ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ໂອບາມາ ມອບຫລຽນ ກຽດຕິຍົດ ໃຫ້ແກ່ ເຈົ້າໜ້າທີ່ຕຳຫລວດ ທີ່ດີເດັ່ນ 13 ຄົນ


Obama Honors 13 Exceptional Police Officers
please wait

No media source currently available

0:00 0:01:53 0:00

ປະທານາທິບໍດີ Barack Obama ມອບ​ຫລຽນໄຊກຽດຕິຍົດ​ສູງ​ສຸດ​ຂອງ​ປະ​ເທດ ໃຫ້​ແກ່​ ບັນດາ​ເຈົ້າ​ໜ້າ​ທີ່​ຕຳຫລວດ 13 ຄົນ ຜູ້​ທີ່​ໄດ້​ສ່ຽງ​ຊີວິດ​ເຂົາ​ເຈົ້າປົກປ້ອງປະ​ຊາ​ຊົນ. ນຶ່ງ​ໃນ​ ຈຳນວນ​ຜູ້​ໄດ້​ຮັບ​ຫລຽນ​ໄຊ​ ປົກປ້ອງຄວາມ​ປອດ​ໄພ ​ແກ່​ສາທາລະນະ​ຊົນ​ ໄດ້​ເສ​ຍຊີວິດ​ ໃນຂະນະ​ປະຕິ ບັດ​ໜ້າ​ທີ່. Zlatica Hoke ມີ​ລາຍ​ງານ ​ຊຶ່ງ ກິ່ງ​ສະຫວັນ ຈະ​ນຳ​ມາສະ​ເໜີ​ທ່ານ.

ປະ​ທາ​ນາ​ທິບໍດີ Obama ກ່າວ​ວ່່າ ຕຳຫລວດ 13 ຄົນໄດ້​ຖືກຮັບ​ຮູ້​ໃນ​ວັນ​ຈັນ​ອາທິດ​ແລ້ວ ​ນີ້ ​ແມ່ນ​ໄດ້​ເອົາ​ໂຕ​ຂອງ​ເຂົາ​ເຈົ້າເຂົ້າ​ໄປ​ປ້ອງ​ກັນ ​ອັນຕະລາຍ ​ເພື່ອ​ຊ່ວຍ​ຄຸ້ມ​ຄອງ​ຊີວິດ​ຄົນ ​ອື່ນໆ.

ປະທານາທິບໍດີ Obama ກ່າວ​ວ່າ “ຖ້າ​ຫາກ​ວ່າ ​ບໍ່​ແມ່ນ​ຄວາມ​ກ້າຫານ​ຂອງ​ເຂົ້າ​ເຈົ້າ​ ແລ້ວ​ນັ້ນ ພວກ​ເຮົາມີ​ທ່າ​ທາງ​ວ່າອາດ​ຈະສູນ​ເສຍ​ຊີວິດ​ຂອງ ຫຼາຍຄົນ ​ຜູ້​ເປັນ​ແມ່ ພໍ່ ລູກຊາຍ ລູກ​ສາວ ​ເພື່ອນຝູງ ແລະ​ຄົນ​ຮັກ​ທັງ ຫລາຍ.

ປະທານາທິບໍດີ ​ໄດ້​ເນັ້ນ​ໜັກ​ວ່າ ພວກ​ເຈົ້າ​ໜ້າ​ທີ່ເຫລົ່າ​ນີ້ ແມ່ນ​ຢູ່​ໃນ​ສະຖານ​ທີ່ ທີ່​ມີ​ຕ້ອງ ການ​ເຂົາ​ເຈົ້າ​ຫລາຍ​ທີ່​ສຸດ​ ໃນ​ເວລາ​ທີ່​ຖືກຕ້ອງ ​ແຕ່​ວ່າ​ບົດບາດ​ຂອງ​ເຂົາ​ເຈົ້າ ແມ່ນ​ເກີນ​ໄປກວ່າ​ໜ້າ​ທີ່​. ​ເຈົ້າ​ໜ້າ​ທີ່ໃນ​ນະຄອນ Philadelphia ຄົນ​ນຶ່ງ​ໄດ້​ເສຍ​ຊີວິດ ​ເວລາ​ລາວ ​ເຂົ້າ​ໄປ​ຮ້ານ​ຫລີ້ນວີ​ດີ​ໂອ​ເກ​ມ ​ແລະ​ປະ​ເຊີນ​ໜ້າ​ກັບ​ຜູ້​ຮ້າຍ​ສອງ​ຄົນ ກຳລັງ​ປຸ້ນຈີ້ຢູ່່ນັ້ນ. ຕຳຫລວດ​ຄົນ​ນີ້​ໄດ້​ຮັບຫລຽນ​ໄຊຫລັງ​ຈາກ​ທີ່​ເສຍ​ຊີວິດ​ໄປ​ແລ້ວ.

ປະທານາທິບໍດີ ​Obama ກ່າວ​ວ່າ “​ເຂົາ​ເຈົ້າ​ຢືນ​ຂຶ້ນ​ຮັບ​ມືກັບ​ບັນດາ​ສ່ວນ​ບຸກຄົນ​ທີ່​ເປັນ ​ອັນ​ຕະລາຍ ​ໂຈມ​ຕີດ້ວຍ​ປືນ​ຍາວ ປືນ​ສັ້ນ ​ແລະ​ມີດ. ​ເຈົ້າ​ໜ້າ​ທີ່ຕຳຫຼວດ​ຄົນ​ນຶ່ງ​ໄດ້ຮັບ​ ບາດ​ເຈັບ​ຍ້ອນຖືກ​ແທງ​ຫຼາຍ​ເທື່ອ​ໃນຂະນະ ​ທີ່ຕໍ່ສູ້​ກັບພວກ​ຜູ້​ຮ້າຍ. ຕຳຫຼວດ​ອີກຄົນ​ນຶ່ງ​ ໄດ້ຕໍ່​ສູ້ກັບ​ການ​ຖືກໄຟໄໝ້​ຢູ່​ແຂນ ​ແລະ​ໜ້າ ​ໃນ​ຂະນະ​ທີ່​ດືງ​ເອົາ​ຄົນ​ຂັບລົດ ​ທີ່​ບໍ່​ຮູ້ສຶກ​ໂຕ​ອອກ​ຈາກ​ລົດ​ທີ່​ຖືກ​ໄຟ​ໄໝ້​ຢູ່​ຖະໜົນ​ຫລວງ.”

ປະທານາທິບໍດີ​ກ່າວ​ວ່າ ການ​ອຸທິດ​ຕົນ​ເສຍ​ສະລະ​ຂອງ​ບັນດາ​ເຈົ້າ​ໜ້າ​ທີ່ ຕໍ່ການ​ປະຕິບັດ ໜ້າ​ທີ່​ຂອງ​ພວກ​ເຂົາ​ເຈົ້າ​ນັ້ນ​ບໍ່​ຄ່ອຍໄດ້ຮັບການຮູ້ສະ​ເໝີ​ໄປ.

ປະທານາທິບໍດີ Obama ກ່າວວ່າ “ບໍ່​ແມ່ນ​ທຸກ​ຄົນ​ຈະ​ໄດ້ໃສ່ຫລຽນ​ທີ່​ພວກ​ເຮົາ​ມອບ​ໃຫ້ ໃນມື້​ນີ້ ​ແຕ່​ວ່າ​ທຸກໆ​ມື້ ມີເຈົ້າ​ໜ້າ​ທີ່​ຮັກສາ​ຄວາມ​ປອດ​ໄພຫລາຍ​ຄົນ​ໄດ້​ພາກັນໃສ່ເຄື່ອງ ໝາຍ​ກຽດຕິຍົດ.”

ລັດຖະມົນຕີ​ຍຸ​ຕິ​ທຳ ທ່ານ​ນາງ Loretta Lynch ​ໄດ້​ໃຫ້​ຂໍ້ສັງ​ເກດ​ວ່າ ບັນດາ​ຜູ້​ໄດ້​ຮັບ​ກຽດ ຕິຍົດ​ຈຳນວນ​ນຶ່ງ​ ແມ່ນ​ເຈົ້າ​ໜ້າ​ທີ່ ທີ່​ພວມ​ພັກ​ວຽກເວລາ​ເຂົາ​ເຈົ້າ​ຖືກ​ຮ້ອງ​ໃຫ້​ເຂົ້າ​ມາ​ ປະຕິບັດ​ງານ.

ທ່ານ​ນາງ Lynch ກ່າວ​ວ່າ “ຂ້າພ​ະ​ເຈົ້າ​ຮູ້​ວ່າ ບໍ່​ມີ​ຄຳ​ເວົ້າ​ ​ຫລື​ຫລຽນ​ກາ​ຄຳ​ຊອບ​ໃດ ທີ່​ ສາມາດ​ໃຫ້ການ​ຕອບ​ແທນ​ບຸນຄຸນ ​ທີ່​ພວກ​ເຮົາ​ໄດ້​ຕິດໜີ້​ໄວ້ແກ່​ບັນດາ​ເຈົ້າ​ໜ້າ​ທີ່​ຕຳ ຫລວດ​ທີ່​ດີ​ເລີດ​ເຫລົ່າ​ນີ້ ​ແລະ​ບັນດາ​ເຈົ້າ​ໜ້າ​ທີ່ຕຳ​ຫລວດທຸກໆ​ຄົນ ​ເຈົ້າ​ໜ້າ​ທີ່​ດັບ​ໄຟ ຕຳຫລວດລັດຖະບານ​ກາງ ຕຳ​ຫລວດປະຈຳ​ເມືອງ ​ແລະ​ບັນດາ​ນາຍ​ແພດ​ສຸກ​ເສີນ ຜູ້​ ທີ່​ໄດ້​ປະຕິບັດ​ງານ​ຢ່າງ​ບໍ່​ໜ້າ​ເຊື່ອ​ ເພື່ອ​ໃຫ້​ສົມກັບ​ຄຳ​ໝັ້ນ​ສັນຍາຂອງ​ເຂົາ​ເຈົ້າ ​ເພື່ອ ​ປົກປ້ອງແລະ​ຮັບ​ໃຊ້​ປະ​ຊາ​ຊົນ​ອາ​ເມຣິກັນ.”

ຫລຽນໄຊຮັກສາ​ຄວາມ​ປອດ​ໄພ​ສາທາລະນະ ​ໄດ້​ຕັ້ງ​ຂຶ້ນ​ມາ​ໂດຍ ປະ​ທາ​ນາ​ທິບໍດີ Bill Clinton ​ໃນ​ປີ 2000 ​ເພື່ອໃຫ້​ກຽດ​ແກ່​ບັນດາ​ເຈົ້າ​ໜ້າ​ທີ່​ຕຳຫລວດ ​ເຈົ້າ​ໜ້າ​ທີ່​ດັບໄຟ ແລະ​ບັນດາເຈົ້າໜ້າທີ່ຮັບ​ມື​ກັບ​ເຫດ​ສຸກ​ເສີນ​ຈຸ​ທຳ​ອິດ​ອື່ນໆ ໃນ​ຄວາ​ມ​ອົງ​ອາດ​ກ້າຫານ​ທີ່ ​ດີ​ເລີດຂອງ​ພວ​ກ​ເຂົາ​ເຈົ້າ.

U.S. President Barack Obama has awarded the nation's highest honor for law enforcement to 13 police officers who risked their lives to protect citizens. One of the recipients of the Public Safety Medal of Valor was killed in the line of duty. Zlatica Hoke reports.]]

Obama said the 13 officers recognized Monday put themselves in harm's way to help save the lives of others.

"If it had not been for their bravery, we likely would have lost a lot of people: mothers, fathers, sons, daughters, friends and loved ones."

Obama stressed that these officers were in the place where they were most needed at the right time, but their actions went beyond the call of duty. A Philadelphia officer was killed when he entered a video game store and encountered two armed robbers there. He was awarded the medal posthumously.

"They stood up to dangerous individuals brandishing assault rifles, handguns and knives. One officer sustained multiple stab wounds while fighting off an assailant. Another endured first degree burns to his arms and face while pulling an unconscious driver from a burning car on a freeway."

The president said the dedication of many law enforcement officers to their duty is not always recognized.

"Not everyone will wear the medal that we give today, but everyday so many of our public safety officers wear a badge of honor."

Attorney General Loretta Lynch noted that some of the honorees were off duty when they were called into action.

"I know that no words or medals can begin to repay the debt that we owe to these exceptional officers and to all of the policemen, the firefighters, federal agents, sheriffs and EMTs [emergency medical technicians] who go to incredible lengths to fulfill their oaths to protect and to serve the American people."

The Public Safety Medal of Valor was established by President Bill Clinton in 2000 to recognize police officers, firefighters and other first responders for exceptional courage.

XS
SM
MD
LG