ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ແຜນການ ເຮັດຂໍ້ຕົກລົງ ການຄ້າເສລີ ຂອງ ປ. ໂອບາມາ ປະເຊີນກັບ ການທົດສອບ ຢູ່ ສະພາຕ່ຳ


ປະທານສະພາຕຳ່ ທ່ານ John Boehner ແຫ່ງລັດ Ohio.
ປະທານສະພາຕຳ່ ທ່ານ John Boehner ແຫ່ງລັດ Ohio.

ຄວາມ​ພະຍາຍາມ​ຂອງປະທານາທິບໍດີ Barack Obama ​ເພື່ອ
ໃຫ້ໄດ້ມາຊຶ່ງ ຂໍ້​ຕົກລົງການ​ຄ້າ​ເສລີ ໃນເຂດ​ເອ​ເຊຍ​ປາຊິ​ຟິກ ປະ​
ເຊີນ​ໜ້າ​ກັບ​ການ​ທົດ​ສອບ​ທີ່​ສຳຄັນ​ໃນ​ວັນ​ສຸກ​ມື້​ນີ້ ​ເວລາ​ສະພາ
​ຕຳ່ ລົງ​ຄະ​ແນນ​ສຽງ​ວ່າ ຈະ​ຕໍ່ອາຍຸຫລືບໍ່ໃນການໃຫ້ສິດອຳນາດ ກ່ຽວກັບການເຈລະຈາຢ່າງວ່ອງ​ໄວແກ່ເຈົ້າ​ໜ້າ​ທີ່ທຳນຽບຂາວ.

ຍັງ​ບໍ່​ເປັນ​ທີ່​ແຈ້ງ​ຂາວ​ເທື່ອ​ວ່າ ຮ່າງ​ກົດໝາຍ​ສະບັບນີ້ ໄດ້​ຮັບ​ການ
​ສະໜັບສະໜູນ​ຢ່າງພຽງພໍຈາກບັນດາ​ສະມາ​ຊິກ​ພັກ​ເດ​ໂມແຄຣັດ
ຂອງ​ທ່ານ Obama ຫລືບໍ່. ຫລາຍ​ຄົນ​ມີ​ຄວາມ​ເປັນ​ຫ່ວງ​ວ່າ ຂໍ້ຕົກ
ລົງການຄ້າ ພາຄີຂ້າມມະຫາສະມຸດປາຊີຟິກຫລື ອາດ​ຈະ​ສົ່ງ​ວຽກ​
ງານຂອງ​ຊາວ​ອາ​ເມຣິກັນຫລາຍຂຶ້ນໄປປະ​ເທດ ແລະເປັນ​ໄພອັນ
ຕະລາຍ​ຕໍ່​ສິ່ງ​ແວດ​ລ້ອມ.

ສະມາຊິກ​ພັກ​ຣີພັບບລິກກັນ ​ໂດຍ​ທົ່ວ​ໄປ​ແລ້​ວ​ໃຫ້ການ​ສະໜັບສະໜູນ ​ແກ່​ຂໍ້ຕົກ ລົງການ​
ຄ້າ​ເສລີ ​ແຕ່​ວ່າ​ຫລາຍ​ຄົນ​ຢູ່​ໃນ​ພັກ ​ຍັງພາກັນ​ລັ​ງ​ເລ​ໃຈຢູ່ ທີ່​ຈະ​ຫລີ້ນ​ບົດບາດ ​ເພື່ອ​ໃຫ້
ທ່ານ Obama ບັນລຸໃນອັນ​ທີ່​ເຫັນ​ວ່າ ​ເປັນ​ໄຊຊະນະ ໃນດ້ານ​ການ​ເມືອງ​ທີ່​ສຳຄັນ ​ໂດຍ​
ສະ​ເພາະແລ້ວ ແມ່ນກ່ອນ​ໜ້າການ​ເລືອກ​ຕັ້ງ​ປີ 2016.

ຮ່າງ​ກົດໝາຍ ໃຫ້ສິດອຳນາດ ໃນການເຈລະຈາຢ່າງວ່ອງໄວ​ ທີ່ຮູ້​ກັນ​ໃນນາມ Trade Promotional Authority ຫລື TPA ຈະ​ອະນຸຍາດ​ໃຫ້ທຳນຽບຂາວ ເຈລະຈາ​ຂໍ້ຕົກລົງ
ການຄ້າກັບ 12 ປະ​ເທດໃນເຂດ​ເອ​ເຊ​ຍ ແລະກັບເຂດອື່ນໆ ທີ່ຄ້າຍຄືກັນນີ້ ​ໂດຍ​ບໍ່​ໃຫ້​
ສ​ະພາ​ປ່ຽ​ນແປງໃດໆກ່ຽວກັບການຕົກລົງ ​ໃນ​ເວລາ​ທີ່ ຮ່າງກົດໝາຍດັ່ງກ່າວ ລົງຄະແນນ
ສຽງ ໃຫ້ການອະນຸມັດ ຫລື​ປະຕິ​ເສດ.

ການປ​ະຕິ​ເສດ​ ບໍ່​ໃຫ້ສິດອຳນາດໃນການເຈລະຈາ ຈະ​ເຮັດ​ໃຫ້​ເປັນການ​ຍາກ​ລຳບາກ​ຂື້ນ
​ແກ່​ລັດຖະບານ ທີ່​ຈະບັນລຸຂໍ້ຕົກລົງ​ການຄ້າເສລີ TPP ທີ່​ໄດ້​ກາຍ​ກຳນົດ​ມາແລ້ວຫຼາຍ​ປີ.
ຍ້ອນ​ສາ​ເຫດ​ດັ່ງກ່າວ ທ່ານ Obama ​ຈຶ່ງໄດ້​ໃຊ້​ເວລາອັນ​ສຳຄັນທາງ​ດ້ານ​ການ​ເມືອງ​ຂອງ
ທ່ານກ່ຽວ​ກັບ​ບັນຫາ TPA. ​

US Congress Trade
please wait
Embed

No media source currently available

0:00 0:00:55 0:00

XS
SM
MD
LG