ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ວໍຊິງຕັນ ກຽມຈັດ ພິທີສາບານໂຕ ເຂົ້າຮັບຕໍາແໜ່ງ ສະໄໝທີ 2 ຂອງທ່ານໂອບາມາ (ວີດິໂອລາວ/ອັງກິດ)


ເບິ່ງວີດິໂອລາຍງານນີ້ ເປັນພາສາລາວ

ຂະນະນີ້ ນະຄອນຫລວງວໍຊິງຕັນດີຊີ ກໍາລັງທໍາ​ການ​ຫ້າງ​ຫາ ​ເພື່ອຈັດພິທີສາບານຕົວ ເຂົ້າຮັບຕໍາແໜ່ງຂອງປະທາ ນາທິບໍດີ ຢ່າງ​ໃຫຍ່​ໂຕ​ມະ​ໂຫລານ ​ໃນ​ເດືອນ​ໜ້າ​ນີ້ ດັ່ງ​ທີ່​ເຄີຍ​ປະຕິບັດ​ມາ​ເປັນ​ປະ​ເພນີທຸກໆ​ສີ່​ປີ. ແຕ່ຕາມທີ່ Ken Klein ຜູ້ສື່ຂ່າວວີໂອເອປະຈໍາທໍານຽບຂາວ ລາຍງານມານັ້ນ ກໍແມ່ນວ່າພິທີສາບານຕົວເຂົ້າຮັບຕໍາແໜ່ງສະໄໝ ທີ່ສອງຂອງປະທານາທິບໍດີໂອບາມາຄັ້ງນີ້ ຈະນ້ອຍກວ່າຄັ້ງທໍາອິດ. ທອງປານມີລາຍ​ລະອຽດມາສະເໜີທ່ານ.

ຝຸງຊົນທີ່ມີຈໍານວນຫລາຍ​ເປັນ​ປະວັດ​ການ ຄື​ຫລາຍ​ເຖິງນຶ່ງ
ລ້ານແປດ ແສນຄົນ ພາກັນອັ່ງອໍບຽດກັນຢູ່​ໃນ​ເດິ່ນສະໜາມ
ຫຼວງຂອງວໍຊິງຕັນດີຊີ ໃນເດືອນມັງກອນປີ 2009 ເມື່ອ 4 ປີ
ຜ່ານມາ ເພື່ອຊົມພິທີສາບານຕົວເຂົ້າຮັບຕໍາແໜ່ງປະທານາ
ທິບໍດີຄັ້ງປະຫວັດສາດຂອງ ປະທານາທິບໍດີອະເມຣິກັນ ເຊື້ອ
ສາຍອາຟຣິກາຄົນທໍາອິດຂອງສະຫະລັດ.

ພິທີສາບານຕົວຕໍ່ໜ້າປະຊາຊົນຂອງທ່ານໂອບາມາຄັ້ງນີ້ ຈະ​ມີ
ຂຶ້ນ​ໃນວັນທີ 21 ມັງກອນ 2013 ມື້ນຶ່ງຫຼັງຈາກທີ່ທ່ານເລີ່ມດໍາ
ລົງຕໍາແໜ່ງສະໄໝທີ່ສອງ ຍ້ອນວ່າວັນທີ 20 ຕົກຖືກວັນອາທິດ.
ພິທີຄັ້ງນີ້ ເບິ່ງຊົງວ່າຈະມີປະຊາຊົນ ເຂົ້າຊົມຈໍານວນໜ້ອຍກວ່າ
ຄັ້ງກ່ອນ ໂດຍ​ມີການທໍານາຍກັນວ່າຈະມີໃນລະຫວ່າງຫົກແສນ
ຫາແປດແສນຄົນ.

ແຕ່ຢ່າງ​ໃດ​ກໍ​ຕາມ ນາຍພົນ Errol Schwartz ຜູ້ບັນຊາການກອງທະຫານພິທັກຊາດ
ຈໍານວນ 6,000 ຄົນ ທີ່ຈະເປັນຜູ້ຄວບ​ຄຸມຝຸງຊົນທີ່ເຂົ້າມາເບິ່ງມາຊົມນັ້ນ ເວົ້າວ່າບໍ່​ໄດ້
ມີການປ່ຽນແປງການກະຕຽມຕ່າງໆ​ແຕ່​ຢ່າງ​ໃດ​ເລີຍ.

ນາຍພົນ Schwartz ເວົ້າວ່າ: “ເຖິງແມ່ນຈໍານວນປະຊາຊົນທີ່ຈະ​ມາ​ເບິ່ງ ຈະນ້ອຍ ກວ່າເກົ່າກໍຕາມ ພວກເຮົາກໍຍັງຕຽມການຮັບມືກັບສິ່ງທີ່ອາດຂຶ້ນໄດ້ ພາຍໃນຝຸງ ຊົນກຸ່ມນ້ອຍກວ່າ​ເກົ່ານັ້ນຢູ່.”

ຢ່າງ​ໃດ​ກໍ​ຕາມ ​ເຖິງ​ແມ່ນ​ຈະ​ນ້ອຍ​ລົງ ​ແຕ່​ງານ​ນີ້ຂອງ​ວໍ​ຊິງ​ຕັນກໍ​ຈະ​ຍັງ ​ໃຫຍ່​ຢູ່.

ຄະນະກໍາມະການຮ່ວມຂອງສະພາຄອງແກຣສຄະນະນຶ່ງ ໄດ້ໃຊ້ຈ່າຍເງິນໄປແລ້ວ
ນຶ່ງລ້ານສອງແສນໂດລາ ສໍາລັບສ້າງຜາມຢູ່ຂັ້ນ​ໄດຕຶກສະພາບ່ອນທີ່ປະທານາທິບໍດີ
ໂອບາມາ ຈະທໍາພິທີສາບານຕົວເຂົ້າຮັບຕໍາແໜ່ງ ​ແລະ​ສໍາລັບ​ຄ່າ​ໃຊ້​ຈ່າຍຕ່າງໆໃນ​ການຈັດພິທີດັ່ງກ່າວ.

ຫຼັງຈາກເສັດພິທີສາບານຕົວແລ້ວ ທ່ານໂອບາມາກໍຈະກ່າວຄໍາປາໄສ ແລະ ຮ່ວມຮັບ ປະທານອາຫານທ່ຽງທີ່ສະພາຄອງແກຣສ. ຈາກນັ້ນ ຄະນະກໍາມະການສາບານ​ຕົວ
​ປະທານາທິບໍດີ ກໍເຂົ້າມາ​ຮັບຜິດຊອບ​ພິທີການຕໍ່ໄປ. ຄືຄະນະກໍາມະການນີ້ຈະຮັບຜິດ
ຊອບເລື້ອງ​ການຈັດພິທີເດີນສວນສະໜາມ ຫລັງການສາບານຕົວ ແລະພິທີການອື່ນໆ ທີ່ກ່ຽວພັນກັນ.

ການກໍ່ສ້າງຜາມ​ໄຊສໍາລັບ​ໃຫ້ປະທານາທິບໍດີ​ແລະແຂກນັ່ງຊົມການສວນສະໜາມ​ ໄດ້
ເລິ່ມຂຶ້ນບໍ່ດົນກ່ອນການເລືອກຕັ້ງໃນເດືອນພະຈິກຜ່ານມາ ຊຶ່ງຜາມນີ້​ແມ່ນຈະສ້າງ​ແລ້ວ ກ່ອນໜ້າວັນ​ຈັດພິທີບໍ່​ດົນ. ແລະການມ້າງແລະມ້ຽນມັດ ກໍ​ແມ່ນຈະ​ເລີ່​ມຂຶ້ນ​ໃນວັນຕໍ່ໄປ.

ກອງທັບ​ແມ່ນ​ມີ​ສ່ວນພົວພັນຢ່າງ​ໃຫຍ່​ຫລວງໃນວັນສາບານຕົວນັ້ນ ພາຍ​ໃຕ້ການປະ
ສານງານຂອງໜ່ວຍສະເພາະກິດຮ່ວ​ມ ຊຶ່ງປະກອບດ້ວຍທະຫານຈາກໝົດທຸກເຫຼົ່າທັບ.

ທະຫານຫຼາຍພັນຄົນຈະປະກອບສ່ວນໃນພິທີຕ່າງໆ ໂຮມທັງທະຫານກອງກຽດຕິຍົດ ໜ່ວຍທະຫານຖື​ທຸງຂອງ​ເຫລົ່າ​ຕ່າງ​ໆ ວົງດຸລິ​ຍາງ ແລະ ທະຫານມ້າ.

ພົນຕີກອງທັບບົກ Michael Linnington ເປັນຜູ້ນໍາພາທະຫານເຫຼົ່ານີ້ ຊຶ່ງທ່ານກ່າວວ່າ ການປະກອບສ່ວນຂອງບຸກຄົນຢູ່ໃນເຄຶ່ອງແບບນັ້ນ ເປັນສັນຍະລັກຂອງ​ການຄວບຄຸມ ກອງທັບ​ໂດຍພົນລະເຮືອນ​ ແລະຂອງການໂອນອໍານາດຢ່າງສັນຕິ.

ນາຍພົນ Linnington ເວົ້າວ່າ: “ມັນເປັນສັນຍະລັກແຫ່ງຄວາມເຂັ້ມແຂງ ແລະ
ປະຊາທິປະໄຕຂອງພວກເຮົາ ແລະຂ້າພະເຈົ້າກໍຄິດວ່າ ມັນເປັນພິທີທີ່ສໍາຄັນ
ພິທີນຶ່ງ ທີ່ພວກເຮົາຕ້ອງເຮັດໃຫ້ຖືກຕ້ອງ ຕໍ່ໜ້າສາຍຕາຂອງໂລກ.”


ເພື່ອ​ໃຫ້ເຫັນໄດ້ວ່າ ກອງທັບ​ໄດ້ກະທໍາທຸກ​ວຽກ​ງານ​ຢ່າງຖືກຕ້ອງນັ້ນ ໜ່ວຍສະເພາະກິດ ຮ່ວມໄດ້ສ້າງແຜນທີ່ຍັກຂອງນະຄອນວໍຊິງຕັນຂຶ້ນມາ ອັນນຶ່ງ. ຄະນະນາຍທະຫານກໍາລັງ ໃຊ້ຕົວແບບຂອງນະຄອນຫຼວງ ເພື່ອວາງ​ແຜນ​ທາງ​ດ້ານພະລາທິການ ເຊັ່ນວິທີເຄຶ່ອນຍ້າຍ ປະຊາຊົນຫຼາຍ​ແສນຄົນເຂົ້າ ອອກຕົວເມືອງ ແລະວິທີການຄຸ້ມຄອງໃຫ້ປະທານາທິບໍດີ ແລະທຸກໆຄົນ ມີຄວາມປອດໄພໃນພິທີດັ່ງກ່າວນີ້.

ເບິ່ງວີດິໂອລາຍງານນີ້ເປັນພາສາອັງກິດ:

XS
SM
MD
LG