ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ໂອບາມາ ກ່າວວ່າ ຊົນຊັ້ນກາງ ຈະສືບຕໍ່ ມີຄວາມເຂັ້ມແຂງ ເພີ້ມຂຶ້ນ


ປະທານາທິບໍດີ ບາຣັກ ໂອບາມາ
ປະທານາທິບໍດີ ບາຣັກ ໂອບາມາ

ຢູ່​ໃນ​ຄຳ​ປາ​ໄສ​ປະຈຳ​ສັບປະດາ​ຂອງ​ທ່ານ​ ​ໃນ​ວັນ​ເສົາ​ມື້ນີ້ ປະ​ທາ​ນາ​ທິບໍດີສະຫະລັດ
ທ່ານ Barack Obama ​ໄດ້ເນັ້ນຢໍ້າ​ເຖິງ​ການ​ຂຶ້ນເງິນ​ເດືອນ ໃນ​ລະຫວ່າງ​ການ​ເປັນ​ປະທານາທິບໍດີ​ຂອງ​ທ່ານ. ນັບ​ແຕ່​ປີ 2012 ເປັນຕົ້ນມາເງິນ​ເດືອນ​ທີ່​ແທ້​ຈິງໄດ້ສູງ​ຂຶ້ນ ປະມານ 20 ​ເທື່ອ ​ໄວ​ກວ່າທີ່​ເຄີຍເປັນ​ມາ​ໃນ​ໄລຍະເກືອບ​ສາ​ມທົດ​ສະ​ວັດ​ລະຫວ່າງ​ປີ 1980 ​ຫາ​ປີ 2007.

​ໃນປີ​ກາຍ​ນີ້ ລາຍ​ໄດ້​ໂດຍ​ທົ່ວ​ໄປ​ຂອງ​ຄອບຄົວ ​ໄດ້​ເພີ້ມ​ຂຶ້ນ​ເຖິງ 2,800 ​ໂດລາ ຊຶ່ງ​ເປັນ​ການ​ເພີ້ມ​ຂຶ້ນ ໃນ​ໄລຍະ​ນຶ່ງ​ປີທີ່ໃຫຍ່​ສຸດ ​ໃນ​ປະຫວັດສາດ. ​ໃນ​ທົ່ວ​ທຸກ ຜີວພັນ ​ແລະ​ກຸ່ມ ອາຍຸ​ຢູ່ໃນ​ອາ​ເມຣິກາ ລາຍ​ໄດ້ແມ່ນ​ສູງ​ຂຶ້ນ ​ແລະ​ອັດ​ຕາ​ຄວາມທຸກຍາກໄດ້ຫລຸດ​ລົງ ​ແລະ 3 ລ້ານ 5 ​ແສນ​ຄົນ ​ໄດ້​ຫລຸດ​ພົ້ນ ​ຈາກ​ຄວາ​ມທຸກ​ຈົນ ຊຶ່ງ​ເປັນ​ໂຕ​ເລກທີ່ຫລຸດ​ລົງ​ ໃຫຍ່​ທີ່​ສຸດພາຍໃນ​ໄລຍະ​ປີ​ນຶ່ງຂອງ​ອັດຕາ​ຄວາມທຸກ​ຍາກ​ນັບ​ແຕ່​ປີ 1968 ​ເປັນຕົ້ນມາ. ສ່ວນ​ນຶ່ງ​ກໍ​ເປັນ​ຍ້ອນບັນດາ​ລັດຕ່າງໆ ແລະປະຊາ​ຄົມ​ທີ່​ໄດ້​ຄ່າ​ຈ້າງ​ຂັ້ນຕ່ຳ​ສຸດ ​ເຮັດ​ໃຫ້​ບັນດາ​ຄອບ ຄົວ​ທີ່​ມີ​ລາຍ​ໄດ້​ຕໍ່າ ​ແລະ​ປານ​ກາງ​ໄດ້​ເຫັນ​ລາຍ​ໄດ້​ເພີ້​ມຂຶ້ນ​ຫລາຍທີ່​ສຸດ. ​ເຖິງ​ແມ່ນວ່າ​ເຮົາ​ໄດ້​ທຳ​ຄວາມ​ຄືບ​ໜ້າ​ທີ່​ສຳຄັນ ປະທານາທິບໍດີ​ກ່າວ​ວ່າ ​ຍັງ​ມີ​ວຽກ​ການ​ທີ່​ຈຳ​ເປັນຫຼາຍຢ່າງ
ຈະ​ຕ້ອງໄດ້ເຮັດເພື່ອເສີມ​ຂະຫຍາຍ​ຊົນ​ຊັ້ນ​ກາງ ​ແລະນີ້​ແມ່ນ​ເລີ້ມຕົ້ນດ້ວຍ ລັດຖະສະພາ ​ທີ່​ຈະ​ປະການ​ເມືອ​ງໄວ້​ຢູ່​ທາງ​ຂ້າງ ​ແລະ​ປະຕິບັດ​ແນວ​ຄິດ​ໃຫ້​ເປັນ​ປະໂຫຍ​ດ

In this week's address, President Obama highlighted wage growth over the course of his presidency. Since 2012, real wages have grown about 20 times faster than they did for almost three decades between 1980 and 2007. Last year, typical household income rose by $2,800 the single largest increase on record. Across every race and age group in America, incomes rose and poverty rates fell; and 3.5 million people were lifted out of poverty the largest one-year drop in the poverty rate since 1968. Thanks in part to states and communities that have raised the minimum wage, lower- and middle-income families saw the biggest boost in incomes. Although we've made significant progress, the President said more work needs to be done to strengthen the middle class and this starts with a Congress that will put politics aside and act on commonsense ideas.

XS
SM
MD
LG