ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ປ. ໂອບາມາ ຖືກກົດດັນ ໃຫ້ຍົກເລີກການຫ້າມ ຂາຍອາວຸດ ຕໍ່ຫວຽດນາມ


Vietnam Pressures Obama to Lift Arms Embargo
please wait

No media source currently available

0:00 0:02:20 0:00

ສີ່ສິບເອັດປີຫລັງຈາກການສິ້ນສຸດລົງ ຂອງນຶ່ງໃນສົງຄາມທີ່ມີ​ການ​ແບ່ງແຍກກັນຫຼາຍທີ່ ​ສຸດໃນປະຫວັດສາດຂອງອາເມຣິກັນ ບັນດາຜູ້ຊ່ຽວ ຊານກ່າວວ່າ ຄວາມສຳພັນລະຫວ່າງ ສະຫະລັດ ແລະຫວຽດນາມ ບໍ່ເຄີຍໃກ້ຊິດ​ແບບ​ນີ້ມາ​ກ່ອນ ແລະໄດ້ມີການຮຽກຮ້ອງ​ໃຫ້ ວໍຊິງຕັນ ​ເສີມ​ຂະຫຍາຍ​ຄວາມ​ສຳພັນໃຫ້ແໜ້ນ​ແຟ້ນຂຶ້ນຕື່ມ ໂດຍຍົກ​ເລີກການຫ້າມຂາຍ ອາວຸດ ທີ່​ມີ​ມາ​ເປັນ​ເວລາຫລາຍສິບປີ​ແລ້ວ​ນັນ. ສະມາຊິກຄະນະກຳມະ ການກອງທັບ ຂອງສະພາສູງ ທ່ານ John McCain ຊຶ່ງຄັ້ງນຶ່ງເຄີຍເປັນຊະ​ເລີຍ​ເສິກ​ຢູ່ຫວຽດນາມ ກ່າວ ວ່າ ທ່ານຍິນດີທີ່ຈະ​ໃຫ້ຍົກ​ເລີກການຫ້າມຂາຍ​ອາວຸດແຕ່ຄວນ​ມີ​ເງື່ອນ​ໄຂ​ໃຫ້ປັບປຸງການ ​ເຄົາລົບ​ນັບຖືສິດທິມະນຸດ. ບັນຫາດັ່ງກ່າວ ແມ່ນ​ເລື້ອງສຳຄັນ​ສຸດໃນລະຫວ່າງການຢ້ຽມ ຢາມຫວຽດນາມ ຂອງປະທານາທິບໍດີ Obama ໃນວັນຈັນ​ມື້ນີ້ ດັ່ງທີ່ນັກຂ່າວ VOA Cindy Saine ມີລາຍງານ ຊຶ່ງ ກິ່ງສະຫັວນ ຈະນຳມາສະເໜີທ່ານ.

ຫຼາຍໆຢ່າງໄດ້ປ່ຽນແປງ​ໄປລະຫວ່າງສອງອະດີດສັດຕູ​ໃນ​ສະ​ໄໝ ສົງຄາມ.

ໃນຂະນະສະມາຊິກສະພາສູງຂອງ​ພັກ​ຣີພັບ​ບລີ​ກັນ ແລະອະດີດຜູ້ສະໝັກປະທານາທິບໍ ດີ ທ່ານ John McCain ​ແມ່ນຮູ້​ເລື້ອງດີ. ທ່ານເປັນນັກບິນກອງທັບເຮືອລະຫວ່າງ ສົງ ຄາມຫວຽດນາມ. ເຮືອບິນຂອງທ່ານ​ໄດ້ຖືກຍິງຕົກ ແລະທ່ານໄດ້ໃຊ້ເວລາຫ້າປີເຄິ່ງໃນ ນາມ ​ຊະ ​ເລີຍ​ເສິກຢູ່ທີ່ຮາໂນ່ຍ ທົນທຸກຕໍ່ການຖືກ​ທໍລະມານ ແລະຖືກປະປ່ອຍ. ແຕ່ວ່າ ທ່ານບໍ່ໄດ້ມີຄວາມຂົມຂື່ນ​ໃດໆ ດັ່ງທີ່ທ່ານໄດ້ກ່າວຕໍ່ວີໂອເອ.

ສະມາຊິກສະພາສູງ McCain ກ່າວວ່າ “ຂ້າພະເຈົ້າຄິດວ່າ ​ເມື່ອ​ພວກເຮົາສ້າງ​ຕັ້ງ ຄວາມ ສຳພັນ​ໃຫ້ເປັນປົກກະຕິ ມັນ​ເປັນ​ການ​ຄືນ​ດີລະຫວ່າງ ປະເທດຂອງພວກເຮົາ ແລະປະ ຊາຊົນ. ເບິ່ງດຸມີສ່ວນບຸກຄົນຈຳນວນນຶ່ງທີ່ໄດ້ທຳຮ້າຍຂ້າພະເຈົ້າຢູ່ໃນຄຸກຊຶ່ງ
ຂ້າພະເຈົ້າຫວັງວ່າຈະບໍ່ເຫັນໜ້າກັນອີກ. ແຕ່ນັ້ນບໍ່ໄດ້ປ່ຽນແປງຄວາມຄິດຂອງຂ້າພະ ເຈົ້າ ທີ່​ວ່າ ປະຊາຊົນຫວຽດນາມເປັນຄົນດີ ແລະເປັນເພື່ອນທີ່ດີ ແລະເຮົາຕ້ອງການ ເຂົາເຈົ້າ ແລະເຂົາເຈົ້າກໍຕ້ອງການເຮົາ.”

ທ່ານ McCain ກ່າວວ່າ ທ່ານຕ້ອງການຢາກ​ໃຫ້​ເພີ້ມຄວາມ​ສາມາດ​ທາງ​ດ້ານ​ທະຫານ ​ໃຫ້​ແກ່ຫວຽດນາມຕື່ມຂຶ້ນ ເພື່ອປະເຊີນໜ້າກັບການຮຸກຮານຂອງຈີນຢູ່ໃນຂົງເຂດ. ແຕ່ ທ່ານເຊື່ອວ່າ ການຍົກ​ເລີກ​ການຫ້າມອາວຸດນັ້ນ ຕ້ອງເປັນ​ເງື່ອນ​ໄຂ​ພົວພັນ​ກັບ​ການ​ປັບ ປຸງ​ດ້ານ​ສິດທິ​ມະນຸດ​ຂອງຮາໂນ່ຍ. ຫວຽດນາມໄດ້ກົດດັນ ໃຫ້ຍົກເລີກການຫ້າມຂາຍ​ອາວຸດ​ໂດຍ​ທັງ​ໝົດ.

ຜູ້ຊ່ຽວຊານດ້ານເອເຊຍ ທ່ານ Brian Harding ກ່າວວ່າ ຄວາມໝັ້ນຄົງຈະເປັນຈຸດ​ເພັ່ງ​ ເລັງ​ທີ່ສຳຄັນຢ້ຽມຢາມນະຄອນຮາໂນ່ຍແລະນະຄອນໂຮ ຈີມິນ ຂອງທ່ານ Obama.

ທ່ານ Harding ຈາກສູນກາງ​ເພື່ອ​ຄວາມ​ກ້າວໜ້າ​ຂອງອາເມຣິກັນກ່າວ ວ່າ “ຄວາມສຳ ພັນລະຫວ່າງສະຫະລັດ ກັບຫວຽດນາມ ​ແມ່ນ​ມີ​ທ່າ​ອຽງ​ໄປໃນທາງບວກເປັນພິເສດ. ຢູ່ໃນລາຍການປະຊຸມທີ່ສຳຄັນຂອງປະທາ ນາທິບໍດີ Obama ກໍຈະແມ່ນເລື້ອງຄວາມ ໝັ້ນຄົງ ສິດທິມະນຸດ ແລະການຄ້າ. ຂ້າພະເຈົ້າຄິດວ່າ ທຸກໆສາຍຕາ ຈະຈ້ອງໃສ່ວ່າ ສະຫະລັດ ຈະຍົກເລີກນະໂຍບາຍ ການຫ້າມຂາຍອາວຸດຮ້າຍແຮງ ​ໃຫ້ແກ່ຫວຽດນາມ ລະຫວ່າງການເດີນທາງດັ່ງກ່າວນີ້ຫຼືບໍ່.”

ທ່ານ Harding ກ່າວວ່າ ສົງຄາມຫວຽດນາມຍັງເປັນເງົາມືດຢູ່ໃນສອງປະເທດ ແຕ່ວ່າ ອະນາຄົດເບິ່ງແລ້ວມີຄວາມແຈ່ມໃສດີ.

ທ່ານ Harding ກ່າວວ່າ “ຫວຽດນາມເປັນປະເທດທີ່ຍັງໜຸ່ມນ້ອຍ​ເມື່ອ​ເວົ້າ​ເຖິງ​ເລື້ອງ ປະ ຊາກອນ. ປະຊາຊົນຂອງເຂົາເຈົ້າ ໂດຍສະເພາະພວກຊາວໜຸ່ມ ມີຄວາມຮູ້ສຶກ ໄປໃນທາງ ບວກຢ່າງ​ບໍ່​ໜ້າ​ເຊື່ອຕໍ່ສະຫະລັດ.”

ໃນການເດີນທາງຄັ້ງນີ້ ປະທານາທິບໍດີ ຍັງຈະ​ໄປຢ້ຽມຢາມຍີ່ປຸ່ນ ອະດີດສັດຕູ​ໃນ​ປາງສົງຄາມອີກປະ​ເທດນຶ່ງ ແລະມີ​ທ່າ​ທາງ​ວ່າ ​ຈະ​ເນັ້ນໜັກ​ໃຫ້ ​ເຫັນ​ເຖິງອຳນາດ​ໃນ​ການ​ຄືນ​ດີ​ກັນເພື່ອ​ຫັນປ່ຽນ​ຄວາມ​ສຳພັນ ຢູ່​ໃນ​ທັງ​ສອງ​ປະ​ເທດ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG