ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ.ໂອບາມາ ລົງນາມ ໃນກົດໝາຍ ຫ້າມນັກການທູດອີຣ່ານ ມາເປັນທູດ ປະຈຳສະຫະປະຊາຊາດ ( ວີດີໂອ)


US IRAN ENVOY VO
please wait
Embed

No media source currently available

0:00 0:00:29 0:00

ເບິ່ງວີດີໂອເລື້ອງນີ້.

ປະທານາທິບໍດີ​ ບາຣັກ ​ໂອ​ບາ​ມາ ໄດ້ເຊັນ​ຮ່າງກົດໝາຍ
​ສະບັບ​ນຶ່ງໃຫ້​ເປັນ​ກົດໝາຍ​ ​ເພື່ອ​ຫ້າມ​ນັກ​ການ​ທູດ​ອີຣ່ານ
ຄົນ​ນຶ່ງ ເຂົ້າ​ມາ​ຮັບຕຳ​ແໜ່​ງ​ເອກອັກຄະ​ລັດຖະທູດ​ອີຣ່ານ
ປະຈຳ​ສະຫະ​ປະຊາ​ຊາດ ​ທີ່​ນະຄອນ​ນິວຢອກນັ້ນ.

ກົດໝາຍ​ສະບັບ​ນີ້​ມີ​ວັດ​ຖຸປະສົງ​ເພື່ອ​ກີດ​ກັນບໍ່​ໃຫ້​ເຂົ້າ​
ສະຫະລັດ ​ທ່ານ Hamid Abutalebi ຜູ້​ທີ່​ສະຫະລັດ​
ກ່າວ​ຫາ​ວ່າ ​ໄດ້​ພົວພັນ​ໃນ​ການເຂົ້າ​ຍຶດ​ເອົາສະຖານທູດ
​ສະຫະລັດ ​ທີ່​ນະຄອນຫຼວງ​ເຕຫະຣ່ານ​ ໃນ​ປີ 1979 ນັ້ນ.

ກົດໝາຍ​ທີ່​ທ່ານ​ໂອ​ບາ​ມາ​ລົງ​ນາມ​ໃນ​ວັນ​ສຸກ​ວານ​ນີ້ ຫ້າມ
​ຜູ້​ໃດ​ກໍ​ຕາມ​ເຂົ້າ​ມາ​ໃນ​ສະຫະຣັດ​ໃນ​ຖານະ​ຜູ້ຕາງໜ້າ​ສະຫະ​ປະຊາ​ຊາດ ຖ້າ​ຜູ້​ນັ້ນ
ຖືກ​ສົງ​ໄສ​ວ່າ ມີ​ການພົວພັນ​ໃນ​ການ​ການ​ຈາລະ​ກຳ ຫຼື​ການ​ເຄື່ອນ​ໄຫວ​ກໍ່​ການ​ຮ້າຍ ​
ແລະອາດ​ຈະ​ເປັນ​ໄພ​ຂົ່ມຂູ່​ຕໍ່​ຄວາມ​ໝັ້ນຄົງ​ແຫ່ງ​ຊາດ​ຂອງ​ສະຫະລັດ.

​ສັບປະດາ​ແລ້ວ​ນີ້ ສະຫະລັດ​ໄດ້​ປະຕິ​ເສດ ການ​ອອກ​ວີ​ຊ່າ​ໃຫ້​ທ່ານ Abutalebi
ທີ່​ອີຣ່ານ​ໄດ້​ສະ​ເໜີ​ແຕ່ງ​ຕັ້ງ​ໃຫ້​ເປັນ​ທູດຂອງ​ຕົນ​ ປະຈຳສະຫະ​ປະຊາຊາດ.

ທ່ານ Abutalebi ​ໄດ້​ເປັນ​ສະມາຊິກ​ຂອງ​ກຸ່ມ​ນັກ​ສຶກສາ​ມຸສລິ​ມ ທີ່​ໄດ້ກັກ​ໂຕ​ນັກ​
ການ​ທູດ​ອາ​ເມຣິກັນ 52 ຄົນ ​ໄວ້​ເປັນ​ໂຕ​ປະກັນ​ເປັນ​ເວລາ 444 ມື້ ຫຼັ​ງຈາກ​ເຂົ້າ​
ຍຶດ​ເອົາ​ສະຖານທູດ​ສະຫະລັດ​ແລ້ວ. ທ່ານ Abutalebi ກ່າວ​ວ່າ ການ​ພົວພັນ​
ຂອງ​ທ່ານ​ ກັບ​ກຸ່ມ​ນັກ​ສຶກສາ​ເວລາ​ນັ້ນ​ ແມ່ນ​ຢູ່​ຂັ້ນ​ຈຳກັດ ຄືເປັນ​ລ່າມ​ແປ​ພາສາ
​ແລະ​ຮ່ວມໃນການ​ເຈລະຈາ​ເທົ່າ​ນັ້ນ.

ຫຼັງ​ຈາກ​ການ​ຕັດສິນ​ໃຈ​ຂອງ​ສະຫະລັດ ປະຕິ​ເສດ​ອອກ​ວີ​ຊ່າ​ໃຫ້​ທ່ານ Abutalebi
​ແລ້ວນັ້ນ ອີຣ່ານກ່າວ​ວ່າ ຕົນ​ຍັງ​ບໍ່​ມີ​ແຜນການ​ໃນ​ທັນທີ ​ທີ່​ຈະ​ສະ​ເໜີ​ແຕ່ງ​ຕັ້ງ​ນັກ​
ການ​ທູດ​ຄົນ​ໃໝ່ປະຈຳ​ສະຫະ​ປະຊາ​ຊາດ​ນັ້ນ. ອີຣ່ານກ່າວ​ວ່າ ຕົນ​ຈະ​ດຳ​ເນີນ​
ການ​ເລື້ອງ​ນີ້​ໂດຍ​ຜ່ານ​ກົນ​ໄກ​ທາງ​ດ້ານ​ກົດໝາຍ​ ຂອງ​ອົງການ​ສະຫະ​ປະຊາ​ຊາດ​.

ອີຣ່ານ​ເອີ້ນ​ການ​ຕັດສິນ​ໃຈ​ຂອງ​ສະຫະລັດ​ວ່າ “​ເປັນ​ເລື້ອງ​ທີ່​ໜ້າ​ເສຍ​ໃຈ” ​ແລະ
​ກ່າວ​ວ່າ ອັນ​ນີ້​ມັນ​ຜິດ​ກົດໝາຍ​ສາກົນ ​ແລະ​ສິດທິ​ຂອງ​ລັດ​ທີ່​ມີອະທິປະ​ໄຕ​ ໃນ​ການ
​ສະ​ເໜີ​ແຕ່ງ​ຕັ້ງ ຜູ້ຕາງໜ້າ​ປະຈຳ​ສະຫະ​ປະຊາ​ຊາດ​ ຂອງ​ຕົນ.
XS
SM
MD
LG