ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ໂອບາມາ ຊັກຊວນ ພັກຣີພັບບລີກັນ ປັບປຸງ ເສດຖະກິດ (ວີດີໂອ)


ປະທານາທິບໍດີບາຣັກ ໂອບາມາ ພວມກ່າວຄຳປາໄສ ກ່ຽວກັບ ເລື່ອງເສດຖະກິດ ທີ່ Cheesman Park ໃນນະຄອນ Denver (9 ກໍລະກົດ 2014)
ປະທານາທິບໍດີບາຣັກ ໂອບາມາ ພວມກ່າວຄຳປາໄສ ກ່ຽວກັບ ເລື່ອງເສດຖະກິດ ທີ່ Cheesman Park ໃນນະຄອນ Denver (9 ກໍລະກົດ 2014)

ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ກ່າວວ່າ ເສດ
ຖະກິດໃນເວລານີ້ ແມ່ນດີຂຶ້ນກວ່າເມື່ອ 5 ປີກ່ອນ ແລະເວົ້າຕື່ມ
ວ່າ ທຸລະກິດອາເມຣິກັນ ໄດ້ສ້າງວຽກເຮັດງານທຳໃໝ່ 10 ລ້ານ
ໜ້າວຽກ.

ປະທານາທິບໍດີກ່າວໃນຄຳປາໄສປະຈຳສັບປະດາຂອງທ່ານໃນ
ວັນເສົາມື້ນີ້ວ່າທ່ານໄດ້ເອົາມາດຕະການເພື່ອຊ່ອຍພວກຄົນຊັ້ນ
ກາງ ຮວມທັງຂຶ້ນເງິນເດືອນໃຫ້ແກ່ພວກຄົນງານ ສ້າງວຽກການ
ໃໝ່ແລະຊ່ອຍພວກນັກສຶກສາຈ່າຍເງິນກູ້ຢືມຂອງພວກເຂົາເຈົ້າ.

ທ່ານໂອບາມາເວົ້າວ່າ ພັກຣີພັບບລີກັນໄດ້ເລືອກເອົາການບໍ່ເຮັດວຽກຮ່ວມກັບທ່ານ ແລະ ໄດ້ເອົາບາດກ້າວ ທີ່ຈະຟ້ອງຮ້ອງທ່ານແທນ ກ່ຽວກັບເລື່ອງປະກັນໄພສຸຂະພາບນັ້ນ.

ເບິ່ງຄຳປາໄສ ປະຈຳສັບປະດາ ຂອງ ປ. ໂອບາມາ

ເສຍໃຈ ທີ່ບໍ່ສາມາດເບິ່ງໄດ້ເທື່ອ ເວລານີ້

ປະທານສະພາຕ່ຳສະຫະລັດ ທ່ານ John Boehner ກ່າວໃນຕົ້ນອາທິດນີ້ວ່າ ປະທານາ ທິບໍດີລະເມີດລັດຖະທຳມະນູນສະຫະລັດ ທີ່ໄດ້ປ່ຽນແປງກົດໝາຍ ປະກັນໄພສຸຂະພາບ ໂດຍປາດສະຈາກການອະນຸມັດຂອງສະພາ.

ປະທານາທິບໍດີໂອບາມາກ່າວໃນວັນເສົາມື້ນີ້ວ່າການຟ້ອງຮ້ອງດັ່ງກ່າວແມ່ນການສະແດງ ແບບໂລດໂຜນທາງການເມືອງທີ່ຈະເຮັດໃຫ້ສິ້ນເປືອງເວລາຂອງອາເມຣິກາຫຼາຍໆເດືອນ.

ທ່ານເວົ້າວ່າ ທ່ານມີຄວາມຄິດທີ່ດີກວ່ານັ້ນສຳລັບພັກຣີພັບບລີກັນຄືມາຮ່ວມກັບທ່ານເຮັດ ວຽກ ເພື່ອປັບປຸງຊີວິດຂອງພົນເຮືອນຊາວອາເມຣິກັນໃຫ້ດີຂຶ້ນ ແທນທີ່ຈະຟ້ອງທ່ານດ້ວຍ ເງິນພາສີຂອງຊາວອາເມຣິກັນ ທີ່ໄດ້ມາດ້ວຍຄວາມຍາກລຳບາກນັ້ນ.

XS
SM
MD
LG