົກລັດຖະມົນຕີ ເມ, ຕັ້ງຢູ່ໃກ້ໆ ເມືອງໄອເລັສເບີຣີ ຂອງອັງກິດ, ວັນທີ 13 ກໍລະກົດ 2018.

ປະທານາທິບໍດີສະຫະລັດທ່ານດໍໂນລ ທຣຳ ແລະນາຍົກຂອງອັງກິດ ທ່ານນາງ ເທີຣີຊາ
ເມ ຢາກຈະໃຫ້ ການເດີນທາງມາຢ້ຽມຢາມລອນດອນ ຢ່າງເປັນທາງ ການສຳລັບຜູ້ນຳ
ຂອງອາເມຣິກາ ໄລຍະ 3 ວັນ ປາດສະຈາກການຜິດຖຽງກັນ ຊຶ່ງຈະເລີ້ມຕົ້ນຂຶ້ນໃນວັນ
ຈັນນີ້ ດັ່ງທີ່ບັນດາທີ່ປຶກສາຂອງພວກເພິ່ນ ໄດ້ກ່າວໄປ ນັ້ນ.

ເພື່ອທີ່ຈະຫລຸດຜ່ອນຄວາມຜິດພາດທີ່ອາດເປັນໄປໄດ້ ກັບພວກປະທ້ວງ ທີ່ອາດຈະເຂົ້າ
ໃກ້ຜູ້ນຳຂອງອາເມຣິກາຫຼາຍເກີນໄປນັ້ນ ຊຶ່ງປະເພນີຂອງການຂີ່ລົດແກ່ ດ້ວຍມ້າ ສຳລັບ
ປະມຸກຂອງປະເທດ ຢູ່ຕາມເສັ້ນທາງທີ່ລຽງລາຍໄປດ້ວຍຕົ້ນໄມ້ ຈາກຮ້ານສັບພະສິນຄ້າ
ໄປເຖິງພະຣາຊະວັງບັກກິງແຮມ ກໍໄດ້ຖືກຕັດອອກໄປ ຫາກແຕ່ວ່າ ຜູ້ນຳຄົນກ່ອນທ່ານ
ທຣຳ ຄືທ່ານບາຣັກ ໂອບາມາ ກໍຍັງໄດ້ຖືກຍົກ ເລີກໄປເຊັ່ນກັນ ຍ້ອນ “ຄວາມເປັນຫ່ວງ
ໃນດ້ານການຮັກສາຄວາມປອດໄພ.”

ປະຕິບັດການຂອງເຈົ້າໜ້າທີ່ຕຳຫຼວດນະຄອນລອນດອນຂະໜາດໃຫຍ່ ແມ່ນໄດ້ຖືກ ວາງແຜນເອົາໄວ້ ເພື່ອພະຍາຍາມຮັບປະກັນວ່າ ການຢ້ຽມຢາມຢ່າງເປັນທາງການ ຈະດຳເນີນໄປໂດຍປາດສະຈາກບັນຫາ.

ຫາກແຕ່ນອກເໜືອໄປຈາກພວກປະທ້ວງແລ້ວ ກໍຍັງມີຄວາມສ່ຽງໃນດ້ານອື່ນໆອີກ
ຕໍ່ການເດີນທາງໃນຖານະເປັນປະທານາທິບໍດີທ່ານນີ້ ຊຶ່ງບັນດາເຈົ້າໜ້າທີ່ ຂອງອັງກິດ
ແມ່ນໃຈຈົດໃຈຈໍ່ ທີ່ຈະຄວບຄຸມສະຖານະການ ຂະນະທີ່ພວກເຂົາເຈົ້າ ຮຽກຮ້ອງຂໍລາຍ
ລະອຽດຕື່ມ ກ່ຽວກັບຂໍ້ຕົກລົງດ້ານການຄ້າ ພາຍຫຼັງການ ຖອນໂຕອອກຈາກສະຫະ-
ພາບຢູໂຣບ ທີ່ອາດເປັນໄປໄດ້ນັ້ນ ແລະໃນຂະນະທີ່ ພວກເຂົາເຈົ້າ ສະແຫວງຫາທາງ
ທີ່ຈະຜ່ອນຄາຍຄວາມເຄັ່ງຕຶງຕ່າງໆ ໃນສິ່ງ ທີ່ພວກນັກການເມືອງອັງກິດ ມັກຈະເອີ້ນ
ວ່າ “ສາຍສຳພັນພິເສດ” ລະຫວ່າງ ອັງກິດ ແລະສະຫະລັດ.

ລອນດອນແລະວໍຊິງຕັນ ແມ່ນຂັດຂ້ອງກັນໃນບັນຫາຫຼາກຫຼາຍຢ່າງຂອງໂລກ ທີ່ລວມ
ທັງ ການປ່ຽນແປງຂອງດິນຟ້າອາກາດ ນະໂຍບາຍຕໍ່ອີຣ່ານແລະຂໍ້ຕົກລົງດ້ານການຄ້າ
ຂອງອັງກິດກັບຈີນ.

ຄວາມຄິດແຕກຕ່າງກັນ ໄດ້ຖືກຊຸກຍູ້ໂດຍການຂາດແຄນໃນດ້ານສາຍສຳພັນແບບ
ສ່ວນຕົວທີ່ດີຕໍ່ກັນລະຫວ່າງຜູ້ນຳທັງສອງ ຊຶ່ງໃນຄັ້ງນຶ່ງ ທ່ານທຣຳ ໄດ້ຈົ່ມວ່າ ທ່ານ
ນາງເມ “ເກງໃຈບໍ່ຢາກຈະເຮັດໃຫ້ບຸກຄົນຫຼືກຸ່ມໃດນຶ່ງເສຍໃຈ” ຫຼາຍເກີນໄປ ໂດຍ
ກໍ່ໃຫ້ເກີດການໂຕ້ແຍ້ງກັນ ຂ້າມມະຫາສະໝຸດແອັດແລນຕິກ ແລະ ພວກທີ່ປຶກສາຂອງ
ທ່ານ ໄດ້ເປີດເຜີຍ ການປະພຶດທີ່ຜ່ານມາ ຂອງທ່ານນາງ ໃນ​ລັກ​ສະ​ນະ “ຄູ​ຍິງຢູ່ໂຮງ
ຮຽນ”
ນັ້ນ ເຮັດໃຫ້ຜູ້ນຳ ຂອງສະຫະລັດ ຂົນລຸກ. ຜູ້ນຳທັງສອງ ໄດ້ປະທະຄາລົມກັນ
ຢ່າງເປີດເຜີຍ ກ່ຽວກັບຂໍ້ຄວາມທີ່ຂຽນລົງ ທວີດເຕີ້ຈຳນວນນຶ່ງຂອງທ່ານທຣຳ ແລະໃນ
ປີ 2018 ປະທານາທິບໍດີສະຫະ ລັດໄດ້ປະຕິເສດທີ່ຈະມີການພົບປະແບບນຶ່ງຕໍ່ນຶ່ງ ກັບ
ທ່ານນາງ ຢູ່ທີ່ກອງປະຊຸມສຸດຍອດຂອງ​ກຸ່ມ G7.

Pompeo Seeks Common Ground on Iran, Huawei in Europe
please wait

No media source currently available

0:00 0:01:47 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG