ປະທານາທິບໍດີ Barack Obama ກ່າວວ່າ ປະຊາຊົນ ອາເມ
ຣິກັນ ໄດ້ສົ່ງຂໍ້ຄວາມຢ່າງແຈ້ງຂາວຢູ່ໃນການເລືອກຕັ້ງອາທິດ
ນີ້ວ່າ ເຂົາເຈົ້າຕ້ອງການຢາກໃຫ້ວໍຊິງຕັນ ສະໜອງຕອບຕໍ່ເຂົາ
ເຈົ້າ ແລະກ່າວວ່າ ທ່ານເຕັມໃຈທີ່ຈະດຳເນີນງານຮ່ວມກັບທັງ
ສອງພັກ ເພື່ອກະທຳການດັ່ງກ່າວ.
ທ່ານ Obama ໄດ້ເຈລະຈາຫາລືແບບເຊິ່ງໜ້າເປັນເທື່ອທຳ
ອິດ ກັບບັນດາຜູ້ນຳ ລັດຖະສະພາ ໃນວັນສຸກວານນີ້ ນັບຕັ້ງ
ແຕ່ພັກຣີພັບບລິກັນ ໄດ້ເຂົ້າຄວບຄຸມສະ ພາສູງ ແລະເພີ້ມ
ຈຳນວນສະມາຊິກຂຶ້ນຢູ່ໃນສະພາຕໍ່າໃນການເລືອກຕັ້ງເມື່ອ
ວັນອັງຄານທີ່ຜ່ານມານີ້.
ປະທານາທິບໍດີ ກ່າວວ່າ ປະຊາຊົນອາເມຣິກັນ ພາກັນທໍ້ແທ້ຜິດຫວັງ ກ່ຽວກັບ ສະພາບ
ການບໍ່ໄປບໍ່ມາ ຢູ່ໃນວໍຊິງຕັນ. ທ່ານກ່າວວ່າ ເຂົາເຈົ້າຕ້ອງການຢາກໃຫ້ມີການຮ່ວມໄມ້
ຮ່ວມມືເພີ້ມຂຶ້ນ ລະຫວ່າງພັກການເມືອງຕ່າງໆ.
ທ່ານໄດ້ລະບຸອອກມາວ່າ ມີຢູ່ສາມຂົງເຂດ ທີ່ທ່ານກ່າວວ່າ ສະພາສາມາດເຮັດວຽກຮ່ວມ
ກັນໄດ້ ຄືໃຫ້ເງິນຊ່ວຍເຫຼືອສຸກເສີນ ເພື່ອຕໍ່ສູ້ກັບເຊື້ອອີໂບລາ ງົບປະມານປີ 2015 ແລະ
ອະນຸມັດເງິນ 5 ພັນ 6 ຮ້ອຍລ້ານໂດລາ ເພື່ອປະເຊີນໜ້າກັບໄພຂົ່ມຂູ່ ຈາກກຸ່ມລັດອິສ ລາມ.
ທ່ານ Obama ກ່າວວ່າ ທ່ານມີຄວາມໝັ້ນໝາຍໃນການຕີລາຄາແນວຄິດກ່ຽວກັບວ່າ
ມັນປະຕິບັດໄດ້ຫຼືບໍ່ ແລະບໍ່ແມ່ນໃນນາມຂໍ້ສະເໜີຂອງພັກເດໂມແຄຣັດ ຫລືຣີພັບບລິກັນ.
ຫລັງຈາກການປະຊຸມກັນແລ້ວ ປະທານສະພາຕໍ່າ ທີ່ສັງກັດພັກຣີພັບບລິກັນ ທ່ານ John Boehner ໄດ້ອອກຖະແຫລງການ ກ່າວວ່າ ທ່ານໄດ້ກ່າວຢ່າງຈະແຈ້ງ ຕໍ່ປະທານາ ທິ
ບໍດີວ່າ ເລື່ອງວຽກການ ແລະເສດຖະກິດ ແມ່ນສິ່ງສຳຄັນສຸດ ສຳຫລັບປະຊາຊົນອາເມຣິກັນ.
ທ່ານ Boehner ກ່າວວ່າ ມີຮ່າງກົດໝາຍຫລາຍກວ່າ 40 ສະບັບ ທີ່ສະພາຕໍ່າ ໄດ້ຮັບຜ່ານ
ທີ່ທ່ານຮ້ອງວ່າ ເປັນບ່ອນເລີ້ມຕົ້ນທີ່ດີເລີດ ຂອງການຮ່ວມມືສອງຝ່າຍ ເພື່ອຊ່ວຍສ້າງວຽກ
ເຮັດງານທຳເພີ້ມຕື່ມ ແກ່ພາກເອກກະຊົນ
ແຕ່ທ່ານ Boehner ໄດ້ເຕືອນວ່າ ການເອົາບາດກ້າວຕາມລຳພັງຂອງຝ່າຍບໍລິຫານ ໂດຍ
ປະທານາທິບໍດີກ່ຽວກັບການໃຫ້ອະໄພໂທດແກ່ພວກຄົນເຂົ້າເມືອງ ຜິດກົດໝາຍອາດຈະ
ທໍາລາຍໂອກາດ ໃນການປະຕິບັດໃດໆກໍຕາມ ຂອງທັງສອງຝ່າຍ ກ່ຽວກັບການປະຕິຮູບ
ລະບົບຄົນເຂົ້າເມືອງ ແລະບັນຫາອື່ນໆ.
President Barack Obama says the American people sent a clear message in this week's election that they want Washington to deliver for them and says he is willing to work with both parties to do just that.
Mr. Obama held his first face-to-face talks with Congressional leaders Friday since Republicans seized control of the Senate and tightened their grip on the House in Tuesday's vote.
The president said the American people are frustrated by the gridlock in Washington. He said they want to see more cooperation between the different parties.
He spelled out three areas where he says Congress can work together -- emergency funding to fight Ebola, a budget for 2015, and providing another $5.6 billion to confront the threat by Islamic State.
Mr. Obama said he is committed to judging ideas on whether they work and not as Democratic or Republican proposals.
After the meeting, Republican House Speaker John Boehner issued a statement saying he made it clear to the president that jobs and the economy are the American people's top priority.
Boehner said there are more than 40 bills the House passed which he calls a great place to start bipartisan action to help create more private-sector jobs.
But Boehner warned that unilateral executive action by the president on amnesty for illegal immigrants could wreck any chance of bipartisan action immigration reform and other issues.