ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ໂອ​ບາ​ມາ ກ່າວວ່າ ການນັບຖື ສິດທິມະນຸດ​ ໃນຫວຽດນາມ ບໍ່ໄດ້ເປັນໄພ ຂົ່ມຂູ່ຕໍ່ສັງຄົມ​


Obama Delivers Speech in Hanoi
please wait

No media source currently available

0:00 0:01:16 0:00

ເຊີນຊົມ ການກ່າວຄຳປາໄສ ຂອງ ປ. ໂອບາມາ ຢູ່ຫວຽດນາມ, 24 ພຶດສະພາ, 2016.

ປະທານາທິບໍດີ ​ບາຣັກ ​ໂອ​ບາ​ມາ ​ໃນ​ຄຳ​ປາ​ໄສ​ທີ່​ເບິ່ງ​ໄປ​ຂ້າງ​ໜ້ານັ້ນ ​ໄດ້​ກ່າວຕໍ່​ຊາວ​ຫວຽດນາມ​ວ່າ ພວກ​ເຂົາ​ເຈົ້າ ​ແລະ​ປະຊາຊົນ​ອາ​ເມຣິກັນ ກຳລັງ​ເລີ້ມການເດີນທາງເປັນ​ເວລາ 100 ປີ​ຮ່ວມ​ກັນ.

ດ້ວຍ​ການ​ຢ້ຽມຢາມ​ຄັ້ງນີ້ ພວກ​ເຮົາ​ໄດ້​ເຮັດ​ໃຫ້​ຄວາມ​ສຳພັນ​ຂອງ​ພວກ​ເຮົາ​ໝັ້ນຄົງ​ຂຶ້ນ ກວ່າ​ເກົ່າ​ ​ໃນ​ໄລຍະ​ຫລາຍໆ​ທົດ​ສະ​ວັດ​ຕໍ່ໜ້ານັ້ນ ຄື​ການ​ທຳນາຍ​ຂອງ ​ປະທາ​ນາ​ທິບໍດີ​ໂອ​ບາ​ມາ.

ບໍ່​ວ່າຄວາມ​ສຳພັນ​ນີ້ພົວພັນ​ກັບ​ການ​ເສີມ​ຄວາມ​ເຂັ້ມ​ແຂງ​ກັບ​ອະດີີດ​ສັດຕູ​ເກົ່າ ຫລື​ບໍ່ ດັ່ງ​ທີ່​ປະທານາທິບໍດີ​ໂອ​ບາ​ມາ ຕ້ອງການ​ນັ້ນມັນ​ຈະ​ຂຶ້ນກັບ​ວ່າ​ຜູ້​ໃດ​ຈະສືບ​ທອດ​ຕຳ​ແໜ່​ງຕໍ່​ຈາກ​ທ່ານ​ຢູ່​ທຳນຽບຂາວ ໃນ​ເດືອນ​ມັງກອນ​ປີໜ້າ.

​ເມື່ອ​ພິຈາລະນາ​ເບິ່ງ​ແລ້ວ ​ເວລາ​ທ່ານ​ນາງ​ເປັນ​ລັດຖະມົນຕີ​ການ​ຕ່າງປະ​ເທດ ທ່ານ​ນາງ Hillary Clinton ​ໄດ້​ມີ​ບົດບາດ​ອັນ​ສຳຄັນ​ໃນ​ການ​ຊ່ວຍ​ຫັນປ່ຽນນະໂຍບາຍ​ຂອງ​ສະຫະ ລັດ​ໄປ​ສູ່​ເອ​ເຊຍ. ​ແຕ່​ຖ້າ​ຫາກ​ວ່າ​ທ່ານ Trump ​ໄດ້​ເປັນ​ປະ ທາ​ນາ​ທິບໍດີ ​ແຕ່ການ​ພະນັນ​ທັງ​ໝົດກ່ຽວ​ກັບ​ການ​ຫັນ​ໜ້າເຂົ້າຫາ​ກັນ​ກັບ​ອາ​ຊ່ຽນ ກໍ​ແມ່ນ​ຈະ​ບໍ່​ມີ​ ຫວຽດນາມ​ ແລະ​ບັນ ຫາ​ອື່ນໆ​ອີກ​ຈຳນວນ​ນຶ່ງ ຮວມທັງ​ເລື້ອງການຄ້າ ນັ້ນຄື​ຄຳ​ເວົ້າຂອງ​ທ່ານ Simon Tay ປະທານ ສະ​ຖາ​ບັນ​ກິດຈະການ​ນາໆຊາດ​ຂອງ​ສິງ​ກະ​ໂປ.

ນັກຂຽນ blogger ທ່ານ Nguyen Huu Vinh, ທີ່ປະກົດຕົວໃນນະຄອນຫຼວງຮາໂນ່ຍ, ຫວຽດນາມ, ທີ່ໄດ້ຖືກຈັບຄຸກ 5 ປີ ໃນຄະດີ ທີ່ຂຽນຂໍຄວາມລົງໃນ website.
ນັກຂຽນ blogger ທ່ານ Nguyen Huu Vinh, ທີ່ປະກົດຕົວໃນນະຄອນຫຼວງຮາໂນ່ຍ, ຫວຽດນາມ, ທີ່ໄດ້ຖືກຈັບຄຸກ 5 ປີ ໃນຄະດີ ທີ່ຂຽນຂໍຄວາມລົງໃນ website.

ໃນ​ບັນດາ​ແຂກ​ຜູ້​ເຂົ້າຮ່ວມ​ຮັບ​ຟັງ​ຄຳ​ປາໄສ​ໃນ​ຂອບ​ເຂດ​ທີ່​ກວ້າງຂວາງ​ຂອງ​ຜູ້ນຳ ສະຫະ ລັດ ທີ່​ຫໍ​ປະຊຸມ​ໃນ​ນະຄອນຫຼວງຮາ​ໂນ່ຍ​ໃນ​ວັນ​ອັງຄານ​ມື້ນີ້ແມ່ນ​ມີ​ປະມານ 2,000 ຄົນ ຮວມທັງ​ເຈົ້າໜ້າ​ທີ່​ລັດຖະບານ​ຫວຽດນາມ​ຈຳນວນ​ນຶ່ງ.

ຄຳ​ປາ​ໄສ​ດັ່ງກ່າວ​ນີ້ຍັງ​ໄດ້​ເວົ້າ​ເຖິງ​ບັນຫາ​ທີ່​ສຳຄັນ​ສຸດ​ກ່ຽວ​ກັບ​ເລື້ອງສິດທິ​ມະນຸດ.

ທ່ານ​ໂອ​ບາ​ມາ​ໃຫ້​ຂໍ້​ສັງ​ເກດ​ວ່າ​ ສິດທິ​ກ່ຽວ​ກັບ​ອິດສະຫຼະພາບ​ໃນ​ການສະ​ແດງ​ຄວາມ​ຄິດ​ຄວາມ​ເຫັນ ​ແລະ​ສິດ​ເສລີພາບ​ໃນ​ດ້ານ​ຂ່າວສານ ຕະຫລອດ​ທັງ​ສິດ​ເສ ລີ​ພາບ​ໃນ​ການ​ໂຮມ​ຊຸມນຸມ ​ແມ່ນ​ໄດ້​ຮັບ​ການ​ເທີ​ດທູດ​ໄວ້​ຢູ່​ໃນ​ລັດຖະທຳ​ມະນູນ ຂອງ​ຫວຽດນາມ. ​ນອກ​ນັ້ນ ທ່ານ​ຍັງ​ໄດ້​ກ່າວ​ເຖິງ​ການ​ເປີດ​ກວ້າງ​ ກ່ຽວ​ກັບ​ຂັ້ນ ຕອນ​ທາງ​ການ​ເມືອງ​ຂອງ​ຫວຽດ ນາມ ​ໃຫ້​ແກ່​ບັນດາ​ຜູ້​ສະໝັກ​ທີ່ຢູ່​ນອກ​ພັກ​ຄອມມິວນິສ.

ຊາວຫວຽດນາມລໍຄອຍຖ້າໃນຫໍປະຊຸມແຫ່ງຊາດ ບ່ອນທີ່ ປະທານາທິບໍດີສະຫະລັດ ຈະໃຫ້ການຖະແຫຼງການ, ນະຄອນຫຼວງຮາໂນ່ຍ, 24 ພຶດສະພາ, 2016.
ຊາວຫວຽດນາມລໍຄອຍຖ້າໃນຫໍປະຊຸມແຫ່ງຊາດ ບ່ອນທີ່ ປະທານາທິບໍດີສະຫະລັດ ຈະໃຫ້ການຖະແຫຼງການ, ນະຄອນຫຼວງຮາໂນ່ຍ, 24 ພຶດສະພາ, 2016.

ທ່ານ​ກ່າວ​ວ່າ ​ໃນ​ທັດສະນະ​ຂອງ​ຂ້າພະ​ເຈົ້າ​ແລ້ວ ການ​ປະຕິບັດ​ສິດທິ​ເຫລົ່ານີ້​ບໍ່​ໄດ້​ເປັນ​ໄພ​ຂົ່ມຂູ່​ຕໍ່​ສະຖຽນ​ລະ​ພາບ​ແຕ່​ຢ່າງ​ໃດເລີຍ.

ມິ​ພວກ​ນັກ​ໂທດ​ການ​ເມືອງ​ຫລາຍ​ກວ່າ 100 ຄົນ​ຢູ່​ໃນ​ຫວຽດນາມ ​ແລະ​ອີກ​ຈຳ ນວນ​ນຶ່ງ​ໄດ້​ຖືກ​ຈັບ​ເຂົ້າ​ໄປ​ຕື່ມ​ໃນ​ຮອບ​ອາທິດ​ຜ່ານ​ມາ ອີງ​ຕາມ​ພວກ​ນັກ​ເຄື່ອນ​ໄຫວ.

ກ່ອນ​ຄຳ​ປາ​ໄສ​ໃນ​ມື້ນີ້ ທ່ານ​ໂອ​ບາ​ມາ ​ໄດ້​ພົບ​ພໍ້​ກັບ​ບັນດາ​ສະມາຊິກ​ຂອງ​ກຸ່ມ​ສັງຄົມ​ພົນລະ​ເຮືອນຫວຽດນາມ 6 ຄົນ​ໂດ​ຍກ່າວ​ວ່າ ນີ້​ແມ່ນ​ຂົງ​ເຂດ​ທີ່​ມີ​ຄວາມ​ເປັນ​ຫ່ວງ ​ກ່ຽວ​ກັບ​ເສລີ ພາບ ​ທາງ​ດ້ານ​ການ​ເມືອງ ​ແລະ​ທ່ານ​ໄດ້​ກ່າວ​ຊົມ​ເຊີຍ​ຊາວ​ຫວຽດນາມ​ເຫລົ່ານັ້ນວ່າ ​ເຕັມ ໃຈທີ່​ຢາກ​ໃຫ້​ສຽງ​ຂອງ​ພວກ​ເຂົາ​ເຈົ້າ​ໄດ້​ມີ​ການ​ຮັບ​ຟັງ.

ກະລຸນາ​ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

Vietnam Obama
please wait
Embed

No media source currently available

0:00 0:02:24 0:00

XS
SM
MD
LG