ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ສະພາແຫ່ງຊາດ ຈີນ ພະຍາຍາມ ທີ່ຈະປ່ຽນແປງ ການເມືອງ ຮົງກົງ, ເອົາຄົນຮັກຊາດ ມາຄວບຄຸມ


ຕຳຫຼວດສະພາແຫ່ງຊາດ ຢືນຢູ່ໃກ້ກັບ ຫໍສາລາປະຊາຊົນ ກ່ອນການເປີດກອງປະຊຸມສະພາປະຊາຊົນແຫ່ງຊາດໃນນະຄອນຫຼວງ ປັກກິ່ງ, 5 ມີນາ, 2021.
ຕຳຫຼວດສະພາແຫ່ງຊາດ ຢືນຢູ່ໃກ້ກັບ ຫໍສາລາປະຊາຊົນ ກ່ອນການເປີດກອງປະຊຸມສະພາປະຊາຊົນແຫ່ງຊາດໃນນະຄອນຫຼວງ ປັກກິ່ງ, 5 ມີນາ, 2021.

ເຈົ້າໜ້າທີ່ອາວຸໂສ ຈີນ ຄົນນຶ່ງໃນວັນພະຫັດວານນີ້ໄດ້ຢືນຢັນເຈຕະນາຂອງ ປັກກິ່ງ ທີ່ຈະປັບປຸງລະບົບການເລືອກຕັ້ງຂອງ ຮົງກົງ ເພື່ອຮັບປະກັນວ່າ “ຄົນຮັກຊາດ” ຈະເປັນຜູ້ຄວບຄຸມ, ເຊິ່ງມີຄວາມເປັນໄປໄດ້ວ່າ ຈະທຳລາຍປະຊາທິປະໄຕຂອງເມືອງດັ່ງກ່າວ ນັບຕັ້ງແຕ່ໄດ້ມີການສົ່ງມອບ ຈາກການປົກຄອງຂອງອັງກິດ ໃນປີ 1997 ອີງຕາມລາຍງານຂອງອົງການຂ່າວ ຣອຍເຕີ້.

ທ່ານ ສາງ ເຢສຸຍ (Zhang Yesui), ໂຄສົກຂອງສະພາປະຊາຊົນແຫ່ງຊາດ ໄດ້ກ່າວວ່າເຂົາເຈົ້າມີອຳນາດທາງລັດຖະທຳມະນູນທີ່ຈະ “ປັບປຸງ” ລະບົບຂອງ ຮົງກົງ ແລະ ຮ່າງການຕັດສິນໃຈທີ່ຈະມີການປຶກສາຫາລືໃນລະຫວ່າງ ກອງປະຊຸມສະພາແຫ່ງຊາດເຊິ່ງໄດ້ໄຂຂຶ້ນໃນວັນສຸກມື້ນີ້.

ໂທລະພາບເຄເບິລຂອງ ຮົງກົງ ແລະ Now TV, ທີ່ອ້າງເຖິງແຫຼ່ງຂ່າວທີ່ບໍ່ປະສົງອອກຊື່, ໄດ້ເວົ້າວ່າຫຼັງຈາກການກ່າວຂອງທ່ານ ສາງ ການປ່ຽນແປງຕ່າງໆຈະລວມມີການຂະຫຍາຍຂະໜາດຂອງຄະນະກຳມະການເລືອກຕັ້ງ ເພື່ອເລືອກຜູ້ນຳຂອງ ຮົງກົງ ຈາກ 1,200 ເປັນ 1,500 ຄົນ ແລະ ສະພາ ນິຕິບັນຍັດ ຈາກ 70 ຂຶ້ນເປັນ 90 ບ່ອນນັ່ງ.

ການເລືອກຕັ້ງສະພານິຕິບັນຍັດຂອງ ຮົງກົງ ມີຄວາມເປັນໄປໄດ້ວ່າ ຈະຖືກເລື່ອນໄປໃສ່ເດືອນ ກັນຍາ 2022, ອີງຕາມລາຍງານຂອງໜັງສືພິມ South China Morning Post ໃນວັນສຸກມື້ນີ້, ໂດຍອ້າງເຖິງແຫຼ່ງຂ່າວທີ່ບໍ່ອອກຊື່.

ການປະຕິຮູບໃດໆກໍຕາມຈະກໍ່ໃຫ້ເກີດຄວາມເສຍຫາຍທີ່ຮ້າຍແຮງຕໍ່ພັນທະມິດປະຊາທິປະໄຕ, ເຊິ່ງມີສະມາຊິກພຽງ 47 ຄົນ, ທີ່ຮັບຜິດຊອບການຊີ້ນຳພາຍໃຕ້ກົດໝາຍຄວາມປອດໄພແຫ່ງຊາດໃໝ່, ທີ່ຖືກຄຸມຂັງ ແລະ ສ່ວນໃຫຍ່ຖືກປະຕິເສດຕໍ່ການປະກັນຕົວ.

ການເຄື່ອນໄວຕ່າງໆໄດ້ຖືກຄາດການໄວ້ຢ່າງກວ້າງຂວາງວ່າ ຈະກີດກັນຄວາມຫວັງໃນການໄດ້ຊະນະສຽງສ່ວນຫຼາຍໃນສະພານິຕິບັນຍັດຂອງພັນທະມິດປະຊາທິປະໄຕໃນຮົງກົງ. ພັກປະຊາທິ ປະໄຕຕາມປະເພນີແລ້ວຈະປະສົບຄວາມສຳເລັດກວ່າກຸ່ມສະໜັບສະໜູນ ປັກກິ່ງ ໃນການເລືອກຕັ້ງໂດຍກົງສຳລັບບ່ອນນັ່ງ “ປະຈຳເຂດ” ໃນສະພາດັ່ງກ່າວ, ແຕ່ບ່ອນນັ່ງທີ່ຖືກເລືອກຢ່າງກວ້າງ ຂວາງນີ້ເບິ່ງຄືວ່າຈະຈືດຈາງໄປໃນສະພາທີ່ຖືກຂະຫຍາຍອອກ.

ປັກກິ່ງ ໄດ້ສັນຍາວ່າຈະໃຫ້ມີການລົງຄະແນນສຽງທົ່ວໄປ ດັ່ງກັບເປົ້າໝາຍສູງສຸດສຳລັບ ຮົງກົງ ໃນລັດຖະທຳມະນູນຂະໜາດນ້ອຍຂອງເຂົາເຈົ້າ, ເຊິ່ງແມ່ນກົດໝາຍພື້ນຖານ.

ແຕ່ດ້ວຍການບໍ່ມີການເຄື່ອນໄຫວໄປສູ່ປະຊາທິປະໄຕຢ່າງສົມບູນນັ້ນ, ຮົງກົງ ແມ່ນໄດ້ຖືກກະທົບກະເທືອນໂດຍຄວາມຮຸນແຮງບາງຄັ້ງຈາກການປະທ້ວງຕໍ່ຕ້ານ ຈີນ ໃນປີ 2019, ເຊິ່ງໄດ້ເຮັດໃຫ້ລັດຖະບານ ຮົງກົງ ແລະ ພັກລັດຖະບານຄອມມູນິສໃນ ປັກກິ່ງ ເກີດຄວາມໂມໂຫ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG