ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານໂອບາມາ ແລະທ່ານ ເທນ ເຊນ ຈະພົບປະຫາລືກັນ ຢູ່ທໍານຽບຂາວ (ວີດິໂອ)


Obama, Burmese President to Discuss Reform Progress, Challenges
please wait

No media source currently available

0:00 0:02:52 0:00
ລິງໂດຍກົງ

ເບິ່ງລາຍງານວີດິໂອ ກ່ຽວກັບເລື້ອງນີ້.

ທ່ານ ເທນ ເຊນ ປະທານາທິບໍດີມຽນມາ ທໍາ​ການເຈລະຈາ
ກັນກັບປະທານາທິບໍດີໂອບາມາ ທີ່ທໍານຽບຂາວວັນຈັນມື້ນີ້
ຄື​ໃນ​ອີກ​ບໍ່​ເທົ່າ​ໃດ​ຊົ່ວ​ໂມງ​ຕໍ່ໜ້າ​ ຊຶ່ງການປຶກສາຫາລືກັນ​
ໃນຄັ້ງນີ້ ແມ່ນຈະສຸມໃສ່ເລຶ່ອງຄວາມກ້າວໜ້າຂອງການ
ປະຕິຮູບ ​ເລື້ອງອຸບປະສັກຕ່າງໆຕໍ່​ການ​ກ້າວ​ໄປສູ່ການມີ
ປະຊາທິປະໄຕຫຼາຍຂຶ້ນ ແລະບາດກ້າວຂັ້ນຕໍ່ໄປໃນຄວາມ
ສໍາພັນທີ່​ກໍາລັງ​ປ່ຽນ​ແປງ​ໄປ ລະຫວ່າງສະຫະລັດແລະມຽນ
ມານັ້ນ. Dan Robinson ຜູ້​ສື່​ຂ່າວ​ວີ​ໂອ​ເອ ປະ​ຈໍາ​ທໍາ​ນຽບ
ຂາວ ມີ​ລາຍ​ງານ​ກ່ຽວ​ກັບ​ເລື້ອງ​ນີ້ ຊຶ່ງທອງປານຈະ​ນໍາມາ
ສະເໜີທ່ານໃນອັນດັບຕໍ່ໄປ.

ລິງໂດຍກົງ

ເມື່ອເດືອນພະຈິກປີ 2012 ຜ່ານມານີ້ ທ່ານໂອບາມາ​ໄດ້ເປັນປະທານາທິບໍດີສະຫະລັດ ທີ່ຢູ່ໃນຕໍາແໜ່ງຄົນທໍາອິດ ທີ່ໄດ້ໄປຢ້ຽມຢາມມຽມາ. ທ່ານໄດ້ພົບປະກັບປະທານາທິບໍດີ
ເທນ ເຊນ ຜູ້ທີ່​ໄດ້ນໍາພາການດໍາເນີນການ ປະຕິຮູບທີ່ກ້າຫານແຕ່ຮອບຄອບນັບຕັ້ງແຕ່
ປີ 2011 ເປັນຕົ້ນມາຫຼັງຈາກ ການປົກຄອງໂດຍທະຫານ ມາ​ເປັນ​ເວລາຫຼາຍສິບປີ.

ໃນການຢ້ຽມຢາມມຽນມາຄັ້ງນັ້ນ ທ່ານໂອບາມາ ຍັງໄດ້ພົບປະກັບທ່ານນາງ ອອງຊານ
ຊູຈີ ຜູ້ທີ່ໄດ້ໄປຢ້ຽມຢາມທໍານຽບຂາວ ​ເມື່ອສອງສາມເດືອນກ່ອນໜ້ານັ້ນ.

ບັດນີ້ ທ່ານ ເທນ ເຊນ ​ໄດ້​ມາຢ້ຽມຢາມຕອບແທນ ຊຶ່ງທ່ານເປັນປະທານາທິບໍດີມຽນມາ ຄົນທໍາອິດທີ່ຢ້ຽມຢາມທໍານຽບຂາວ ໃນຮອບເກືອບ 50 ປີ.

ທ່ານນາງ Priscilla Clapp ນັກການທູດທີ່ປົດກະສຽນແລ້ວ ​ແລະ​ເຄີຍເປັນຫົວໜ້າສໍາ
ນັກງານ​ຜູ້ຕາງໜ້າສະຫະລັດໃນນະຄອນຢ່າງກຸ້ງ ຈາກປີ 1999 ຫາ ປີ 2002 ເອີ້ນການ ຢ້ຽມຢາມຂອງທ່ານ ເທນ ເຊນ ຄັ້ງນີ້ວ່າ ເປັນປະຫວັດສາດບັ້ນນຶ່ງ.

ທ່ານນາງ Priscilla ເວົ້າວ່າ: “ມີໂອກາດພຽງຄັ້ງດຽວ ກ່ອນ​ໜ້າ​ນີ້ທີ່ປະມຸກຂອງ
ປະ​ເທດພະມ້າໃນເວລານັ້ນ ຊຶ່ງບັດນີ້ປ່ຽນຊື່ເປັນມຽນມາ​ແລ້ວ​ ໄດ້ມາຢ້ຽມຢາມ
ທີ່ນີ້ ແລະ
ນັ້ນ​ກໍ​ຄື ທ່ານ ເນ ວິນ ໃນປີ 1966.

ຫຼັງຈາກ​ເວລາຫຼາຍສິບປີຂອງ ການປ່ຽນແປງທາງການເມືອງຢ່າງຮຸນແຮງ​ ໃນມຽນມານັ້ນ ລັດຖະບານໂອບາມາ ສືບຕໍ່ກົດດັນເພື່ອໃຫ້ມີຄວາມກ້າວໜ້າຫຼາຍຂຶ້ນໃນດ້ານສິດທິມະ
ນຸດ ທັງ​ໃນ​ດ້ານການປະຕິຮູບທາງການເມືອງແລະທາງເສດຖະກິດ.

ທ່ານ ອອງ ດິນ ອະດີດນັກໂທດການເມືອງຄົນນຶ່ງໃນມຽນມາ ຊຶ່ງບັດນີ້ ​ໄດ້​ມາອາ​ໄສຢູ່ໃນ
ສະຫະລັດ ຍັງສືບຕໍ່ສະໜັບສະໜຸນປະຊາທິປະໄຕຢ່າງ ເຕັມສ່ວນ.

ທ່ານ ອ່ອງ ດິນ ເວົ້າວ່າ: “ສະຫະລັດເຊື່ອໝັ້ນວ່າ ທາງເລືອກທີ່ວ່າດີທີ່ສຸດ
ເພື່ອ​ໃຫ້​ມີການປັບປຸງເພີ່ມຫຼາຍຂຶ້ນໃນມຽນມານັ້ນ ກໍຄືສືບຕໍ່ພົວພັນກັບ
ປະ
ທານາທິບໍດີ ເທນ ເຊນ ແລະສືບຕໍ່ຊຸກຍູ້ໃຫ້ທ່ານດໍາ​ເນີນ​ການຫຼາຍ
ຂຶ້ນ​ໄປອີກ.”

ຄວາມສາມາດຂອງລັດຖະບານມຽນມາໃນ​ການແກ້ໄຂ​ໄດ້​ຢ່າງເຕັມສ່ວນ ບັນຫາຄວາມ
ເຄ່ງຕຶງລະຫວ່າງຊົນເຜົ່າ ແລະຄວາມຮຸນແຮງທາງສາສະໜາ ທີ່ກໍາລັງດໍາເນີນໄປຢູ່ໃນ
ຂະນະນີ້ ​ແມ່ນຈະມີ​ສ່ວນສໍາຄັນ​ໃນ​ການ​ນໍາພາໄປສູ່ຜົນສໍາເລັດ​ໃນ​ເລື້ອງ​ນີ້.

ອະດີດນັກການທູດ Clapp ລະບຸ ສອງປັດໄຈທີ່ສໍາຄັນ ສໍາລັບ​ການມີປະຊາທິປະໄຕທີ່
ໝັ້ນຄົງ ແລະເສດຖະກິດຕະຫຼາດ ທີ່ເສລີ.

ທ່ານນາງ Priscilla Clapp ເວົ້າວ່າ: “ຄື ຈັດການກັບບັນຫາສໍ້ລາດຍັງຫຼວງ
ແລະ
ຈັດ​ຕັ້ງ​ໃຫ້ມີຄວາມໂປ່ງໃສຢູ່ທຸກຫົນແຫ່ງນັ້ນ ບໍ່ແມ່ນພຽງແຕ່ຢູ່ໃນວົງ
ການ
ລັດຖະບານເທົ່ານັ້ນ ແຕ່ຢູ່ໃນລະບົບເສດຖະກິດນັ້ນນໍາ. ບັນຫາໃຫຍ່
ທີ່ສຸດ
ໃນປັດຈຸບັນນີ້ກໍຄືວ່າ ທຸກໆສິ່ງຍັງຄຸມເຄືອຫລາຍ ແລະນັ້ນເປັນການ
ສ້າງ
ສະຖານະການໃຫ້ເກີດມີການສໍ້ລາດບັງຫຼວງ ແບບທີ່ຮ້າຍ​ແຮງທີ່ສຸດ ແລະພວກເຂົາເຈົ້າ ກໍຮັບຮູ້​ໃນ​ບັນຫາ​ນີ້.”

ທ່ານນາງອອງຊານ ຊູຈີ ​ໄດ້ເວົ້າກ່ຽວກັບການປະຕິຮູບ ​ໃນ​ຕອນ​ພົບ​ປະ​ກັບ​ປະທານາທິ
ບໍດີ​ ໂອ​ບາ​ມາ ເມື່ອປີຜ່ານມາວ່າ:

“ຊ່ວງເວລາທີ່ຫຍຸ້ງຍາກທີ່ສຸດໃນການຜັນປ່ຽນໃດໆກໍຕາມ ກໍຄືເວລາທີ່
ພວກເຮົາຄິດວ່າ ​ແລ​ເຫັນຜົນສໍາເລັດແລ້ວ ຊຶ່ງພວກເຮົາຈະຕ້ອງລະວັງ
ທີ່ສຸດວ່າ
ພວກເຮົາບໍ່ຖືກຫຼອກລໍ້ ໂດຍຜົນສໍາເລັດແບບລວງຕາຊື່ໆ.

ກ່ອນການມາຢ້ຽມຢາມຂອງສະຫະລັດຂອງທ່ານ ເທນ ເຊນ ນັ້ນ ລັດຖະບານມຽນມາໄດ້ ປ່ອຍຕົວພວກນັກໂທດການເມືອງ ຈໍານວນ​ນຶ່ງ ​ເມື່ອວັນ​ສຸກ​ຜ່ານ​ມາ​ນີ້.

ນັກເຄື່ອນໄຫວ ອ່ອງ ດິນ ຍັງມີ​ຄວາມຫວັງຢູ່ ກ່ຽວ​ກັບອະນາຄົດຂອງປະເທດຊາດຂອງ
ທ່ານ ແຕ່ກໍຮຽກຮ້ອງໃຫ້ທ່ານໂອບາມາ ກົດດັນໃຫ້ມຽນມາ​ ປ່ອຍຕົວນັກໂທດການເມືອງ
ໝົດທຸກຄົນ ໂດຍບໍ່ມີເງື່ອນໄຂໃດໆ.

ທ່ານອອງ ດິນ ເວົ້າວ່າ: “ຂ້າພະເຈົ້າເຊື່ອວ່າ ​ໃນການຢ້ຽມຢາມຄັ້ງນີ້ ທ່ານ
ໂອບາມາ ຈະຖືໂອກາດກົດດັນ
ປະທານາທິບໍດີເທນ ເຊນ ຫຼາຍຂຶ້ນໄປ
ເລື້ອຍໆ ເພື່ອ
​ໃຫ້​ກ້າວໄປຂ້າງໜ້າ ພ້ອມ​ກັບຜົນຮັບທີ່ສໍາຄັນ.”

ທໍານຽບຂາວເວົ້າວ່າ ການຢ້ຽມຢາມສະຫະລັດຂອງທ່ານ ເທນ ເຊນ ຄັ້ງນີ້ ​ແມ່ນຈະເນັ້ນ
ຢໍ້າເຖິງ ຄວາມໝັ້ນໝາຍຂອງທ່ານໂອບາມາ ຕໍ່ການສະໜັບສະໜຸນ ແລະຊ່ວຍເຫຼືອ
ພວກລັດຖະບານທີ່ອ້າ​ແຂນຮັບເອົາການປະຕິຮູບ ແລະຕໍ່ການຊ່ວຍເຫຼືອປະຊາຊົນມຽນ
ມາ ​ໃຫ້​ບັນລຸຄວາມສາມາດບົ່ມຊ້ອນໂດຍເຕັມ ຂອງປະເທດຊາດຂອງພວກເຂົາເຈົ້າ.
XS
SM
MD
LG