ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມະຫາອຳນາດ ຂອງໂລກ ​​​ບັນລຸການຕົກລົງ ດ້ານນິວເຄລຍ ກັບອີຣ່ານ (ວີດີໂອ)


ເຈົ້າໜ້າທີ່ລະດັບສູງຂອງຫົກປະເທດມະຫາອໍານາດ
ເຈົ້າໜ້າທີ່ລະດັບສູງຂອງຫົກປະເທດມະຫາອໍານາດ
ຫົກ​ປະ​ເທດ​ມະຫາ​ອໍານາດ​ຂອງ​ໂລກ ​ແລະ​ອິຣ່ານ ​ໄດ້​ເຈລະຈາ​ຕໍ່​ຮອງ​ໃນ ຂໍ້​ຕົກລົງ​ ຊຶ່ງ ຢ່າງ​ໜ້ອຍກໍ​ໃຫ້​ຍຸຕິ​ໂຄງການ​ນີວ​ເຄຼຍທີ່​ເປັນ​ຂໍ້​ຂັດ​ແຍ້​ງກັນ​ຂອງ​ອິຣ່ານ​ໄວ້​ຊົ່ວ​ຄາວກ່ອນ ​ແລະຜ່ອນຜັນ​ການ​ລົງ​ໂທດ​ດ້ານ​ເສດຖະກິດ ຕໍ່​ປະ​ເທດ​ດັ່ງກ່າວ​.

ສັນຍາ​ຫົກ​ເດືອນ ​ແມ່ນ​ໃຫ້​ເວລາ​ແກ່ຄະນະ​ເຈລະ​ຈາ ​ເພື່ອ​ຫາ​ທາງ​ແກ້​ໄຂ ​ໃນ​ຂອບ​ເຂດ​ທີ່ກວ້າງຂວາງຮອບດ້ານຫຼາຍຂຶ້ນຕໍ່​ການປະ​ເຊີນ​ໜ້າ​ທີ່​ມີມາ​ໄດ້​ນຶ່ງ​ທົດ​ສະ​ວັດ ລະຫວ່າງ​ ເຕຫະຣ່ານ ກັບ​ກຸ່ມ​ປະ​ເທດ​ຕາ​ເວັນ​ຕົກ​ກ່ຽວ​ກັບ​ໂຄງການ​ນີວ​ເຄຼຍຂອງ​ຕົນນັ້ນ.

ປະທານາທິບໍດີ​ສະຫະລັດ ທ່ານ​ບາຣັກ ​ໂອ​ບາ​ມາ ​ ​ກ່າວທີ່​ວໍ​ຊິງ​ຕັນ ເມື່ອ​ຕອນແລງ​ວັນ​ເສົາ​ວານ​ນີ້​ວ່າ ການ​ທູດ​ໄດ້​ເປີດແນວທາງ​ໃໝ່​ໄປ​ສູ່​ໂລກ​ທີ່​ມີ​ຄວາມ​ໝັ້ງຄົງຫຼາຍຂຶ້ນ.

ທ່ານ​ໂອ​ບາ​ມາ​ເວົ້າ​ວ່າ ຖ້າ​ຫາກ​ອິຣ່ານ ບໍ່​ປະຕິບັດ​ຕາມ​ ພັນທະ​ຂອງ​ຕົນ​ຢ່າງ​ເຕັມ​ເມັດ​ເຕັມ​ໜ່ວຍ​ໃນ​ລະຫວ່າງ​ຂໍ້​ຕົກລົງ​ຂັ້ນທຳ​ອິດໄລຍະ​ຫົກ​ເດືອນ ນີ້​ແລ້ວ ສະຫະລັດ​ກໍ​ຈະ​ງົດ​ການບັນ​ເທົາ​ຕ່າງໆ ​ແລະ​ເພີ່ມຄວາມ​ກົດ​ດັນ ຫຼາຍຂຶ້ນ​ໄປ​ອີກ.

ທ່ານ ຈອນ ​ແຄ​ຣີີ ລັດຖະມົນຕີ​ຕ່າງປະ​ເທດ​ສະຫະລັດ ​ເວົ້າ​ຢູ່​ທີ່​ນະຄອນ ​ເຈ​ນີວາ ວ່າ ​ເປົ້າໝາຍ​ສຸດ​ທ້າຍ ຂອງ​ຂໍ້​ຕົກລົງ​ດັ່ງກ່າວ​ນີ້ ກໍ​ແມ່ນ​ເພື່ອ​ໃຫ້ ບັນລຸ​ຂໍ້​ຕົກລົງໃນ​ຂອບ​ເຂດ​ກວ້າງຂວາງ​ຮອບດ້ານ​ກັບ​ອິຣ່ານ. ທ່ານ​ແຄ​ຣີ ​ເວົ້າ​ອີກ​ວ່າ ​ແຕ່​ແນວ​ໃດກໍ​ດີ ການ​ລົງ​ໂທດ ຫຼັກ ຍັງ​ສືບ​ຕໍ່​ມີ​ຜົນ​ບັງຄັບ​ໃຊ້ຢ່າງເດັດຂາດຢູ່ ​ໃນ​ໄລຍະ​ຫົກ​ເດືອນ​ຂ້າງ​ໜ້າ​ນີ້​.

Iran Nuclear Deal Sealed After Decade-Long Dispute
please wait

No media source currently available

0:00 0:03:02 0:00
ລິງໂດຍກົງ


ທ່ານ Mohammad Javad Zarif ລັດຖະມົນຕີ​ຕ່າງປະ​ເທດ​ອິຣ່ານ ​ເວົ້າ​ວ່າ ຂໍ້​ຕົກລົງ​ດັ່ງກ່າວ​ ​ເປັນ​ໂອກາດ​ທີ່​ຈະ​ຍຸຕິ​ວິ​ກິດ​ການ​ ທີ່​ບໍ່​ຈໍາ​ເປັນ​ປະການ​ນຶ່ງ ແລະ​ເວົ້າ​ຕໍ່​ໄປ​ວ່າ ຂໍ້​ຕົກລົງ​ນີ້​ຍັງ​ເປັນ​ໂອ​ຫາດ​ເພື່ອ​ກໍາຈັດ​ຂໍ້​ສົງ​ໄສ​ຕ່າງໆ ກ່ຽວ​ກັບ​ຈຸດປະສົງ​ໃນ​ທາງສັນຕິ​ຂອງ​ໂຄງການ​ນີວ​ເຄຼຍຂອງ​ອິຣ່ານ.

ສໍາລັບ​ສະຫະລັດ ​ແລະ​ຫ້າ​ປະ​ເທດ​ພາຄີ​ຂອງ​ຕົນ​ ກໍ​ຄື ຣັດ​ເຊຍ ຈີນ ອັງກິດ ຝຣັ່ງ ​ແລະ​ເຢຍຣະມັນ ຄວາມ​ເປັນ​ຫ່ວງ​ສໍາຄັນ​ທີ່​ສຸດ​ກໍ​ຄື​ການ​ກັ່ນ ທາດ​ຢູ​ເຣນຽນ ທີ່​ອາດ​ສາມາດໃຊ້​ເປັນ​ເຊື້ອ​ໄຟ​ສຳລັບເຕົາ​ແຍກ​ນິວ​ເຄລຍ ​ແຕ່​ກໍ​ຍັງສາມາດ​ໃຊ້ສຳ​ລັບ​ເຮັດຫົວ​ລະ​ເບີດ ນິວ​ເຄລຍ​ໄດ້​ດ້ວຍ.

ຫົກ​ປະ​ເທດ​ພາຄີ​ນາໆ​ຊາດ ຕ້ອງການ​ຢາກ​ໃຫ້​ຢຸດ​ເຊົາ​ການ​ກໍ່ສ້າງ ​ແລະ​ການ​ຕິດ​ຕັ້ງ​ອຸບ ປະກອນ​ກັ່ນ​ທາດ​ຢູ​ເຣນຽມ ​ແລະ​ຢຸດ​ການ​ກໍ່ສ້າງ​ເຕົາ​ແຍກໃໝ່ ທີ່​ອາດ​ສາມາດ​ ຜະລິດ​ທາດ plutonium ຊຶ່ງ​ເປັນ​ທາດ​ທີ່​ໃຊ້​ເຮັດ​ລະ​ເບີດປະລະມະ​ນູ​ໄດ້ອີກ​ແນວ​ນຶ່ງ.

ນອກ​ນີ້​ແລ້ວ ອິຣ່ານຍັງ​ໄດ້​ຕົກລົງ​ແບບ​ທີ່​ບໍ່​ເຄີຍມີ​ມາ​ກ່ອນ ໃຫ້​ກວດກາ ໂຮງ​ໄຟຟ້າ​ນີວ​ເຄຼຍ​ຂອງ​ຕົນໄດ້​ເພື່ອ​ຮັບ​ປະກັນກ່ຽວ​ກັບ​ການ​ປະຕິບັດ​ຕາມ.

​ເພື່ອ​ແລກປ່ຽນ​ກັນ​ນັ້ນ ສະຫະລັດ ຈີນ ຣັດ​ເຊຍ ອັງກິດ ຝຣັ່ງ ​ແລະ​ເຢຍ ຣະມັນ ຈະ​ສະ ໜອງ​ການບັນ​ເທົາ​ທີ່​ຈໍາກັດ ຊົ່ວ​ຄາວ ​ມີ​ເປົ້າໝາຍ ​ແລະ​ຕ່າວ​ປິ້ນ​ໄດ້ ​ຕໍ່​ອິຣ່ານ. ການ​ລົງ​ໂທດ​ໃຫຍ່ໆ​ ຊຶ່ງມີ​ໂຮມ​ທັງ ​ເລື່ອງນໍ້າມັນ ​ທະນາຄານ ​ແລະການ​ລົງ​ໂທດ​ດ້ານ​ການ​ເງິນ ນັ້ນ ຍັງ​ມີ​ຜົນ​ບັງຄັບ​ຕໍ່​ໄປ.


Iran Nuclear
please wait
Embed

No media source currently available

0:00 0:00:36 0:00
XS
SM
MD
LG