ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຈົ້າໜ້າທີ່: ກອງກຳລັງ ອັຟການິສຖານ ຫຼາຍສິບຄົນຖືກຂ້າຕາຍ ໂດຍການໂຈມຕີຂອງພວກ ຕາລີບານ


ແຜນທີ່ປະເທດ ອັຟການິສຖານ.
ແຜນທີ່ປະເທດ ອັຟການິສຖານ.

ຫົວໜ້າຕຳຫຼວດເມືອງຄົນນຶ່ງ ແມ່ນນຶ່ງໃນກອງກຳລັງຮັກສາຄວາມປອດໄພຫຼາຍສິບ
ຄົນທີ່ຖືກຂ້າຕາຍໃນປະເທດ ອັຟການິສຖານ ຈາກການໂຈມຕີ ຂອງພວກຕາລີບານ
ໃນຂ້າມຄືນທີ່ຜ່ານມາ, ອີງຕາມການກ່າວຂອງບັນດາເຈົ້າໜ້າທີ່ໃນວັນອາທິດມື້ນີ້.

ເຈົ້າໜ້າທີ່ກ່າວວ່າ ການບຸກໂຈມຕີຂອງພວກກະບົດໄດ້ເກີດຂຶ້ນ ໃນເມືອງ ໄມດັນ
ວາດັກ (Maidan Wadak) ທາງພາກຕາເວັນອອກກາງ, ເມືອງ ເຮຣັດ (Herat)
ທາງພາກຕາເວັນຕົກ ແລະ ແຂວງ ບາກລານ (Baghlan) ຢູ່ພາກເໜືອ.

ໂຄສົກລັດຖະບານແຂວງ ໄມດັນ ວາດັກ ທ່ານ ຢູນັສ ຮຸສໄຊນີ ໄດ້ກ່າວຕໍ່ວີໂອເອວ່າ
ພວກນັກຮົບຕາລີບານ ໄດ້ບຸກເຂົ້າໄປ ໃນໃນກາງເມືອງ ເດ ເມຍແດັດ (Day Mirdad)
ໃນຕອນຄໍ່າຂອງວັນເສົາວານນີ້, ແລະ ໄດ້ສັງຫານຫົວໜ້າຕຳຫຼວດຂອງເຂົາເຈົ້າ ກັບ
ເຈົ້າໜ້າທີ່ຮັກສາຄວາມປອດໄພຄົນອື່ນໆອີກ 10 ຄົນ.

ແນວໃດກໍຕາມ ທ່ານ ອັບດຸລ ຣາມັນ ມັງກາລ ໄດ້ປະຕິເສດລາຍງານດ່ັງກ່າວວ່າ ເມືອງ
ເດ ເມຍແດັດ ແມ່ນໃກ້ຈະພັງຢູ່ແລ້ວ, ທ່ານໄດ້ເວົ້າວ່າ ຕຳຫຼວດໄດ້ເດີນທາງໄປຮອດ
ເມືອງແລ້ວ ແລະ ໜ່ວຍຕອບໂຕ້ການໂຈມຕີແມ່ນກຳລັງເດີນທາງໄປ ເພື່ອຍຶດຄືນເຂດ
ແດນ ທີ່ສູນເສຍໄປໃນເມືອງ ເດ ເມຍແດັດ.

ໃນເຫດການຕ່າງກັນ, ລາຍງານໄດ້ເວົ້າວ່າ ການໂຈມຕີພ້ອມກັນ ຂອງພວກຕາລີບານ
ຕໍ່ກອງທັບບົກ ແລະ ສະຖານີຕຳຫຼວດໃນແຂວງ ບາກລານ ທີ່ມີບັນຫານັ້ນ ໄດ້ສັງຫານ
ກອງກຳລັງຮັກສາຄວາມປອດໄພ ອັຟການິສຖານ ຢ່າງໜ້ອຍ 20 ຄົນ.

ບັນດາເຈົ້າໜ້າທີ່ ອັຟການິສຖານ ບໍ່ໄດ້ໃຫ້ຄຳເຫັນ ກ່ຽວກັບ ການຕໍ່ສູ້ໃນແຂວງ
ບາກລານ. ພວກຕາລີບານ ໄດ້ອອກຖະແຫຼງການສະບັບນຶ່ງ, ອ້າງວ່າ ພວກເຂົາໄດ້ສັງ
ຫານກອງກຳລັງລັດຖະບານ 60 ຄົນ ແລະ ໄດ້ຍຶດອາວຸດຈຳນວນຫຼວງຫຼາຍທີ່ຖືກເກັບ
ໄວ້ຢູ່ບ່ອນນັ້ນ. ກຸ່ມກະບົດດັ່ງກ່າວມັກອ້າງເອົາຊະຊະນະ ຈາກສະໜາມຮົບແບບເກີນ
ຄວາມຈິງ.

A district police chief was among dozens of security forces killed in Afghanistan in overnight attacks by the Taliban, officials said Sunday.

The insurgent raids occurred in the central eastern Maidan Wardak, western Herat and northern Baghlan provinces, the officials said.

A provincial government spokesman in Maidan Wardak told VOA Taliban fighters stormed the Day Mirdad district center late Saturday, killing its police chief, Said Younus Hussaini, and 10 other security personnel.

Abdul Rahman Mangal dismissed reports, however, that Day Mirdad was on the verge of collapse, saying reinforcements have arrived in the district and a counteroffensive was underway to retake the lost territory in Day Mirdad.

Separately, reports said a coordinated Taliban attack against army and police posts in a troubled district of Baghlan has killed at least 20 Afghan security forces.

Afghanistan's largest private broadcaster, TOLOnews, said insurgents also overran all the outposts and surrounding villages in the Baghlan-e-Markazi district.

Afghan authorities have not commented on the fighting in Baghlan. The Taliban issued a statement, claiming it killed 60 government forces and seized a large quantity of weaponry placed there. The insurgent group often issues inflated battlefield gains.

XS
SM
MD
LG