ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພຽງ 12 ເປີ​ເຊັນເທົ່າ​ນັ້ນ ຂອງວິ​ສະ​ຫະ​ກິດ ຂະ​ໜາດ​ນ້ອຍ ແລະ​​ກາງ ໃນ​ລາວ ທີ່​ເຂົ້າ​ເຖິງ​ແຫຼ່ງ​ທຶນໄດ້


ໂຮງ​ງານ​ຜະ​ລິດ​ກະ​ປອງ​ສາ​ລີ​ແຫ່ງ​ນຶ່ງ​ໃນ​ລາວ
ໂຮງ​ງານ​ຜະ​ລິດ​ກະ​ປອງ​ສາ​ລີ​ແຫ່ງ​ນຶ່ງ​ໃນ​ລາວ

ວິ​ສະ​ຫະ​ກິດຂະ​ໜາດ​ນ້ອຍ ແລະ​ຂະ​ໜາດ​ກາງ (SMEs) ໃນ​ລ​າວ​ເຂົ້າ​ເຖິງ​ແຫຼ່ງເງິນ
​ທຶນ​ພຽງ 12 ເປີ​ເຊັນ ເຮັດ​ໃຫ້​ກອງ​ທຶນ SMEs ຕ້ອງ​ການ​ທຶນ​ຊ່ວຍ​ເຫຼືອ​ຈາກ​ຕ່າງ​ປະ
​ເທດ​ບໍ່ຫ​ນ້ອຍກວ່າ 300 ລ້ານໂດ​ລາ​ສະ​ຫະ​ລັດ ​ໃນ​ປີ 2019. ຊຶ່ງ​ຊົງ​ລິດ ໂພນ​ເງິນ
ນັກ​ຂ່າວວີ​ໂອ​ເອ ມີ​ລາຍ​ງານ​ຈາກ​ບາງກອກ.

ທ່ານ​ບຸນ​ປ​ອນ ບຸດ​ຕະ​ນະ​ວົງ ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ລາວ ຖະ​ແຫຼງ​ຢືນ​ຢັນ​ຕໍ່​ກອງ
ປະ​ຊຸມ​ສະ​ໄໝ​ສາ​ມັນ​ຄັ້ງ​ທີ 6 ຂອງ​ສະ​ພາ​ແຫ່ງ​ຊາດ​ລາວ ເມື່ອ​ບໍ່​ນານ​ມາ​ນີ້​ວ່າ ບັນ​ດາ​ວິ​
ສ​ະ​ຫະ​ກິດ​ຂະໜາດ​ນ້ອຍ ແລະ​ຂະ​ໜາດ​ກາງ (SMEs) ໃນ​ປັດ​ຈຸ​ບັນ ມີ​ສັດ​ສ່ວນ​ຄິດ​ເປັນ
97 ເປີ​ເຊັນຂອງວິ​ສະ​ຫະ​ກິດ​ທັງ​ໝົດ​ໃນ​ລາວ ທັງ​ຍັງ​ມີ​ມູນຄ່າທາງ​ເສດ​ຖະ​ກິດ​ຄິດ​ເປັນ
16 ເປີ​ເຊັນຂອງຍອດ​ຜະ​ລິດ​ພັນ​ລວມພາຍ​ໃນ​ (GDP) ຂອງ​ລາວ ແລະ​ມີ​ການ​ຈ້າງ​ງານ
​ເຖິງ 63 ເປີ​ເຊັນຂອງ​ການ​ຈ້າງ​ງານ​ທັ​ງ​ໝົດໃນ​ລ​າ​ວ​ອີກ​ດ້ວຍ.

ຫາກ​ແຕ່​ວ່າ​ ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ເພື່ອຍົກລະ​ດັບ​ຄວາມສາ​ມາດ ໃນ​ການ​ຜະ​ລິດ​ສິນ​ຄ້າ
ແລະ​ບໍ​ລິ​ການ​ທີ່​ມີ​ຄຸນ​ນະ​ພາບ​ໄດ້​ມາດ​ຕະ​ຖານສາ​ກົນ ໃນ​ໄລ​ຍະ​ທີ່​ຜ່ານ​ມາ​ນັ້ນ ກັບ​ຍັ​ງ​ບໍ່
​ສາ​ມາດ​ຈັດ​ຕັ້ງ​ປະ​ຕິ​ບັດ​ໄດ້​ຢ່າງ​ມີ​ປະ​ສິດ​ທິ​ພາບ ​ໂດຍ​ປາ​ກົດ​ວ່າ​ມີ SMEs ພຽງແຕ່ 12
ເປີ​ເຊັນທີ່​ມີ​ໂອ​ກາດ​ເຂົ້າ​ເຖິງ​ແຫຼ່ງ​ເງິນ​ທຶນ​ກູ້​ຢືມ​ເພື່ອ​ນຳ​ໃຊ້​ໃນ​ການ​ພັດ​ທະ​ນາ​ສິ​ນຄ້າ
ແລະ​ບໍ​ລິ​ການ.​ ສ່ວນ​ອີກ 88 ເປີ​ເຊັນຍັງ​ບໍ່​ມີ​ໂອ​ກາດ​ເຂົ້າ​ເຖິງ​ແຫຼ່ງ​ເງິນ​ທຶນ​ເລີຍ ຈຶ່ງ​ເຮັດ​
ໃຫ້​ຈະ​ຕ້ອງ​ລະ​ດົມ​ເງິນ​ທຶນ​ສົ່ງ​ເສີມ SMEs ໃຫ້​ໄດ້​ຫຼາຍ​ຂຶ້ນ​ໃນ​ປີ 2019 ນີ້ ຊຶ່ງ​ຈະ​ເປັນ
​ການ​ລະ​ດົມ​ທຶນ​ຈ​າກ​ຕ່າງ​ປະ​ເທດ​ເປັນ​ດ້ານ​ຫລັກ ດັ່ງ​ທີ່​ທ່ານ​ບຸນ​ປອນ ໄດ້​ຖະ​ແຫຼງ​ຢືນ​
ຢັນ​ວ່າ:

“ວິ​ສະ​ຫະ​ກິດ​ຂະ​ໜາດ​ນ້ອຍ ຂະ​ໜາດ​ກາງ ຫຼື SME ຮອດ​ປັດ​ຈຸ​ບັນ​ກວມ​ເອົາ​ອັດ​ຕາ
​ສ່ວນ 97 ເປີ​ເຊັນ ຂອງ​ຂະ​ແໜງວິ​ສະ​ຫະ​ກິດ, ປະ​ກອບ​ສ່ວນ 16 ເປີ​ເຊັນຂອງ GDP
ແລະ​ສ້າງວຽກ​ເຮັດ​ງານ​ທຳ​ໄດ້ 63 ເປີ​ເຊັນຂອງ​ຜູ້​ອອກ​ແຮງ​ງານ​ໃນ​ທົ່ວ​ປະ​ເທດ ແຕ່​
ວ່າ​ການ​ສະ​ໜ​ອງ​ສິນ​ເຊື່ອ​ໃຫ້​ແກ່​ວິ​ສາ​ຫະ​ກິດ​ດັ່ງ​ກ່າວ​ໄດ້​ພຽງ 12 ເປີ​ເຊັນ. ສະ​ນັ້ນ​
ການ​ສ້າງ​ຕັ້ງ​ກອງ​ທຶນ​ສົ່ງ​ເສີມ SMEs ຈຶ່ງ​ມີ​ຄວາມ​ຈຳ​ເປັນ​ໂດຍ​ນຳ​ໃຊ້​ເງິນ​ຈາກ​ງົບ​
ປະ​ມານຂອງ​ລັດ 200 ຕື້​ກີບ ແລະ​ຈ​າກ​ການ​ລະ​ດົມ​ທຶນ​ພາຍນອກ​ຈຳ​ນວນ 300
ຮ້ອຍ​ລ້ານ​ໂດ​ລາ​ສະ​ຫະ​ລັດ ເຫັນ​ວ່າ​ຍັງ​ບໍ່​ໄດ້​ຮັບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ.”

ກອງ​ປະ​ຊຸມ​ເຜີຍ​ແຜ່​ກ່ຽວ​ກັບ "ການ​ເຂົ້າ​ເຖິງ​ແຫລ່ງ​ທຶນ​ຂອງວິ​ສະ​ຫະ​ກິດຂະ​ໜາດ​ນ້ອຍ ແລະ​ຂະ​ໜາດ​ກາງ (SME) ໃນ​ລ​າວ...." ປີ 2015.
ກອງ​ປະ​ຊຸມ​ເຜີຍ​ແຜ່​ກ່ຽວ​ກັບ "ການ​ເຂົ້າ​ເຖິງ​ແຫລ່ງ​ທຶນ​ຂອງວິ​ສະ​ຫະ​ກິດຂະ​ໜາດ​ນ້ອຍ ແລະ​ຂະ​ໜາດ​ກາງ (SME) ໃນ​ລ​າວ...." ປີ 2015.

ສ່ວນ​ເຈົ້າ​ໜ້າ​ທີ່​ຂອງ​ທະ​ນາ​ຄານ​ໂລກ​ປະ​ຈຳ​ລາວ ຢືນ​ຢັນ​ວ່າທະ​ນາ​ຄານ​ໂລກ​ໄດ້​ໃຫ້​
ການ​ຊ່ວຍ​ເຫຼືອ​ເພື່ອ​ການ​ພັດ​ທະ​ນາ SMEs ໃນ​ລາວ ຄິດ​ເປັນ​ມູນ​ຄ່າ​ລວມ 20 ລ້ານ
ໂດ​ລາສະ​ຫະ​ລັດ ໃນ​ຊ່ວງ​ປີ 2014-2019 ໃນ​ນີ້ ​ເປັນ​ການ​ຊ່ວ​ຍເຫຼືອ​ດ້ານ​ເທັກ​ນິກ
10 ລ້ານ​ໂດ​ລາ​ສະ​ຫະ​ລັດ ແລະ​ເງິນ​ສຳ​ລັບ​ໃຫ້ SMEs ກູ້​ຢືມ​ມູນ​ຄ່າ 10 ລ້າ​ນ​ໂດ​ລາ
​ສະ​ຫະ​ລັດ ຊຶ່ງ​ກໍ​ປາ​ກົດ​ວ່າ​ຈົນ​ເຖິງ​ປັດ​ຈຸ​ບັນ​ນີ້ ​ໄດ້​ມີ​ການ​ປ່ອຍ​ກູ້ ໃຫ້ SMEs ພຽງ 42
ລາຍ ​ທີ່ຄິດເປັນ​ມູນ​ຄ່າ​ລວມ​ພຽງ 4.4 ລ້ານ​ໂດ​ລາ​ ສະ​ຫະ​ລັດ​ເທົ່າ​ນັ້ນ ທັງ​ນີ້​ກໍ​ເນື່ອງ​ມາ
ຈາກ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ ທີ່​ຊັກ​ຊ້າ​ໃນ​ພາກ​ລັດ​ຖະ​ບານ​ລາວ​ເອງ.

ອີ​ງ​ຕາມ​ລາຍ​ງານ​ຂອງ​ສູນ​ສະ​ຖິ​ຕິ​ແຫ່ງ​ຊ​າດ​ລາວລະ​ບຸ​ວ່າ ການ​ສຳ​ຫຼວດກ່ຽວ​ກັບ​ການ
​ຜະ​ລິດ​ສິນ​ຄ້າ ແລະ​ບໍ​ລິ​ການ​ຂອງ​ບັນ​ດາ​ຫົວ​ໜ່ວຍ​ທຸ​ລະ​ກິດ 124,830 ລາຍ​ ທົ່ວ​ປະ​
ເທດ​ລາວພົບ​ວ່າ 94 ເປີ​ເຊັນ ​ເປັ​ນ​ຫົວ​ໜ່ວຍ​ທຸ​ລະ​ກິດ​ທີ່​ຜະ​ລິດ​ສິນ​ຄ້າ ແລະ​ບໍ​ລິ​ການ
​ເພື່ອ​ຕອບ​ສະ​ໜອງ​ການ​ບໍ​ລິ​ໂພກພາຍໃນ​ປະ​ເທດ​ເປັນ​ດ້ານ​ຫລັກ. ​ມີ​ພຽງ 630 ລາຍ​ຫຼື
0.5 ເປີ​ເຊັນເທົ່າ​ນັ້ນ ທີ່​ເນັ້ນ​ໜັກ​ການ​ຜະ​ລິດ​ສິນ​ຄ້າ​ເພື່ອ​ສົ່ງ​ອອກ. ​ສ່ວນ 1,700 ກວ່າ
ລາຍ​ ຫຼື 1.4 ເປີ​ເຊັນ ກໍ​ເນັ້ນ​ໜັກ​ທັງ​ການ​ຜະ​ລິດ​ເພື່ອ​ສົ່ງ​ອອກ ແລະ​ຕອບ​ສະ​ໜອງ​ພາຍ
​ໃນ​ຄູ່​ກັນ​ໄປ.

ທັງ​ນີ້​ໂດຍ​ສ​ະ​ພາ​ການ​ຄ້າ ແລະ​ອຸດ​ສາ​ຫະ​ກຳແຫ່ງ​ຊາດ​ ໄດ້​ສ້າງ​ຕັ້ງ​ສູນ​ພັດ​ທະ​ນ​າກາ​
ໝາຍ​ການ​ຄ້າ ​ເມື່ອ​ບໍ່​ນານ​ມາ​ນີ້ ດ້ວຍ​ການ​ຊ່ວຍ​ເຫຼືອ​ຈາກອົງການ​ສ​ະ​ຫະ​ປະ​ຊາຊາດ
ໂດຍ​ມີ​ເປົ້າ​ໝາຍ​ທີ່​ຈະ​ພັດ​ທະ​ນາ​ຄຸນ​ນະ​ພາບ​ສິນ​ຄ້າ​ລາວ ໃຫ້​ໄດ້​ມາດ​ຕະ​ຖານທີ່​ສາ​
ມາດ​ແຂ່ງ​ຂັນ​ດ້ານ​ລາຄາໃນ​ຕະ​ຫຼາດ​ສາ​ກົນ​ໄດ້​ຢ່າງ​ແທ້​ຈິງ ແຕ່​ໃນ​ປັດ​ຈຸ​ບັນ​ກໍ​ມີ SMEs
ພຽງ 119 ລາຍ​ ໃນ​ລາວ​ທີ່​ໄດ້​ຮັບ​ກາ​ໝາຍ​ນຶ່ງ​ເມືອງ ນຶ່ງ​ຜະ​ລິດ​ຕະ​ພັນ ຫຼື ​(ODOP) ທີ່
​ຕ່າງ​ຊາດຍອມ​ຮັບ​ວ່າ​ເປັນ​ສິນ​ຄ້າ​ລາວ​ທີ່​ມີ​ຄຸນ​ນະ​ພາບ​ໄດ້​ມາດ​ຕະ​ຖານ​ສາ​ກົນ.

ທາງດ້ານ​ທ່ານ​ນາງ​ຄຳ​ຈັນ ພົ​ມ​ແສ​ງ​ສະ​ຫວັນ ຮອງ​ປະ​ທານ​ແນວ​ລາວ​ສ້າງ​ຊາດ ຖະ​
ແຫຼງ​ຢືນ​ຢັນ​ວ່າ​ ສະ​ພາບ​ການ​ໂດຍ​ລວມ​ໃນ​ພາກ​ທຸລະ​ກິດ​ເອກ​ກະ​ຊົນ​ລາວ​ໃນ​ປີ 2018
ຜ່ານ​ມາ​ ເປັນ​ສະ​ພາບ​ການ​ທີ່​ບໍ່​ດີ​ຕໍ່​ເສດ​ຖະ​ກິດມ​ະ​ຫາ​ພາກ​ຂອງ​ປະ​ເທດ ເພາະ​ປາ​ກົດ
​ວ່າ​ມີ SMEs ຈຳ​ນວນ​ບໍ່​ໜ້ອຍ​ທີ່​ຕ້ອງ​ປະ​ສົບ​ບັນ​ຫາ​ຂາດ​ທຶນ ໂດຍ​ສະ​ເພາະ SMEs ທີ່
​ກູ້​ຢືມ​ເງິນ​ທຶນ​ຈາກ​ທະ​ນາ​ຄານ​ນັ້ນ ນັບ​ເປັນພາກ​ສ່ວນ​ທີ່​ໄດ້ຮັ​ບ​ຜົນ​ກະ​ທົບ​ຫຼາຍ​ທີ່​ສຸດຊຶ່ງ
​ສາ​ເຫດ​ທີ່​ເຮັດ​ໃຫ້​ເກີດ​ບັນ​ຫາ​ດັ່ງ​ກ່າວ ທັງ​ຍັງ​ເຮັດ​ໃຫ້​ສະ​ພາບ​ແວດ​ລ້ອມຂອງການ​ດຳ
​ເນີນ​ທຸ​ລະ​ກິດໃນ​ລາວ ​ໄດ້​ຕົກ​ຕ່ຳ​ລົງອີກ​ດ້ວຍ​ນັ້ນ ກໍ​ຄື​ຄວາມ​ບໍ່​ໂປ່ງ​ໃສ​ໃນ​ການ​ປະ​ຕິ​ບັດ
​ໜ້າທີ່​ຂອງ​ບັນ​ດາ​ພະ​ນັກ​ງານ​ລັດ​ຖະ​ບານ​ລາວ​ນັ້ນ​ເອງ.

XS
SM
MD
LG