ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ.ໂອບາມາ ແລະ ປ.ເທນ ເຊນ ຫາລືເລື້ອງ ການປະຕິຮູບ ໃນມຽນມາ (ສະໄລດ໌/ວີດີໂອ)


ປະທານາທິບໍດີ ບາຣັກ ໂອບາມາ ພົບປະກັບປະທານາທິບໍດີ ມຽນມາ ທ່ານເທນ ເຊນ ທີ່ທຳນຽບຂາວ (20 ພຶດສະພາ 2013)
ປະທານາທິບໍດີ ບາຣັກ ໂອບາມາ ພົບປະກັບປະທານາທິບໍດີ ມຽນມາ ທ່ານເທນ ເຊນ ທີ່ທຳນຽບຂາວ (20 ພຶດສະພາ 2013)
ຢູ່ທີ່ທຳນຽບຂາວ ປະທານາທິບໍດີ ບາຣັກ ໂອບາມາ ແລະປະທາ
ນາທິບໍດີ ມຽນມາ ທ່ານເທນ ເຊນ ໄດ້ປຶກສາຫາລືກັນ ກ່ຽວກັບ
ການປະຕິຮູບທາງດ້ານການເມືອງແລະເສດຖະກິດຢູ່ໃນມຽນມາ ການເຄົາລົບນັບຖືສິດທິມະນຸດແລະຄວາມສຳຄັນໃນການແກ້ໄຂ
ບັນຫາຂັດແຍ້ງ ເລື່ອງຊົນຊາດຊົນເຜົ່າ ແລະ ຄວາມເຄັ່ງຕຶງດ້ານ
ສາສະໜາ. Dan Robinson ຜູ້ສື່ຂ່າວວີໂອເອ ມີລາຍງານກ່ຽວ
ກັບເລື່ອງນີ້ຈາກທຳນຽບຂາວ ດັ່ງໄພສານ ຈະນຳມາສະເໜີທ່ານ
ໃນອັນດັບຕໍ່ໄປ.


ນີ້ແມ່ນການຢ້ຽມຢາມທຳນຽບຂາວເທື່ອທຳອິດຂອງປະທານາທິບໍ
ດີມຽນມາຄົນນຶ່ງນັບແຕ່ປີ 1966 ເປັນຕົ້ນມາແລະມີຂຶ້ນໃນຂະນະ
ທີ່ປະທານາທິບໍດີໂອບາມາ ພວມຕິດຕາມຢ່າງໃກ້ຊິດ ເບິ່ງຜົນຂອງຂັ້ນຕອນການພົວພັນ ທີ່ ທ່ານໄດ້ເລີ້ມມາກັບມຽນມາແຕ່ປີ 2009 ບໍ່ເທົ່າໃດເດືອນຫຼັງຈາກທ່ານໄດ້ຖືກເລືອກໃຫ້ເຂົ້າ ກຳຕຳແໜ່ງ.

ສ່ວນໃຫຍ່ ຂອງການລົງໂທດ ທາງດ້ານເສດຖະກິດ ຂອງສະຫະລັດຕໍ່ມຽນມາ ແມ່ນຖືກຍົກ
ເລີກໄປແລ້ວຫຼືບໍ່ກໍໄດ້ຮັບການຜ່ອນຜັນ. ແລະທ່ານໂອບາມາໄດ້ເດີນທາງໄປຢ້ຽມຢາມມຽນ ມາຄັ້ງປະຫວັດສາດ ໃນເດືອນພະຈິກ ປີກາຍນີ້.

ທ່ານໂອບາມາກ່າວວ່າ ການປ່ຽນແປງໃນຄວາມສຳພັນລະຫວ່າງປະເທດທັງສອງແມ່ນເປັນ ໄປໄດ້ ກໍຍ້ອນການນຳພາຂອງປະທານາທິບໍດີເທນ ເຊນ ທີ່ເລືອກເອົາເສັ້ນທາງການປະຕິ ຮູບທາງດ້ານການເມືອງແລະເສດຖະກິດ.

ທ່ານກ່າວວ່າ ທ່ານເທນ ເຊນ ເຫັນພ້ອມກັບແຜນການຂອງທ່ານສໍາລັບສິ່ງທີ່ຈະດໍາເນີນໃນ ຂັ້ນຕໍ່ໄປ ໃນການເດີນທາງໄລຍະໄກ ທີ່ຍັງມີວຽກການຕ້ອງໄດ້ເຮັດຕື່ມອີກ ຢ່າງຫຼວງຫຼາຍ ນັ້ນ.

ປະທານາທິບໍດີໂອບາມາເວົ້າວ່າ “ວິທີທີ່ທ່ານຕັ້ງໃຈຈະດຳເນີນການຕໍ່ໄປ ເພື່ອກ້າວໄປ ຂ້າງໜ້າ ກ່ຽວກັບການປ່ອຍພວກນັກໂທດການເມືອງຕື່ມອີກ ເຮັດໃຫ້ເປັນທີ່ແນ່ໃຈ ວ່າ ລັດຖະບານມຽນມາຈັດຕັ້ງການປະຕິຮູບທາງດ້ານການເມືອງບາງຢ່າງ ທີ່ມີຂຶ້ນ ແລ້ວນັ້ນໃຫ້ເປັນສະຖາບັນ ເຮັດໃຫ້ການປົກຄອງດ້ວຍຕົວບົດກົດໝາຍ ຖືກຈັດໃຫ້ ເປັນລະບົບແບບໃດ ເພື່ອໃຫ້ໃຊ້ໄດ້ສືບຕໍ່ໄປ ໃນອະນາຄົດ ແລະຂັ້ນຕອນທີ່ບັນຫາ ຂັດແຍ້ງຕ່າງໆທາງດ້ານຊົນຊາດຊົນເຜົ່າທີ່ໄດ້ມີມານັ້ນໄດ້ຮັບການແກ້ໄຂບໍ່ພຽງແຕ່ ມີການຢຸດຍິງເທົ່ານັ້ນ ແຕ່ໃຫ້ມີການຮວມເອົາປະຊາຄົມທັງໝົດເຂົ້າຢູ່ຂັ້ນຕອນທາງ ດ້ານການເມືອງ ໃນພາກໂຕຈິງ."

ໃນການໃຫ້ຄວາມເຫັນຂອງປະທານາທິບໍດີເທນ ເຊນ ທີ່ແປເປັນພາສາອັງກິດນັ້ນ ທ່ານໄດ້ ເວົ້າເຖິງບັນຫາຍຸ່ງຍາກ ໃນຄວາມສຳພັນ ລະຫວ່າງປະເທດທັງສອງ ໃນອະດີດທີ່ຜ່ານມາ. ທ່ານກ່າວວ່າ ມຽນມາ ຊຶ່ງພວມຢູ່ໃນໄລຍະເລີ້ມຕົ້ນຂອງລະບອບປະຊາທິປະໄຕ ທີ່ຍັງມີອີກ ຫຼາຍສິ່ງຫຼາຍຢ່າງຈະຕ້ອງໄດ້ຮຽນຮູ້ນັ້ນ ແມ່ນມີຄວາມຕັ້ງໃຈທີ່ຈະກ້າວເດີນໄປຂ້າງໜ້າແລະ ຕ້ອງການຄວາມຊ່ອຍເຫຼືອ.



ປະທານາທິບໍດີເທນ ເຊນເວົ້າວ່າ “ເພື່ອໃຫ້ປະຊາທິປະໄຕ ຈະເລີນຮຸ່ງເຮືອງ ຢູ່ໃນປະ ເທດຂອງພວກເຮົານັ້ນ ພວກເຮົາຕ້ອງໄດ້ກ້າວເດີນໄປຂ້າງໜ້າ ແລະພວກເຮົາຈະ ຕ້ອງໄດ້ດຳເນີນການປະຕິຮູບ ຄືປະຕິຮູບທາງດ້ານການເມືອງແລະເສດຖະກິດໃນ ຊຸມປີຕໍ່ໜ້າ. ພວກເຮົາພວມດຳເນີນຄວາມພະຍາຍາມເປັນຢ່າງດີທີ່ສຸດ ເພື່ອປະຕິ ຮູບທາງດ້ານການເມືອງແລະເສດຖະກິດຢູ່ໃນປະເທດຂອງພວກເຮົາ ແຕ່ບົນເສັ້ນ ທາງດັ່ງກ່າວນີ້ ພວກເຮົາຍັງຈະຕ້ອງການຄວາມຊ່ອຍເຫຼືອແລະຄວາມເຂົ້າອົກເຂົ້າ ໃຈ ຈາກປະຊາຄົມນາໆຊາດ ຮວມທັງສະຫະລັດນຳດ້ວຍ.”

ຜູ້ນຳມຽນມາກ່າວວ່າ ການສົນທະນາຫາລືກັນ ແມ່ນໄດ້ກວມເອົາເລື່ອງການປົກຄອງດ້ວຍ ຕົວບົດກົດໝາຍ ການສ້າງຄວາມເຂ້ມແຂງໃຫ້ແກ່ລະບົບຕຸລາການ ບັນຫາຕ່າງໆທາງດ້ານ ເສດຖະກິດ ແລະຄວາມຈຳເປັນໃນການຊ່ອຍໃຫ້ກອງທັບ ແລະຕຳຫຼວດມຽນມາ ກາຍເປັນ ກອງກຳລັງມືອາຊີບ.

ປະທານາທິບໍດີມຽນມາຮຽກຮ້ອງໃຫ້ປະທານາທິບໍດີເທນ ເຊນ ເອົາມາດຕະການທີ່ເຂັ້ມແຂງ ຕື່ມຂຶ້ນ ເພື່ອຍຸຕິຄວາມຮຸນແຮງຕໍ່ຊາວມຸສລິມ ຢູ່ໃນພາກຕາເວັນຕົກຂອງມຽນມາ.

ປະທານາທິບໍດີໂອບາມາເວົ້າວ່າ “ຂ້າພະເຈົ້າມີຄວາມວິຕົກກັງວົນຢ່າງເລິກເຊິ່ງ ຄືກັນ ກັບປະທານາທິບໍດີເທນ ເຊນ ກ່ຽວກັບຄວາມຮຸນແຮງ ລະຫວ່າງຊຸມຊົນ ທີ່ແນເປົ້າ ໝາຍໃສ່ປະຊາຄົມມຸສລິມຢູ່ໃນມຽນມານັ້ນ. ການອົບພະຍົບຫຼົບໄພຂອງປະຊາຊົນ ຄວາມຮຸນແຮງທີ່ແນເປົ້າໝາຍໃສ່ພວກເຂົາເຈົ້າ ຈຳເປັນຈະຕ້ອງໄດ້ຍຸຕິແລະພວກ ເຮົາກໍແມ່ນ ກຽມພ້ອມແລ້ວ ທີ່ຈະດຳເນີນງານ ບໍ່ວ່າ ຈະເປັນວິທີໃດກໍຕາມ ທີ່ພວກ ເຮົາສາມາດ ຮ່ວມກັບລັດຖະບານຂອງມຽນມາ ແລະປະຊາຄົມນາໆຊາດ ເພື່ອຄໍ້າ ປະກັນວ່າ ປະຊາຊົນມຽນມາຈະໄດ້ຮັບຄວາມຊ່ອຍເຫຼືອທີ່ພວກເຂົາເຈົ້າຕ້ອງການ ແຕ່ສຳຄັນໄປກວ່ານັ້ນກໍຄື ສິດທິແລະກຽດສັກສີຂອງພວກເຂົາເຈົ້າໄດ້ຖືກຮັບຮູ້ໃນ ໄລຍະຍາວ.”

ຢູ່ນອກທຳນຽບຂາວ ມີຜູ້ຄົນຈໍານວນນຶ່ງ ພາກັນໂຮມຊຸມນຸມປະທ້ວງ ຕໍ່ອັນທີ່ພວກເຂົາເຈົ້າ ເອີ້ນວ່າ ການຂ້າລ້າງເຊື້ອຊາດເຜົ່າພັນຊາວມຸສລິມ ຢູ່ທີ່ລັດຣາໄຄນ໌ ທາງພາກຕາເວັນຕົກ ຂອງມຽນມາ ແລະຮຽກຮ້ອງໃຫ້ຍຸຕິ ການປະຕິບັດການທາງທະຫານຂອງລັດຖະບານ ໃນ ການໂຈມຕີພວກຊົນເຜົ່າກະຊິ່ນ.

ໃນໄລຍະຫລັງໆນີ້ ຄໍາຖະແຫລງຕ່າງໆ ຂອງລັດຖະບານທ່ານໂອບາມາ ໄດ້ເລີ້ມໃຊ້ຄຳວ່າ ມຽນມາ ແທນຊື່ ພະມ້າ ທີ່ເຄີຍໃຊ້ໃນເມື່ອກ່ອນ. ເມື່ອຖືກນັກຂ່າວຖາມທ່ານ Jay Carney ໂຄສົກຂອງທຳນຽບຂາວ ໃຫ້ການອະທິບາຍ ກ່ຽວກັບການປ່ຽນແປງໃນທ່າທີດັ່ງກ່າວນີ້ວ່າ ລັດຖະບານສະຫະລັດ ໄດ້ອະນຸຍາດໃຫ້ “ມີການໃຊ້ຊື່ມຽນມາ ແບບຈຳກັດ” ເພື່ອເປັນສັນ ຍານສົ່ງເສີມແລະໃຫ້ກໍາລັງໃຈ ແກ່ການປະຕິຮູບ ໂດຍລັດຖະບານທ່ານເທນ ເຊນນັ້ນ.

ໃນການໄປປະກົດໂຕຢູ່ອີກບ່ອນນຶ່ງ ໃນຕອນແລງຂອງວັນຈັນ ຜ່ານມານີ້ ທ່ານເທນ ເຊນ ເວົ້າວ່າ ລັດຖະບານຂອງທ່ານ ພວມດຳເນີນງານເພື່ອຍຸຕິບັນຫາຂັດແຍ້ງ ທີ່ມີການໃຊ້ກຳ ລັງອາວຸດ ໂດຍສັນຕິວິທີ ຍຸຕິການຢູ່ຢ່າງໂດດດ່ຽວ ຂອງມຽນມາ ແລະ ໃຫ້ມີການຍົກເລີກ ການລົງໂທດຕໍ່ມຽນມາທັງໝົດ.

ທ່ານເວົ້າວ່າ ມຽນມາພວມປະເຊີນໜ້າກັບບັນຫາທ້າທາຍອັນໃຫຍ່ຫຼວງຫຼາຍໆປະການ ໃນ ການກ້າວໄປສູ່ການເປັນປະເທດ ທີ່ກ່ອນອື່ນໝົດແລະສຳຄັນທີ່ສຸດ ແມ່ນໃຫ້ການຮັບໃຊ້ຕໍ່ ປະຊາຊົນນັ້ນ ຊຶ່ງທ່ານເວົ້າວ່າ ມັນບໍ່ແມ່ນເລື່ອງງ່າຍໆ ຫຼັງຈາກໄດ້ມີການປົກຄອງແບບຜະ ເດັດການມາເປັນເວລາຫຼາຍໆທົດສະວັດນັ້ນ.

XS
SM
MD
LG