ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ປ. ໂອບາມາ ພົບປະກັບ ຜູ້ນຳພັກຄອມມິວນິສ ຫວຽດນາມ


Obama, Vietnam’s Communist Leader Discuss Rights, Trade
please wait

No media source currently available

0:00 0:02:04 0:00

​ຜູ້ນຳພັກຄອມມູນິດຫວຽດນາມ ພົບປະກັບປະທານາທິບໍດີໂອ
ບາມາທີ່ທຳນຽບຂາວໃນວັນອັງຄານວານນີ້ຊຶ່ງເປັນຄັ້ງທຳອິດ
ທີ່ເລຂາທິການໃຫຍ່ພັກຄອມມິວນິສຂອງປະເທດດັ່ງກ່າວ ໄດ້
ກະທຳ ໃນຖານະທີ່ເປັນພາກສ່ວນນຶ່ງ ຂອງການຢ້ຽມຢາມສະ
ຫະລັດເປັນເວລານຶ່ງອາທິດ. ຜູ້ສື່ຂ່າວວີໂອເອ Victor Beattie
ມີລາຍງານກ່ຽວກັບການຢ້ຽມຢາມດັ່ງກ່າວຊຶ່ງມີຂຶ້ນໃນລະຫວ່າງ
ວັນຄົບຮອບ 40 ປີໃນການຖອນທະຫານສະຫະລັດອອກຈາກ
ຫວຽດນາມແລະການເຂົ້າຄວບຄຸມຂອງພວກຄອມມິວນິສທີ່ນັ້ນ
ແມ່ນຄາດວ່າ ຈະເພັ່ງເລັງໃສ່ການເສີມສ້າງ ຄວາມສຳພັນທີ່ໃກ້
ຊິດທາງດ້ານເສດຖະກິດ ແລະຄວາມໝັ້ນຄົງ ຕະຫຼອດທັງການ ຊຸກຍູ້ໃນການນັບຖືສິດທິມະນຸດນຳດ້ວຍດັ່ງໄພສານຈະນຳເອົາ
ລາຍລະອຽດ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ທ່ານ Nguyen Phu Trong ຜູ້ນຳພັກຄອມມິວນິດຫວຽດນາມອາຍຸ 71 ປີ ທີ່ບໍ່ໄດ້ກຳຕຳ ແໜ່ງຢ່າງເປັນທາງການອື່ນໃດ ໃນຄະນະລັດຖະບານ ເອີ້ນການ ເດີນທາງມາຢ້ຽມຢາມ
ສະຫະລັດແລະການພົບປະທີ່ທຳນຽບຂາວຂອງທ່ານວ່າມີຄວາມສຳຄັນຄັ້ງປະຫວັດສາດ ແລະທ່ານຫວັງວ່າ ຈະເສີມສ້າງຄວາມໄວ້ເນື້ອເຊື່ອໃຈກັບວໍຊິງຕັນ 20 ປີ ຫລັງຈາກໄດ້ມີ ການສ້າງຕັ້ງຄວາມສຳພັນ ລະຫວ່າງປະເທດທັງສອງຢ່າງເປັນປົກກະຕິ. ເປັນທີ່ຄາດກັນ
ວ່າ ໃນລະຫວ່າງການພົບປະກັນນັ້ນ ທ່ານ Trong ຈະໄດ້ຫາລືກ່ຽວກັບຂໍ້ຕົກລົງການຄ້າ ຂ້າມມະຫາສະມຸດປາຊີຟິກຫຼື TPP ການຮ່ວມມືໃນດ້ານປ້ອງກັນປະເທດ ຄວາມເຄັ່ງຕຶງ ຢູ່ທະເລຈີນໃຕ້ແລະເລື້ອງສິດທິມະນຸດ. ການຫ້າມຄ້າຂາຍອາວຸດຂອງສະຫະລັດໃຫ້ແກ່ ຫວຽດນາມ ກໍອາດຖືກຍົກຂຶ້ນມາຫາລືກັນກໍເປັນໄດ້.

ໃນຄຳຕອບທີ່ເປັນລາຍລັກອັກສອນຕໍ່ຄຳຖາມຂອງອົງການຂ່າວ Bloomberg ນັ້ນທ່ານ Trong ກ່າວວ່າ ທ່ານມອງເຫັນຄວາມສຳພັນນີ້ “ເປັນເລື້ອງ ທີ່ສຳຄັນສຸດ ໃນນະໂຍບາຍ ການຕ່າງປະເທດຂອງພວກເຮົາ. ທ່ານໄດ້ສະແດງຄວາມຫວັງອອກມາວ່ານີ້ແມ່ນໂອກາດ ສຳລັບທັງສອງຝ່າຍຂອງພວກເຮົາຈະມີການຫາລືແບບເປີດກວ້າງແລະກົງໄປກົງມາກ່ຽວ ກັບບັນຫາຕ່າງໆທີ່ຍັງມີຄວາມເຫັນແຕກຕ່າງກັນຢູ່.” ທ່ານກ່າວວ່າ ການເຮັດແນວນັ້ນຈະ ຊ່ອຍເສີມຂະຫຍາຍຄວາມເຂົ້າອົກເຂົ້າໃຈລະຫວ່າງກັນຫຼາຍຂຶ້ນແລະເຮັດໃຫ້ຄວາມແຕກ ຕ່າງຫລຸດໜ້ອຍລົງ ແລະເສີມສ້າງຄວາມໄວ້ເນື້ອເຊື່ອໃຈ ເທື່ອລະເລັກລະນ້ອຍ ແລະເພີ້ມ ເນື້ອຫາສາລະແລະປະສິດທິຜົນໃສ່ຄວາມສຳພັນໄລຍະຍາວ.

ທ່ານ Carl Thayer ນັກຊ່ຽວຊານກ່ຽວກັບເຂດເອເຊຍຕາເວັນອອກສຽງໃຕ້ກ່າວວ່າດ້ວຍ ການສ້າງຄວາມກ້ຳເກິ່ງຄືນໃໝ່ ໄປສູ່ເຂດເຊຍປາຊີຟິກ ຂອງສະຫະລັດ ປະເທດທັງສອງ ຄ່ອຍໆກ້າວໄປສູ່ການບັນລຸຜົນປະໂຫຍດທາງດ້ານຍຸດທະສາດທີ່ມາບັນຈົບກັນ ແລະຮາ ໂນ່ຍໄດ້ຮ້ອງຂໍໃຫ້ມີການພົບປະດັ່ງກ່າວ ເພື່ອໃຫ້ການຮັບຮູ້ແກ່ຜູ້ນຳພັກຄອມມູນິສ.

ທ່ານ Thayer ກ່າວວ່າ “ດັ່ງນັ້ນ ມັນແມ່ນສະຫະລັດ ເປັນຜູ້ສະແດງຄວາມເຄົາລົບແລະ
ນັ້ນ ແມ່ນເສີມສ້າງ ຂ້າພະເຈົ້າຄິດວ່າ ເປັນຄວາມໄວ້ເນື້ອເຊື່ອໃຈ ລະຫວ່າງປະເທດທັງ ສອງ ໃນການເຮັດແບບນັ້ນ.”

ທ່ານກ່າວວ່າ ຄວາມສຳຄັນໃນການພົບປະກັນຄັ້ງນີ້ແມ່ນເພື່ອສ້າງຄວາມກະຈ່າງແຈ້ງໃຫ້ ແກ່ຂໍ້ຕົກລົງການເປັນພາຄີໃນຂອບເຂດທີ່ກວ້າງຂວາງສະບັບປີ 2013 ທີ່ໄດ້ບັນລຸກັນເວ ລາປະທານປະເທດຫວຽດນາມ ທ່ານ Troung Tan Sang ມາຢ້ຽມຢາມທຳນຽບຂາວໃນ
ປີ 2013.

ທ່ານ Thayer ກ່າວວ່າ ຫົວຂໍ້ສຳຄັນໃນການຫາລືກັນ ແມ່ນມີຄວາມເຊື່ອມໂຍງພາຍໃນ ໂດຍຍົກເອົາເລື້ອງສິດທິມະນຸດ ແລະຂໍ້ຕົກລົງ TPP ຂຶ້ນມາເປັນຕົວ ຢ່າງ.

ທ່ານ Thayer ເວົ້າວ່າ “ຖ້າຫວຽດນາມຫາກເຫັນພ້ອມກັບຂໍ້ຕົກລົງພາຄີຂ້າມມະຫາ ສະມຸດປາຊີຟິກ ຫວຽດນາມຕ້ອງໄດ້ຕົກລົງ ໃຫ້ສະຫະພັນກຳມະບານ ມີອິດສະຫຼະ ຫຼາຍຂຶ້ນຊຶ່ງເປັນສິ່ງທີ່ຫວຽດນາມຍັງບໍ່ທັນມີເທື່ອແລະມີຄວາມໂປ່ງໃສຕື່ມຂຶ້ນ. ດັ່ງ
ນັ້ນ ຫວຽດນາມຈຶ່ງໄດ້ເຮັດໃນສິ່ງທີ່ຕົນເຄີຍເຮັດມາສະເໝີ ປ່ອຍພວກຄັດຄ້ານລັດ ຖະບານທີ່ສຳຄັນຈຳນວນນຶ່ງ ກ່ອນການພົບປະໃນຄັ້ງນີ້ ເພື່ອສະແດງໃຫ້ເຫັນເຖິງ ຄວາມປາຖະໜາດີ. ແຕ່ແນວໃດກໍຕາມພວກເຂົາເຈົ້າຈະສືບຕໍ່ຈັບກຸມຄຸມຂັງປະຊາ
ຊົນ ໂດຍສະເພາະໃນລະດູການເມືອງ ໃນຂະນະທີ່ພວກເຂົາເຈົ້າຫຍັບໃກ້ຈະຮອດ ກອງປະຊຸມໃຫຍ່ຂອງພັກ ໃນປີ 2016.”

ທ່ານ Thayer ກ່າວວ່າ ຫວຽດນາມ ແມ່ນໄດ້ປຽບທາງດ້ານການຄ້າ ຢ່າງມະຫາສານ ກັບ ສະຫະລັດແລະຂາດດຸນການຄ້າຢ່າງຫຼວງຫຼາຍກັບຈີນແລະຫວຽດນາມຕ້ອງການເຂົ້າຫາ ຕະຫລາດຂອງສະຫະລັດແລະ 40 ເປີເຊັນຂອງຕະຫຼາດໂລກທີ່ TPP ເປັນຜູ້ຕາງໜ້ານັ້ນ. ການຄ້າສອງຝ່າຍໄດ້ຈະເລີນງອກງາມຈາກລະດັບ 500 ລ້ານໂດລາໃນປີ 1995 ຂຶ້ນເປັນ
35 ພັນລ້ານໂດລາ ໃນປີກາຍນີ້.

ທ່ານກ່າວວ່າ ປະເທດທັງສອງແມ່ນເຫັນພ້ອມນຳກັນເມື່ອເວົ້າເຖິງເລື້ອງການປະພຶດແບບ ຮຸກຮານຂອງຈີນຢູ່ໃນທະເລຈີນໃຕ້ໂດຍຢືນຢັດວ່າ ຈີນທີ່ເອົາທ່າທີແຂງຂຶ້ນຄວນປະຕິບັດ ຕາມກົດໝາຍນາໆຊາດແລະບໍ່ຄວນໃຊ້ກຳລັງ. ເມື່ອປີກາຍນີ້ຈີນໄດ້ຕິດຕັ້ງແທ່ນເຈາະນ້ຳ ມັນໃນເຂດນ່ານນ້ຳ ໃກ້ໝູ່ເກາະ Paracel ທີ່ເປັນບັນຫາຂັດແຍ້ງ ຈຶ່ງໄດ້ກໍ່ໃຫ້ເກີດມີການ ປະທະກັນທາງເຮືອຂຶ້ນ ແລະພາໃຫ້ມີການກໍ່ຈະລາຈົນຕໍ່ຕ້ານຈີນຢູ່ໃນຫວຽດນາມ. ນອກ ນັ້ນແລ້ວ ຄວາມເຄັ່ງຕຶງຍັງໄດ້ເພີ້ມທະວີຂຶ້ນ ກ່ຽວກັບການສ້າງເກາະທຽມຂອງຈີນ ຢູ່ຕາມ ເກາະດອນນ້ອຍໆໃນທະເລຈີນໃຕ້.

ທ່ານ Thayer ກ່າວວ່າ ທ່ານ Trong ອາດຍັງຈະກົດດັນໃຫ້ສະຫະລັດຍົກເລີກການຫ້າມ ຂາຍອາວຸດໃຫ້ແກ່ປະເທດຂອງທ່ານ ຊຶ່ງເປັນກໍລະນີ ທີ່ພວກເຈົ້າໜ້າທີ່ຫວຽດນາມໄດ້ພະ ຍາຍາມມາແລ້ວເວລາລັດຖະມົນຕີປ້ອງກັນປະເທດສະຫະລັດ ທ່ານ Ashton Carter ໄປ ຢ້ຽມຢາມປະເທດດັ່ງກ່າວໃນເດືອນມິຖຸນາຜ່ານມາ.

ທ່ານກ່າວວ່າ ບໍ່ມີທ່າທາງວ່າຫວຽດນາມຕ້ອງການຊື້ອາວຸດໜັກຫຼືອາວຸດທີ່ໃຊ້ໃນການບຸກ ໂຈມຕີແຕ່ກໍຕ້ອງການຢາກດຳເນີນການຫຼາຍໄປກວ່າເຮືອ ທີ່ສະຫະລັດໄດ້ສ້າງໃຫ້ໜ່ວຍ ຍາມຝັ່ງ ຮວມທັງອຸບປະກອນຕ່າງໆເຊັ່ນເຣດ້າ ເພື່ອປັບປຸງການສື່ສານຄົມມະນາຄົມແລະ ເພື່ອປະສານງານໃຫ້ດີຂຶ້ນກ່ຽວກັບຕາໜ່າງລະບົບອາວຸດຂອງຕົນ.

ທ່ານ Thayer ເວົ້າວ່າ ຫວຽດນາມຢາກໃຫ້ໃຊ້ວິທີແກ້ໄຂແບບຫຼາຍຝ່າຍໃນຄວາມສຳພັນ ຂອງຕົນ ກັບມະຫາອຳນາດໃຫຍ່ໆ ເຊັ່ນຈີນ ສະຫະລັດ ຣັດເຊຍ ແລະອິນເດຍ ໂດຍປາດ ສະຈາກການດຶງເຂົ້າໄປຢູ່ໃນວົງໂຄຈອນ ຂອງປະເທດໃດນຶ່ງ. ແຕ່ທ່ານກ່າວວ່າ ການເດີນ ທາງມາຢ້ຽມຢາມໃນຄັ້ງນີ້ ແມ່ນປາກົດວ່າ ເປັນການໃຫ້ສັນຍານ ທີ່ສະແດງວ່າຫວຽດນາມ ໄດ້ສູນເສຍຄວາມເຊື່ອໝັ້ນ ຈຳນວນນຶ່ງກັບຈີນ ທີ່ເປັນເພື່ອນບ້ານ ກ່ຽວກັບຄວາມເຄັ່ງຕຶງ ທາງທະເລ ແລະພ້ອມແລ້ວທີ່ຈະມີຄວາມສຳພັນອັນໃກ້ຊິດຕື່ມຂຶ້ນ ກັບສະຫະລັດ.

The head of Vietnam's Communist Party meets President Obama at the White House Tuesday, the first General Secretary of the country's Communist Party to do so as part of a weeklong U.S. visit.VOA's Victor Beattie reports the visit, on the 40th anniversary of the U.S. withdrawal and the Communist takeover of Vietnam, is expected to focus on developing closer economic and security ties, as well as promoting human rights.

The 71-year old party chief, Nguyen Phu Trong, who holds no official government post, calls his U.S. visit and meeting at the White House historic' and he hopes to build trust with Washington 20 years after bilateral relations were normalized.Trong is expected to discuss the emerging Trans-Pacific Partnership (TPP) free-trade pact, bilateral defense cooperation, South China Sea tensions and human rights.The U.S. arms embargo may also come up.

In written answers to questions posed by Bloomberg News, Trong said he sees the relationship "as one of the most important…in our foreign policy.He expressed hope "this is a chance for our two sides to have an open and frank discussion on issues where differences still exist."He said that would enhance mutual understanding, narrow differences and gradually build up trust and "add more substance and efficiency to long-term relations."

Southeast Asia expert Carl Thayer says, with the U.S. re-balance toward the Asia-Pacific region, the two countries are slowly reaching a convergence of strategic interests and Hanoi has pressed for such a meeting to give recognition to the Communist Party chief:

"So, it's the United States showing respect and that builds up, I think, trust between the two countries in doing that."

He says the significance of the meeting is to clarify the direction of a 2013 Comprehensive Partnership reached when Vietnamese President Truong Tan Sang visited the White House in 2013.

Thayer says the major topics of discussion are inter-related and cites human rights and the TPP as an example:

"If Vietnam signs on to the Trans-Pacific Partnership it has to agree to more independent labor unions, which Vietnam doesn't have, and greater transparency.So, Vietnam does what they always do -- release a couple of high-profile dissidents in advance of this meeting to earn some goodwill.Nonetheless, they will continue to arrest people, particularly in the political season as they move up to their party congress (in 2016)."

Thayer says Vietnam has a massive trade surplus with the United States and a large trade deficit with China and it needs access to the U.S. market and 40-percent of the global market the TPP represents.Bilateral trade has blossomed from less than $500 million in 1995 to $35 billion last year

He says the two countries are on the same sheet of music ((are in agreement)) when it comes to China's aggressive behavior in the South China Sea, insisting that a more assertive China should obey international law and not use force.China placed an oil rig in waters near the contested Paracel Islands last year triggering clashes of boats and sparking anti-China riots in Vietnam.Tensions have also risen over China's construction of artificial reefs in the South China Sea.

Thayer says Trong may also press the United States to end its arms embargo of his country, a case that Vietnamese officials tried to make when Defense Secretary Ashton Carter visited the country in June.

"That's always been a political call from the very beginning.Vietnam feels itself discriminated against.But, in the joint vision statement Secretary Carter signed with his Vietnamese counterpart, the only new element was to increase defense trade, and then there was a qualification subject to the laws of each country meaning American restrictions on them."

He says it is unlikely Vietnam wants heavy or offensive weaponry, but wants to move beyond U.S./built boats for its coast guard to include equipment like radar to improve communications and to better network their weapons systems.

Thayer says Vietnam has preferred a multilateral approach in its relations with big powers like China, the United States, Russia and India without being drawn into anyone's orbit.But, he says this trip appears to signal it has lost some confidence with neighboring China over maritime tensions and is prepared to move close to the United States.

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ໂທລະພາບຂອງວີໂອເອລາວ ວັນທີ 25 ເມສາ 2024

XS
SM
MD
LG