ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ເມສາ ໒໐໒໔

ທ່ານ ໂອບາມາ ຮັບມືກັບຫົວຂໍ້ ຂອງບັນຫາ ທີ່ມີຄວາມເຈັບປວດໃນ ລາວ


Obama Tackles Painful Topics in Laos
please wait

No media source currently available

0:00 0:02:16 0:00

ໃນລະຫວ່າງການຢ້ຽມຢາມ ລາວ ຄັ້ງສຳຄັນໃນປະຫວັດສາດ, ປະທານາທິບໍດີ ສະຫະລັດ ທ່ານ ບາຣັກ ໂອບາມາ ໄດ້ມີພາລະກິດອັນທ້າທາຍ ເພື່ອຈັດການກັບຄວາມເສຍຫາຍທີ່ ປະເທດເຊິ່ງຢູ່ໃນ ເອເຊຍຕາເວັນອອກສຽງໃຕ້ ໄດ້ທົນທຸກທໍລະມານ ນັບຕັ້ງແຕ່ສະໄໝສົງ ຄາມ ຫວຽດນາມ. ລະເບີດລູກ​ຫວ່ານ​ຫຼືບົມບີຫຼາຍລ້ານລູກຍັງຄົງ ກະຈາຍຢູ່ທົ່ວປະເທດ ທີ່ບໍ່ມີທາງອອກສູ່ທະເລນີ້, ຫຼັງຈາກ ສະຫະລັດ ໄດ້ຖິ້ມລົງ​ໃສ່​ເມື່ອ​ເຄິ່ງສັດຕະວັດທີ່ຜ່ານ ມາ. ເຖິງແມ່ນວ່າ ຈະມີຄວາມພະຍາຍາມເພື່ອເກັບກູ້ພວກລະເບີດຢູ່ໃນ ລາວ ໃຫ້ມັນໝົດ ໄປກໍຕາມ, ຊິ້ນສ່ວນທີ່ຍັງຫຼົງເຫຼືອຢູ່ ກໍໄດ້ສືບຕໍ່ຂ້າຄົນ ແລະ ເຮັດໃຫ້ຜູ້ເຄາະຮ້າຍຄົນໃໝ່ ກາຍເປັນຄົນພິການ. ນັກຂ່າວວີໂອເອ Zlatica Hoke ມີລາຍງານ, ເຊິ່ງ ພຸດທະສອນ ຈະນຳລາຍລະອຽດມາສະເໜີທ່ານ.

ຜູ້ຊ່ຽວຊານເກັບກູ້ລະເບີດ ແມ່ນກຳລັງເຮັດວຽກເພື່ອ​ເກັບ​ກູ້ລະເບີດໃນພື້ນທີ່ໃຫ້ຫຼາຍເທົ່າ ທີ່ຈະຫຼາຍໄດ້ ດັ່ງນັ້ນປະຊາຊົນຈຶ່ງສາມາດປູກ​ເຂົ້າ​ແລະ​ພືດ​ຜັກ​ທີ່ເປັນອາຫານໃສ່. ແຕ່ ບາງເທື່ອ ພວກເຂົາເຈົ້າກໍມາຊ້າໂພດ.

ທ່ານ ຄຳສຸກ ພິມສິມມະວົງ ໄດ້ກ່າວວ່າ “ຜູ້ຊາຍຄົນນີ້ໄດ້ດັງໄຟຢູ່ໃນສວນຂອງລາວ ແລະ ລະເບີດບົມບີທີ່ຝັງຢູ່ບໍລິເວນທີ່ໃກ້ຄຽງກໍໄດ້​ແຕກຂຶ້ນ. ແລະ ນັ້ນກໍແມ່ນວິທີທີ່ ລາວເສຍແຂນຂອງລາວ.”

ໃນລະຫວ່າງຊຸມປີ 1960 ຫາ 1970, ການຕໍ່ສູ້ຈາກ ຫວຽດນາມ ໄດ້ກະຈາຍເຂົ້າມາ​ໃນປະ ເທດ ລາວ ທີ່ຢູ່ຕິດກັນ, ໂດຍລັດຖະບານ ຫວຽດນາມໃຕ້ ທີ່ໄດ້ຮັບການໜູນຫຼັງຈາກ ສະ ຫະລັດ ຕໍ່ສູ້ກັບຝ່າຍກອມມູນິສ. ດົນກວ່າໜຶ່ງທົດສະວັດ, ກອງທັບ ສະຫະລັດ ໄດ້ຖິ້ມລະ ເບີດຫຼາຍກວ່າ 2 ລ້ານໂຕນໃສ່ ລາວ. ຄາດ​ກັນວ່າ ປະມານ 1 ສ່ວນ 3 ຂອງຈຳນວນລະ ເບີດດັ່ງກ່າວບໍ່ໄດ້ແຕກ, ເຮັດໃຫ້ມີລະເບີດທີ່​ເປັນອັນຕະລາຍເຖິງຊີວິດຫຼົງເຫຼືອຢູ່ເທິງດິນ. ລະເບີດທີ່ເຫຼືອຢູ່ໄດ້ສັງຫານ​ຜູ້ຄົນ ແລະ​ເຮັດ​ໃຫ້ບາດເຈັບຫຼາຍກວ່າ 20,000 ຄົນ. ເຖິງ ແມ່ນວ່າຈະໄດ້ຮັບການຮຽນຮູ້ ກ່ຽວກັບ ມັນກໍຕາມ ແຕ່ກໍຍັງມີຜູ້ເຄາະຮ້າຍຄົນໃໝ່ຢູ່ຕະ ຫຼອດເວລາ. ໃນສອງສາມປີິທີ່ຜ່ານມາຜູ້ເຄາະຮ້າຍສ່ວນໃຫຍ່ ແມ່ນເດັກນ້ອຍທີ່ມີອາຍຸ ຕ່ຳກວ່າ 15 ປີ.

ຜູ້ກໍ່ຕັ້ງກຸ່ມຟື້ນຟູສຸຂະພາບທີ່ມີຄຸນນະພາບ ມີອາຍຸ 8 ປີເວລາທີ່ລາວຖືກລະເບີດແຕກໃສ່.

ທ່ານ ທຸມມີ ສີລຳພູນ ກ່າວວ່າ “ໃນປີ 2015, ອົງການຂອງພວກເຮົາໄດ້ພົບກັບຄົນທີ່ໄດ້ ຮັບບາດເຈັບຈາກລະເບີດໃນເມື່ອກ່ອນ 46 ຄົນ ແລະ ຜູ້ທີ່ບໍ່ເຄີຍໄດ້ຮັບການຊ່ວຍເຫຼືອ ມາກ່ອນ. ຄົນພວກນີ້ຕ້ອງການຄວາມເບິ່ງແຍງ ແລະ ການຊ່ວຍເຫຼືອໄລຍະຍາວ.”

ສະຫະລັດ ໄດ້ໃຫ້ການຊ່ວຍເຫຼືອດ້ານການເງິນ ແລະ ສະໜັບສະໜູນການພັດທະນາໃນ ລາວ, ແຕ່ການຊ່ວຍເຫຼືອເພີ່ມເຕີມແມ່ນມີຄວາມຕ້ອງການເພື່ອສຳຫຼວດພື້ນທີ່ໆມີບັນຫາ ແລະ ຫຼຸດຜ່ອນ​ໄພອັນຕະລາຍລົງ.

ທ່ານ Neil Arnold ຈາກກຸ່ມຊີ້ນຳລະເບີດຝັງດິນ ກ່າວວ່າ “ການຄາດໝາຍແມ່ນສຳລັບ ການສຳຫຼວດທົ່ວປະເທດ ຈະໃຊ້ເວລາ 5 ປີ ແລະ ການເກັບກູ້ຈະເປັນ 20 ປີຕໍ່ໄປ. ແຕ່ ສາມາດຫຼຸດສັ້ນລົງໄດ້ຖ້າມັນຖືກສຳຫຼວດ ແລະ ເກັບກູ້ໃນເວລາດຽວກັນ.”

ປະເທດ ລາວ ຍັງຄົງເປັນປະເທດທີ່ຖືກຖິ້ມລະເບີດໃສ່ຫຼາຍທີ່ສຸດຕໍ່ຫົວຄົນໃນໂລກນີ້. ນັບ ຕັ້ງແຕ່ນັ້ນມາ, ສະຫະລັດ ໄດ້ສ້າງຂົວເຊື່ອມຕໍ່ກັບຄູ່ປໍລະປັກສົງຄາມ ຫວຽດນາມ ຂອງ ພວກເຂົາເຈົ້າ, ແຕ່ທ່ານ ໂອບາມາ ແມ່ນປະທານາທິບໍດີທີ່ດຳລົງຕຳແໜ່ງຢູ່ຄົນທຳອິດທີ່ ໄດ້ມາຢ້ຽມຢາມ ລາວ.

ທ່ານນາງ ບຸນລານ ໄພບູນ ຈາກສູນອົງຄະທຽມ ວຽງຈັນ ກ່າວວ່າ “ພວກເຮົາຂ້ອນຂ້າງຈະ ໃຫ້ອະໄພພວກເຈົ້າ, ຮູ້ບໍ?. ພວກເຮົາບໍ່ແມ່ນຄົນໃຈຮ້າຍ. ພວກເຮົາຕ້ອງກ້າວຕໍ່ໄປ. ພວກເຮົາບໍ່ຕິດພັນຢູ່ກັບອະດີດ.”

ໃນນະຄອນຫຼວງວຽງຈັນ ຂອງ ລາວ. ທ່ານ ໂອບາມາ ແມ່ນກຳລັງພົບປະກັບບັນດາຜູ້ນຳ ຈາກ 10 ປະເທດ ສະມາຄົມປະຊາຊາດແຫ່ງເອເຊຍຕາເວັນອອກສຽງໃຕ້ ແລະ ບັນດາ ຜູ້ນຳຂອງຄູ່ຮ່ວມທີ່ສຳຄັນຂອງກຸ່ມເຊັ່ນ ຈີນ, ຍີ່ປຸ່ນ ແລະ ອິນເດຍ.

XS
SM
MD
LG