ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ໂອບາມາ ເປີດໂຕ ບັດຄະແນນໃໝ່ ມະຫາວິທະຍາໄລ


ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ
ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ

ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ເປີດໂຕບັດ
ຄະແນນໃໝ່ສຳລັບມະຫາວິທະຍາໄລ.

ໃນຄຳປາໄສປະຈຳສັບປະດາ ໃນວັນເສົາມື້ນີ້ ປະທານາທິບໍດີ
ໂອບາມາ ໄດ້ປະກາດກ່ຽວກັບການລິເລີ້ມ ນຳໃຊ້ບັດຄະແນນ
ໃໝ່ສຳລັບມະຫາວິທະຍາໄລຊຶ່ງໝາຍເຖິງເພື່ອຊ່ອຍພວກນັກ
ສຶກສາແລະພໍ່ແມ່ ເພື່ອລະບຸວ່າ ສະຖາບັນໃດ ສະໜອງຜົນປະໂຫຍດ ຫຼາຍທີ່ສຸດ ສຳລັບ ເງິນຂອງທ່ານ. ບັດຄະແນນນີ້ ແມ່ນອອກແບບດ້ວຍຂໍ້ມູນ ຈາກພວກທີ່ຈະໃຊ້ຫຼາຍທີ່ສຸດ ໂດຍຈະໃຫ້ຂໍ້ມູນທີ່ຖືກຕ້ອງ ກ່ຽວກັບເລື້ອງທີ່ສຳຄັນໆ ສຳລັບຜູ້ຈະເປັນນັກຮຽນ ເຊັ່ນວ່າ
ພວກທີ່ຮຽນຈົບແລ້ວຈະໄດ້ເງິນເດືອນຫຼາຍປານໃດ ແລະເຂົາເຈົ້າຈະມີໜີ້ສິນຫຼາຍປານ
ໃດເວລາຮຽນຈົບແລ້ວ.

ໃນເສດຖະກິດບ່ອນທີ່ການສຶກສາຂັ້ນສູງບາງຢ່າງ ຍັງແມ່ນເຄື່ອງມືທີ່ແນ່ນອນທີ່ສຸດເພື່ອ
ກ້າວໄປສູ່ຊົນຊັ້ນກາງນັ້ນທາງເລືອກທີ່ຊາວອາເມຣິກັນໄດ້ເອົາເວລາຊອກຄົ້ນແລະເລືອກ ມະຫາວິທະຍາໄລ ບໍ່ເຄີຍມີຄວາມສຳຄັນຫຼາຍແບບນີ້ມາກ່ອນ.

ດ້ວຍເຫດນີ້ ປະທານາທິບໍດີ ຈຶ່ງມີຄວາມໝັ້ນໝາຍ ທີ່ຈະເຮັດໃຫ້ເປັນທີ່ແນ່ນອນວ່າ ຂໍ້ມູນ ຖືກຕ້ອງທີ່ມີຢູ່ນີ້ສາມາດຊ່ອຍພວກນັກສຶກສາໃນການຊອກຫາມະຫາວິທະຍາໄລທີ່ເໝາະ ສົມທີ່ສຸດສຳລັບຄວາມຕ້ອງການຂອງພວກເຂົາເຈົ້າ ເພື່ອວ່າພວກເຂົາເຈົ້າຈະສາມາດປະ ສົບຄວາມສຳເລັດໄດ້.

Weekly Address: A New College Scorecard

WASHINGTON, DC — In this week's address, the President announced the launch of a new College Scorecard, meant to help students and parents identify which schools provide the biggest bang for your buck.Designed with input from those who will use it most, the Scorecard offers reliable data on factors important to prospective students, such as how much graduates earn, and how much debt they have when they graduate.In an economy where some higher education is still the surest ticket to the middle class, the choices that Americans make when searching for and selecting a college have never been more important.That's why the President is committed to making sure there exists reliable information that helps students find the college that best fits their needs so that they can succeed.

XS
SM
MD
LG