ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໐໘ ພຶດສະພາ ໒໐໒໔

ປ.ໂອບາມາ ສະເໜີ ການຕໍ່ລອງ ເພື່ອຊ່ອຍ ຄົນຊັ້ນກາງ (ວີດີໂອ)


ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ
ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ
ປະທານາທິບໍດີສະຫະລັດທ່ານບາຣັກ ໂອບາມາ ກ່າວວ່າ ສະຫະ
ລັດຕ້ອງໄດ້ດຳເນີນການໃຫ້ດີກວ່ານີ້ ເພື່ອຄໍ້າປະກັນ ໃຫ້ມີການຕໍ່
ລອງທີ່ດີຂຶ້ນ ສຳລັບພວກຊົນຊັ້ນກາງ ໃນການວາງພື້ນຖານເພື່ອ
ໃຫ້ເສດຖະກິດເຕີບໂຕເຂັ້ມແຂງກວ່າເກົ່າ.

ໃນຄຳປາໄສປະຈຳສັບປະດາຂອງທ່ານໃນວັນເສົາມື້ນີ້ ປະທານາ
ທິບໍດີໂອບາມາ ເວົ້າວ່າ ແມ່ນແຕ່ກ່ອນເກີດວິກິດການເສດຖະກິດ
ເມື່ອຫລາຍໆປີກ່ອນຄວາມຮັ່ງມີກໍໄດ້ມີກັນແບບບໍ່ຍຸຕິທຳຢູ່ແຕ່ໃນ
ໝູ່ພວກຄົນລໍ້າລວຍ ໃນຂະນະທີ່ບັນດາຄອບຄົວສ່ວນໃຫຍ່ທີ່ເຮັດ ວຽກໜັກຂຶ້ນນຳທຸກມື້ພຽງແຕ່ສາມາດເອົາຊີວິດຢູ່ລອດໄດ້ເທົ່ານັ້ນ
ທ່ານເວົ້າວ່າ ການຕ່າວປີ້ນທ່າອຽງດັ່ງກ່າວນີ້ຕ້ອງແມ່ນບູລິມະສິດ
ອັນສູງສຸດຂອງວໍຊິງຕັນ.





ທ່ານໂອບາມາເວົ້າວ່າ ທ່ານພວມສະເໜີການຕໍ່ລອງຄັ້ງໃຫຍ່ສຳລັບພວກຊົນຊັ້ນກາງ. ທ່ານ
ກ່າວວ່າ ທ່ານຈະດຳເນີນງານຮ່ວມກັບພັກຣີພັບບລີກັນເພື່ອເຮັດໃຫ້ລະບຽບການເກັບພາສີ ງ່າຍຂຶ້ນ ແຕ່ກໍຕໍ່ເມື່ອຖ້າຫາກການປະຢັດເງິນເຫຼົ່ານີ້ຈະຖືກ ນຳໄປໃຊ້ໃນການລົງທຶນຢ່າງສຳ ຄັນ ເພື່ອສ້າງວຽກເຮັດງານທຳທີ່ດີໆ ສຳລັບພວກຊົນຊັ້ນກາງ. ທ່ານເວົ້າວ່າ ທ່ານຕ້ອງການ ຢາກໃຫ້ພວກຄົນງານກໍ່ສ້າງກັບຄືນເຂົ້າໄປເຮັດວຽກເຮັດການແລະຊ່ອຍວິທະຍາໄລຊຸມຊົນ ໃຫ້ການສິດສອນພວກນັກສຶກສາ ກ່ຽວກັບເສດຖະກິດຂອງໂລກ ຊຶ່ງທັງໝົດນີ້ ແມ່ນໂດຍປາ ສະຈາກການເພີ້ມການຂາດດຸນໃສ່ງົບປະມານ.

ສະມາຊິກສະພາສູງ Susan Collins ຈາກພັກຣີພັບບລີກັນກໍໄດ້ເວົ້າເຖິງເລື່ອງເສດຖະກິດ ຄືກັນໃນຄຳປາໄສປະຈຳສັບປະດາ ຂອງພັກທ່ານນາງ. ທ່ານນາງເວົ້າວ່າ ການປະຕິຮູບລະ ບົບຮັກສາສຸຂະພາບຂອງປະທານາທິບໍດີໂອບາມາຊຶ່ງຮູ້ກັນ ໃນນາມ Obamacare ນັ້ນ ທີ່ ຈິງແລ້ວແມ່ນເຮັດໃຫ້ທຸລະກິດຂະໜາດນ້ອຍທໍ້ແທ້ໝົດກຳລັງໃຈໃນການສ້າງວຽກເຮັດງານ ທຳ ແລະການວ່າຈ້າງພະນັກງານໃໝ່. ທ່ານນາງກ່າວວ່າ ທ່ານນາງພວມນຳສະເໜີຮ່າງກົດ ໝາຍສະບັບນຶ່ງ ທີ່ຈະຈຳກັດຄວາມໃໝ່ ກ່ຽວກັບຄວາມໝາຍ ຂອງຄຳວ່າ “ພະນັກງານເຕັມ ເວລາ” ໃນ Obamacare ເພື່ອຈະປົກປ້ອງຄຸ້ມຄອງວຽກເຮັດງານທຳ.


XS
SM
MD
LG