ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ໂອບາມາ ກ່າວວ່າ ຈົ່ງຊ່ອຍກັນ ຊອກຫາ ຄຳຕອບ


ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ
ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ

ໃນ​ຄຳ​ປາ​ໄສ​ປະຈຳ​ສັບປະດາ​ໃນ​ອາທິດ​ນີ້ ປະທານາທິບໍດີ​ບາຣັກ ​ໂອ​ບາ​ມາຮັບ​ຮູ້​ວ່າ​ຜົນ​ທີ່​ຕິດຕາມ​ມາ​ຈາກ​ໂສກ​ນາດຕະກຳ ດັ່ງ​ທີ່​ພວກ​ເຮົາ​ໄດ້​ເຫັນ ຢູ່ເມືອງ Dallas ​ເມືອງ Baton Rouge ​ແລະລັດ Minnesota ອາດ​ເຮັດ​ໃຫ້​ພວກ​ເຮົາ​ຕ້ອງ​ໄດ້​ດີ້ນຮົນ​ຕໍ່ສູ້​ເພື່ອ​ໃຫ້​ເປັນ​ທີ່​ເຂົ້າ​ໃ​ຈກ່ຽວ​ກັບ​ເຫດການ​ເຫຼົ່ານີ້.

​ແຕ່​ແນວ​ໃດ​ກໍ​ຕາມ ປະທານາທິບໍດີ​ກ່າວຢ້ຳວ່າ ປະ​ເທດ​ຊາດ​ບໍ່​ໄດ້​ມີ​ການ​ແບ່ງ​ແຍກຄ້າຍຄື ກັບດັ່ງ​ທີ່​ເບິ່ງຊົງວ່າຈະເປັນ. ທ່ານ​ກ່າວ​ວ່າ ທ່ານ​ໄດ້​ຮູ້​ແລ້ວ​ໃນ​ສັບປະດາ​ນີ້​ເວລາ ທ່ານ​ໄດ້​ພົບ​ປະ​ກັບ​ພວກ​ເຈົ້າໜ້າ​ທີ່​ປະຕິບັດ​ກົດໝາຍ ​ແບບ​ເຊິ່ງໜ້າ ກ່ຽວ​ກັບ​ສິ່ງທ້າ​ທາຍ​ຕ່າງໆ​ທີ່​ພວກ​ເຂົາ​ເຈົ້າ​ໄດ້​ປະ​ສົບ​ພົບ​ເຫັນ​ ເວລາ​ທ່ານ​ເດີນທາງ​ໄປເມືອງ Dallas ​ເພື່ອ​ເຂົ້າຮ່ວມ​ພິ ທີ​ໄວ້ ອາ​ໄລ​ໃຫ້​ແກ່​ຕຳ​ຫຼວດຜູ້​ກ້າຫານ 5 ຄົນທີ່​ໄດ້​ເສຍ​ຊີວິດ​ໃນ​ຂະນະ​ທີ່​ປົກ​ປ້ອງ​ພວກ​ປະ​ທ້ວງ​ທີ່​ອາດ​ບໍ່​ເຫັນ​ພ້ອມນຳ​ພວກ​ເຂົາ​ເຈົ້າ ​ເວລາ​ທ່ານໄດ້​ປະຊຸມ​ກັບຜູ້​ບັນຊາ​ການ​ຕຳຫຼວດ ພວກ​ນັກ​ເຄື່ອນ​ໄຫວ Black Lives Matter ຕະຫລອດ​ທັງ​ພວກ​ຜູ້ນຳ​ຂອງ​ລັດ​ແລະ​ຜູ້ນຳ​ທ້ອງ​ຖິ່ນ ​ແລະ​ເວລາ​ທ່ານ​ໄດ້​ເຂົ້າຮ່ວມ​ກອງ​ປະຊຸມ​ຕອບ​ຄຳ​ຖາມ ບ່ອນ​ທີ່​ທ່ານ​ກ່າວ​ວ່າ ບໍ່​ໄດ້​ມີການຂັດ​ແຍ້​ງກັນ​ເລີຍ ລະຫວ່າງ​ການ​ໃຫ້​ກຽດ​ແກ່​ພວກ​ຕຳຫຼວດແລະ​ການ​ຮັບ​ຮູ້ເຖິງ​ຄວາມ​ບໍ່​ກ້ຳ​ເກິ່ງ​ທາງ​ດ້ານ​ຜິວ​ພັນ​ທີ່​ຍັງ​ມີ​ຢູ່​ຕໍ່​ມາຢູ່​ໃນ​ລະ​ບົບຍຸຕິ​ທຳ​.

ປະທານາທິບໍດີ​ກ່າວ​ວ່າ ​ເຖິງ​ແມ່ນ​ວ່າການ​ໂອ້​ລົມ​ເຫລົ່ານີ້ສາມາດ​ທ້າ​ທາຍ​ໄດ້ ​ແຕ່​ທ່ານ​ກໍ​ກ່າວ​ວ່າ ພວກ​ເຮົາ​ຕ້ອງ​ສາມາດ​ໂອ້​ລົມ​ກັນ​ກ່ຽວ​ກັບ​ຄວາມແຕກຕ່າງຂອງ​ພວກເຮົາ. ພວກ​ເຮົາ​ຕ້ອງ​ມີ​ຈິດ​ໃຈ​ທີ່ເປີດ​ກວ້າງ​ແລະ​ຊື່ສັດບໍ່​ແມ່ນແຕ່​ຢູ່ພາຍ​ໃນ​ວົງ​ການ​ຂອງ​ພວກ​ເຮົາ​ເທົ່າ​ນັ້ນແຕ່​ກັບ​ພວກ​ທີ່​ສະ​ເໜີ​ຄວາມ​ຄິດ​ ທີ່​ແຕກຕ່າງ​ໄປ​ຈາກ​ພວກ​ເຮົາ​ນຳ​ດ້ວຍ. ຍ້ອນ​ວ່ານັ້ນ ຄື​ສິ່ງ​ທີ່​ອາ​ເມຣິກາ​ ຊອກ​ຫາ​ຄຳ​ຕອບ ບໍ່​ພຽງ​ແຕ່​ຜ່ານ​ທາງ​ນະ​ໂຍບາຍ​ເທົ່າ​ນັ້ນ ແຕ່​ຍັງຜ່ານ​ການ​ຫລໍ່​ຫລອມເພື່ອໃຫ້​ເກີດ​ຄວາມ​ເຫັນ​ສອດຄ່ອງ​ກັນແລະ​ຊອກ​ຫາ​ການ​ຕັດສິນ​ໃ​ຈທາງ​ການ​ເມືອງເພື່ອ​ເຮັດ​ການ​ປ່ຽນ​ແປງ​ດັ່ງກ່າວ.

Weekly Address: Coming Together to Find Solutions

WASHINGTON, DC — In this week's address, President Obama acknowledged that the aftermath of tragedies like we've seen in Dallas, Baton Rouge, and Minnesota, can leave us struggling to make sense of these events. However, the President reiterated that the country is not as divided as it may seem. He said he saw it this week when he met with law enforcement on the challenges they face; when he traveled to Dallas for the memorial service of the five brave police officers who died while protecting protesters with whom they may have disagreed; when he convened a more than four-hour long meeting with police chiefs, Black Lives Matter activists, and state and local leaders; and when he participated in a town hall where he said there is no contradiction between honoring police and recognizing racial disparities exist within the criminal justice system. The President said that although these conversations can be challenging, we have to be able to talk about our differences. We have to be open and honestnot just within our own circles, but also with those who offer different perspectives. Because that's what America is aboutfinding solutions not only through policy, but also by forging consensus and finding the political will to make change.

XS
SM
MD
LG