ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ເຈົ້າ​ໜ້າ​ທີ່​ລາວ ຢືນ​ຢັນ​ວ່າ ມີ​ການ​ຊື້ຕຳ​ແໜ່ງ ໃນ​ວົງ​ການ​ພະ​ນັກ​ງານ ຂອງ​ລັດຖະ​ບານ​ລາວ ໃນ​ທົ່ວ​ປະ​ເທດ


ຫົວ​ໜ້າ​​ກົມ​ຕຳຫຼວດ ຕິດ​ດາວ​ເລື່ອນຊັ້ນ​ໃຫ້ບັນ​ດາ​​ພະ​ນັກ​ງານ ຕຳຫຼວດຈຳ​ນວນ​ນຶ່ງ ​ຜູ້​ທີ່ໄດ້​ຂຶ້ນ​ຕຳ​ແໜ່ງ
ຫົວ​ໜ້າ​​ກົມ​ຕຳຫຼວດ ຕິດ​ດາວ​ເລື່ອນຊັ້ນ​ໃຫ້ບັນ​ດາ​​ພະ​ນັກ​ງານ ຕຳຫຼວດຈຳ​ນວນ​ນຶ່ງ ​ຜູ້​ທີ່ໄດ້​ຂຶ້ນ​ຕຳ​ແໜ່ງ

ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງ​ລາວ ຢືນ​ຢັນ​ວ່າ ມີ​ການ​ຊື້​ຕຳ​ແໜ່ງ ໃນ​ວົງ​ການ​ພະ​ນັກ​ງານຂອງ​ລັດຖະ​ບານ​ລາວ ໃນ​ທົ່ວ​ປະ​ເທດ ຈຶ່ງ​ເຮັດ​ໃຫ້​ໄດ້​ພະ​ນັກ​ງານ​ທີ່ບໍ່​ມີ​ຄວາມ​ຮູ້-ຄວາມ​ສາ​ມາດ ໃນ​ການ​ປະ​ຕິ​ບັດ​ວຽກ​ງານ​ຕົວ​ຈິງ.


ທ່ານ​ນາງ​ຄຳ​ຈັນ ພົມ​ແສງ​ສະ​ຫວັນ ຮອງ​ປະ​ທານ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ ຖະ​ແຫລງ​ຢືນ​ຢັນ​ວ່າ ການ​ຊື້​ຈ້າງ​ເພື່ອ​ໃຫ້​ມີ​ຕຳ​ແໜ່ງໜ້າ​ທີ່​ໃນ​ວົງ​ການ​ລັດ​ຖະ​ບານ​ລາວ ຍັງ​ຄົງ​ເກີດ​ຂຶ້ນ​ຢ່າງກວ້າງ​ຂວາງ​ໃນ​ທົ່ວ​ປະ​ເທດ ໂດຍ​ສະ​ເພາະ​ແມ່ນ​ການ​ຊື້​ຈ້າງ​ເພື່ອ​ໃຫ້​ໄດ້​ເປັນ​ທະ​ຫານ ແລະ​ຕຳຫຼວດນັ້ນ ຖື​ເປັນ​ພາກ​ສ່ວນ​ທີ່​ມີ​ການ​ຮຽກ​ຮັບ​ເອົາ​ສິນ​ບົນຫຼາຍ​ທີ່​ສຸດ ທັງ​ກໍ​ຍັງ​ປາ​ກົດ​ດ້ວຍ​ວ່າ ການ​ຊື້​ຈ້າງ​ດັ່ງ​ກ່າວ ໄດ້​ແຜ່​ລາມ​ເຂົ້າ​ໄປ​ໃນ​ ການ​ສອບ​ເສັງ​ເອົາ​ທຶນ​ໄປ​ຮຽນ​ຕ່າງ​ປະ​ເທດ​ອີກ​ດ້ວຍ ດັ່ງ​ທີ່ ທ່ານ​ນາງ​ຄຳ​ຈັນ ໃຫ້​ການ​ຢືນ​ຢັນ​ວ່າ:

“ບັນ​ຫາ​ຫາງ​ສຽງ​ການ​ຊື້​ຈ້າງ​ເຂົ້າ​ເປັນ​ລັດ​ຖະ​ກອນ ເປັນ​ທະ​ຫານ​ຕຳຫຼວດ ຍັງ​ມີ​ຂໍ້​ສະ​ເໜີຫຼາຍ ບໍ່​ທັນ​ສາ​ມາດ​ສະ​ກັດ​ກັ້ນ ແກ້​ໄຂ​ໄດ້ ແລະ​ມີ​ຫາງ​ສຽງ​ຕໍ່​ການ​ໃຊ້​ຈ່າຍ​ເງິນ ເພື່ອ​ໃຫ້​ລູກ​ທີ່​ຮຽນ​ຈົບ​ມໍ​ປາຍ ໄດ້​ທຶນ​ໄປ​ຮຽນ​ຢູ່​ຕ່າງ​ປະ​ເທດ​ເປັນ​ຈຳ​ນວນ ຫຼາຍ​ພັນ ການ​ເກັບ​ເງິນ​ລົງ​ທະ​ບຽນ​ຂອງ​ນັກ​ຮຽນ​ຍັງ​ມີ​ຄຳ​ສະ​ເໜີ​ວ່າ ແພງ ສະ​ພາບ​ນັກ​ຮຽນ​ປະ​ລະ​ການ​ຮຽນ ໂດຍ​ສະ​ເພາະ​ນັກ​ຮຽນ​ຊົນ​ເຜົ່າ ຍັງ​ມີຫຼາຍ ສະ​ພາບ​ພໍ່-ແມ່ ບໍ່​ມີ​ອາ​ຊີບ​ແນ່ນອນ ຕ້ອງ​ໄປ​ອອກ​ແຮງ​ງານ​ຢູ່​ຕ່າງ​ເມືອງ ຕ່າງ​ແຂວງ ເອົາ​ລູກ​ໄປ​ນຳ​ຍັງ​ມີຫຼາຍ.”

ບັນ​ດາ​ພະ​ນັກ​ງານ​ທະ​ຫານກອງ​ທັບ​ລາວ ກຳ​ລັງ​ເດີນ​ສວນ​ສະ​ໜາມ
ບັນ​ດາ​ພະ​ນັກ​ງານ​ທະ​ຫານກອງ​ທັບ​ລາວ ກຳ​ລັງ​ເດີນ​ສວນ​ສະ​ໜາມ

ສ່ວນ​ທ່ານ​ທອງ​ລຸນ ສີ​ສຸ​ລິດ ນາ​ຍົກ​ລັດ​ຖະ​ມົນ​ຕີ ກໍ​ຍອມ​ຮັບ​ວ່າ ການ​ເລັ້ນ​ພັກ-ເລັ້ນ​ພວກ ແລະ​ການ​ຊື້​ເອົາ​ຕຳ​ແໜ່ງ​ໃນ​ວົງ​ການ ພະ​ນັກ​ງານ​ຂອງ​ລັດ​ຖະ​ບານ​ລາວ ໄດ້​ເກີດ​ຂຶ້ນ​ໃນ​ທຸກ​ພາກ​ສ່ວນ​ທົ່​ວ​ປະ​ເທດ ຊຶ່ງ​ໄດ້​ສົ່ງ​ຜົນ​ກະ​ທົບ​ເຮັດ​ໃຫ້​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ວຽກ​ງ​ານ ແລະ​ໂຄງ​ການ​ພັດ​ທະ​ນາ​ຕ່າງໆ​ຂອງ​ລັດ ບໍ່​ສາ​ມາດ​ບັນ​ລຸ​ເປົ້າ​ໝາຍ​ໄດ້​ຕາມ​ແຜນ​ການ​ທີ່​ວາງ​ໄວ້ ເນື່ອງ​ຈາກວ່າ ພະ​ນັກ​ງານ​ລັດ ຫຼື​ພາກ​ສ່ວນ​ທີ່​ຮັບ​ຜິດ​ຊອບນັ້ນ ບໍ່​ມີ​ຄວາມ​ຮູ້-ຄວາມ​ສາ​ມາດ ໃນ​ການ​ປະ​ຕິ​ບັດ​ວຽງ​ງານ​ຕົວ​ຈິງ ໂດຍ​ສະ​ພາບ​ການ​ດັ່ງ​ກ່າວນີ້ ຍັງ​ມີ​ທ່າ​ອ່ຽງ​ເພີ້ມ​ຂຶ້ນ​ນັບ​ມື້​ອີກ​ດ້ວຍ ດັ່​ງ​ທີ່ ທ່ານ​ທອງ​ລຸນ ໃຫ້​ການ​ຢືນ​ຢັນ​ວ່າ:

“ນອກ​ຈາກນັ້ນ ຍັງ​ມີ​ທ່າ​ອ່ຽງ​ບ່ອນ​ວ່າ ຮັບ​ພະ​ນັກ​ງານ​ເຂົ້າ​ນີ້ ແມ່ນ​ອ່ຽງໄປ​ທາງ​ດ້ານ​ການ​ຈຸ້ມ​ເຈື້ອ​ເຊື້ອ​ສາຍ ຄຸ​ນ​ນະ​ພາບ ຫຼືບໍ່​ຄຸນ​ນະ​ພາບນີ້ ບໍ່​ທັນ​ຄຶດ ມີ​ລັກ​ສະ​ນະ​ຊື້​ຂາຍ​ຕຳ​ແໜ່ງ ຊື້​ຂາຍ​ຄົນ ອັນ​ທີ່​ເຂົ້າ​ລັດ​ຖະ​ກອນ ໂຕນີ້ເຖິງວ່າ ບໍ່​ທັນຫຼາຍ​ແທ້ ແຕ່​ມີ​ປາ​ກົດ​ການ​ຕັ້ງ​ແຕ່​ຂັ້ນ​ເມືອງ ຂັ້ນ​ແຂວງ ມາ​ຫາ​ສູນ​ກາງ ອັນ​ນີ້​ ແມ່ນບໍ່​ງາມ ມັນ​ຜິດ ແລະ​ກະ​ມັນ​ຈະ​ບໍ່​ໄດ້​ຄຸນ​ນະ​ພາບແລ້ວ ​ລັດ​ຖະ​ກອນ​ຂອງ​ເຮົາ.”

ສຳ​ລັບ​ປີ 2020 ລັດ​ຖະ​ບານ​ລາວ ໄດ້​ອະ​ນຸ​ມັດ​ໂຄວ​ຕາ​ໃຫ້​ບັນ​ຈຸ​ພະ​ນັກ​ງານ​ໃໝ່ ໄດ້​ທັງ​ໝົດ 2,000 ຄົນ​ໃນ​ທົ່ວ​ປະ​ເທດ ໂດຍ​ກະ​ຊວງ​ສຶກ​ສາ​ທິ​ການ​ແລະ​ກິ​ລາ ໄດ້​ຮັບ​ໂຄວ​ຕາຫຼາຍທີ່​ສຸດ​ຄື 1,070 ຄົນ ຕິດ​ຕາມ​ດ້ວຍ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ 300 ຄົນ ສ່ວນນອກນັ້ນ ກໍ​ໄດ້​ຮັບ​ໂຄວ​ຕາ​ຕັ້ງ​ແຕ່ 3-24 ຄົນ ທີ່​ຈະ​ໄດ້​ຮັບ​ການ​ບັນ​ຈຸ​ໃນ​ຂັ້ນ​ສູນ​ກາງ ສ່ວນ​ອຳ​ນາດ​ການ​ປົກ​ຄອງ ລະ​ດັບ​ທ້ອງ​ຖິ່ນ​ໃນ​ນະ​ຄອນ​ວຽງ​ຈັນ ກັບ 17 ແຂວງນັ້ນ ໄດ້​ຮັ​ຮບ​ໂຄວ​ຕາ​ລວມ​ກັນ​ທັງ​ໝົດ 213 ຄົນ ໂດຍ​ແຂວງ​ໄຊ​ສົມ​ບູນ ໄດ້​ຮັບ​ໂຄວ​ຕາ 30 ຄົນ ສ່ວນ​ແຂວງ​ທີ່​ເຫຼືອ ໄດ້​ຮັບ​ໂຄວ​ຕ​າ 10-14 ຄົນ​ເທົ່າ​ນັ້ນ ເນື່ອ​ຈາກ​ລັດ​ຖະ​ບານ​ລາວ ມີ​ງົ​ລ​ປະ​ມານ​ຈຳ​ກັດ.

ທັງ​ນີ້ ທ່ານ​ນາງ​ແສງ​ເດືອນ ຫລ້າ​ຈັນ​ທະ​ບູນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ສຶກ​ສາ​ທິ​ການ​ແລະ​ກິ​ລາ ໄດ້​ໃຫ້​ການ​ຢືນ​ຢັນ​ວ່າ ກະ​ຊວງ​ສຶກ​ສາ​ທິ​ການ ໄດ້​ທຳ​ການ​ສຳຫຼວດ​ສະ​ພາບ​ການ​ຮຽນ-ການ​ສອນ​ໃນ​ບັນ​ດາ​ໂຮງ​ຮຽນ​ຂອງ​ລັດ​ໃນ​ທົ່ວ​ປະ​ເທດ​ພົບ​ວ່າ ມີ​ໂຮງ​ຮຽນ 12,744 ແຫ່ງ ໃນ​ເຂດ​ຊົນ​ນະ​ບົດ​ຍັງ​ຕ້ອງ​ປະ​ເຊີນ​ກັບ​ບັນ​ຫາ​ຂາດ​ແຄນ​ຄູ ຄິດ​ເປັນ​ຈຳ​ນວນ​ລວມ​ກັນ 19,757 ຄົນ ແລະ​ໃນ​ຂະ​ນະ​ດຽວ​ກັນ ກໍ​ພົບ​ວ່າ ບັນ​ດາ​ໂຮງ​ຮຽນ ໃນ​ເຂດ​ຕົວ​ເມືອງ​ມີ​ຄູ​ເກີນ​ຄວາມ​ຕ້ອງ​ການ​ເຖິງ 9,664 ຄົນ ຊຶ່ງ​ໃນ​ຈຳ​ນວນ​ຄູ​ເກີນ​ດັ່ງ​ກ່າວນີ້ ຍັງ​ບໍ່​ມີ​ຄູ​ຄົນ​ໃດ​ທີ່​ສະ​ໝັກ​ໃຈ​ຍ້າຍ​ໄປ​ສອນ​ຢູ່​ໂຮງ​ຮຽນ​ໃນ​ເຂດ​ຊົນ​ນະ​ບົດ ແລະ​ໃນ​ປີ 2020 ນີ້ ກະ​ຊວງ​ສຶກ​ສາ​ທິ​ການ ກໍ​ໄດ້​ຮັບ​ໂຄວ​ຕາ​ບັນ​ຈຸ​ຄູ​ໃໝ່​ພຽງ​ແຕ່ 1,040 ຄົນ​ເທົ່າ​ນັ້ນ.

ໃນ​ປັດ​ຈຸ​ບັນ ກະ​ຊວງ​ສຶກ​ສາ​ທິ​ການ ມີ​ຄູ-ອາ​ຈານ​ທັງ​ໝົດ 18,000 ກວ່າ​ຄົນ​ທົ່ວ​ປະ​ເທດ ໂດຍ​ຖື​ເປັນ​ພາກ​ສ່ວນ​ທີ່​ມີ​ບຸ​ຄະ​ລາ​ກອນຫຼາຍ​ທີ່​ສຸດ​ໃນ​ວົງ​ການ​ລັດ​ຖະ​ບານ​ລາວ ທີ່​ມີ​ລັດ​ຖະ​ກອນ​ທັງ​ໝົດ 184,871 ຄົນ​ໃນ​ທົ່ວ​ປະ​ເທດ ທັງ​ນີ້ ໂດຍບໍ່​ລວມ​ເຖິງ​ກຳ​ລັງ​ທະ​ຫານ ກຳ​ລັງ​ປະ​ກອບ​ອາ​ວຸດ ແລະ​ພ​ະ​ນັກ​ງານ​ລັດ​ວິ​ສາ​ຫະ​ກິດ ທີ່​ມີຈຳນວນບຸ​ຄະ​ລາ​ກອນ​ລວມ​ກັນ​ຫຼາຍກວ່າ 1 ແສນ​ຄົນ ໃນ​ທົ່ວ​ປະ​ເທດ ແຕ່​ຢ່າງ​ໃດ.

XS
SM
MD
LG